ເຮົາໄດ້ກັບເມືອບ້ານ ແລະ ໄດ້ຂຶ້ນໄປເທິງເຮືອນ ຄ້າຍກັບວ່າຄວາມຝັນຮ້າຍ ອີກຕໍ່ນຶ່ງ, ເຮືອນ ທີ່ຄອບຄົວເຮົາ ເຄີຍອາໃສຢູ່ ກັບແມ່ນ ຄົນແປກໜ້າມາຢູ່ ເຮົາໄດ້ຖາມຫາຄົນໃນຄອບຄົວ ຂອງເຮົາ ເພີ່ນຕອບວ່າ: “ໂຕນໜີ ກັນໝົດແລ້ວ ພວກຂ້ອຍຈຶ່ງໄດ້ຍ້າຍ ເຂົ້າມາຢູ່ເຮືອນຫລັງນີ້”. ເວລານັ້ນ ເຮົາຮູ້ສຶກວ່າ ເຫລືອ ຕົວຄົນດຽວ ເທົ່ານັ້ນ ຢູ່ໃນໂລກນີ້ ພໍ່, ແມ່, ອ້າຍ, ນ້ອງ, ນ້າບ່າວ ແລະ ນ້າສາວ ໄດ້ໂຕນໜີກັນໝົດ ພໍ່ຕູ້ແກ້ວ ພົມມະຈັນ ກໍຕາຍປະສາມປີກວ່າ ແຫ່ງການລໍຄອຍ ໃນທີ່ສຸດ ຫລັງຈາກ ການປົດປ່ອຍຂອງເຮົາ ເຮົາກໍຕ້ອງ ເຫລືອ ແຕ່ຕົວຄົນດຽວ ເຮົາບໍ່ເຊື່ອເລີຍວ່າ ຊີວິດຂອງເຮົາ ຈະມີມື້ແປຜັນ ເຖິງຂນາດນີ້.
ສິ່ງທີ່ປອບໃຈເຮົາ ໄດ້ກໍຄືຄອບຄົວຂອງເຮາົ ຄົງຈະຫລຸດພົ້ນ ຈາກໄພຍ໌ການເມືອງ ນີ້ແລ້ວ “ພັນນຶ່ງຮ້ອຍ ສາມສິບເກົ້າມື້” (1,139) ແຫ່ງຄວາມທໍຣະມານ ຊີວິດເຮົາໝົດແລ້ວ ແມ່ນກະທັ້ງ ພໍ່-ແມ່ ອ້າຍ ນ້ອງ ຕ້ອງຖິ້ມ ປະເຮືອນຊານ ບ້ານຊ່ອງ ໜີເພື່ອໄປສແວງຫາ ດິນແດນແຫ່ງເສຣີ ອິສຣະພາບ ປານນີ້ ພໍ່-ແມ່ ອ້າຍ ແລະ ນ້ອງຂອງເຮົາ ຈະຢູ່ແຫ່ງໃດ ບໍ່ມີໃຜບອກເຮົາໄດ້ ເຮົາຢາກຈະຂຽນຈົດໝາຍ ສົ່ງຂ່າວຄາວ ຫາພວກເຂົາເຈົ້າ ວ່າ ເຮົາໄດ້ກັບມາແລ້ວ ແຕ່ກໍບໍ່ຮູ້ວ່າ ພວກເພີ່ນຕົກຢູ່ແຫ່ງຫົນໃດ ເຮົາມີເຮືອນບໍ່ໄດ້ຢູ່ ເຮົາໄດ້ຮັບຄວາມ ເມຕຕາ ກະຣຸນາ ຈາກພີ່ນ້ອງ ເພີ່ນໄດ້ໃຫ້ເຮົາອາໃສຢູ່ນຳ ບຸນຄຸນອັນນີ້ລົ້ນເຫລືອ ໂດຍສະເພາະ ຍາມທີ່ເຮົາ ຕົກທຸກໄດ້ຍາກ ເຮົາໄດ້ພຍາຍາມ ລັກໄປຫາຄອບຄົວ ຂອງພວກທີ່ຖຶກຂັງນຳເຮົາ ທີ່ຍັງບໍ່ໄດ້ຖຶກປົດປ່ອຍ ເຮົາໃຫ້ຂ່າວ ແກ່ເຂົາເຈົ້າວ່າ ຜູ້ທີ່ຖຶກຈັບໄປຍັງມີຊີວິດຢູ່ ຂໍໃຫ້ທາງບ້ານບໍ່ຕ້ອງເປັນຫ່ວງ ສິ່ງທີ່ເຮົາເຮັດໄດ້ ກໍພຽງ ໃນຄອບຄົວ ແຕ່ເຮົາກໍຕ້ອງປະຕິບັດ ຕາມຄຳໃຫ້ສັນຍາ ນຳໝູ່ເພື່ອນຍາກ ທຸກໆ ມື້ເຮົາລໍຄອຍ ແລະ ລໍຖ້າການປົດປ່ອຍ ຂອງເພື່ອນຍາກ ຕາມທີ່ຂັ້ນເທີງ ໄດ້ເວົ້ານຳພວກເຮົາວ່າ ຈະມີນະໂຍ ບາຍປົດປ່ອຍມາ ແລະ ໃນທີ່ສຸດ ວັນເວລາແຫ່ງການລໍຄອຍ ກໍມາເຖິງ ເພື່ອນຍາກ ທີ່ເຄີຍຖຶກຂັງຢູ່ຜົ້ງສາລີ ກໍຄ່ອຍໆ ທະຍອຍກັນກັບມາ ເຖິງການປົດປ່ອຍຈະລຳບາກ ເພາະຕ້ອງຍ່າງມາຂຶ້ນເຮືອ ຍ່າງໃນລະຍະໄກ ຂຶ້ນເຮືອ ເພື່ອລ່ອງລົງມາໃຕ້ ນັກໂທດ ຫລືສັມມະນາກອນ ມີຄວາມປິຕິຍິນດີເປັນຢ່າງຍິ່ງ.
