ປະຊຸມ ສັມມະນາ ສະພາຄຣູ ອາຊ໊ຽນ ຄັ້ງທີ່ 24

2009-02-20

ສຳຫລັບສາຣະຄະດີ ດ້ານກາຣສຶກສາ ປະຈຳສັປດານີ້ ຈະໄດ້ນຳເອົາ ກາຣປະຊຸມ ສັມມະນາ ສະພາຄຣູ ອາຊ໊ຽນຄັ້ງທີ່ 24 ທີ່ຈັດຂື້ນ ຢູ່ເມືອງອຸດອນທານີ ຂອງໄທຽແຕ່ວັນທີ່ 16 ຫາ 20 ກຸມພານີ້ ຊື່ງທາງເຈົ້າໜ້າທີ່ ກາຣສຶກສາ ຝ່າຍລາວທີ່ເຂົ້າ ຮ່ວມປະຊຸມ ກໍວ່າມີ ຈຸດດີໆຫລາຍຢ່າງ ພໍທີ່ຈະນຳເອົາ ໄປປະຕິບັຕ ພັທນາຢູ່ ເມືອງລາວໄດ້

  ກາຣປະຊຸມສັມມະນາ ສະພາຄຣູ ອາຊ໊ຽນຄັ້ງທີ່ 24 ຖືກຈັດຂື້ນຢູ່ ໂຮງແຮມ “ເຈຣີນ” ທີ່ອຸດອນທານີ ປະເທສໄທຽ ໃນມື້ວັນທີ່ 16-20 ກຸມພາ 2009 ໃນຫົວເຣື່ອງ: “Sustainable Environment Education for Quality of Life”

ຫລືກາຣພັທນາ ເພື່ອເສີມສ້າງກາຣ ສຶກສາ ສີ່ງແວດລ້ອມ ໃຫ້ຍືນຍົງຄົງຢູ່ ເພື່ອຄຸນນະພາບ ຂອງຊີວີຕຕໍ່ໆໄປ ແຕ່ວ່າກ່ອນຈະນຳ ເອົາຣາຍລະອຽດ ຂອງກາຣປະຊຸມ ຄັ້ງຫລ້າສຸດມາ ເລົ່າສູ່ທ່ານຟັງນັ້ນ ຈະຂໍເວົ້າເຖີງ ເຣື່ອງກາຣເປັນມາ ຂອງສະພາຄຣູ ອາຊ໊ຽນ ໂດຽຫຍໍ້ໆ ເພື່ອເປັນກາຣຊ່ວຍ ບາງທ່ານ ທີ່ສົນໃຈເຖີງ ຄວາມສຳຄັນ ຂອງກາຣພັທນາ ກາຣສຶກສາ ໃນເຂຕພູມີພາຄ ຕື່ມອີກ.

ຄືວ່າພາຍຫລັງ ບັນດາປະເທສ ໃນກຸ່ມອາຊ໊ຽນ 5 ປະເທສທຳອິດ ອັນໄດ້ແກ່: ອິນໂດນີເຊັຽ ມາເລເຊັຽ ຟີລິປປີນ ໄທຽ ແລະສີງຄະໂປ ໄດ້ຮ່ວມກັນຈັດຕັ້ງ ສະມາຄົມ ປະຊາຊາຕ ແຫ່ງເອເຊັຽຕາ ເວັນອອກສ່ຽງໃຕ້ ຫລືອາຊ໊ຽນ ຢ່າງເປັນທາງກາຣ ຢູ່ບາງກອກ ປະເທສໄທຽໃນ ເດືອນສີງຫາ 1967 ນັ້ນ, ບັນດາຜູ້ນຳທັງ 5 ປະເທສ ໄດ້ເຣີ່ມພິຈາຣະນາ ກັນສ້າງຕັ້ງ ອົງກາຣຄຣູອາຊ໊ຽນ ຂື້ນມາເພື່ອໃຫ້ກາຣ ສນັບສນູນອົງກາຣ ອາຊ໊ຽນ ໂດຽສະເພາະໃນ ດ້ານກາຣສຶກສາ ແລະວັທນາທັມ ເປັນກາຣສົ່ງເສີມ ຄວາມສັມພັນ ຣະຫວ່າງສະມາຊິກ ປະເທສອາຊ໊ຽນ ໃຫ້ໃກ້ຊິດ ຫລາຍຂື້ນ.

