ໂຄງກາຣຊ່ວຍເຫລືອ ຂອງທາງກາຣ ວຽຕນາມ ທີ່ຮັບເອົານັກສຶກສາ ໄປຮຽນຢູ່ ຕາມມະຫາວິທຍາລັຍ ຕ່າງໆຢູ່ວຽຕນາມ ຫລາຍເພີ່ມຂື້ນ ໃນແຕ່ລະປີ, ສ່ວນນັກສຶກສາ ວຽຕນາມທີ່ ໄປຮຽນຢູ່ເມືອງລາວ ນັ້ນກໍມີເພີ່ມ ຂື້ນແດ່ ເລັກນ້ອຍ ແຕ່ຫາກມີ ບໍຣິສັທ ແລະນັກທຸຣະກິຈ ກາຣຄ້າຊາວວຽຕນາມ ໄປລົງທຶນ ຢູ່ລາວ ເປັນຣາຍໃຫຍ່ ທີ່ສຸດໃນ ປັຈຈຸບັນນີ້
ເປັນທີ່ຮູ້ກັນດີ ແລ້ວວ່າທາງກາຣ ສປປລາວ ແລະ ສສວຽຕນາມ ມີສາຍ ກາຣພົວພັນ ຖານພິເສດ ທຸກຮອບດ້ານ ຕລອດມາ ຊື່ງກໍຮວມ ທັງດ້ານ ກາຣສຶກສາ ທີ່ທັງ ສອງປະເທສ ໄດ້ລົງນາມ ສັນຍາເພີ່ມ ທະວີຄວາມ ຮ່ວມມືກັນໃໝ່ ໃນດ້ານນີ້ ໃຫ້ໃກ້ຊິດ ຫລາຍກວ່າເກົ່າ ແຕ່ປີ 1989 ເປັນຕົ້ນມາ ອັນເປັນເຫຕ ໃຫ້ທາງກາຣລາວ ໄດ້ສົ່ງ ນັກສຶກສາ ແລະພນັກງານຈາກ ຫ້ອງກາຣໆສຶກສາ ໄປຝຶກອົບຮົມ ພ້ອມກັບສຶກສາ ຮໍ່າຮຽນຕໍ່ ຢູ່ຕາມສະຖາບັນ ກາຣສຶກສາຕ່າງໆ ທົ່ວປະເທສ ວຽຕນາມ ໃນຈຳນວນ ຫລາຍຂື້ນເລື້ອຽໆ.
ອີງຕາມສະຖີຕິ ຈາກທາງ ກະຊວງສຶກສາ ຂອງລາວທີ່ ແສດງໃຫ້ເຫັນວ່າ ຈຳນວນນັກສຶກສາ ລາວທີ່ໄປຮຽນ ຢູ່ໃນ ມະຫາວິທຍາລັຍ ວຽຕນາມ ໄດ້ເພີ່ມຂື້ນຈາກ 60 ກວ່າຄົນໃນປີ 1992 ຂື້ນມາເປັນ 860 ກວ່າຄົນໃນປີ 2006 ພ້ອມກັບ ຍັງເພີ່ມຂື້ນ ເປັນບໍ່ຕໍ່າກວ່າ 3,789 ຄົນໃນປີ 2008 ຜ່ານມາ ຊື່ງສ່ວນຫລາຍ ແມ່ນໄປ ຮຽນທາງດ້ານ ເສຖກິຈ ແລະກາຣຄ້າ ທາງວິທ ຍາສາຕ ວິສາວະກອນ ດ້ານຄົມມະນາຄົມ ຂົນສົ່ງແລະ ດ້ານກາຣ ຕ່າງປະເທສ ນຳດ້ວຍ.