ເຖິງຈະເມື່ອຍ ແຕ່ກໍເປັນຄວາມເມື່ອຍ ທີ່ຈະມາພາໄປສູ່ຄວາມມີອິສຣະພາບ ທີ່ມີຂອບເຂດ ແລະ ຈະໄດ້ຕ່າວໄປ ເຫັນຄອບຄົວ ບາງຄົນທີ່ຖຶກປົດປ່ອຍມາ ກໍບໍ່ພົບຄອບຄົວ ເພາະ ວ່າບາງຄົນຖຶກຈັບ ບາງຄົນກໍລົ້ມຫາຍ ຕາຍຈາກ ບາງຄອບຄົວ ກໍໂຕນໜີຂ້າມຟາກ ບາງຄົນທີ່ຖຶກປ່ອຍຕົວມາ ຜົວ ຫລື ເມັຍໄດ້ເອົາຜົວໃໝ ່ຫລື ເມັຍໃໝ່ໜີຈາກ ເພາະຄຶດວ່າຊາດນີ້ ຄົງຈະບໍ່ເຫັນກັນອີກແລ້ວ ບໍ່ໄດ້ຮັບຂ່າວຄາວ ຫລືຈົດໝາຍໃດໆ ທັງສິ້ນ ບາງຄົນ ກໍຕ້ອງສ້າງຊີວິດໃໝ່ ເພື່ອຄວາມຢູ່ລອດໃນການລ້ຽງລູກ ລ້ຽງພໍ່ລ້ຽງແມ່ ການປົດປ່ອຍ ຂອງພວກເຮົາ ສ່ຳກັບວ່າຕາຍແລ້ວເກີດໃໝ ່ເພາະລອດພົ້ນ ຈາກຄວາມທໍຣະມານ ທາງກາຍ ແລະ ໄດ້ຮັບອິສຣະພາບ ອີກຄັ້ງໃໝ່ ແຕ່ອິສຣະພາບຄັ້ງນີ້ ກໍມີຂອບເຂດ ເພາະຕ້ອງນັບຖືກົດຣະບຽບການຈັດຕັ້ງ ການປາກເວົ້າ ຫຍັງຕາມລຳພັງໃຈ ກໍ່ບໍ່ໄດ້ ຄຳເວົ້າແຕ່ລະຄຳ ກໍຕ້ອງຊັ່ງຕວງ ການໄປມາຫາສູ່ກໍ່ບໍ່ສະດວກຕ້ອງ ຂໍອານຸຍາດ ແລະ ຕ້ອງຣະມັດຣະວັງ ເຖິງແມ່ນຈະມີເງິນ ແຕ່ກໍ່ບໍ່ກ້າໃຊ້ຈ່າຍ ມີນັກໂທດ ຈຳນວນນຶ່ງ ຖຶກປ່ອຍ ແຕ່ຍັງຖຶກຂັງ ຢູ່ຜົ້ງສາລີ ເພື່ອລໍຖ້າການປົດປ່ອຍ ສັມມະນາກອນ ຈຳນວນນຶ່ງຖຶກ ຍ້າຍໄປຂັງຢູ່ສູນສັມມະນາ ບ່ອນອື່ນ ເພາະຕອນນັ້ນ ມີສະພາບການເຄັ່ງຕຶງ ທາງດ້ານການເມືອງ ກັບປະເທດຈີນແດງ ສ່ວນນັກໂທດ ຄະດີລາວ ຮ່ວມສັມພັນ ທີ່ເຮົາຮູ້ ແລະ ຖຶກຈັບທຸກໆ ຄົນຖຶກ ປ່ອຍ ມີພຽງປະທານພັກລາວ ຮ່ວມສັມພັນ ພນະທ່ານບົງ ສຸວັນນະວົງສ໌ ທີ່ພວກເຮົາບໍ່ຮູ້ຂ່າວເລີຍ ຄັ້ງສຸດທ້າຍ ທີ່ນັກໂທດເຫັນເພີ່ນ ຖຶກຂັງ ຢູ່ກົງເຫລັກຊັ້ນທີ່ນື່ງ ຂອງຊຳເຄ້ ເພີ່ນຖຶກຂັງ ແຍກກັບນັກໂທດ ການເມືອງທ່ານນຶ່ງທີ່ຖຶກຂັງຢູ່ກົງເຫລັກ ຕໍ່ໜ້າທ່ານບົງ ມີນັກໂທດລູກສິດເກົ່າ ທີ່ເຄີຍຮຽນໜັງສື ນຳທ່ານບົງ ເອີ້ນເພີ່ນວ່າພໍ່ຕູ້.
