ແມ່ຍິງ-ເດັກນ້ອຍ 09-16-2014

ມະນີຈັນ
2014.09.16
F-girls ເຈົ້າຫນ້າທີ່ ກຳລັງເລັ່ງ ສືບສວນ ເຣື້ອງ ນັກຮຽນຍິງ ຫລາຍຄົນ ຫຸ້ມຕີ ນັກຮຽນຍິງ ຜູ້ດຽວ
Face Book

 

ເຫດການ ນັກຮຽນຍິງ ກຸ່ມໜຶ່ງ ຫຸ້ມຕີ ນັກຮຽນຍິງ ຄົນໜຶ່ງ ຢູ່ຕໍ່ໜ້າ ໂຮງຮຽນ ມັທຍົມ ສົມບູນ ວຽງຈັນ ຊຶ່ງ ເປັນ ໂຮງຮຽນ ທີ່ເກົ່າແກ່ ແລະ ມີຊື່ສຽງ ແຫ່ງໜຶ່ງ ຂອງລາວ ເມື່ອ ວັນທີ 8 ກັນຍາ 2014.

ເຫດການນີ້  ເປັນຂ່າວ ນອງນັນ ກັນ ຢ່າງ ກວ້າງຂວາງ ໃນ ສັງຄົມລາວ ພາຍຫລັງ ມີການ ຖ່າຍຄລິບ ວີດີໂອ ນຳອອກ ເຜີຍແຜ່ ຜ່ານ ສື່ສັງຄົມ ອອນລາຍ ແລະ ກໍເປັນຂ່າວ ນອງນັນ ຂຶ້ນ ຢ່າງໄວວາ ໃນ ນະຄອນ ຫລວງ ວຽງຈັນ. ຂ່າວນີ້ ຂຍາຍໄປ ໃນທົ່ວໂລກ. ກ່ຽວກັບ ເຫດການ ທີ່ວ່ານັ້ນ ເຈົ້າໜ້າທີ່ ກຳລັງ ສອບສວນ ນັກຮຽນຍິງ ທຸກຄົນ ທີ່ກ່ຽວຂ້ອງ ກັບການ ຕີກັນ ນັ້ນ ແລະວ່າ ການ ສອບສວນ ໄດ້ຮັບ ຂໍ້ມູລ ທີ່ບໍ່ກົງ ກັບ ສິ່ງ ທີ່ເກີດຂຶ້ນ ໃນພາກຕົວຈິງ.

ຕຳຣວດ ສົງສັຍວ່າ ເຫດການ ນີ້ ອາຈ ກ່ຽວຂ້ອງ ກັບບຸກຄົນ ທີ 3 ທີ່ເປັນ ຕົ້ນເຫດ ຂອງ ການຕີກັນ ຄັ້ງນີ້. ແຕ່ ຣາຍຣະອຽດ ຕ່າງໆນັ້ນ ຈະຖືກ ເປີດເຜີຍ ຕາມ ພາຍຫລັງ. ຂນະນີ້ ຍັງ ສືບສວນ ສອບສວນ ຢູ່ ແລະ ຄາດວ່າ ຈະສາມາດ ສລຸບຜົລໄດ້ ໃນມໍ່ໆນີ້.

ຕາມຂ່າວ ກໍວ່າ ຜູ້ ອຳນວຍການ ໂຮງຮຽນ ມັທຍົມ ສົມບູນ ວຽງຈັນ ຄຳຕັນ ໄຊມານະ ໄດ້ປະຊຸມ ກັບ ຄຣູ ອາຈານ ແລະ ພໍ່ແມ່ ຜູ້ປົກຄອງ ນັກຮຽນ 2 ມື້ ຕໍ່ມາ ຫລັງ ເກີດເຫດ ເພື່ອ ແກ້ໄຂ ບັນຫາ ທີ່ ໄດ້ເກີດຂຶ້ນ ແຕ່ ຍັງບໍ່ທັນ ມີການ ເປີດເຜີຍຜົລ ຂອງການ ປະຊຸມ ນັ້ນເທື່ອ. ທ່ານ ເວົ້າວ່າ ນັກຮຽນ ທຸກຄົນ ຜູ້ໃດ ກໍຕາມ ທີ່ຮ່ວມ ໃນການ ຕີກັນນັ້ນ ຈະຖືກໃສ່ ວິນັຍ ແລະ ອາຈເຖິງຂັ້ນ ຖືກໄລ່ອອກ ໂຮງຮຽນ ກໍ່ເປັນໄດ້ ແລ້ວແຕ່ ກໍຣະນີ ໜັກ ຫລືເບົາ. ພ້ອມດຽວກັນ ທ່ານ ກໍຢືນຢັນ ວ່າ ພວກ ນັກຮຽນ ຍິງ ທີ່ຕີກັນ ນັ້ນ ແມ່ນຮູ້ຈັກ ກັນດີ ຊຶ່ງ ຕາມ ຣາຍງານ ຂອງ ໜັງສືພິມ ໄທ ກໍວ່າ ທັງ ກຸ່ມ ນັກຮຽນຍິງ ທີ່ ຫຸ້ມຕີ ນັກຮຽນຍິງ ຄົນດຽວ ນັ້ນ ເປັນໝູ່ ຮ່ວມ ໂຮງຮຽນ ດຽວກັນ.

