ສັມມະນາ ບົດທີ 48: ການຈັດຕັ້ງໃໝ່ໃນຄ້າຍນັກໂທດແມ່ຍິງ

2006-04-17

ການເປັນຢູ່ໃນຄ້າຍແມ່ຍິງ ເກີດມີຄວາມປັ່ນປ່ວນຂຶ້ນໃນກຸ່ມນັກໂທດ

ມີການຢ້ານລື່ນຢ້າຍເຫລືອ ບາງຄົນກໍເກັບເອົາຄວາມ ແລະ ສວຍໂອກາດ ໄປລາຍງານ ເຈົ້າໜ້າທີ່ ໃນກຸ່ມນັກໂທດ ມີການສ້າງພັກ-ສ້າງພວກ ຫັກຫຼັງຊັງບ່ຽງ ເວົ້າໃສ່ຮ້າຍປ້າຍສີກັນ. ເຈົ້າໜ້າທີ່ ເມື່ອໄດ້ຮັບ ຄຳລາຍງານ ກໍບໍ່ມີການສືບສວນ ມີພຽງແຕ່ຮັບຟັງແຕ່ຝ່າຍຟ້ອງ ຜູ້ທີ່ຖຶກຟ້ອງ ບໍ່ມີໂອກາດ ໄດ້ໄປໃຫ້ປາກຄຳ. ການເປັນຢູ່ໃນຄ້າຍມີແຕ່ຍອມຮັບ ຖ້າຫາກວ່າ ໄປຖຽງ ຫຼື ໃຫ້ເຫດຜົນ ກໍໝາຍເຖິງວ່າ ເປັນການຕ້ານພັກ.

ໄດ້ມີຄົນໄປລາຍງານເຈົ້າໜ້າທີ່ວ່າ : “ຫົວໜ້າກອງຮ້ອຍແລະຮອງກອງຮ້ອຍ ສວຍໂອກາດ ໃຊ້ອຳນາດ ສ້າງພັກ-ສ້າງພວກ, ແລະໃຊ້ສິດພິເສດໃນການອອກແຮງງານ”. ແລະ ໃນທີ່ສຸດ, ເຈົ້າໜ້າທີ່ ກໍໄດ້ ້ມາປ່ຽນ ການຈັດຕັ້ງໃໝ່ ໃນຄ້າຍ. ໄດ້ຕັ້ງນາງແສງຈັນ ບັນດາວົງສ໌ ເປັນຫົວໜ້າກອງຮ້ອຍ, ນາງໄຕແກ້ວ ສ່ຽວ ຂອງນາງແສງຈັນ ຄູ່ຄະດີ ເປັນຮອງກອງຮ້ອຍ, ແລະໄດ້ປ່ຽນຫົວໜ້າແລະຮອງຫົວໜ້າ ແຕ່ລະໜ່ວຍ.

ນາງແສງຈັນ ບັນດາວົງສ໌ ເປັນສາວຈາກແຂວງຫລວງພຣະບາງ ຫຼິ້ນຜົວເຂົາຢ້ານຖຶກຈັບໂຕນຂ້າມ ຂ້າມບໍ່ຫວິດເລີຍຖຶກຈັບ ນາງແສງຈັນ ໄດ້ຍ້າຍອອກຈາກມຸ້ງເຮົາ ແລະ ສວຍໂອກາດ ໃຊ້ອຳນາດ ໄປນອນຮ່ວມມຸ້ງ ກັບຜູ້ທີ່ມີເຄື່ອງບ່ອນນອນຄົບ ຖ້າຈະເວົ້າແລ້ວ ເຄື່ອງບ່ອນນອນ ໝອນ, ສາດ, ຜ້າຫົ່ມ ແລະ ມຸ້ງ ເປັນສິ່ງທີ່ສຳຄັນ ສຳລັບ ນັກໂທດຢູ່ໃນດອນ ເພາະທຸກໆຄົນບໍ່ມີເຄື່ອງດັ່ງກ່າວ, ຜູ້ທີ່ມ ີກໍແບ່ງປັນ ໃຫ້ຜູ້ທີ່ບໍ່ມ ີໄດ້ນອນຮ່ວມ.

