ຫລາຍເດືອນຜ່ານໄປ ເຮົາລໍຄອຍຮັບຂ່າວຈາກທາງບ້ານ, ແຕ່ກໍບໍ່ມີວີ້ແວວ ບໍ່ຮູ້ວ່າທາງບ້ານ ຈະຮູ້ບໍ່ວ່າ ເຣົາຍົງມີຊີວິດ ຢູ່ໃນໝູ່ດອນ ຂອງແຂວງວຽງຈັນທນ໌. ມີຊີວິດ ຢູ່ຢ່າງຮອງປະຊາຊົນ ທັ້ງໆ ທີ່ ນີ້ແມ່ນ ຜືນແຜ່ນດິນ ທີ່ສືບທອດຕໍ່ໆກັນມາ ແຕ່ບັນພະບູຣຸດຂອງລາວ. ເຮົາຕົກ ຢູ່ໃນຊະຕາກັມ ຂອງຄົນລາວ ຈຳນວນຫລາຍ ທີ່ຕ້ອງຕໍ່ສູ້ ເພື່ອອຸດົມຄະຕິ ແລະ ຕົກເປັນເຫຍື່ອ ຂອງພັກປະຊາຊົນ ປະຕິວັດລາວ.
ແຕ່ລະເທື່ອທີ່ອ້າຍນ້ອງມາສັມມະນາ, ພວກເຮົາກໍຕ້ອງກົ້ມໜ້າຟັງ ທັ້ງໆ ທີ່ເປັນຄຳເວົ້າທີ່ບໍ່ມີ ເຫດຜົນ. ພວກເຮົາ ຢູ່ເພື່ອຄວາມຫວັງ ແລະ ອານາຄົດ. ສ່ວນປັດຈຸບັນ ຕ້ອງຢູ່ໃນຄວາມຕົວະຕົ້ມ ຂອງເຈົ້າໜ້າທ ີ່ອ້າຍນ້ອງ ແນວລາວ ຮັກຊາຕຄອມມິວນິສຕ໌.
ທ້າວ ລ້ວນ ໄດ້ມາສັມມະນາ ພວກເຮົາວ່າ: “ນັກໂທດ ທີ່ເພີ່ນໄດ້ປົດປ່ອຍໄປນັ້ນ ໄດ້ໂຕນຂ້າມຟາກ ເກືອບໝົດແລ້ວ”. ຍ້ອນພວກດັ່ງກ່າວໄດ້ໂຕນຂ້າມຟາກ ຈຶ່ງໄດ້ເປັນການ ຖ່ວງດຶງ ຄວາມກ້າວໜ້າ ຂອງນັກໂທດ ທີ່ຍັງຖຶກຂັງ, ເພາະ ຖ້າມີການປົດປ່ອຍອີກ ນັກໂທດ ທີ່ຖຶກປ່ອຍ ກໍຈະຂ້າມຟາກໜີ ໄປຕ່າງປະເທດອີກ ຖ້າຖຶກຈັບໄດ້ ອີກຍ້ອນການໂຕນ ບໍ່ຫວິດ ພັກ ແລະ ລັດ ກໍຈະຂັງຄຸກຕລອດຊີວິດ ໃຫ້ເອົາຕົ້ນໝາກພ້າວ ມາປູກກິນ ຈົນຮອດມື້ຕາຍ ຖ້າຫາກນັກໂທດ ຜູ້ໃດ ທີ່ສັມມະນາເຖິງຖອງແລ້ວ ຖຶກປົດປ່ອຍອອກໄປຕ້ອງໄປ ຕ້ອງໄປ ປະກອບສ່ວນຊ່ວຍ ພັກແລະລັດ, ເປັນຫູເປັນຕາໃຫ້ພັກແລະລັດ. ກ່ອນຈະຖຶກປົດປ່ອຍ ເພິ່ນໃຫ້ ແຕ່ ລະຄົນຂຽນ ໃບປະຕິຍານ ຕົນເອງວ່າ: “ຖ້າຖຶກປົດປ່ອຍໄປແລ້ວ ຈະເປັນຫ ູເປັນຕາ ໃຫ້ພັກ ແລະ ລັດ, ຈະລາຍງານ ຫລື ຟ້ອງ ຂັ້ນເທິງ ໃນເຫດການ ທີ່ຈະຕ້ານການປະຕິວັດ ຄອມມິວນິສຕ໌ ຈະຟ້ອງຮ້ອງ ຜູ້ທີ່ຕ້ານ ພັກປະຊາຊົນ ປະຕິວັດລາວ ບໍ່ມີການລະເວັ້ນ ຈະປະກອບສ່ວນ ໃນການເສີມຂຍາຍ ກະແສຟອງ ຂອງ ການປະຕິວັດ ໃຫ້ເມືອງລາວ ກ້າວໄປສູ່ຣະບອບຄອມມິວນິສຕ໌ ຈະບໍ່ເຕັ້ນ ໂຕນໂຍນໜີ ແລະອື່ນໆ “ ຫລັງຈາກນັ້ນ ເພິ່ນກໍເກັບໃບປະຕິຍານຕົນ ຂອງພວກເຮົາເອົາໄວ້.
ພວກເຮົາສືບຊີວິດຢູ່ພາຍໃຕ້ການຕົວະຕົ້ມຕລອດເວລາ. ທ້າວຫລືນັກໂທດຕ້ອງເອີ້ນວ່າ ຍາທ່ານບຸນລ້ວນ ຫົວພົນຕັນ ຈາກ ເມືອງພິນ ແຂວງສວັນນະເຂດ ຫົວໜ້າຄນະຮັບຜິດຊອບ ຄ້າຍດອນໃສສະອາດ ນ້ຳເປາະໃຕ້ ເປັນຄົນໂຫດຫ້ຽມ ເຄີຍຕິເສິກເກັ່ງ ແລະ ຂ້າຄົນມາຫລາຍ ຍ້ອນ ຜູ້ກ່ຽວຝ່າຝືນ ກົດຣະບຽບ ຂອງການຈັດຕັ້ງ ໃນເລື້ອງສ່ວນຕົວ ຕອນທີ່ພັກປະຕິວັດປະຊາຊົນລາວໄດ້ຮັບໄຊຊນະແລ້ວ ແທນທີ່ຈະໄດ ້ຮັບບຳເນັດ ຣາງວັນ ໃນການຕໍ່ສູ້ ແຕ່ກໍໄດ້ມາ ຄຸມຄ້າຍສັມມະນາ ສາວນັກໂທດຈາກ ດອນນາງ ເຄີຍເວົ້າເລື້ອຍໆ ວ່າ: “ຄົນຂອງພັກປະຕິວັດ ແກ້ມສມາຄົມ ລົມສາມັກຄີ” ສຣະອີ ເປັນຂອງລັດ ຖ້າຂັ້ນເທິງບໍ່ອະນຸມັດ ກໍ່ໄດ້ກິນ” ຟັງເບີ່ງແລ້ວ ບໍ່ແມ່ນເລື້ອງຫລິ້ນ ແຕ່ເປັນຄຳໄສໄຍ ທ້າວລ້ວນ ເຄີຍເວົ້າເລື້ອຍໆ ວ່າ: “ຄົນຂອງພັກ ປະຕິວັດ ຂ້າໄດ້ກະທັ້ງ ຄົນໃນຄອບຄົວ ຂອງຕົນເອງ ເພື່ອການປະຕິວັດ, ສຳລັບພຽງແຕ່ນັກໂທດ ເພິ່ນຈະບໍ່ມີການ ລັ່ງເລໃຈເລີຍ ໃນການລົງໂທດ, ຫ້າມບໍ່ໃຫ້ ນັກໂທດ ມີແນວຄິດໝູບ ຄືອົດເພື່ອຄວາມຢູ່ລອດ ແລະ ບໍ່ຫັນ ປ່ຽນແນວຄິດໃໝ່”.