ຫລັງຈາກນັ້ນ ຄາວມີກາຣປະຊຸມ ສະມາຄົມ ວິຊາຊີພຄຣູ ສາກົລແລະກາຣ ປະຊຸມຂອງອົງກາຣ ຄຣູເສຣີນາໆຊາຕ ໃນຣະຫວ່າງປີ 1976 – 1978 ນັ້ນ ທາງຄະນະຜູ້ນຳ ຂອງອົງກາຣຄຣູທັງ 5 ປະເທສໄດ້ມີ ມະຕິຕົກລົງ ຈັດຕັ້ງ ສະພາຄຣູອາຊ໊ຽນ ຫລື ASEAN Council of Teachers (ACT) ຂື້ນມາ ເພື່ອສົ່ງເສີມ ວຽກງານກາຣສຶກສາ ຣະຫວ່າງປະເທສ ສະມາຊິກທັງໝົດ ແລະຈັດກອງປະຊຸມ ປະຈຳປີເທື່ອ ທຳອິດຂື້ນຢູ່ ບາງກອກໃນ ເດືອນພຶສພາ 1979.

ຫລັງຈາກນັ້ນຕໍ່ມາ ແຕ່ລະປະເທສ ກໍໄດ້ສັບປ່ຽນ ຮັບເປັນເຈົ້າພາບ ໂດຽແມ່ນທາງກາຣ ຟິລິປປິນ ຮັບຈັດຂື້ນຢູ່ ກຸງມະນີລາ  ໃນປີ 1980 ແລະຄັ້ງທີ່ 3 ຢູ່ກຸງ Jakarta ອິນໂດນີເຊັຽ ແລະຢູ່ສີງຄະໂປ ໃນປີ 1981 ແລະກັບຄືນເປັນຝຽນ ຂອງທາງກາຣໄທຽ ເປັນເຈົ້າພາບຄັ້ງໃໝ່ ເທື່ອທີ່ 2 ໃນປີ 1984 ແລະ ບຣູໄນ (Bruneii) ຮັບເປັນເຈົ້າພາບ ໃນປີ 1985 ພາຍຫລັງຖືກຮັບ ເຂົ້າເປັນສະມາຊິກ ຖາວອນຂອງອາຊ໊ຽນ ໜື່ງປີກ່ອນໜ້ານັ້ນ.

ປະເທສ ສະມາຊິກໃໝ່ ເຊັ່ນວຽຕນາມທີ່ເຂົ້າ ຮ່ວມກຸ່ມອາຊ໊ຽນ ໃນປີ 1995 ນັ້ນກໍຮັບເປັນ ເຈົ້າພາບຈັດກອງ ປະຊຸມສະພາ ຄຣູອາຊ໊ຽນ ຂື້ນເປັນຄັ້ງປະວັຕກາຣ ຢູ່ກຸງຮ໋ານວຍ ໃນເດືອນທັນວາປີ 2000 ແຕ່ສະເພາະ ສປປລາວ ແລະພະມ້າທີ່ ຖືກຮັບເຂົ້າເປັນ ສະມາຊິກໃນກຸ່ມ ອາຊ໊ຽນ ໃນປີ 1997 ແລະ ກັມພູຊາໃນ ປີ 1999 ນັ້ນຍັງບໍ່ທັນ ໄດ້ເປັນເຈົ້າພາບ ກາຣປະຊຸມສະພາ ຄຣູອາຊ໊ຽນ ດັ່ງກ່າວຈັກເທື່ອ ຈົນເທົ່າປັຈຈຸບັນນີ້.

ຢ່າງໃດກໍຕາມ ກາຣປະຊຸມສະພາ ຄຣູອາຊ໊ຽນ ຫລື ASEAN Council Teachers Convention ເປັນກິຈກັມສຳຄັນ ທີ່ທາງສະມາຊິກ ແຕ່ລະປະເທສ ໄດ້ເອົາໃຈໃສ່ ເປັນພິເສດຊື່ງມີ ກາຣປ່່ຽນຝຽນໝູນວຽນ ກັນມາຢ່າງຕໍ່ເນື່ອງ ດັ່ງຈະເຫັນໄດ້ທີ່ ທາງກາຣກ່ຽວຂ້ອງ ຂອງໄທຽໄດ້ຮັບເປັນ ເຈົ້າພາບຮວມທັງໝົດ 5 ເທື່ອດ້ວຍກັນຮວມ ທັງຄັ້ງຫລ້າສຸດ ທີ່ຈັດຂື້ນຢູ່ ເມືອງອຸດອນ ດັ່ງກ່າວນີ້ທີ່ມີ ປະເທສສະມາຊິກ ອາຊ໊ຽນ 9 ປະເທສ ນອກຈາກກັມພູຊາ ເທົ່ານັ້ນທີ່ບໍ່ໄດ້ ເຂົ້າຮ່ວມ ໂດຽມີຜູ້ຊ່ຽວຊານ ແລະນັກວິຊາກາຣ ຕາມຂແນງສຳຄັນ ຫລາຍໆຄົນເຂົ້າຮ່ວມ ໃນກາຣບັລຍາຍ ໃຫ້ຜູ້ເຂົ້າຮ່ວມ ສັມມະນາ ບໍ່ຕໍ່າກວ່າ 1,000 ຄົນໄດ້ຮຽນຮູ້ ແລະຮ່ວມສົນທະນາ ແລກປ່ຽນຄວາມຄິດ ຄວາມເຫັນຕ່າງໆ.

