ບາງຄົນ ທີ່ຢູ່ໃນຄ້າຍ ກໍໄດ້ຮັບຈົດໝາຍ ແລະ ເຄື່ອງຝາກ ຈາກຄອບຄົວ. ແຕ່ເຮົາເອງ ບໍ່ເຄີຍໄດ້ຮັບ ຈົດໝາຍ ຫລືຂ່າວຄາວໃດໆ ເລີຍ. ໄດ້ຮັບພຽງແຕ່ ຂອງຝາກຕັ້ງແຕ່ຕອນທຳອິດ ຢູ່ຊຳເຄ້ ກ່ອນທີ່ຈະຖືກ ສົ່ງມາຢູ່ດອນ ແຕ່ບໍ່ມີຈົດໝາຍ. ບໍ່ຮູ້ວ່າຄອບຄົວ ທາງບ້ານ ຈະເປັນຕາຍຮ້າຍດີແນວໃດ? ເຮົາໄດ້ແຕ່ຄຶດຮອດ ແລະ ເປັນຫ່ວງ, ແຕ່ກໍເຮັດຫຍັງບໍ່ໄດ້. ຢູ່ດອນ ຍອດໄມ້,ໃບຫຍ້າກໍແຊບຊ້ອຍ.
ພວກເຮົາເກັບທຸກສິ່ງທຸກຢ່າງທີ່ກິນໄດ້ມາກິນໝົດ ໝາກຕ້ອງປ່າ ທີ່ຫລົ່ນຕາມດິນ ໝາກບົກດິບ ໝາກຫຍ້າ ລ້ວນແລ້ວ ແຕ່ເປັນອາຫານ ພິເສດສຳລັບນັກໂທດ. ສິ້ນເສຶ້ອທີ່ນຸ່ງຂາດແລ້ວກໍຕາບອີກ; ຕາບຈົນບໍ່ມີບ່ອນຕາບ ບາງເທື່ອເປື່ອຍ ຈົນເອົາມານຸ່ງບໍ່ໄດ້. ເກີບໃສ່ຕີນກໍບໍ່ມີ ເວລາເຂົ້າປ່າ ກໍຍ່າງຕີນເປົ່າ ຈົນລື້ງກັບສ້ຽນໜາມ ເກີບນັ້ນເອົາໄວ້ໃສ່ ເວລາກ່ອນເຂົ້າບ່ອນນອນ. ອາຫານການກິນ ກໍມີພຽງຕົ້ມຜັກບົ້ງໃສ່ເກືອ, ໜໍ່ໄມ້, ໜໍ່ໄມ້ສົ້ມ, ກິນກັບປາກ່າ ກັບເຂົ້າ. ບາງເທື່ອ ກໍເໝືອດກັບມັນຕົ້ນ ຫລືມັນດ້າງ.
ເຈົ້າໜ້າທີ່ຂົນເອົາເຂົ້າ ແລະ ເຄື່ອງປູກຂອງຝັງ ຈາກຄ້າຍໄປບ່ອນອື່ນ. ຟ້າ, ຟາກ, ກະແຕະທີ່ສານ, ໝວກແລະກະຕ່າ, ຕິບເຂົ້າແລະອື່ນໆ ທີ່ນັກໂທດເຮັດ ຖຶກເຈົ້າໜ້າທີ່ ເກັບເອົາໄປເປັນຂອງລັດ. ການຫາຫລົວ ຫາຟືນ ກໍນັບມື້ນັບຫ່າງໄກອອກຈາກບໍຣິເວນຄ້າຍ. ມື້ນຶ່ງ ໂດຍທີ່ບໍ່ໄດ້ຄາດຝັນ ເຈົ້າໜ້າທີ່ໄດ້ມາ ເອີ້ນເອົາ ນັກໂທດແມ່ຍິງຈຳນວນນຶ່ງ ໃຫ້ຕຽມເຄື່ອງ. ແລະ ໃນຈຳນວນນີ້ ເຮົາເອງກໍມີຊື່ຮ່ວມຢູ່ໃນນັ້ນນຳ. ເຮົາບໍ່ຮູ້ວ່າ ຈະຖືກຍ້າຍໄປໃສ? ຈະຖືກປົດປ່ອຍ ຫລືບໍ່? ໃນຈຳນວນ 20 ກວ່າຄົນ ທີ່ມີຊື່ນີ້ ມີ ຜູ້ທີ່ມີຈຸດອ່ອນ ຖືກຕ້ອງຕິ ຢູ່ເລື້ອຍໆ ມີຜູ້ມາຈາກຫລາຍຄະດີ ພວກເຮົາບໍ່ຮູ້ວ່າ ອ້າຍນ້ອງ ຈະສງວນຫຍັງ ອີກໄວ້ໃຫ້ພວກເຮົາ ຮູ້ແຕ່ວ່າ ຕ້ອງຕັ້ງໃຈທຸ່ນທ່ຽງ. ກ່ອນທີ່ຈະແຍກນັກໂທດອອກ 20 ກວ່າຄົນນີ້ ເຮັດໃຫ້ ສະຖານະການ ໃນຄ້າຍ ມີຄວາມເຄັ່ງຕຶງ ເພາະຜູ້ທີ່ບໍ່ມີຊື່ນັ້ນ ເຂົ້າໃຈໄປໃນຕົວເອງວ່າ ຕົວເອງບໍ່ຖືກປ່ອຍ ພວກທີ່ມີຊື່ນັ້ນ ໄດ້ພຽງແຕ ່ສັ່ງຜູ້ທີ່ຖືກຂັງວ່າ “ຖ້າໄດ້ຖືກປົດປ່ອຍແທ້ ຈະຝາກເຄື່ອງຂອງມາໃຫ້ ແລະຈະສົ່ງຂ່າວຫາຄອບຄົວໃຫ້”. ຫລາຍຄົນຮ້ອງໄຫ້ ໃນການສັ່ງລາ ເຮົາເອງໄດ້ຢູ່ໃນດອນຄຸມຂັງໃສສະອາດເປັນເວລາທັງໝົດ 468 ມື້.
ເຮືອຈັກ ໄດ້ນຳເອົາພວກເຮົາ ຜ່ານຫລາຍໝູ່ດອນ ແລະ ໃນທີ່ສຸດ ກໍມາຮອດທ່າລາດ. ເຖິງທ່າລາດ ເພິ່ນ ບອກພວກເຮົາວ່າ “ໃຫ້ຢູ່ໃນການຈັດຕັ້ງ ພວກເຈົ້າຈະໄດ້ ຮັບການປົດປ່ອຍ ແລະ ຈະໄດ້ຮັບໃບປົດປ່ອຍ ຕາມເຂດປົກຄອງ ຂອງແຕ່ລະຄົນ ບໍ່ໃຫ້ມີການໂຕນໜີ”.ພໍສິ້ນຄຳອະທິບາຍ ຂອງເຈົ້າໜ້າທີ່ ເຮົາເອງເກືອບຈະບໍ່ເຊື່ອ ຫູຕົນເອງ “ອິສຣະພາບ ທີ່ເຮົາໄຝ່ຝັນໄວ້ນັ້ນ ຄ່ອຍໆ ໃກ້ຄວາມຈິງ ຂຶ້ນມາທຸກລະຍະ”. ເຮົາຖາມຕົນເອງວ່າ “ເຮົາເກີດໃໝ່ ຫລືນີ້? ຄອບຄົວເຮົາຈະຮູ້ສຶກແບບໃດ ຖ້າເຫັນເຮົາອີກ ໂດຍສະເພາະ ພໍ່ ແລະ ແມ່ຂອງເຮົາ?...” ແຕ່ເຮົາກໍບໍ່ຄ່ອຍເຊື່ອຫູຕົວເອງ ເພາະເຄີຍຄຶດວ່າ ຈະໄດ້ຮັບອິສຣະພາບ ມາຫລາຍເທື່ອແລ້ວ, ແຕ່ກໍເປັນພຽງຄວາມຝັນທີ່ສລາຍ ຄ້າຍກັບເມກໝອກ ທີ່ກະຈັດກະຈາຍ ເມື່ອຖືກແສງ ພຣະອາທິດ.