ພວກເຮົາ ນັກໂທດ ຖ້າຈະເວົ້າເຖິງ ຄວາມຈິງແລ້ວ ກໍຖືກລ້າງສມອງ ຫ້າມບໍ່ໃຫ້ ມີຄວາມຮູ້ສຶກ ນຶກຄິດ, ບໍ່ໃຫ້ມີຄວາມຄຶດ ຮອດຄຶດເຖິງ, ບໍ່ໃຫ້ມີຄວາມ ຮູ້ສຶກອິດເໝື່ອຍ ເຈັບປວດ. ການເປັນຢູ່ສືບ ເນື່ອງຕໍ່ໄປ, ນັກໂທດ ໃສ່ເຂົ້າໄຮ່ ຫລັງຈາກ ການເກັບກ່ຽວ ເຂົ້າເຕັມເລົ້າ ກໍບໍ່ມີສິດເອົາມາກິນ, ເພາະຂັ້ນເທິງ ຫລ ເຈົ້າໜ້າທີ່ເວົ້າວ່າ “ເຂົ້ານີ້ຕ້ອງເອົາໄປຊ່ວຍພັກແລະລັດ ໃນຍາມຂາດເຂີນ”. ນັກໂທດຖືກຕັດຈາກຄອບຄົວ ຖືກຕັດຈາກໂລກ ພາຍນອກ ກິນອົດມື້ ອີ່ມມື້. ບຸກຄົນທີ່ບໍ່ເຄີຍ ຜ່ານຄວາມທໍຣະມານນີ້ ຈະເຂົ້າໃຈຫລືບໍ່ວ່າ ລຳບາກພຽງໃດ? ນັກໂທດ ແມ່ຍິງຜູ້ໃດທີ່ໄດ້ເຮັດວຽກ ຢູ່ໜ່ວຍຈັກສານ ກໍຄຶດວ່າ ມີໂຊກດີທີ່ສຸດ ເພາະ ບໍ່ໄດ້ເຂົ້າປ່າ, ບໍ່ໄດ້ເຮັດວຽກ ຕາກແດດ ຕາກຝົນ, ບໍ່ໄດ້ເຮັດວຽກໜັກ. ສ່ວນຫລາຍ ຜູ້ທີ່ມາເຮັດວຽກ ຢູ່ໜ່ວຍຈັກສານນີ້, ແມ່ນຜູ້ທີ່ມີສຸຂພາບ ອ່ອນແອ ຫລືເປັນຜູ້ທີ່ເຈົ້າໜ້າທີ່ ໃຫ້ສິດພິເສດ. ບາງຄົນ ໃນລະຍະ ພັກຟື້ນ ໄປອອກແຮງງານ ໜັກບໍ່ໄດ້ ກໍໄດ້ມາເຮັດວຽກຢູ່ໜ່ວຍຈັກສານ ຫລືຕາມທີ່ພວກເພິ່ນເອີ້ນວ່າ: “ພັກຜ່ອນຕາງລອກປໍ”.
ຢູ່ໃນຄ້າຍນັກໂທດ ແມ່ຍິງຫ້າສິບກວ່າຄົນ, ເຖິງແມ່ນວ່າ ຈະມີກົດຣະບຽບບັງຄັບ ແຕ່ກໍມີການສ້າງ ພັກສ້າງພວກ, ຮັກບັງຊັງບ່ຽງ ເວົ້າຂວັນ ລັບຫລັງກັນ ຊຶ່ງເປັນສິ່ງ ທີ່ຫລີກລ້ຽງບໍ່ໄດ້.ພວກ ເຮົາກໍຢູ່ໄປເລື້ອຍໆ ເຮັດວຽກຕາມປົກຕິ, ຮອດວັນເສົາ ຕອນແລງ ກໍຫລີ້ນ ວັນນະຄະດີ. ຕົວະຕົນເອງວ່າ ບໍ່ມີຄວາມໂສກເສົ້າ. ນັກໂທດ ບໍ່ມີເວລາຫວ່າງ ເປັນຂອງຕົນເອງ ເພາະຕ້ອງຍາດເວລາ ພັກຜ່ອນໄປເພີ້ມພູນຜລິດຜົນ ປູກຜັກ ຫລັງຈາກການອອກແຮງງານລວມທີ່ເມື່ອຍລ້າເຕັມທີ.
