ສັມມະນາ ບົດທີ 54: ບົດສະລຸບຄວາມ - ສັມມະນາກອນ 1139 ມື້

2006-05-10

ປື້ມສັມມະນາກອນ ຫລື ນັກໂທດ 1,139 ມື້ ຂຽນແລ້ວໃນປີ 1982, ການພິມປື້ມ ມີການລ້າຊ້າ ຍ້ອນ ຂາດແຮງຊັບ ເພາະຜູ້ຂຽນ ເປັນຜູ້ລີ້ໄພຍ໌ການເມືອງ ອົພຍົບ ມາຕັ້ງຖິ່ນຖານໃໝ່ ທີ່ ປະເທດ ທີ່ 3 ຜູ້ຂຽນ ຢາກຈະເຜີຍແຜ່ ໃຫ້ຊາວໂລກ ຮູ້ເຖິງຊີວິດ ໃນຄ້າຍສັມມະນາ ຈຶ່ງໄດ້ແປ ເປັນພາສາຝຣັ່ງເສດ ປື້ມມີຊື່ວ່າ: “LA JEUNE CAPTIVE DU PATHET LAO” ຈັດພິມໂດຍ EDITION FAYARD Paris

LA JEUNE CAPTIVE DU PATHET LAO ໄດ້ຮັບລາງວັນ “PRIX TROPQUES 1993” ຂອງ Agence Francaise de Development ຫລື ລາງວັນ ເຂດປະເທດຮ້ອນ 1993. ຂອງ ສຳນັກງານ ຝຣັ່ງເສດ ເພື່ອການພັທນາ ເປັນຈຳນວນເງິນ 50,000 ຟຣັ້ງ (ຫ້າສິບພັນຟຣັ້ງ).

ເຮົາ ຜູ້ຂຽນ ພ້ອມດ້ວຍ ຜູ້ຊ່ວຍເຮັດປື້ມຫົວນີ້ ໄດ້ເອົາເງິນ 50,000 ຟຣັ້ງ ເປັນ 9,204 ດອລລ່າ ອະເມຣິກັນ ພ້ອມດ້ວຍ ເງິນຄ່າລິຂສິດ ຈາກປື້ມພາສາຝຣັ່ງເສດ ແລະ ເງິນຜູ້ມາຮ່ວມສົມທົບ ໄປເຮັດກອງບຸນ ເຖິງຜູ້ທີ່ ໄດ້ຮັບເຄາະຮ້າຍ ຍ້ອນຣະບອບ ຄອມມິວນິສຕ໌ ຕາຍຍ້ອນຖຶກກັກຂັງ,ທໍຣະມານ, ຕາຍ ຍ້ອນໂຕນຂ້າມ ບໍ່ຫວິດ, ຕາຍຢູ່ນ້ຳຂອງ ແລະ ພູຜາປ່າໄມ້ ແລະ ໄດ້ນຳສິ່ງຂອງໄປແຈກຢາຍ ຊ່ວຍເຫລືອ ພີ່ນ້ອງອົພຍົບ ຊາວລາວລຸ່ມ ແລະ ລາວມົ້ງ ທີ່ສູນຄວບຄຸມ ຊາວລາວ ລໍຖ້າການສົ່ງກັບບ້ານ ບ້ານນາໂພ ນະຄອນພນົມ. ໃນເດືອນ ທັນວາ 1993. ເຖິງຈະເປັນເງິນ ຈຳນວນໜ້ອຍ ແຕ່ກໍເປັນຂອງຝາກ ຈາກໃຈໃນຍາມຍາກ.