ຊຳເຄ້ ມີກຳແພງສອງຊັ້ນ ມີຮູບກຳແພງ ແລະ ຮູບປ້ອມຍາມ ຢູ່ປື້ມສັມມະນາກອນໜ້າ 44 ຢູ່ເມືອງວຽງຈັນທ໌ ນັກໂທດຄຸກໃຫຍ່ ຫລື ເຮືອນຈຳກາງຊຳເຄ້ ຫລືຄຳເວົ້າທີ່ມ່ວນຫູຂອງສປປ.ລາວ ເອີ້ນວ່າ “ໂຮງຮຽນດັດສ້າງ ແນວຄິດໃໝ່ ບ້ານອາມອນ”
ບໍ່ເຄີຍແຫກຄຸກ
ວັນທີ່ 25 ເດືອນເມສາ 1976 ສັມະນາກອນ ຫລືນັກໂທດ ທົນຕໍ່ຄວາມທໍຣະມານບໍ່ໄດ້ ສ່ຽງຊີວິດ ຖຶກຍິງຕາຍ ຖຶກຊ້ອມ ຕົບຕີ ຖຶກຈັບມາທໍຣະມານ ຈຳນວນຫລາຍ ເປັນຄັ້ງແຣກ ທີ່ນັກໂທດ ຈັບອາວຸດ ແຫກຄຸກ ແບບນອງເລືອດ ຫລັງຈາກທີ່ນັກໂທດ ແຫກຄຸກ ແລ້ວ ກໍ່ບໍ່ມີໃຜຮູ້ເລີຍ ວ່າທ່ານບົງ ສຸວັນນະວົງສ ໌ຖຶກຂັງຢູ່ໃສ ຍັງມີຊີວິດຢູ່ ຫລືບໍ່ ຫລືຖຶກຂ້າຕາຍ ພ້ອມກັບພວກນັກໂທດ ທີ່ແຫກຄຸກ ເຮົາໄດ້ຮັບຂ່າວຄາວ ໝູ່ເພື່ອນຍາກ ຂອງເຮົາທີ່ໄດ້ຖຶກປົດປ່ອຍ ແລະ ໄດ້ມາເຖິງວຽງຈັນທ໌ແລ້ວ ເປັນຄວາມປາບປື້ມ ຫາອັນປຽບບໍ່ໄດ້ ທີ່ເຮົາຈະໄດ້ພົບ ໝູ່ເພື່ອນຍາກອີກຄັ້ງນຶ່ງ ເຮົາ ກໍໄດ້ໄປຫາພວກເຂົາເຈົ້າ ພວກເຮົາ ໄດ້ເວົ້າລົມກັນ ດ້ວຍຄວາມພາກພູມໃຈ ເຈົ້າໜ້າທີ່ໄດ້ສັ່ງບອກ ພວກທີ່ຖຶກປົດປ່ອຍ ບໍ່ໃຫ້ເວົ້າເຣື່ອງຊີວິດ ໃນສູນສັມມະນາ ບໍ່ໃຫ້ເວົ້າເຖິງ ການຂ້າ ການຕາຍຂອງນັກໂທດ ຂັ້ງເທີງຈະແຈ້ງຂ່າວພີ່ນ້ອງຂອງຜູ້ຕາຍເອງ ເຂົາເຈົ້າ ຖຶກເຈົ້າໜ້າທີ່ຕົວະ ວ່າ ພວກແມ່ຍິງ ທີ່ຖຶກປົດປ່ອຍມາກ່ອນ ມີຄວາມກ້າວໜ້າຫລາຍ ບາງຄົນ ກໍໄດ້ ເຮັດວຽກການໃນຫນ້າ ທີ່ດີຕາມຫ້ອງການ ຂອງພັກ ແລະ ລັດ ແລະ ເຮົາເອງຫລັງຈາກ ຖຶກມາຈາກຜົ້ງສາລີແລ້ວ ໄດ້ຖຶກປົດປ່ອຍທັນທີ ແລະ ໄດ້ເຮັດການຢູ່ກະຊວງໄປສະນີ ກ້າວໜ້າ ຈົນລືມໝູ່ຄູ່ຜ ູ້ທີ່ເຄີຍຢູ່ຜົ້ງສາລີ ນຳກັນ ທຸກຄຳເວົ້າຂອງເພື່ອນຍາກທີ່ເລົ່າໃຫ້ເຮົາຟັງນັ້ນ ບໍ່ມີມູນຄວາມຈິງເລີຍ ນີ່ລ່ະຄຳເວົ້າ ຂອງອ້າຍນ້ອງ ພວກເຂົາເຈົ້າ ຢູ່ໃນໂລກ ແຫ່ງຄວາມຂີ້ຕົວະ ຕົວະແມ່ນກະທັ້ງຕົນເອງ ທະຫານ ແນວລາວອິສຣະ ຫລ ືຜູ້ຄຸມນັກໂທດ ເຄີຍເວົ້າວ່າ ຖ້າຜູ້ໃດອອກຈາກ ສູນສັມມະນາແລ້ວມີ 2 ທາງ ຄື: 1. ກາຍເປັນເຫລັກກ້າ 2. ກາຍເປັນຄົນເສັຍ
