ສັມມະນາ ບົດທີ 50: ການຂ້າຍ້ອນໂຕນ

2006-05-01

ໃນຄ້າຍຜູ້ຊາຍ, ເຖິງແມ່ນວ່າ ຈະຖືກຂ້າຍ້ອນໂຕນ ແຕ່ກໍຍັງມີຜູ້ໂຕນຢູ່.

ນັກໂທດ ສ່ວນຫລາຍ ຖືກຂ້າຕາຍ, ແລະ ໃນຈຳນວນ ນັກໂທດຜູ້ຊາຍນັ້ນ, ມີນັກໂທດ ຜູ້ນຶ່ງ ໂຕນໄປ ດົນເຕີບແລ້ວ ແລະ ເຈົ້າໜ້າທີ່ກໍເລີກລົ້ມໃນການຕິດຕາມ. ອານິຈັງ, ຊະຕາກັມ ຂອງ ຜູ້ກ່ຽວມາຮອດ, ຜູ້ກ່ຽວ ຂຶ້ນຕົ້ນໄມ້ ເພື່ອເບີ່ງຫົນທາງ. ບັງເອີນຕົກຕົ້ນໄມ້, ແອວຫັກ, ຍ່າງບໍ່ໄດ້. ປະຊາຊົນ ໄປພໍ້ເຂົ້າ ຈຶ່ງໄດ້ເອົາຜູ້ກ່ຽວ ມາບ້ານ. ເອົາເຂົ້າໃຫ້ຜູ້ກ່ຽວກິນ ແລະ ເອົາຢາມາປິ່ນປົວລາວ. ຫລັງຈາກນັ້ນ, ປະຊາຊົນ ກໍເອົານັກໂທດຜູ້ນັ້ນ ໃສ່ຫົວເຮືອ ມາສົ່ງຄ້າຍດັດສ້າງ ພ້ອມກັບຂໍຮ້ອງເຈົ້າໜ້າທີ່ວ່າ “ຂໍອິນທີ ຊີວິດຂອງນັກໂທດຜູ້ນີ້ໄວ້ ຢ່າສູ່ຂ້າ ເພາະອິດູຕົນລາວ”.

ນັກໂທດຜູ້ນັ້ນ ຈ່ອຍມີພຽງໜັງຫຸ້ມກະດູກ, ຜູ້ກ່ຽວເໜັງຕິງບໍ່ໄດ້ ເພາະແອວຫັກ. ຫລັງຈາກ ທີ່ປະຊາຊົນ ອອກໄປຈາກຄ້າຍ ເຈົ້າໜ້າທີ່ກໍມາຫຸ້ມຕີຄົນໂທດ ຜູ້ເຈັບປ່ວຍເໜັງຕິງບໍ່ໄດ້, ໃນນັ້ນມີ “ນາງຫວາດ”, ແພດ ຂອງຄ້າຍດັດສ້າງ ອາຍຸປະມານຊາວກວ່າປີ, ຍ່າງໄປໃກ້ຜູ້ໂຕນ ຈ້ອນສິ້ນຂຶ້ນ ແລະ ຕີນຢັນບ່າໄຫລ່ ຂອງຜູ້ໂຕນ ຢ່າງບໍ່ມີຄວາມປານີ ແລະ ດ່າລາວວ່າ “ບັກປະຕິການ”.

ສາວລາວ ຂອງພັກປະຕິວັດ ປະຊາຊົນລາວ ເຖິງເປັນໝໍແມ່ຍິງ ແຕ່ກໍຕີນຢັນ ນັກໂທດຜູ້ຊາຍ ຄົນເຈັບ ໃກ້ຈະຕາຍໄດ້ ພວກນັກໂທດນຳກັນ ໄດ້ພຽງແຕ່ເບີ່ງ, ແຕ່ກໍຊ່ວຍຫຍັງບໍ່ໄດ້ເລີຍ. ແລະ ເຈົ້າໜ້າທີ່ ກໍເອົານັກໂທດ ຜູ້ໂຕນບໍ່ຫວິດ ໄປຂັງໄວ້ໃນເຮືອນນ້ອຍ ຖຶກຂາກະຕ່ຳ, ແລະ ໄດ້ກິນພຽງ ແຕ່ນ້ຳເຂົ້າມວກ-ນ້ຳເຂົ້າມ່າເທົ່ານັ້ນ. ເຈົ້າໜ້າທີ່ບໍ່ໄດ ້ຂ້າຜູ້ໂຕນ ດ້ວຍລູກປືນ ຫລືຊ້ອມໃຫ້ຕາຍ, ດັ່ງຄຳຂໍຮ້ອງ ຂອງປະຊາຊົນ, ແຕ່ແລ້ວຜູ້ກ່ຽວກໍຕາຍ ຢ່າງທໍຣະມານ, ບໍ່ໄດ້ຮັບຄວາມສົມເພດ ເວທະນາ ຈາກເຈົ້າໜ້າ ທີ່ເລີຍ. “ຂໍໃຫ້ດວງວິນຍານ ຂອງເຈົ້າຈົ່ງພົ້ນຈາກຄວາມເຈັບປວດ ທໍຣະມານໄປສູ່ສຸຂຕິ ຖ້າໄດ້ໄປເກີດ ກໍຂໍໃຫ້ເຈົ້າໄດ້ເກີດ ຢູ່ໂລກເສຣີທີ່ມີອິສຣະພາບ”.

