ປະມານຫົກເດືອນຜ່ານມາ, ເຈົ້າໜ້າທີ່ມາຮ້ອງເອົານັກໂທດແມ່ຍິງ 2 ຄົນ: ນາງບົວໄລ, ຄະດີ ພັຍສັງຄົມ, ເພາະຜູ້ກ່ຽວເຄີຍຢູ່ກັບຜູ້ຊາຍຝຣັ່ງເສດ,ໃນຖານຜົວເມັຽ. ນາງວຽງສວັນ, ຄະດີ ໂຕນຂ້າມຟາກບໍ່ມົ້ມ.
ການຖຶກປ່ອຍຂອງພວກເຂົາເຈົ້າ ບໍ່ໄດ້ເອົາຕາມຜົນງານ ຫລືການປ່ຽນແປງໃດໆ ພວກດັ່ງກ່າວ ບໍ່ໄດ້ເປັນໂຕເດັ່ນ ໃນຄ້າຍ ແຕ່ກໍໄດ້ຖຶກປົດປ່ອຍ ສຸດແລ້ວແຕ່ຄຳສັ່ງ ທີ່ເພີ່ນພາເອີ້ນວ່າ ຂັ້ນເທີງ ທີ່ຄົນໂທດ ບໍ່ສາມາດ ເຫັນຕົວຕົນໄດ້ ບໍ່ມີການປາກເວົ້າ ຕິຕຽນໃດໆທັ້ງສິ້ນໃນຄ້າຍ. ແຕ່ເຮົາສັງເກດເຫັນ ຄວາມຜິດຫວັງ ຂອງຕົວເດັ່ນ ໃນຄ້າຍຫລາຍໆ ຄົນ. ສຳລັບເຮົາເອງເຮົາຮູ້ຢູ່ວ່າສຳລັບ ແນວລາວແລ້ວ ເຮົາແມ່ນສັດຕຣູ ການເມືອງ ຂອງພັກການເມືອງພັກນຶ່ງ, ທີ່ມີຄວາມສຳຄັນ,ເຖິງ ແມ່ນວ່າ ຈະເປັນເພດຍິງ ແລະ ອາຍຸ ຍັງບໍ່ພົ້ນກະສຽນເທື່ອ, ເມື່ອຕອນຖຶກຈັບ ກໍບໍ່ມີຫວັງໄດ້ຖຶກ ປົດປ່ອຍງ່າຍໆ. ການເຮັດວຽກຂອງເຮົາ ກໍເຮັດໄປພຽງແຕ່ບໍ່ໃຫ້ຖຶກລົງໂທດ ການຮຽນການເມືອງ ກໍຈຳເປັນ ໄດ້ຮຽນ ແລະ ເວົ້າກ່າຍເອົາ ແບບທີ່ ເຈົ້າໜ້າທີ່ມາບອກໃຫ້ເວົ້າ. ບໍ່ມີສິດຄຶດເພີ້ມເຕີມ, ເພາະຖ້າຄຶດຫລືເວົ້າອອກນອກຂອບເຂດ, ກໍຈະຖຶກລົງໂທດ ໂດຍການຖຶກສ່ອງແສງ ຕຳໜິ ເປັນຂັ້ນຕົ້ນ.
ພໍດົນມາ ເຈົ້າໜ້າທີ່ກໍມີນະໂຍບາຍປ່ອຍນາງວົງເດືອນ ແມ່ຂອງທ້າວໂລ້ ເດັກນ້ອຍຜູ້ເກີດໃນຄ້າຍຄຸມຂັງ ອອກຈາກ ຄອກນ້ອຍຂາກະຕ່ຳ. ຜູ້ກ່ຽວຈ່ອຍແລະເຫລືອງລົງ. ຜູ້ກ່ຽວກໍໄດ້ຖຶກ ເຂົ້າໄປເຮັດວຽກ ນຳນັກໂທດແມ່ຍິງ ຄົນອື່ນຄືແຕ່ກ່ອນ.