ມີຄົນລາວ ຈຳນວນຫລາຍ ທີ່ກາຍເປັຍຄົນເສັຍ ສຸຂະພາບ ຊຸດໂຊມຕາຍໃນສູນສັມມະນາ ມີ ຫລາຍຄອບຄົວ ຖຶກມ້າງເພ ຍ້ອນຖຶກຈັບສົ່ງໄປສັມມະນາ ຂັ້ນເທີງບໍ່ໄດ້ແຈ້ງຂ່າວການຕາຍ ຫລ ືເອົາຊາກສົບ ຂອງຜູ້ຕາຍ ໃຫ້ຄອບຄົວ ເຮົາຢາກຈະຂໍແຈ້ງຂ່າວ ໃຫ້ທ່ານຜູ້ຟັງຊາບນຳດ້ວຍ ໃນວັນທີ່ 28 ກັນຍາ ປີ 2003 ທີ່ວັດນານາຊາດ ເບີນແຊນ ຝຣັ່ງເສດ ໄດ້ມີພິທີໄວ້ອາລັຍ ເພື່ອຣະລຶກຖຶງດວງວິນຍານ ຂອງບັນພະຊົນລາວ ທີ່ຖຶກສັງຫານ ເສັຍຊີວິດ ແລະ ຫາຍສາບສູນ ໃນຄາວປ່ຽນຣະບອບ ການປົກຄອງ ຄອມມິວນິສຕ໌ໃນລາວ ຈັດໂດຍ ຄນະນາງໝ້າຍ-ລູກເມັຍ ຄອບຄົວ ນັກໂທດການເມືອງລາວ ທີ່ປະເທດຝຣັ່ງເສດ ແລະ ວັນທີ່ 13 ພຶສຈິກາ 2005 ໍຈະເປັນວັນ ພິມີໄວ້ອາລັຍ ເພື່ອຣະລຶກ ເຖິງດວງວິນຍານ ຂອງ ບັນພະຊົນລາວ ທີ່ຖຶກສັງຫານ ເສັຍຊີວິດ ແລະ ຫາຍສາບສູນ ໃນຄາວປ່ຽນຣະບອບການເມືອງ ເມື່ອປີ 1975 ຈົນ ເຖິງປັດຈຸບັນ ຊຶ່ງຈະໄດ້ຈັດຂຶ້ນທີ່ ເຊີງເລີ ຣາຟໍແວຣ໌ ນອກເມືອງປາຣິສ ຈັດໂດຍ ຄນະນາງໝ້າຍ-ລູກເມັຍ ຄອບຄົວ ຂອງນັກໂທດການເມືອງລາວ ທີ່ປະເທດຝຣັ່ງເສດ.
ຂໍໂຈະບົດຄວາມໃນມື້ນີ້ໄວ້ພຽງເທົ່ານີ້ກ່ອນ ຫວັງວ່າທ່ານຜູ້ຟັງຄົງຈະໃຫ້ກຽດຮັບຟັງບົດທີ່ 54 ເປັນບົດສລຸບຂອງເຣື່ອງສັມມະນາກອນ.
ສເນີໂດຍ: ວົງ ສຸວັນນະວົງສ໌
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |
|
|
ປັນກັນອ່ານ |
ຄວາມເຫັນ
ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.
ເບິ່ງຄວາມເຫັນທັງໝົດ.