ນອກຈາກທີ່ ທາງກາຣວຽຕນາມ ໄດ້ໃຫ້ທຶນ ກາຣສຶກສາ ຕາມສາຂາຕ່າງໆ ດັ່ງກ່າວນີ້ແລ້ວ ທາງເຈົ້າໜ້າທີ່ ພນັກງານຕ່າງໆ ຍັງໄດ້ໄປ ຝຶກອົບຮົມ ໃນຣະຍະສັ້ນ ຕາມພາກວິຊາ ອື່ນໆເຊັ່ນກັນ ໂດຽສະເພາະ ທາງດ້ານພາສາ ອັງກິດ ດ້ານບໍຣິຫາຣ ແລະເທກໂນໂລຈີ ຕ່າງໆຫລາຍໆຢ່າງ ພ້ອມຍັງໄດ້ ປຸກສ້າງໂຮງຮຽນ ກິນນອນ ຂື້ນຫລາຍແຫ່ງ ເຊັ່ນຢູ່ແຂວງ: ອຸດົມໄຊ ສວັນນະເຂຕ, ຈຳປາສັກ ແລະແຂວງເຊກອງ ເພື່ອໃຫ້ບັນດາ ນັກຮຽນໂດຽ ສະເພາະພວກທີ່ ເປັນຊົນເຜົ່າ ຈາກເຂຕແຂວງ ອື່ນໆໄດ້ມີ ໂອກາສເຂົ້າ ໄປຮຽນໃຫ້ໄດ້ ຫລາຍຄົນຕື່ມອີກ ແລະຍັງໄດ້ ປະສານງານ ກັບທາງກະຊວງ ສຶກສາທິກາຣ ເພື່ອໃຫ້ຄວາມ ຊ່ວຍເຫລືອໃນດ້ານ ໂຄງກາຣ ຈັດຫາເຄື່ອງຂອງ ອຸປກອຣກາຣສອນ ຕລອດຮອດ ກາຣພີມປື້ມອ່ານ ໃຫ້ເຂົ້າກັບຣະບົມ ຫລັກສູດກາຣສອນ ຮ່ວມກັນ ເປັນປະຈຳ.
ທັ້ງໝົດນີ້ ຖືວ່າເປັນ ກາຣປະຕິບັຕ ເພື່ອໃຫ້ໄດ້ຕາມ ເປົ້າໝາຍຂອງ ທາງກະຊວງ ສຶກສາທິກາຣລາວ ທີ່ຢາກຈະ ປັບປຸງຣະບົບ ກາຣສຶກສາ ໃຫ້ໄດ້ທັງ ຄຸນພາບແລະ ໃຫ້ມີກາຣ ຂຍາຍອອກໄປ ໃຫ້ເຖີງຕາມ ເຂຕຊົນບົທ ໃຫ້ໄດ້ຫລາຍ ເທົ່າທີ່ຈະ ສາມາທ ປະຕິບັຕໄດ້
ດ້ວຍຄວາມຫວັງ ທີ່ຈະໃຫ້ ປະຊາຊົນ ໜຸ່ມນ້ອຍລາວ ສາມາດຮຽນຈົບ ຂັ້ນມັທຍົມ ຕົ້ນເປັນຢ່າງຕໍ່າ ໃນປີ 2015 ພ້ອມທັງທີ່ວ່າ ຈະເຮັດໃຫ້ ເມືອງລາວ ຫລຸດພົ້ນ ອອກຈາກກາຣ ເປັນປະເທສ ດ້ອຍພັທນາ ໃຫ້ໄດ້ ພາຍໃນປີ 2020 ທີ່ຈະມາເຖີງນີ້ ຢ່າງແນ່ນອນ.
ໃນຂະນະດຽວກັນ ທາງກາຣລາວ ກໍພຍາຍາມ ໃຫ້ກາຣສົ່ງເສີມ ບັນດາ ເຍົາວະຊົນ ທີ່ຮຽນຈົບ ມັທຍົມປາຍ ທີ່ບໍ່ສາມາດ ເຂົ້າຮຽນຕໍ່ຕາມ ມະຫາວິທຍາລັຍ ຕ່າງໆ ໄດ້ນັ້ນ ຕລອດຮອດ ບັນດາປະຊາຊົນ ທີ່ຢູ່ໃນເຂຕ ທີ່ຫ່າງໄກຊອກຫລີກ ທາງກະຊວງ ສຶກສາທີກາຣ ລາວກໍພຍາຍາມ ຫາວິທີທາງ ສົ່ງເສີມດ້ານ ກາຣສຶກສາທາງໄກ ໃນຫລາຍໆ ວິຊາກາຣ ໃຫ້ແກ່ ບັນດານັກຮຽນ-ນັກສຶກສາ ແລະບັນດາ ຄຣູ-ອາຈາຣ ໃຫ້ມີໂອກາດ ໄດ້ຮຽນເພີ່ມເຕີມ ຕື່ມອີກເຊັ່ນກັນ. ດຣ. ພອນແກ້ວ ຈັນທະມາລີ ຜູ້ອຳນວຍກາຣ ສູນກາຣສຶກສາທາງໄກ ໃດ້ກ່າວກັບໂຄງກາຣ ຂອງທ່ານໃນຕອນ ນຶ່ງຫວ່າງມໍ່ໆ ມານີ້ວ່າ:
