ເກດມະນີ ຫວານເຈົ້າ ນຶ່ງ ໃນຈໍານວນ ຊາວລາວ ອະເມຣິກັນ ທີ່ໄດ້ຮັບ ການສຶກສາ ສູງ ມີໜ້າທີ່ ການງານ ຮັບຜິດຊອບ 2 ໂຄງການ ຂອງ ຣັຖ California ຊ່ວຍເຫລືອ ນັກຮຽນ ທີ່ ພໍ່ແມ່ ບໍ່ໄດ້ຮຽນ ຫລາຍ ແຕ່ຢາກຮຽນ ຕໍ່ ແລະ ໂຄງການ ຊ່ວຍ ພໍ່ຫລືແມ່ ທີ່ລ້ຽງລູກ ຜູ້ດຽວ.
ການຂົ່ມຂືນ ການໃຊ້ ຄວາມຮຸນແຮງ ໃນຄອບຄົວ ຮວມເຖິງ ສິດທິ ໃນ ການຈະເຣີນ ພັນ ຂອງ ຜູ້ຍິງລາວ ເປັນບັນຫາ ທີ່ກະຊວງ ການຕ່າງ ປະເທດ ສະຫະຣັຖ ໄດ້ເວົ້າເຖິງ ຢູ່ໃນບົດ ຣາຍງານ ປະຈໍາປີ ກ່ຽວກັບ ສິດທິມະນຸດ ຢູ່ລາວ.
ການແຕ່ງດອງ ຣະຫວ່າງ ຜູ້ຊາຍຈີນ ແລະ ຜູ້ຍິງລາວ ຢູ່ແຂວງ ພາກເໜືອ ຂອງລາວ ມີເພີ່ມຂຶ້ນ ຍ້ອນ ຄວາມທຸກຍາກ ຂາດເຂີນ ຂອງ ຄອບຄົວ ທີ່ ເປັນສາເຫດ ຕົ້ນຕໍ.
ຈໍານວນ ແມ່ຍິງ ແລະ ເດັກນ້ອຍ ລາວ ທີ່ໄດ້ຮັບ ເຄາະຮ້າຍ ຈາກ ການຄ້າມະນຸດ ຢູ່ໄທ ມີແນວໂນ້ມ ເພີ່ມຂຶ້ນ ນັບມື້ ຂະນະທີ່ ຢູ່ໃນລາວ ກໍມີຢູ່ ແຕ່ບໍ່ຫລາຍ. ມະນີຈັນ ມີຣາຍງານ ກ່ຽວກັບ ເຣື່ອງນີ້ ມາສເນີທ່ານ
ຫລັກ ສຸຂພິບານ ແລະ ສຸຂນາມັຍ ຢູ່ລາວ ປັຈຈຸບັນ ໄດ້ຮັບ ການປັບປຸງ ໃຫ້ດີຂຶ້ນ ແຕ່ ກໍຍັງມີ ບັນຫາ ທີ່ ຈະຕ້ອງໄດ້ ແກ້ໄຂ ຫລາຍຢູ່ ໂດຍສະເພາະ ໃນເຂດ ຊົນນະບົດ ຫ່າງໄກ.
ມະນີຈັນ ມີຣາຍງານ ມາສເນີ ທ່ານ...
ການມີນ້ຳ ສະອາດ ດື່ມກິນ ແລະ ມີວິດຖ່າຍ ຢູ່ ສປປລາວ ແມ່ນ ມີຄວາມສຳຄັນ ຫລາຍ ໂດຍສະເພາະ ແມ່ຍິງ ແລະ ເດັກນ້ອຍ ໃນເຂດ ຊົນນະບົດ ເຖິງແມ່ນວ່າ ບາງບ່ອນ ຈະມີການ ປັບປຸງ ແດ່ແລ້ວ ກໍຕາມ ຖ້າທຽບໃສ່ ປີກ່ອນໆ ແລ້ວ ແມ່ນດີຂື້ນ.