ເດືອນ 11 ປີ 1978 ອາກາດທ່າລາດເຢັນ ລະອອງອາຍນ້ຳ ແລະ ລົມໜາວໂຊຍພັດ ພວກເຮົາໄດ້ນອນພັກ ແຮມຄືນ ນຶ່ງຄືນ ຢູ່ໃນຄ້າຍແຫ່ງນຶ່ງ ພວກເຮົາບໍ່ຮູ້ເລີຍວ່າຄ້າຍນັ້ນ ຊື່ຫຍັງ? ຮູ້ແຕ່ວ່າ ເຮືອນໃນຄ້າຍ ເປັນຕູບນ້ອຍໆ ຢາຍກັນຢູ່ຫລາຍໆ ຫລັງ ໃກ້ໆ ກັບແຄມງຶ່ມ ຫລັງຈາກ 21.00 ໂມງ ພວກເຮົາ ໄດ້ຖືກສັ່ງໃຫ້ ມອດຕະກຽງ ແລະ ນອນ ເຮົາໄດ້ຍິນສຽງຕີງຄີງ ແລະ ພິກຄີງໄປມາ ຫລາຍໆ ຄົນ ຄົງຈະນອນບໍ່ຫລັບ ເຊັ່ນດຽວກັນ ກັບເຮົາ ຍ້ອນຄວາມດີໃຈ ແລະ ຕື່ນເຕັ້ນ, ຄ້າຍກັບວ່າ ຈະໄດ້ຟື້ນຄືນ ຊີວິດໃໝ່ ຢາກຈະໃຫ້ຟ້າແຈ້ງສວ່າງໄວໆ “ອິສຣະພາບ” ລໍຖ້າພວກເຮົາ ບໍ່ເທົ່າໃດຊົ່ວໂມງ ຂ້າງໜ້ານີ້. ແລະ ໃນທີ່ສຸດ ຕອນເຊົ້າກໍມີຣົຖກະບະ ມາຂົນເອົາພວກເຮົາ ອອກຈາກທ່າລາດ ແລະ ມຸ້ງໜ້າເຂົ້າສູ່ ນະຄອນ ວຽງຈັນທນ໌. ນະຄອນວຽງຈັນເທື່ອນີ້ ເຮົາກັບມາຫາເຈົ້າອີກ ເຮົາກັບມາ ຢ່າງຄົນທີ່ອິດເໝື່ອຍ ໃນການຕໍ່ສູ້.
ວັນທີ 11 ພືສພາ 1978 ຣົຖ ໄດ້ນຳພວກເຮົາໄປ ໂຮມກັນນັກໂທດຜູ້ຊາຍ ທີເດີ່ນກວ້າງແຫ່ງນຶ່ງ ຮູ້ຕາມພາຍຫລັງ ວ່າ ແມ່ນໂຮງການເມືອງ ຈັນທະບຸຣີ ທັງໝົດມີນັກໂທດເພດຍິງ ແລະ ເພດຊາຍ ປະມານ 200 ກວ່າຄົນ ຮວມແຖວກັນຢູ່ ຮັບຟັງການສັມມະນາ ປະມານຊົ່ວໂມງກວ່າ. ຕາມທີ່ຈື່ໄດ້ ໂດຍສລຸບ ຄວາມແລ້ວວ່າ: “ພວກທີ່ຖຶກໄປສັມມະນາ ດຽວນີ້ເຖິງຖອງແລ້ວ. ສນັ້ນ ຈຶ່ງໄດ້ກັບມ ເພື່ອປະກອບສ່ວນ ກັບການຈັກຕັ້ງຂັ້ນບ້ານ ແລະ ຕາແສງ ຂອງໃຜລາຍ ແລະ ຈະເປັນຫູເປັນຕາ ໃຫ້ພັກແລະລັດ ປະກອບສ່ວນ ໃນການ ເພີ້ມພູນຜລິດຜົນ ໃນການສ້າງຊາຕ. ເພິ່ນຫ້າມບໍ່ໃຫ້ ມີການເຕັ້ນໂຕນໂຍນໜີ ເພາະ ຖ້າພວກເຮົາໂຕນໜີ ເພິ່ນຈະງົດນະໂຍບາຍ ປົດປ່ອຍສັມມະນາກອນອີກ”.
