ແມ່ຍິງແລະເດັກນ້ອຍ

ສາຣະຄະດີຕ່າງໆ ທີ່ກ່ຽວກັບ ແມ່ຍິງ ແລະ ເດັກນ້ອຍລາວ

ແມ່ຍິງລາວຕິດເຊື້ອ HIV-AIDS ມີຫລາຍຂື້ນ

2009-11-04

ແມ່ຍິງລາວຕິດເຊື້ອ HIV-AIDS ຊຶ່ງເປັນເຊື້ອໂຣກ ທີ່ສ່ວນໃຫ່ຍຕິດຈາກ ການຮ່ວມເພດສຳພັນນັ້ນ ມີຈຳນວນຫລາຍຂື້ນ ຊຶ່ງນັກຊ່ຽວຊານ ຈາກອົງການສາກົນ ເຫັນວ່າການໃຫ້ ຄວາມຮູ້ກ່ຽວກັບ ບັນຫາດັ່ງກ່າວ ໃນປັດຈຸບັດ ກຸ່ມແມ່ຍິງມີ ຄວາມຈຳເປັນຍິ່ງ. ກ່ຽວກັບເຣື້ອງນີ້ ມະນີຈັນ ມີບົດຄວາມມາ ສເນີທ່ານ ໃນອັນດັບຕໍ່ໄປ.

ເພື່ອຈະໄດ້ລູກ ທີ່ສົມບູນ ຜູ້ເປັນແມ່ຄວນ ຮັກສາສຸຂພາບ ຢ່າງໃດ

2009-11-03

ລູກ ເປັນສຸດທີ່ຮັກ ຂອງພໍ່ແມ່ ແລະເພື່ອຈະໄດ້ລູກ ແຂງແຮງທາງ ດ້ານຮ່າງກາຍ ແລະ ມີມັນສມອງດີນັ້ນ ຜູ້ເປັນພໍ່ແມ່ ສະເພາະ ຜູ້ເປັນແມ່ ຄວນຮັກສາສຸຂພາບ ບໍາຣຸງຕົນແນວໃດ ໃນເວລາຖືພາມານ. ມະນີຈັນ ມີບົດຄວາມກ່ຽວກັບ ເລື້ອງນີ້ ມາສເນີທ່ານ ໂດຍອ້າງອີງໃສ່ ການໂອ້ລົມກັບ ທ່ານໝໍ ແມ່ແລະເດັກ ເປັນສ່ວນໃຫຍ່. ເຊີນທ່ານຮັບ ຟັງໄດ້ເລີຍ.

ສະພາບການເຣື້ອງ ໂສເພນີ ຢູ່ ສປປລາວ ແລະຕາມ ເຂດຊາຍແດນ

2009-10-22

ສະພາບການເຣື້ອງ ໂສເພນີ ຢູ່ ສປປລາວ ໂດຍສະເພາະຢູ່ ຕາມຫົວເມືອງໃຫຍ່ ແລະ ຢູ່ຕາມເຂດແຂວງ ຊາຍແດນລາວ ທີ່ຕິດກັບປະເທດ ເພື່ອນບ້ານ ມີທ່າທີວ່າ ຮ້າຍແຮງ ແລະເປີດແປນ ນັບມື້ນັບ ທະວີຄູນ ຂື້ນເລື້ອຍໆ. ກ່ຽວກັບເຣື້ອງນີ້ ມະນີຈັນ ມີຣາຍງານ ມາສເນີທ່ານ ໃນອັນດັບຕໍ່ໄປ.

ໂຄງການລູກຫ່າງ ໄດ້ຜົນດີ ໃນເຂດຕົວເມືອງ ບັນຫາ ຍັງມີ ໃນເຂດຊົນນະບົດ

2009-10-13

ໂຄງການລູກຫ່າງ ໃນແຂວງຕ່າງໆ ຂອງລາວ ໃນປັດຈຸບັນ ຮວມທັງແຂວງ ພາກໃຕ້ພາກເໜືອ ໄດ້ຮັບຜົລດີ ສໍາລັບ ເຂດຕົວເມືອງ ແຕ່ຢູ່ໃນເຂດ ຊົນນະບົດ ຫ່າງໄກ ແມ່ນຍັງມີບັນຫາ ຫລາຍຢູ່. ກ່ຽວກັບເຣື້ອງດັ່ງກ່າວ, ມະນີຈັນ ມີຣາຍງານ ມາສເນີທ່ານ ໂດຍແນໃສ່ ແຂວງຈໍາປາສັກ ແລະອ້າງອີງຕາມ ຄໍາເວົ້າຂອງ ຫົວໜ້າຂແນງ ແມ່ແລະເດັກ ໂຮງໝໍ ແຂວງຈໍາປາສັກ... ເຊີນທ່ານ ຮັບຟັງໄດ້ເລີຍ.

ແມ່ ແລະ ເດັກ: ວັນທີ 12 ມິຖຸນາ 2009

2009-06-15

ແຂວງຕ່າງໆຂອງລາວ ໂດຍສະເພາະ 3ແຂວງພາກໄຕ້ ຕົກເປັນເປົ້າໝາຍ ໃນການ ຊອກຫາເຫຍື່ອ ຂອງພວກຄ້າມະນຸດ ຊຶ່ງທາງການ ຈະຕ້ອງໄດ້ ເຝົ້າຣະວັງ ເປັນພິເສດ ເພື່ອພະຍາຍາມ ສະກັດກັ້ນຂັດຂວາງ.

ແມ່ ແລະ ເດັກ: ວັນທີ 5 ມິຖຸນາ 2009

2009-06-08

ການຂຶ້ນເງິນເດືອນ ຂັ້ນຕໍ່າໃຫ້ ຄົນງານລາວ ໃນພາກ ອຸດສາຫະກັມ ຕັດຫຍິບ 20ເປີເຊັນ ຈະຊ່ວຍແກ້ໃຂ ຊີວິດ ການເປັນຢູ່ຂອງ ພວກເຂົາເຈົ້າ ໄດ້ແນວໃດແດ່ ແລະໜ້ອຍຫລາຍ ປານໃດ ຖ້າມກາງທີ່ລາວ ໄດ້ຮັບຜົລ ກະທົບຈາກ ສະພາບການ ຝືດເຄືອງທາງ ດ້ານເສຖກິດ ການເງິນໂລກ.

ແມ່ ແລະ ເດັກ: ວັນທີ 30 ພືສພາ 2009

2009-05-31

ຄົນວັຍໜຸ່ມສາວ ຊາວລາວ ໂດຍສະເພາະ ໃນແຂວງຄໍາມ່ວນ ລັກລອບ ໄປເຮັດວຽກ ຢູ່ໄທແລະຕົກ ເປັນເຫຍື່ອຂອງ ຂະບວນການ ຄ້າມະນຸສ ມີຈໍານວນ ໜ້ອຍລົງ ສ່ວນນຶ່ງກໍຍ້ອນ ໂຄງການຂອງ ສະຫະ ປະຊາຊາດ UNIFEM ຊຶ່ງເປັນອົງການ ກອງທຶນ ເພື່ອການພັທນາ ສັຕຣີ ທີ່ຕັ້ງຢູ່ ນະຄອນຫລວງ ວຽງຈັນ. ກ່ຽວກັບວ່າ ໂຄງການນີ້ ເປັນໂຄງການ ແນວໃດ ຊ່ວຍແມ່ຍິງລາວ ຫລຸດພົ້ນຈາກ ການຕົກ ເປັນເຫຍື່ອ ຂອງພວກຄ້າມະນຸສ ໄດ້ຢ່າງໃດ?