“ຢາກໃຫ້ບຸຄລາກອນ ຫລືປະຊາຊົນ ມີຄວາມຮູ້ ຕົວຢ່າງ: ຄຣູບາງຄົນ ໃນເມື່ອກ່ອນ ບາງຄົນອາຈຈະ ຢູ່ໃນສະພາບ ເສຖກິຈ ທີ່ຍັງບໍ່ພ້ອມ ສຸຂພາບ ຍັງບໍ່ພ້ອມ ຍັງບໍ່ມີ ໂອກາດຮຽນ ຊື່ງຢູ່ໃນເຂຕ ຫ່າງໄກຊອກຫລີກ ຢູ່ໃນເຂຕພູ ຂະເຈົ້າບໍ່ມີ ໂອກາດໄດ້ຮຽນ ຢາກໃຫ້ຄົນ ກຸ່ມນັ້ນມີ ກາຣສຶກສາ”
ເຈົ້າໜ້າທີ່ ລາວທ່ານນີ້ໄດ້ ໃຫ້ຄຳເຫັນເພີ່ມວ່າ: ເຖີງແມ່ນໂຄງກາຣ ສົ່ງເສີມດ້ານກາຣ ສືກສາໂດຽຣະບົບທາງໄກ ດັ່ງກ່າວນີ້ບໍ່ທັນ ແພ່ຫລາຍເທົ່າທີ່ ຄວນກໍຕາມ ແຕ່ທາງ ກະຊວງສຶກສາທິກາຣ ລາວແມ່ນໄດ້ເອົາ ໃຈໃສ່ເປັນພິເສດ ໂດຽສະເພາະ ໃນດ້ານຫາ ງົບປະມານ ຈາກທາງກາຣ ຕ່າງປະເທສ ແລະອົງກາຣ ຈັດຕັ້ງສາກົລ ຕ່າງໆເພື່ອມາ ປຸກສ້າງຕຶກອາຄາຣ ຮຽນຢູ່ຕາມເຂຕ ຕົວເມືອງຕ່າງໆ ກ່ອນທີ່ຈະໃຫ້ ຂຍາຍອອກໄປ ໃສ່ຕາມເຂຕ ຊົນບົທ ພ້ອມກັບທີ່ວ່າ ຍັງຂາດແຄນ ທັງກະທັ້ງ ງົບປະມານ ແລະບຸຄລາກອນ ໃນດ້ານນີ້.
ເພື່ອແກ້ໄຂ ບັນຫາດັ່ງກ່າວ ທາງກາຣກ່ຽວຂ້ອງ ວຽຕນາມກໍໄດ້ ສົ່ງນັກວິຊາກາຣ ຫລືຜູ້ຊ່ຽວຊານ ຕາມແຂນງຕ່າງໆ ໄປຊ່ວຍຝຶກສອນ ເພີ່ມຄວາມຮູ້ໃຫ້ ແກ່ບັນດາ ຄຣູ-ອາຈາຣ ຕາມມະຫາ ວິທຍາລັຍ ແຫ່ງຊາຕຂອງລາວ ພ້ອມຍັງໄດ້ຊ່ວຍ ຈັດຫລັກສູຕ ກາຣສອນພາສາ ວຽຕນາມຕື່ມອີກ ຢູ່ຕາມມະຫາ ວິທຍາລັຍ ຫລືສະຖາບັນ ກາຣສຶກສາ ໃນທົ່ວ ປະເທສລາວ ນຳດ້ວຍ ແລະຍັງມີ ກາຣຮ່ວມມື ໃນຣະດັບທ້ອງຖີ່ນ ຕາມເຂຕແຂວງ ທີ່ມີຊາຍແດນ ເຊັ່ນແຂວງ Binh Dinh ພາຄກາງ ວຽຕນາມ ທີ່ໄດ້ໃຫ້ທຶນ ກາຣຮຽນແກ່ ນັກສຶກສາລາວ ໃນສົກປີ 2008-2009 ບໍ່ຕໍ່າກວ່າ 86 ທຶນຈາກ ແຂວງພາຄໃຕ້ ອັນໄດ້ແກ່ ແຂວງເຊກອງ ອັຕປື ແລະຈຳປາສັກ ເພື່ອ ໄປຮຽນຢູ່ໃນ ມະຫາວິທຍາລັຍ Quy Nhon ຈົນກວ່າຈະຮຽນ ຈົບຕາມຫລັກສູຕ ໃຜມັນຊື່ງກໍຮວມ ທັງຣະດັບ ປຣີນຍາຕຣີ ປຣີນຍາໂທ ແລະ ປຣິນຍາເອກ.
