ສັມພາດ ຜູ້ອຳນວຍກາຣ ສູນກາງ ຟື້ນຟູ ຄົນພິກາຣ ພາກ 2

2009-03-13

ສຳຫລັບສາຣະຄະດີ ກາຣສຶກສາ ປະຈຳສັບປະດານີ້ ຈະໄດ້ນຳເອົາກາຣ ສັມພາດພາກທີ່ II ຂອງຜູ້ອຳນວຍກາຣ “ສູນກາງຟື້ນຟູ ຄົນພິກາຣແຫ່ງຊາຕ” ທີ່ນະຄອນຫລວງ ວຽງຈັນ ມາເລົ່າສູ່ທ່ານຟັງ ກ່ຽວກັບໂຄງກາຣໆ ຊ່ວຍເຫລືອຜູ້ ປະສົບເຄາະຮ້າຍ ໂດຽສະເພາະໃນກຸ່ມ ປັນຍາອ່ອນຫລື ພິກາຣປະສາທ ທີ່ມີຢ່າງຫລວງຫລາຍ ແລະທາງສູນກາງ ກໍຍັງຂາດເຂີນ ງົບປະມານ ສຳຫລັບຈັດ ໂຄງກາຣ ໃຫ້ຄວາມຊ່ວຍເຫລືອ ແກ່ເຂົາເຈົ້າ.

ໃນສັປດາຜ່ານມາ ດຣ. ທອງຈັນ ເທພຊົມພູ ຜູ້ອຳນວຍກາຣ ສູນຟື້ນຟູ ຄົນພິກາຣ ແຫ່ງຊາຕ ທີ່ນະຄອນຫລວງ ວຽງຈັນ ທີ່ຮັບຜິດຊອບ ດ້ານວຽກງານ ໃຫ້ຄວາມ ຊ່ວຍເຫລືອ ຄົນພິກາຣ ມາໄດ້ບໍ່ຕໍ່າ ກວ່າ 20 ປີແລ້ວນັ້ນ ໄດ້ອະທິບາຍ ເຖີງບັນຫາກາຣ ຂາດແຄນ ງົບປະມານຕລອດມາ ຈື່ງບໍ່ສາມາດ ຈັດຫາໂຄງກາຣ ຊ່ວຍເຫລືອ ຜູ້ປະສົບເຄາະຮ້າຍ ຕ່າງໆໄດ້ຫລາຍ ເທົ່າທີ່ຄວນ ເຖີງແມ່ນວ່າ ທາງກາຣ ສປປລາວ ໄດ້ສືບຕໍ່ຮັບ ກາຣຊ່ວຍເຫລືອ ຈາກຕ່າງ ປະເທສແລະ ອົງກາຣຈັດຕັ້ງ ສາກົລ ຕ່າງໆພາຍຫລັງ ທີ່ມີກາຣ ປ່ຽນແປງ ຣະບົບກາຣ ປົກຄອງ ໃນເມືອງລາວ ແຕ່ທ້າຍປີ 1975 ນັ້ນມາກໍຕາມ. ສະເພາະ ຄົນພິກາຣນັ້ນ ທ່ານກໍວ່າມີ ຫລາຍປະເພດ ເຊັ່ນເກີດຈາກ ອຸບັຕຕິເຫຕ ແລະພວກທີ່ ປະສົບເຄາະຮ້າຍ ຈາກເສດເຫລືອ ຂອງສົງຄາມ ທີ່ເຮັດໃຫ້ມີ ຄົນທັງເດັກນ້ອຍ ແລະຜູ້ໃຫຍ່ ມີສະພາບ ແຂ່ງກຸດຂາຂາດ ຍ້ອນຖືກຣະເບີດ ລູກຫວ່ານຫລື Bombies ແຕກໃສ່ ທີ່ທາງຫ້ອງກາຣ ຂອງທ່ານໄດ້ ຈັດຫາໂຄງກາຣ ໃຫ້ຄວາມ ຊ່ວຍເຫລືອ ແກ່ເຂົາເຈົ້າ.