ເຫດການ ຕີກັນ ດັ່ງກ່າວ ເຮັດໃຫ້ ຊາວ ນະຄອນ ຫລວງ ວຽງຈັນ ທົ່ວໄປ ຮູ້ສຶກງົງ ເພາະບໍ່ເຄີຍ ເຫັນມາກ່ອນ ຕີກັນ ແຮງຫລາຍ ມີທັງເຕະ ທັງດຶງຜົມ ກັນ ໜຶ່ງຕໍ່ໜຶ່ງ ກະໄຄແດ່ ນີ້ ຫລາຍຄົນ ຫຍຸ້ມຕີ ຄົນດຽວ ອີ່ດູຕົນ ມັນ ບໍ່ເຂົ້າໃຈ ວ່າມັນເກີດ ຂຶ້ນໄດ້ ແນວໃດ ຍ້ອນສາເຫດ ອັນໃດ:

"ແມ່ນແທ້ ລະບໍ່ ເດັກນ້ອຍ ມັນຕີກັນ ອີ່ຫຍັງ ກໍບໍ່ຮູ້ ແຫລະ ມັນມາຕີ ກັນ ຢູ່ຫົນທາງ ມັນອອກມາ ໃນເຟັຊບຸກ ໂອ້ຍຕີກັນ ແຮງໃດ ດຶງຜົມ ດຶງເຜັມ ສີ່ຄົນລຸມຕີ ຜູ້ດຽວ ຕາອີ່ຕົນ ມັນ ກະເຈັບ ແຂນຊ້ຳ ຫົວເຄົ່າ ຊິແມ່ນ ຖືກເຂົາ ແກ່ ລະກະ ເຕະນຳ ໜຶ່ງຕໍ່ໜຶ່ງ ຍັງໄຄ ນີ້ ໔ ລຸມ ຕີຜູ້ນຶ່ງ ລະລົດ ກະແລ່ນ ໄປ ແລ່ນມາ ບໍ່ມີໃຜ ຈອດ ກະມີແຕ່ ບີບແກ ຊື່ໆ ຢາກ ໃຫ້ ມັນ ເຊົາ".

ນີ້ເປັນການ ຕີກັນ ທີ່ ເບິ່ງຕາມ ຄລິບ ວີດີໂອ ແລ້ວ ເບິ່ງຄືວ່າ ເປັນກຸ່ມ ແມ່ຍິງ ນັກເລງ ມີຜູ້ໜຶ່ງ ທີ່ ເປັນຫົວໂຈກ ແລະ ກໍ່ທ້າທາຍ ຫລາຍ ຊາວ ເມືອງວຽງຈັນ ອີກນາງ ໜຶ່ງ ເວົ້າວ່າ:

"ໂອ້ຍມັນດັງ ໝົດຕົ໋ວ ເພິ່ນສເນີ ເພິ່ນ ອີກໃດ ແຕ່ລະ ຄົນນະ ນັກເລງ ໃຫຍ່ ສເນີ ຜູ້ນັ້ນນີ້ ມື້ນີ້ ມາຕີກັນ ໂອ໋ຍ ຈັ່ງແມ່ນ ມັນຄັກ ມີແຕ່ ອີ່ໜຶ່ງ ອີ່ບໍ່ໃສ່ ເກີບ ຫັ້ນລະ ຈັ່ງແມ່ນ ມັນເກັ່ງ ອີ່ມັນ ລາກຜົມອີ່ ນັ້ນມາ ນັ້ນ ເກັ່ງ ກວ່າໝູ່ ນຸ່ງສິ້ນ ເຂີນໆ ເກັ່ງບໍ່ເກັ່ງ ສົມນ້ຳໜ້າ ເຂົາຈັດການ ພວກເພິ່ນ ຊະ".