ຢ່າງໃດກໍຕາມ ຖ້າເວົ້າຮວມແລ້ວ ຈຳນວນນັກສຶກສາລາວ ທີ່ໄດ້ຮັບທຶນ ໄປຮຽນຕໍ່ຢູ່ຕາມ ມະຫາວິທຍາລັຍ ແລະສະຖາບັນ ກາຣສຶກສາຕ່າງໆ ໃນແຕ່ລະປີ ແມ່ນໄດ້ ເພີ່ມຂື້ນເລື້ອຽໆ ຊື່ງເປັນກາຣ ປະຕິບັຕ ຕາມຂໍ້ສັນຍາ ດັ່ງທີ່ໄດ້ ລົງນາມກັນ ໃນເດືອນຕຸລາ 2008 ຜ່ານມາຣະຫວ່າງ ທາງເຈົ້າໜ້າທີ່ ກ່ຽວຂ້ອງສອງຝ່າຍ ຂອງກົມ ໄປສະນີ-ໂທຣະຄົມມະນາຄົມ ທີ່ໄດ້ຈັດ ຫລັກສຸຕເພື່ອເຊື່ອມ ຕໍ່ກາຣຮຽນທາງໄກ ທີ່ມີຜູ້ໄດ້ ຮັບທຶນກາຣ ຝຶກອົບຮົບເຖີງ 50 ຄົນ. ນອກຈາກໂຄງກາຣ ສົ່ງເຈົ້າໜ້າທີ່ ພນັກງານ ແລະນັກສຶກສາລາວ ໄປຮຽນຕໍ່ຫລື ຝຶກອົບຮົບຢູ່ໃນ ວຽຕນາມ ດັ່ງກ່າວນີ້ ແລ້ວນັ້ນ ທາງກາຣກ່ຽວຂ້ອງ ທັງສອງຝ່າຍຍັງ ໄດ້ຈັດໃຫ້ມີ ນັກສຶກສາຈາກ ວຽຕນາມ ເຂົ້າມາຮຽນຢູ່ ໃນເມືອງລາວ ເຊັ່ນກັນ ຊື່ງປັຈຈຸບັນ ມີທັງໝົດ ບໍ່ຕໍ່າກວ່າ 200 ຄົນ ຊື່ງກໍຖືເປັນ ຈຳນວນນ້ອຍ ແຕ່ກໍຄາດວ່າ ຈະມີຫລາຍ ເພີ່ມຂື້ນເລື້ອຽໆ ໃນແຕ່ລະປີ ເຊັ່ນກັນ.
ເຖີງຢ່າງໃດ ກໍຕາມ ນອກຈາກທີ່ວ່າ ທາງກະຊວງ ສຶກສາທີກາຣ ວຽຕນາມ ໄດ້ຮັບເອົາ ນັກສຶກສາລາວ ໄປຮຽນຕໍ່ ໃນວຽຕນາມ ຫລາຍກວ່າທີ່ ທາງກາຣລາວ ສົ່ງໄປ ຮຽນຢູ່ຕາມ ປະເທສ ຕ່າງໆ ໃນທົ່ວໂລກ ແລ້ວນັ້ນ ຣະຍະຜ່ານມານີ້ ວຽຕນາມຍັງ ກາຍມາເປັນ ປະເທສອັນ ດັບໜື່ງທີ່ ມີກາຣລົງທຶນ ຢູ່ໃນປະເທສລາວ ເຊັ່ນວ່າແຕ່ປີ 1989-2007, ວຽຕນາມໄດ້ ລົງທຶນທາງດ້ານ ກາຣກະສິກັມ ໃນທົ່ວ ປະເທສລາວກວ່າ 25 ໂຄງກາຣທີ່ຕົກ ເປັນມູລຄ່າກວ່າ 117 ລ້ານດອລລາຣ໌ ສະຫະຣັຖ ແລະກໍມີກາຣ ລົງທຶນດ້ານ ຂຸດຄົ້ນບໍ່ແຮ່ທາສ ຕ່າງໆຫລາຍ ໂຄງກາຣ.
ນອກຈາກນັ້ນ ວຽຕນາມ ຍັງກຳລັງ ດຳເນີນກາຣ ສຳຣວຈເພື່ອລົງມີ ກໍ່ສ້າງເຂື່ອນ ພລັງໄຟຟ້າ ທີ່ເຊກະໝານ1 ຕື່ມອີກຮວມ ກັບເຊກະໝານ3 ທີຕົກເປັນ ມູລຄ່າ ທັງໝົດ ບໍ່ຕໍ່າກວ່າ 270 ລ້ານດອລລາຣ໌ ທີ່ທາງກາຣຝ່າຍ ສປປລາວ ມີຫຸ້ນສ່ວນນຳ ໃນຈະນວນ ສ່ວນນ້ອຍເທົ່ານັ້ນ ໃນປັຈຈຸບັນນີ້
ຄວາມເຫັນ
ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.
ເບິ່ງຄວາມເຫັນທັງໝົດ.