ພ້ອມດຽວກັນນັ້ນ ທ່ານກໍມີຄວາມ ເປັນຫ່ວງນຳຄົນ ພິກາຣປະເພດ ອື່ນໆເຊັ່ນ: ຈຳພວກທີ່ເປັນ ອັມພາຕດ້ວຍ ອຸບັຕຕິເຫຕ ເສັ້ນເລືອດສມອງ ບໍ່ທຳງານ ຫລືພິກາຣ ມາແຕ່ເກີດ ເປັນຄົນມີ ອົງຄະຜິດປົກຕິ ຕລອດຮອດ ຈຳພວກ ປັນຍາອ່ອນ ຫລືປະສາທ ພິກາຣ ທີ່ຍັງຕ້ອງກາຣ ຄວາມຊ່ວຍເຫລືອ ຢ່າງຫລວງຫລາຍ ໃນປັຈຈຸບັນນີ້.

ສະເພາະ ໂຄງກາຣໃຫ້ຄວາມ ຊ່ວຍເຫລືອ ຄົນພິກາຣ ໂດຽທົ່ວໄປນັ້ນ ນອກຈາກ ສູນຟື້ນຟູ ທີ່ເປັນສູນ ກາງໃຫຍ່ ໃນນະຄອນຫລວງ ວຽງຈັນແລ້ວນັ້ນ ທ່ານກໍວ່າມີ ກາຣຈັດເປັນສູນ ປະຈຳໃນ ແຕ່ລະເຂຕແຂວງ ຕ່າງໆໂດຽສະເພາະ ຕາມຕົວເມືອງໃຫຍ່ ເຊັ່ນ: ສວັນນະເຂຕ ປາກເຊ ຊຽງຂວາງແລະ ຫລວງພຣະບາງ ແຕ່ກໍວ່າຍັງບໍ່ ທັນພຽງພໍກັບ ຄວາມຕ້ອງກາຣ ຍ້ອນຄົນພິກາຣ ມີຫລາຍເພີ່ມຂື້ນ ດັ່ງທີ່ ດຣ. ທອງຈັນ ໄດ້ກ່າວວ່າ:

“ຕາມກາຣສຳຣວຈສະຖີຕິແລ້ວປາກົດວ່າ ຄົນຫູໜວກປາກກືກນີ້ມີຢູ່ 2 ໝື່ນກວ່າທົ່ວປະເທສນ໋າ ແລ້ວກ໋າຄົນຕາບອດ"

ກ່ຽວກັບ ບັນຫາຄົນ ພິກາຣທາງ ປັນຍາອ່ອນ ທີ່ວ່າອາຈມີ ສ່ວນເກີດຈາກ ຜົລກະທົບຂອງ ຝົນເຫລືອງທີ່ ວ່າມີກາຣນຳ ໃຊ້ໃນ ເມືອງລາວນັ້ນ ເຈົ້າໜ້າທີ່ລາວ ທ່ານນີ້ ກໍວ່າຍັງບໍ່ ມີກາຣຢັ້ງຢືນ ຢ່າງຄັກແນ່ເທື່ອ ຊື່ງກໍແຕກຕ່າງ ກັບສະພາບກາຣ ຢູ່ປະເທສ ວຽຕນາມ.

ແຕ່ວ່າຢູ່ວຽຕນາມນັ້ນເພີ່ນພິສູຕແລ້ວແລະວ່າ:

ດຣ. ທອງຈັນ ໄດ້ກ່າວເນັ້ນເຖີງ ງົປມານດ້ານ ກາຣໃຊ້ຈ່າຍ ເປັນເງີນເດືອນ ແກ່ພະນັກງານ ໂດຽສະເພາະ ໃນສູນຟື້ນຟູ ທີ່ນະຄອນຫລວງ ວຽງຈັນ ທີ່ມີບໍ່ຕໍ່າ ກວ່າ 200 ຄົນ.

“ຣັຖບາລລາວໃຫ້ກາຣສນັບສນູນນີ້ຄື…
 


ຄວາມເຫັນ

ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.




ຂຽນແລະເຣື້ອງຂອງທ່ານ

ສຽງບັນທຶກໄວ້
ດາວໂລ້ດ
ອີເມວລ໌ ເຣື້ອງ
ລົງທະບຽນເປັນສະມາຊິກ
ພິມເຣື້ອງນີ້
ປັນກັນອ່ານ