ຫລັງຈາກນັ້ນ ເພິ່ນກໍຢາຍ “ໃບປົດປ່ອຍ” ເພື່ອໃຫ້ແຕ່ລະຄົນ ເອົາໄປແຈ້ງການຈັດຕັ້ງຂອງໃຜລາວ ແລະ ກໍເລິກແຖວ. ເຮົາໄດ້ອ່ານເບີ່ງເນື້ອໃນຂໍ້ຫາ ຂອງການຄຸມຂັງ ຖືກຈັບໃນຄະດີ “ການເມືອງ, ເປັນຄນະ ກັມມະການ ພັກລາວຮ່ວມສັມພັນ-ຕ້ານການປະຕິວັດ ປະຊາຊົນລາວ”. ບາງຄົນ ກໍມີຄອບຄົວ ມາຮັບແລ່ນໃສ່ກັນ ຮ້ອງໄຫ້ຮ່ຳໄຮ ສ່ວນເຮົາເອງບໍ່ເຫັນໃຜ ໃນຄອບຄົວເລີຍ ຄຶດວ່າ ທາງບ້ານ ຄົງຈະບໍ່ຮູ້ໃນການກັບມາຂອງເຮົາ.
ວັນທີ 11 ເດືອນ 11 ປີ 1978 ນີ້, ເປັນມື້ແຫ່ງອິສຣະພາບ ພາຍໃຕ້ລະບອບຄອມມິວນິສຕ໌ ຂອງ ຄນະ ປະເທດລາວ, ເປັນວັນສຳຄັນໃນຊີວິດເຮົາ ເຮົາໄດ້ໃຊ້ຊີວິດເປັນສັມມະນາກອນ “ພັນນຶ່ງຮ້ອຍສາມສິບເກົ້າມື້” (1,139 ມື້ ). ຢູ່ໃນນະຣົກເມືອງຄົນ ເຮົາລໍຖ້າມື້ນີ້ຈົນເກືອບ ຈະໝົດຄວາມຫວັງ. ຊີວິດຂອງເຮົາ ບໍ່ຜິດຫຍັງກັບຄົນ ທີ່ຕາຍແລ້ວເກີດໃໝ່.
ເຮົາເອງກໍຕົກຢູ່ໃນຊະຕາກັມຂອງເຍົາວະຊົນ ແລະພົລເມືອງລາວ ຈຳນວນຫລາຍ ທີ່ຖືກເອົາໄປກັກຂັງ ລ້າງສມອງ ໃຫ້ມານິຍົມລະບອບໃໝ່ຄອມມິວນິສຕ໌ ຂອງພັກປຊາຊົນ ປະຕິວັດລາວ ເປັນນັກໂທດ ຄະດີການເມືອງ ຕ້ານການປະຕິວັດ, ເປັນຄະດີທີ່ມີກຽດທີ່ສຸດ. ທັ້ງໆ ທີ່ເຮົາເອງຍັງເປັນນັກຮຽນຢູ່. ເຮົາໄດ້ຜ່ານໄວສາວຢູ່ໃນທີ່ກັກຂັງ ຕັ້ງແຕ່ອາຍຸ 15 ປີ ເຖິງ 18 ປີປາຍ.
ຂໍໂຈະບົດຄວາມມື້ນີ້ພຽງເທົ່ານີ້ກ່ອນ ຂໍພົບກັບທ່ານຜູ້ຟັງອີກໃນອາທິດໜ້າ ຂໍວິ້ງວອນເທວາຈົ່ງຊ່ວຍປົກປັກຮັກສາພີ່ນ້ອງລາວທຸກຄົນ, ຂໍຂອບໃຈ.
ສເນີໂດຍ: ວົງ ສຸວັນນະວົງສ໌
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |
|
|
ປັນກັນອ່ານ |
ຄວາມເຫັນ
ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.
ເບິ່ງຄວາມເຫັນທັງໝົດ.