ເຮົາຂໍມອບຖວາຍລາຍໄດ້ໃນການຂາຍປື້ມ “ສັມມະນາກອນ ຫລື ນັກໂທດ 1,139 ມື້” ທີ່ເປັນພາສາລາວ ຂາຍ ທີ່ປະເທດຝຣັ່ງ, ເອີຣົບ, ໂອສຕຣາລີ, ການາດາ ແລະ ສະຫະຣັດ ອະເມຣິກາ ເປັນຜົນບຸນ ເພື່ອອຸທິດ ສ່ວນກຸສົນແດ່ ບັນພະບຸຣຸດ, ນັກຣົບ, ປະຊາຊົນຜູ້ທີໄດ້ຮັບເຄາະຮ້າຍ, ຕາຍຍ້ອນສົງຄາມ ຜູ້ທີ່ຕາຍ ເພື່ອຊາດ ເພື່ອອຸດົມການ ຕາຍເພື່ອຄວາມຢືນຍົງຄົງຢູ່ຂອງລາວ ຕາຍຍ້ອນຖຶກຍິງ ຍ້ອນຂ້າມນ້ຳຂອງບໍ່ຫວິດ ຕາຍຍ້ອນ ຖຶກຂັງ ແລະ ຖຶກສົ່ງໄປສັມມະນາ ຮັບຄວາມທໍຣະມານ ຢ່າງບໍ່ໄດ້ສັ່ງລາຄອບຄົວ.

ເຮົາຫວັງໃຈໄວ້ວ່າ ຈະສ້າງ ”ທາຕ” ເພື່ອຣະລຶກແລະໄວ້ອາລັຍ ເຖິງດວງວິນຍານຂອງພວກເພີ່ນ “ທາຕ” ຈະສ້າງຢູ່ວັດແຫ່ງນຶ່ງ ທີ່ສະຫະຣັດອະເມຣິກາ ທີ່ມີຄົນລາວອົພຍົບມາອາໃສຢູ່ ປະເທດທີ່ມີເສຣີພາບ ແລະ ບໍ່ມີ ພັກຄອມມິວນິສຕ໌ ແລະ ຈະສ້າງ “ທາຕ” ຢູ່ທີ່ປະເທດຝຣັ່ງ ທີ່ເຮົາຜູ້ຂຽນ ໄດ້ອາໃສຢູ່ ຊຶ່ງເປັນ ດິນແດນ ທີ່ເຕັມໄປດ້ວຍ ອິສຣະພາບ ທີ່ມີຄົນລາວ ຫລົບໄພຍ໌ ການເມືອງຢູ່.

ຂໍໃຫ້ ດວງວິນຍານທຸກໆ ດວງ ຈົ່ງມາຮັບເອົາ ສ່ວນບຸນກຸສົນອັນນີ້ ເໝືອນຕົວໄດ້ກະທຳເອງ ຂໍພຣະແມ່ທໍຣະນີ ຈົ່ງຊ່ວຍໃຫ້ ຮອດເຖິງດວງວິນຍານທຸກໆດວງ ຂໍໃຫ້ພວກເຂົາເຈົ້າ ຈົ່ງພົ້ນຈາກ ຄວາມທຸກທໍຣະມານ ແລະ ຈົ່ງໄປສູ່ສຸຂຕິດ້ວຍເຖິ້ນ…

ເຮົາເອງບໍ່ແມ່ນເປັນພຽງຜູ້ດຽວ ທີ່ໄດ້ຮັບເຄາະກັມອັນນີ້ ມີຄົນລາວ ແລະ ຊາວຕ່າງປະເທດ ຈຳນວນຫລາຍ ທີ່ໄດ້ຖຶກເຄາະຮ້າຍ ໃນບາດລ້ຽວໃໝ ່ຂອງການປົດປ່ອຍ ໃຫ້ເມືອງລາວ ກາຍເປັນປະເທດ ສັງຄົມນິຍົມ ຄອມມິວນິສຕ໌.