ເຖິງຈະມີການຂ້າ ການທໍຣະມານ ແຕ່ກໍຫ້າມໃຫ້ນັກໂທດໂຕນບໍ່ໄດ້ ສັມມະນາກອນ ໃນດອນ ໃສສະອາດ ນ້ຳເປາະ ໃຕ້ໃກ້ເຂດພູແຊ ແລະ ພູມືດ ຖຶກທໍຣະມານຫລາຍ ທັ້ງໆ ທີ່ຮູ້ວ່າ ຕ້ອງສ່ຽງຊີວິດ ກັບລູກປືນ ຂອງ ທະຫານ ຜູ້ຄຸມນັກໂທດ ຫລືສັບທີ່ໜ້າອອນຊອນ ເອີ້ນວ່າ“ອ້າຍນ້ອງປ້ອງກັນ” ຕ້ອງສ່ຽງຊີວິດ ກັບງູ, ຮີ້ນ, ຍຸງ, ທາກ, ຂີ້ເຂັບ, ແມງງອດ ແລະ ແມງເງົາໃນປ່າ. ໃນນ້ຳຕ້ອງ ສ່ຽງຊີວິດ ກັບປາໂດທີ່ຈະກັດ ຮອຍແຂ້ວ ຂອງປາໂດ ໃຫຍ່ສ່ຳກັບຮອຍແຂ້ວໝາກັດ, ແລະ ຕ້ອງສ່ຽງລອຍໄມ້ຕຳຕໍໄມ້ຕາຍຢືນ ຫລື ຖ້າໂຊກຮ້າຍ ລອຍຜ່ານກໍແໜ ຍິ່ງດິ້ນແໜຍິ່ງໜຽວ ແລະ ດົກໜາກໍແຫ່ງພັນເຂົ້າ ທັ້ງໆ ທີ່ຮູ້ພັຍອັນຕຣາຍ ນາໆປະການ ກໍຍອມສ່ຽງ ໄປຕາຍດາບໜ້າ ບາງຄົນທີ່ໂຕນບໍ່ລອດ ຖຶກຈັບຄືນມາໄດ້ ເຈົ້າໜ້າທີ່ ກໍເອົາມາມັດ ແລະ ໃຫ້ນັກໂທດ ແຕ່ລະຄົນ ປ່ຽນຜຽນກັນ ເຕະຜູ້ໂຕນ, ຖ້າຜູ້ໃດເຕະ ບໍ່ແຮງ ກໍຈະຖຶກເຈົ້າໜ້າທີ່ເຕະ.

ຜູ້ໂຕນທົນຕໍ່ຄວາມເຈັບປວດບໍ່ໄດ້ ກໍຕາຍກ່ອນຄົນໝົດກອງຮ້ອຍມາເຕະ. ສຳລັບຜູ້ຕາຍ ຍ້ອນການໂຕນ ເຈົ້າໜ້າທີ່ ກໍເອົາໃສ່ເຮືອໄປດອນໃກ້ຄຸກ. ຕັດໄມ້ເຮັ້ຽເພື່ອຈູດໄຟເຜົາພໍລວບໆ ເພາະໄມ້ເຮັ້ຽໄໝ້ໄວ ແຕ່ຊາກສົບໄໝ້ຍັງບໍ່ໝົດ ບາງຄັ້ງເຈົ້າໜ້າທີ່ກໍປະຊາກສົບ ທີ່ໄໝ້ບໍ່ໝົດນັ້ນ ປະໃຫ້ແຮ້ງ ໃຫ້ກາ ມາກິນ.

ມື້ໃດທີ່ມີການເຜົາ ສົບຄົນຕາຍ, ເວລາເອື້ອຍລ້ຽງໄປຕຶກປາ, ຈະຖຶກກິ່ນເໝັນຄົນຕາຍ ແລະ ຍັງ ເຫັນຊາກສົບ ຂອງຜູ້ຕາຍ ທີ່ເຜົາບໍ່ໄໝ້ ເໜົ່າເໝັນຢູ່ ທັງທາງບົກແລະທາງນ້ຳ. ຊາກສົບເຫລົ່ານີ້ລະ! ເປັນຕົ້ນຕໍ ຂອງເຊື້ອໂຣກຕ່າງໆ ທີ່ຈະເກີດຂຶ້ນມາເຖິງຕົວ ຂອງພວກເຮົານັກໂທດ ທີ່ຍັງມີຊີວິດຢູ່. ເພາະສິ່ງເປິເປື້ອນ ເຫລົ່ານີ້ ຈະຕົກຄ້າງຢູ່ອ່າວນ້ຳງຶ່ມແຫ່ງນີ້ອີກໄປດົນນານ.