ບາງຄົນນັກໂທດຜູ້ທີ່ຮັກສາອານາໄມບໍ່ໄດ້ ກໍມີເຫົາ ແລະຕິດແປດນັກໂທດຜູ້ອື່ນ. ເນື່ອງຈາກມີການຈັດຕັ້ງໃໝ່, ເຮັດໃຫ້ໃນຄ້າຍມີການປັ່ນປ່ວນຂຶ້ນຕື່ມ. ມື້ນຶ່ງ ທ້າວລ້ວນ ໄດ້ມາສັ່ງໃຫ້ນາງວົງເດືອນ, ແມ່ຂອງທ້າວໂລ້, ເດັກນ້ອຍຜູ້ມີອາຍຸປະມານສອງປີ, ຖຶກຂັງຢູ່ເຮືອນນ້ອຍ ຜູ້ກ່ຽວຖຶກຂາກະຕ່ຳຄື: ໄມ້ແປ້ນສອງແຜ່ນ ເຈາະຮູພໍຫລົມຂາ ແລະ ເອົາຂາໃສ່ຮູ, ການອັດແລະການໄຂ ໄມ້ສອງແຜ່ນນັ້ນ, ຕ້ອງໄຂຢູ່ທາງນອກ. ຜູ້ຖຶກຂາກະຕ່ຳມີພຽງແຕ່ນັ່ງແລະນອນໄດ້ເທົ່ານັ້ນ. ໄດ້ມີຄົນໄປລາຍງານເຈົ້າໜ້າທີ່ວ່າ: ”ນາງວົງເດືອນ ສ້າງຄວາມປັ່ນປ່ວນ”. ບໍ່ມີການສຶບສວນໃດໆ ທັງສິ້ນ, ບໍ່ມີນະໂຍບາຍເພາະຜູ້ກ່ຽວຍັງເປັນແມ່ລູກອ່ອນ. ນາງວົງເດືອນ ຖຶກຂັງຢູ່ເຮືອນໄມ້ລຽນລຳ,ມຸງດ້ວຍຝາກະແຕະ, ນອນຢູ່ເທີງຟາກ, ຖຶກໃສ່ຂາກະຕ່ຳ.

ເພິ້ນຫ້າມບໍ່ໃຫ້ນັກໂທດຜູ້ອື່ນ ໄປເວົ້ານຳນາງວົງເດືອນ. ນອກຈາກຫົວໜ້າແລະຮອງກອງ ຮ້ອຍ. ເວລາສົ່ງເຂົ້າ ສົ່ງນ້ຳໃຫ້ກິນ, ແມ່ນຫົວໜ້າຫລືຮອງກອງຮ້ອຍເປັນຜູ້ສົ່ງ, ເວລານາງ ວົງເດືອນປວດຖ່າຍໜັກ, ຖ່າຍເບົາ, ກໍ່ຕ້ອງແມ່ນຫົວໜ້າຫລືຮອງກອງຮ້ອຍເປັນຜູ້ມາໄຂໃຫ້.

ຍາມມື້ຄືນເພີ່ນໄດ້ແຕ່ງໃຫ້ນັກໂທດປ່ຽນຜຽນກັນຍາມ. ຜູ້ຍາມມີ 5 ຄົນ. ດັງໄຟແລະບໍ່ໃຫ້ຫລັບ, ເພື່ອບໍ່ໃຫ້ນັກໂທດ ທີ່ຖຶກຂັງ ໃນເຮືອນນ້ອຍນັ້ນ ໂຕນໜີ. ເຮົາຄຶດອີດູຕົນທ້າວໂລ້ເດັກນ້ອຍຜູ້ໄຮ້ດຽງສາ, ແມ່ຖືກຂັງຢູ່ໃນຄຸກ, ເກີດຢູ່ໃນດອນສັມມະນາ, ຕິດຄຸກນຳແມ່, ບໍ່ມີໂອກາດໄດ້ເຫັນໜ້າຜູ້ທີ່ເປັນພໍ່, ຂາດອາຫານ ແລະ ຕ້ອງແຍກອອກຈາກແມ່. ເປັນຈັ່ງບຸນ, ລາວມີນາງແສງພະຈັນ ຜູ້ເປັນປ້າ ຖືກຂັງນຳກັນ ໃຫ້ຄວາມອົບອຸ່ນ ຕາງແມ່.

ບາງເທື່ອ, ເວລາຝົນຕົກນ້ຳຝົນກໍຈະຍ້ອຍຫົ່ວໄປຖືກຜູ້ຖືກຂັງຢູ່ເຮືອນໄມ້ລຽນລຳ. ຍ້ອນວ່າແມ່ນຄ້າຍແມ່ຍິງ, ຜູ້ຖືກຂັງ ແຍກໄດ້ຮັບອະນຸຍາດ ໃຫ້ກິນເຂົ້າໜຶ້ງ ຫລື ຫຸງເຊັ່ນກັບນັກໂທດຜູ້ອື່ນ, ສ່ວນວ່າຢູ່ຄ້າຍ ນັກໂທດ ຜູ້ຊາຍແລ້ວ ສຳລັບນັກໂທດຜູ້ທີ່ຖືກຂັງຢູ່ເຮືອນນ້ອຍໄດ້ກິນພຽງແຕ່ນ້ຳເຂົ້າມ່າ. ນ້ອຍຄົນ ທີ່ຈະມີຂີວິດລອດ ໃນເມື່ອຖືກຂັງ “ເຮືອນນ້ອຍ”.