ເມົາຍົດລືມຕາຍ ເມົາກາຍລືມແກ
ການເຮັດວຽກພາຍໃຕ້ການເປັນຫົວໜ້າກອງຮ້ອຍຂອງນາງແສງຈັນ ບັນດາວົງສ໌ ແລະ ນາງໄຕແກ້ວ ຮອງກອງຮ້ອຍ ເປັນໄປຢ່າງເຂັ້ມງວດ.
ນາງແສງຈັນ ເປັນຄົນມານຍາຮ້ອຍເລ່ພັນລ່ຽມ ໃຝ່ຝັນເອົາອຳນາດ ເພື່ອຂົ່ມເຫັງ ເພື່ອນຮ່ວມທຸກ ໃນຍາມຍາກ ນາງເຮັດທຸກສິ່ງຍ່າງ ເພື່ອໃຫ້ຖຶກແຕ່ງຕັ້ງ ໃຫ້ເປັນຫົວໜ້າກອງຮ້ອຍ ສຳນຽງ ຊາວຫລວງພຣະບາງ ສ່ວນຫລາຍ ເປັນສຽງທີ່ອ່ອນຫວານ ແລະ ໜ້າອອນຊອນ ແຕ່ສຽງຂອງນາງແສງຈັນ ເປັນສຽງແຜດ ເຮັດໃຫ້ນັກໂທດຢ້ານກົວ ນາງແສງຈັນ ຄຸມນັກໂທດເກັ່ງ, ປາກຫລາຍ ແລະ ໄວ, ສ້າງຄວາມຢ້ານກົວ, ໃຊ້ອຳນາດເກີນຂອບເຂດ. ນາງສ້າງສັດຕຣູ ໄວ້ຮອບດ້ານແຕ່ກໍເວົ້າ ຫຍັງບໍ່ໄດ້ ເພາະລາວໃກ້ຊິດກັບເຈົ້າໜ້າທີ່ ໂດຍສະເພາະ ຍາທ່ານບຸນລ້ວນ ຫົວຄຸນຕັນ ຈາກເມືອງພິນ ແຂວງສວັນນະເຂດ ຫົວໜ້າຄນະຮັບຜິດຊອບ ຄ້າຍຄຸມຂັງນັກໂທດ ນັກໂທດ ຕັ້ງຊື່ເພື່ອບອກເຕືອນກັນ ເວລານາງແສງຈັນເຂົ້າມາໃກ້ວ່າ ແອັດບິດ ເພາະວ່າ ເວລາປາກເວົ້າ ຫຍັງປາກຂອງນາງແສງຈັນ ຈະບິດບ້ຽວຄ້າຍກັບ ມີຄວາມກົດດັນ ນັກໂທດແມ່ຍິງຫລາຍຄົນໄປລີ້ໄຫ້ ຍ້ອນນາງແອັດບິດ ໃນທີ່ສຸດລາວກໍລືມຕົວເອົາອຳນາດເປັນໃຫຍ່ ເວົ້າຂວັນນາງໄຕແກ້ວຜູ້ເປັນ ໝູ່ເຮັດວຽກນຳກັນ ພ້ອມເປັນຄູ່ຄະດີໂຕນຂ້າມຟາກບໍ່ລອດ. ນາງໄຕແກ້ວ ກໍເວົ້າຂວັນນາງແສງຈັນ ບັນດາວົງສ໌ ວ່າ: “ຍ້ອນວ່າ ນາງແສງຈັນ ຫລີ້ນຜົວເຂົາ, ຊື່ທ້າວຕຸຍ ຢ້ານຖືກຈັບ ຈຶ່ງໂຕນ”.
ມີຄວາມແຕກລ້າວເກີດຂຶ້ນ ຣະຫວ່າງສອງສ່ຽວ, ແຕ່ທັງສອງ ກໍຕ້ອງຈັບມືກັນ ໃນການຄວບຄຸມນັກໂທດ ທີ່ຢູ່ໃນຄ້າຍຄຸມຂັງແຫ່ງນີ້.