ລາວກາຍເປັນ 1 ໃນ 5 ປະເທດຄອມມິວນິສຕ໌ທີ່ເຫລືອຢູ່ໃນໂລກ. ການຈັບກຸມຄຸມຂັງ ມີ ຫລາຍຄົນ ທີ່ໄດ້ຖຶກ ໄປສັມມະນາ ແຕ່ບໍ່ມີໂອກາດໄດ້ເວົ້າ ຫລື ຂຽນ ໃຫ້ໂລກພາຍນອກ ຮູ້ເຖິງຄວາມໂຫດຮ້າຍ ປ່າເຖື່ອນ ໄຮ້ມະນຸດ ສະທັມອັນນີ້ ບໍ່ກ້າສ່ຽງເວົ້າ ເຖິງຊີວິດສັມມະນາກອນ ທີ່ຕົນໄດ້ປະສົບມາ ເພາະຕ້ອງ ຣະມັດຣະວັງ ໄພຍ໌ອັນຕຣາຍ ທາງດ້ານທົ່ວໄປ ດ້ານສ່ວນຕົວແລະຄອບຄົວ ຢ້ານເກີດຜົນສະທ້ອນ ພາຍຫລັງ ແຕ່ ຖ້າຫາກ ຄົນລາວ ບໍ່ມີໃຜເວົ້າເຖິງເລີຍ ເຖິງຂໍ້ຜິດພາດ ເຮັດຈັງໃດ? ໂລກພາຍນອກຈຶ່ງຈະຮັບຮູ້ນຳໄດ້.

ບັນດາປະເທດ ທີ່ເປັນບໍ່ເກີດຂອງລັທທິ ຄອມມິວນິສຕ໌ ມີການປ່ຽນແປງ ເປີດກວ້າງໃສ່ໂລກເສຣີ ປະຊາຊົນ ເລີ້ມມີວຽກການ ໂຮງຈັກ ໂຮງງານ ກໍມີຜູ້ມາລົງທຶນ ບ້ານເມືອງກໍຄ່ອຍໆ ຈເຣີນຂຶ້ນ ໜັງສ ືເປັນປະຕູ ຂອງດວງຕາ ໝັ່ນອ່ານໄປ ພິຈາຣະນາໄປ ຍ່ອມໄດ້ມີປັນຍາ ເຣື່ອງສູນສັມມະນາ ເປັນເຣື່ອງເສົ້າ ແຕ່ ເຮົາຈະເມີນເສີຍ ຖ້າເຮັດໄດ້ຈະມີຄວາມສຸຂບໍ່? ຂໍພາວະນາຟ້າດິນ ສິ່ງສັກສິດໃນສາກົລໂລກ ຈົ່ງໃຫ້ ຄວາມທຸກ ໂສກໃນເມືອງລາວ ຄວາມທໍຣະມານຂອງຄົນລາວຈົ່ງຈົບສິ້ນ.

ເຮົາຂໍຂອບໃຈທຸກໆ ທ່ານ ທີ່ໃຫ້ກຽດຕິດຕາມ ຮັບຟັງຕລອດມາ ບົດນີ້ເປັນບົດສລຸບຣາຍການ ”ສັມມະນາກອນ ຫລື ນັກໂທດ 1,139 ມື້”.

ບໍ່ຢາກພັດພາກເວັ້ນ ເວນຫາກຈ່ອງຈຳໄກ ບໍ່ຢາກໄກທ່ານຜູ້ຟັງ ກຳໜົດເວລາ ຫາກພາເວັ້ນ ຂໍໃຫ້ທ່ານຜູ້ຟັງ ຈົ່ງມີສຸຂພາບເຂັ້ມແຂງ ແຂງແຮງ ຄືດັ່ງພ້າ ເກັ່ງກ້າ ຄືດັ່ງເຫລັກ ຂໍຂອບໃຈ

ສັມມະນາກອນ

ຄວາມເຫັນ

ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.




ຂຽນແລະເຣື້ອງຂອງທ່ານ

ສຽງບັນທຶກໄວ້
ດາວໂລ້ດ
ອີເມວລ໌ ເຣື້ອງ
ລົງທະບຽນເປັນສະມາຊິກ
ພິມເຣື້ອງນີ້
ປັນກັນອ່ານ