ເນື່ອງຈາກມີການຈັດຕັ້ງໃໝ່, ການເຮັດວຽກອອກແຮງ ຖຶກນາງໄຕແກ້ວ ແລະນາງແສງຈັນ ຄວບຄຸມຕື່ມ. ນັກໂທດມີຜູ້ຄຸມຫລາຍຕໍ່. ນາງແສງຈັນ ບັນດາວົງສ໌ ເປັນຄົນທີ່ຫລັກຄວາມ, ຮູ້ຈັກໃຊ້ມານຍາກິນແຮງຜູ້ອື່ນ, ຖ້າຫາກມີການ ຕໍ່ຕ້ານຜູ້ກ່ຽວກໍຈະສັມມະນາ. ມີນັກໂທດແມ່ຍິງຜູ້ມີອາຍຸສູງຫລາຍຄົນ ເວົ້າຫຍັງບໍ່ໄດ້, ໄດ້ພຽງແຕ່ໄປລັກຮ້ອງໄຫ້.

ໃນຄ້າຍຄຸມຂັງບໍ່ມີຄວາມຍຸຕິທັມ, ມີແຕ່ຄວາມອົດທົນ…ຕ້ອງອົດທົນທຸກໆ ດ້ານ, ທາງດ້ານອອກແຮງງານ, ດ້ານຈິດໃຈເມື່ອຖຶກນັກໂທດດ້ວຍກັນຂົ່ມເຫັງນ້ຳໃຈ, ຕ້ອງອົດທົນຟັງເຈົ້າໜ້າທີ່ເວົ້າຢ່າງບໍ່ມີເຫດຜົນ. ຕ້ອງຮຽນການເມືອງທີ່ຊ້ຳຊາກ, ຮຽນການເມືອງເພື່ອກຽດຊັງຣັຖບານ ຝ່າຍຂວາ ແລະໂລກເສຣີ, ຕ້ອງຫັນມານິຍົມລະບອບໃໝ່ ແລະຄຳຫລອກລວງຂອງເຈົ້າໜ້າທີ່ກໍຄື: “ຕ້ອງອຸ່ນອຽນ ປ່ຽນແນວຄິດ ຕັ້ງໜ້າອອກແຮງງານເພີ້ມພູນຜລິດພັນ, ເມື່ອໄດ້ກ້າວໜ້າແລ້ວ ກໍຈະໄດ້ໄປປະກອບສ່ວນນຳພັກແລະລັດ”.

ເປັນຄຳເວົ້າທີ່ສວຍສົດງົດງາມທີ່ສຸດ, ຫລາຍຄົນກໍຫລົງເຊື່ອຄຳເວົ້າດັ່ງກ່າວ ແຕ່ກໍເປັນພຽງຄຳຫລອກລວງ. ໃນໝູ່ນັກໂທດແມ່ຍິງ ມີຫລາຍໆ ຄົນທີ່ຖຶກຕ້ອງຕິຢູ່ເລື້ອຍໆ ໃນການອອກແຮງງານ, ການວາງຕົວແລະອື່ນໆ. ມີຫລາຍຄົນທີ່ເຮັດວຽກໝົດເຫື່ອໝົດແຮງ, ຕັ້ງໃຈຮຽນ ການເມືອງເພື່ອຫວັງຈະແລກປ່ຽນກັບອິສຣະພາບ. ນັກໂທດມີຊີວິດຢູ່ພາຍໃຕ້ການຂົ່ມຂູ່ຢູ່ຕລອດເວລາ.

ຂໍໂຈະບົດຄວາມນີ້ໄວ້ພຽງເທົ່ານີ້ກ່ອນ ຫວັງວ່າທ່ານຜູ້ຟັງ ຄົງຈະກະຣຸນາ ຕິດຕາມຟັງ ຊີວິດ ຂອງ ”ນັກໂທດສັມມະນາ 1,139 ມື້” ອີກໃນມື້ໜ້າ ຂໍໃຫ້ທ່ານຜູ້ຟັງ ພ້ອມຄອບຄົວຈົ່ງມີອາຍຸໝັ້ນ ຂວັນຍືນ, ສະບາຍດີ.

ສເນີໂດຍ: ວົງ ສຸວັນນະວົງສ໌

ສັມມະນາກອນ

ຄວາມເຫັນ

ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.




ຂຽນແລະເຣື້ອງຂອງທ່ານ

ສຽງບັນທຶກໄວ້
ດາວໂລ້ດ
ອີເມວລ໌ ເຣື້ອງ
ລົງທະບຽນເປັນສະມາຊິກ
ພິມເຣື້ອງນີ້
ປັນກັນອ່ານ