ນາງແສງຈັນເກັບເອົາຄວາມໃຫຍ່ນ້ອຍ ສຸດແລ້ວແຕ່ອາຣົມຂອງຜູ້ກ່ຽວ ໄປລາຍງານເຈົ້າໜ້າທີ່, ເຮັດໃຫ້ ແຕ່ລະຄົນຕ້ອງຣະມັດຣະວັງເປັນທີ່ສຸດ.
ຜູ້ກ່ຽວໄດ້ສເນີໃຫ້ເຮົາເປັນຫົວໜ້າໜ່ວຍ. ມັນຄ້າຍກັບວ່າ ຂ່າວຮ້າຍສຳລັບເຮົາ, ເພາະເຮົາ ບໍ່ຕ້ອງການ ຂົ່ມເຫັງ ໝູ່ຄູ່ນັກໂທດດ້ວຍກັນ, ແລະເຮົາບໍ່ມັກສແວງຫາຄວາມເປັນໂຕເດັ່ນ ຂົ່ມເຫັງລູກໜ່ວຍ ໃຫ້ຮຽນການເມືອງ ທີ່ເຮົາເອງ ກໍຖຶກບັງຄັບໃຫ້ຮຽນ. ເຮົາບໍ່ມັກປະຈົບປະແຈງສໍພໍຫົວ ໜ້າ ຫລືຮອງກອງຮ້ອຍ ຫລືຫົວໜ້າ ແລະ ຮອງໜ່ວຍ. ເຮົາຮູ້ຕົວແລະນ້ຳໜັກຂອງເຮົາດີວ່າ ເປັນນັກໂທດການເມືອງຂອງ “ຄະດີພັກລາວຮ່ວມສັມພັນ”. ຍ້ອນເຮົາ ຕ້ານຄອມມິວນິສຕ ໌ເຮົາຈຶງກາຍມາເປັນສັມມະນາກອນ ເຖິງຊີວິດ ຈະລຳບາກ ແຕ່ເຮົາກໍພູມໃຈ. ເຮົາບໍ່ຢາກເຊື່ອງົມງາຍ ໃນການເປົ່າປິວຂອງເຈົ້າໜ້າທີ່ ທີ່ຫລອກໃຫ້ນັກໂທດຢູ່ພາຍໃຕ້ອຳນາດ, ຢູ່ໃນ ໂລກມານຍາ ຫວັງໄດ້ຮັບການປົດປ່ອຍ ຍ້ອນຄວາມກ້າວໜ້າ ຕື່ນຕົວ, ແລະແລ້ວ ເຮົາກໍຕ້ອງຈຳໃຈ ເປັນ ຫົວໜ້າໜ່ວຍ ແຕ່ກໍເປັນບໍ່ໄດ້ດົນ ເພາະເຂົາເວົ້າວ່າ ເຮົາເປັນຫົວໜ້າໜ່ວຍທີ່ບໍ່ເຄັ່ງຄັດ ແລະ ບໍ່ຄຸມວຽກ ໃຫ້ໄດ້ຕາມລະດັບ ຄາດໝາຍ. ໃນທີ່ສຸດ ເຮົາກໍໄດ້ກັບມາເປັນລູກໜ່ວຍຄືນ, ຄ້າຍກັບນັກໂທດຄົນອື່ນໆ. ຫວນກັບມາສູ່ຊີວິດປົກກະຕິຕາມເຄີຍ, ເປັນສິ່ງທີ່ເຮົາປາຖນາຢູ່ແລ້ວ.
ຂໍໂຈະບົດຄວາມມື້ນິ້ໄວ້ພຽງເທົ່ານີ້ກ່ອນ ຂໍໃຫ້ທ່ານຜູ້ຟັງທຸກໆ ທ່ານ ພ້ອມຄອບຄົວ ຈົ່ງມີແຕ່ ຄວາມສຸກກາຍ ແລະ ສຸກໃຈໄຮ້ພະຍາດໂຣຄາ, ຂໍຂອບໃຈ.
ສເນີໂດຍ: ວົງ ສຸວັນນະວົງສ໌
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |
|
|
ປັນກັນອ່ານ |
ຄວາມເຫັນ
ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.
ເບິ່ງຄວາມເຫັນທັງໝົດ.