ສະເພາະທາງເຈົ້າໜ້າທີ່ ຈາກທາງກາຣລາວ 2 ຄົນທີ່ເດີນທາງ ໄປຮ່ວມນຳນັ້ນ ແມ່ນເຂົ້າ ຮ່ວມຟັງເປັນກາຣ ແລກປ່ຽນບົດຮຽນ ເທົ່ານັ້ນ ແຕ່ບໍ່ໄດ້ເຂົ້າຮ່ວມ ໃນກາຣບັລຍາຍ ແຕ່ປະກາຣໃດ

“ເຮົາຈະບໍ່ໄດ້ໄປບັລຍາຍ ເພາະວ່າເຂົາເຈົ້າ ມັນມີຫົວຂໍ້ເວົ້າ ຕ່າງຫາກແລ້ວ ແລ້ວເຮົາມີແຕ່ ໄປສົມທົບ ຂະເຈົ້າໄປຟັງ.. ຂະເຈົ້າເວົ້າ ແລ້ວກ໋ະບາງເທື່ອ ກໍແລກປ່ຽນ ບົດຮຽນຄວາມຄິດ ຄວາມເຫັນຊື່ງ ກັນແລະກັນ.”

ໃນຣາຍກາຣ ສະເພາະມື້ ທຳອິດຂອງກອງ ປະຊຸມສະພາ ຄຣູອາຊ໊ຽນ ຄັ້ງນີ້ ຊື່ງນອກຈາກກາຣ ຈັດພິທີຕ້ອນຮັບ ແລະກາຣເປີດແລ້ວນັ້ນ ສ່ວນຫລາຍກໍຈະມີ ກາຣກ່າວສຸນທອນພົຕ ຈາກທາງກາຣກ່ຽວຂ້ອງ ຂອງຜູ້ຕາງໜ້າ ປະເທສ ສະມາຊິກຕ່າງໆ ເປັນສ່ວນໃຫຍ່ ແຕ່ສະເພາະ ມື້ທີ່ສອງ ຕໍ່ມາ ກໍຈະມີກາຣບັລຍາຍ ກ່ຽວກັບຫົວຂໍ້ ທີ່ສຳຄັນຫລາຍໆ ຢ່າງເຊັ່ນກາຣພັທນາ ຣະບົບກາຣ ສຶກສາ ໃຫ້ເຂົ້າກັບສະພາບ ກາຣປ່ຽນແປງຂອງ ຊັ້ນອາກາດແລະ ໂລກຮ້ອນ ຕລອດຮອດ     ບົດບາທ ຂອງທາງກາຣ ດ້ານກາຣສຶກສາ ທີ່ມີໜ້າທີ່ຈັດ ຫລັກສູຕໃຫ້ເຂົ້າ ກັບສະພາບກາຣ ໂດຽສະເພາະໃຫ້ ທ່ວງທັນກັບກາຣ ພັທນາດ້ານ ເທຄໂນໂລຈີ ດັ່ງທີ່ ທ່ານ ບັນຈົງ ໄດ້ໃຫ້ກາຣ ອະທິບາຍ ເຖີງສີ່ງທີ່ໄດ້ ພົບເຫັນທີ່ຖືວ່າ ເປັນຈຸດເດັ່ນວ່າ:

“ມັນຈະເປັນຈຸດຮວມ ທີ່ເປັນບັນຫາ ຣວບໆຂອງໂລກ ເຮົານີ້ແຫລະເພາະ ວ່າເວົ້າເຣື່ອງ ສະພາບແວດລ້ອມ ເຣື່ອງທຳຄວາມສະອາດ ເຣື່ອງເຂຕຂຽວ ເຣື່ອງສີ່ງ ແວດລ້ອມທີ່ ຄື່ສົມມຸດວ່າ ໄຟໄໝ້ປ່າບໍ? ຄືດັ່ງທີ່ມີ ຢູ່ສີງຄະໂປ ມາເລເຊັຽ ມີຫຍັງຕ່າງໆ ຫັ້ນເນາະ ແລ້ວກ໋າເຣື່ອງກາຣ ຣົນນະຣົງ ຄືຕົວຢ່າງຂອງ ເຂົາເຈົ້າຢູ່ໄທຽນີ້ ເຂົາເຈົ້າມີກາຣ ກຳຈັດຂີ້ເຫຍື້ອບໍ? ຊື່ງວ່າລາວເຮົາ ກໍມີຄືກັນເນາະ ກາຣຮັກສາ ສີ່ງແວດລ້ອມ ເຮັດໃຫ້ມີສີຂຽວ ເພີ່ມຂື້ນຫລາຍບໍ? ຕົວຢ່າງໃນ ລັກສະນະແນວນັ້ນ ຫັ້ນແຫລະ!”