ເຮັດວຽກຈົນຫລົງທາງ ຢູ່ກາງປ່າ

ມີມື້ນຶ່ງ, ພວກເຮົາໄດ້ໄປຕັດເຄືອ ຫວາຍດິນຢູ່ເທີງພູ, ພວກເຮົາ ມີແມ່ຍິງນຳກັນ 3 ຄົນ. ມົວ ແຕ່ ຖົກເຄືອຫວາຍດິນ ຢູ່ໃນປ່າ ແລະ ເຂົ້າໄປໃນດົງເລິກ, ພວກເຮົາຫລົງຢູ່ໃນດົງ, ບໍ່ຮູ້ວ່າ ຈະກັບຄືນຄ້າຍ ດ້ວຍວິທີໃດ? ທັງຍຸງຫຸ້ມກັດ ທັງຢ້ານງູພິດບາງຊນິດ ທີ່ຕອດແລ້ວຕາຍຄາທີ່.

ທັງຢ້ານເຈົ້າໜ້າທີ່ຍິງ ເພາະຄຶດວ່າພວກເຮົາວາງແຜນໂຕນ, ຫລືວາງແຜນໄປ ສົມທົບກັບ ພວກກູ້ຊາດ. ທັງຢ້ານ ອ້າຍກູ້ຊາດຂ້າ ເພາະອາດຈະເຂົ້າໃຈ ຜິດວ່າ ພວກເຮົາແມ່ນເຈົ້າໜ້າທີ່ ຈຶ່ງມີ ສິດ ມາຢູ່ໃນບໍຣິເວນ ດອນນີ້, ພວກເຮົາໄດ້ແຕ່ ພຽງພາວະນາ ຂໍໃຫ້ສິ່ງສັກສິດ ມາຄຸ້ມຄອງ ພວກເຮົາເທົ່ານັ້ນ.

ແລະໃນທີ່ສຸດ, ພວກເຮົາກໍມາເຖິງຄີມນ້ຳ ແລະຮ້ອງຫາເຈົ້າໜ້າທີ່ພ້ອມກັນວ່າ: “ຍາທ່ານ! ຍາທ່ານ!…” ສຽງຮ້ອງຂອງພວກເຮົາທັງສາມ ກ້ອງໄປຕາມປ່າ ແລະໃນທີ່ສຸດ; ເຈົ້າໜ້າທີ່ ກໍໄດ້ຍິນສຽງ ຂອງພວກເຮົາ, ແລະເອົາເຮືອມາຮັບເອົາພວກເຮົາ ແລະບອກວ່າ: “ເທື່ອໜ້າ ຢ່າສຸພາກັນເຂົ້າໄປ ໃນປ່າເລິກ ອີກຈັກເທື່ອ, ບໍ່ດັງນັ້ນ ເຮົາຈະບໍ່ຮັບຮອງຄວາມປອດພັຍ”.

ພໍມາຮອດຄ້າຍ, ພວກເຮົາກໍປັກຫລັກ ແລະ ເອົາເຄືອຫວາຍດິນ ທີ່ຕັດມານັ້ນ ແຊ່ນ້ຳໄວ້. ເຄືອ ຫວາຍດິນ ເມື່ອແຊ່ນ້ຳ ໄວ້ແລ້ວ, ເປືອກນອກກໍຈະເປື່ອຍ,ຫລັງຈາກນັ້ນ ພວກເຮົາ ກໍໄປມຸດນ້ຳ ເອົາຂຶ້ນມາ, ເພື່ອຈັກເຮັດ ຕອກໄວ້ມັດເຮືອ ມັດແພ ແລະອື່ນໆ.

ຂໍໂຈະບົດຄວາມໃນມື້ນີ້ໄວ້ພຽງເທົ່ານີ້ກ່ອນ ຂໍໃຫ້ທ່ານຜູ້ຟັງຈົ່ງສຸຂີໝັ້ນສເມີມັມເຄືອເກົ່າ ຄວາມທຸກໂສກ ເສົ້າ ຂໍຈົ່ງໄດ້ຫ່າງເຫີນ ແດ່ທ້ອນ, ຂໍຂອບໃຈ.

ສເນີໂດຍ: ວົງ ສຸວັນນະວົງສ໌

ສັມມະນາກອນ

ຄວາມເຫັນ

ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.




ຂຽນແລະເຣື້ອງຂອງທ່ານ

ສຽງບັນທຶກໄວ້
ດາວໂລ້ດ
ອີເມວລ໌ ເຣື້ອງ
ລົງທະບຽນເປັນສະມາຊິກ
ພິມເຣື້ອງນີ້
ປັນກັນອ່ານ