ວັນອາທິດ ນ້ອຍທີ່ສຸດທີ່ຈະໄດ້ພັກຜ່ອນໝົດມື້ ເພາະຕ້ອງເຮັດອານາໄມ, ໄປຫາຫລົວ ຫາຟືນມາໄວ້ດັງໄຟ ແລະ ສ່ວນຫລາຍເຈົ້າໜ້າທີ່ ກໍມາເອີ້ນໄປເຮັດວຽກພິເສດ ເຊັ່ນ: ຫາໜໍ່ໄມ້, ໃບຕອງ, ຕົກປາ, ຫາຟືນ, ບົວຣະບັດ ໜານຜັກສ່ວນຕົວ, ເຮັດໜານຜັກໃຫ້ເຈົ້າໜ້າທີ່, ແລະອື່ນໆ.
ຕລອດເວລາ ເຮົາພຍາຍາມຫາເວລາລອຍນ້ຳ ຝຶກຝົນຕົນເອງຢູ່ເລື້ອຍໆ ເພາະຮູ້ວ່າ ການລອຍນ້ຳນີ້ ເປັນສິ່ງທີ່ມີປະໂຍດ ແລະກໍເປັນສິ່ງທີ່ເຮົາຕ້ອງການ, ມື້ນຶ່ງຕ້ອງໄດ້ຊ່ວຍຊີວິດເຮົາ ຖ້າຫາກວ່າເຮືອຫລົ້ມ ຫລືໂຕນໜີ. ເຮົາຢູ່ເພື່ອຄວາມຫວັງ, ຫວັງວ່າມື້ນຶ່ງ ຕ້ອງໄດ້ຮັບອິສຣະ ພາບ ແລະ ຫວນກັບໄປ ໃຊ້ຊີວິດຢູ່ກັບຄອບຄົວ ຢ່າງປົກກະຕິ ແລະ ຮ່ຳຮຽນໜັງສືຕໍ່. ບໍ່ມີໃຜຮູ້ ວ່າ ການເມືອງ ມີການປ່ຽນແປງ ຫລືບໍ່? ມີພຽງແຕ່ ເຈົ້າໜ້າທີ່ມາເວົ້າວ່າ “ຢູ່ວຽງຈັນທນ໌ ມີການປ່ຽນແປງຫລາຍ ພັກປະຕິວັດ ກຳອຳນາດໄດ້ແໜ້ນ ການຈັດຕັ້ງກອງຫລອນ ທະຫານບ້ານກໍ ເຂັ້ມແຂງ”.
ຂໍໂຈະບົດຄວາມໃນມື້ນີ້ໄວ້ພຽງເທົ່ານີ້ກ່ອນ ຫວັງວ່າ ທ່ານຄົງຈະເສັຽສລະເວລາ ຕິດຕາມ ຮັບຟັງເລື້ອງ ສັມມະນາກອນ ອີກ ຂໍໃຫ້ທ່ານຜູ້ຟັງ ຈົ່ງສົມຄວາມມຸ່ງມາດປາຖນາທຸກປະການ, ຂໍຂອບໃຈ.
ສເນີໂດຍ: ວົງ ສຸວັນນະວົງສ໌
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |
|
|
ປັນກັນອ່ານ |
ຄວາມເຫັນ
ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.
ເບິ່ງຄວາມເຫັນທັງໝົດ.