ໃນເມື່ອຖາມເຖີງ ດ້ານຄວາມຮູ້ສຶກ ໂດຽສະເພາະຫລັງຈາກ ໄດ້ພົບປະສົນທະນາ ກັບນັກຊ່ຽວຊານ ທີ່ໃຫ້ກາຣບັລຍາຍ ຕລອດຣະຍະ ກາຣສັມມະນາ ຄາວນີ້ວ່າ ພໍຈະນຳເອົາ ຫລັກວິຊາກາຣໃດ ວິຊາກາຣໜື່ງ ໄປໝູນໃຊ້ເພື່ອ ກາຣພັທນາຢູ່ ໃນເມືອງລາວໄດ້ ຫລືບໍນັ້ນ ເຈົ້າໜ້າທີ່ ກາຣສຶກສາລາວ ທ່ານນີ້ກໍວ່າ:

“ເປັນໄປໄດ້ ເພາະວ່າເຮົາເບີ່ງ ວ່າຕາມເງື່ອນໄຂ ວ່າໃນສະພາບ ຂອງບ້ານເຮົາທີ່ ຈະເປັນໄປໄດ້ ຕາມຂັ້ນຕອນເນາະ ໄປຕາມຂັ້ນຕອນ ໝາຍຄວາມວ່າ ໂຕໃດທີ່ເຮົາ ວ່າສາມາດເຮັດ ໄດ້ໄປກ່ອນ ເຮົາກໍເຮັດໄປກ່ອນ ແຕ່ຜ່ານໆມາ ເຮົາກໍເຄີຽມີແລ້ວ ເຄີຽມີຢູ່ ເຮົາຍັງເຮັດໄປ ເທື່ອລະຂັ້ນຕອນ ໝາຍຄວາມວ່າຍັງ ບໍ່ແມ່ນທົ່ວປະເທສ ໝົດເທື່ອ!”

ຢ່າງໃດກໍຕາມ ທາງເຈົ້າພາບຈັດ ກາຣປະຊຸມ ສັມມະນາ ສະພາຄຣູອາຊ໊ຽນ ຄັ້ງທີ່ 24 ດັ່ງ ກ່າວ ໃນຂັ້ນຕົ້ນໄດ້ມີ ກາຣກະໃສ່ ໃນຣະຫວ່າງກາງເດືອນ ທັນວາ 2008 ຜ່ານມາ ແຕ່ດ້ວຍສາເຫຕທີ່ ທາງກາຣໄທຽໄດ້ ປະສົບກັບບັນຫາ ຫຍຸ້ງຍາກທາງກາຣເມືອງ ຈື່ງໄດ້ເລື່ອນເວລາ ມາໃສ່ ເດືອນກຸມພາ ອັນເປັນສາເຫຕ ທີ່ເຮັດໃຫ້ທາງ ເຈົ້າໜ້າທີ່ຝ່າຍລາວ ຫລາຍຄົນບໍ່ສາມາດ ເດີນທາງໄປຮ່ວມ ນຳໄດ້ ຍ້ອນຕິດຂັດດ້ານ ພາຣະກິຕທີ່ ໄດ້ຮັບໄວ້ໃນ ເມື່ອກ່ອນແລ້ວນັ້ນ.

ພ້ອມດຽວກັນນີ້ ທາງເຈົ້າໜ້າທີ່ ກ່ຽວຂ້ອງທີ່ສາມາດ ເຂົ້າຮ່ວມນຳນັ້ນ ກໍຢືນຢັນທີ່ ຈະນຳເອົາເອກສາຣ ແລະຂໍ້ມູລຕ່າງໆ ໄປເຜີຽແຜ່ໃນດ້ານ ກາຣພັທນາ ສົ່ງເສີມ ກາຣສຶກສາໃນລາວ ໃຫ້ໄດ້ຕາມ ຈຸດປະສົງຂອງ ທາງສະພາຄຣູອາຊ໊ຽນ ຢ່າງທົ່ວເຖີງກັນ ໃນຂັ້ນຕໍ່ໆໄປ
 
  







ຄວາມເຫັນ

ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.