ຂ່າວນັກຮຽນ ຍິງ ນັກຮຽນ ຊາຍ ໃນໂຮງຮຽນ ຕ່າງໆ ໃນ ນະຄອນຫລວງ ຕີກັນ ແບບນີ້ ປາກົດວ່າ ມີຂຶ້ນມາ ແລ້ວ ຫລາຍຄັ້ງ ແຕ່ບໍ່ເປັນ ຂ່າວ ຫາກມາເປັນ ຂ່າວ ຕອນນີ້ ລະ ເພາະ ເກີດຂຶ້ນ ຢູ່ແຄມ ຖນົນ ລ້ານຊ້າງ ຕໍ່ໜ້າ ໂຮງຮຽນ ມັທຍົມ ສົມບູນ ວຽງຈັນ ທີ່ ມີຊື່ສຽງ ແລະ ກໍ່ເກີດຂຶ້ນ ຂນະທີ່ ລາວ ເປັນເຈົ້າພາບ ກອງປະຊຸມ ຣັຖມົນຕຣີ ສຶກສາ ທິການ ບັນດາ ປະເທດ ອາຊຽນ ແລະ ຕໍ່ມາ ກໍແມ່ນ ກອງປະຊຸມ ຣັຖສະພາ ອາຊຽນ ຫລື ໄອປາ ທີ່ ກຳລັງ ດຳເນີນ ຢູ່ໃນ ຂນະນີ້.

ການຕີກັນ ຂອງນັກຮຽນ ຍິງ ມັທຍົມ ອາຍຸ ພຽງ 14-15 ປີ ນັ້ນ ຫລາຍໆຄົນ ກໍມີຄວາມ ວິຕົກ ກັງວົນ ເພາະມັນ ອາຈກ່ຽວຂ້ອງ ກັບ ສາເຫດ ສຳຄັນ ແນວໜຶ່ງ ຄື ວິຊາ ຄຸນສົມບັດ ທີ່ ເຄີຍ ບັນຈຸເຂົ້າ ໃນຫລັກສູດ ການສຶກສາ ດັ່ງຊາວ ນະຄອນ ຫລວງ ວຽງຈັນ ອີກທ່ານ ໜຶ່ງ ເວົ້າວ່າ:

"ເຣື່ອງນັກຮຽນ ຕີກັນຫັ້ນ ນະ ກະໄດ້ ຍິນ ລະມັນ ກໍມີຫລາຍ ປັຈຈັຍ ແຕ່ ທີ່ສຳຄັນ ຫລັກສູດ ການສຶກສາ ມັນກໍມີ ຄວາມສຳຄັນ ຄືກັນໃດ ທີ່ວ່າ ຈະດັດປັບ ຈິດໃຈ ຂອງ ນັກຮຽນ ຄື ຜ່ານມາ ເພິ່ນມີ ສອນວິຊາ ຄຸນສົມບັດ ນີ້ ກໍຢາກເວົ້າ ລັກສນະ ຕິ ເພື່ອກໍ່ ບໍ່ໂທດ ກະຊວງ ສຶກສາ ດອກ ເຮົາຢາກ ສ້າງ ຊັພຍາກອນ ມະນຸດ ທີ່ ມີ ປະສິດທິພາບ ເຮົາກໍ່ຕ້ອງ ສ້າງ ຊັພຍາກອນ ມະນຸດ ທີ່ມີ ຄຸນສົມບັດ ແຫລະ ຄັນຢາກ ໃຫ້ມີ ຄຸນສົມບັດ ເຮົາກໍຕ້ອງ ມີ ຫລັກສູດ ຄຸນສົມບັດ ວິຊາ ຮຽນ ບັງຄັບ ແດ່ ມັນຈະເຮັດ ໃຫ້ ເດັກນ້ອຍ ມີຄວາມ ສີວິໄລ ທາງ ດ້ານຈິດໃຈ ເຮັດໃຫ້ເຂົາ ຮູ້ຜິດ ຮູ້ຖືກ ມີ ສັມມາ ຄາລະວະ ບໍ່ໃຊ້ ຄວາມ ຮຸນແຮງ".

ວິຊາ ຄຸນສົມບັດ ທີ່ ທ່ານໝາຍ ເຖິງນັ້ນ ກໍອາຈເປັນ ຄື ວິຊາ ເອີ້ນວ່າ ທັມຈາຣິຍາ ຊຶ່ງ ນັກຮຽນ ໃນ ສມັຍກ່ອນ ໃນສມັຍ ພຣະຣາຊອານາຈັກ ໄດ້ຮຽນ ຊຶ່ງສອນ ໃຫ້ນັກຮຽນ ເປັນຄົນດີ ມີຄຸນທັມ.

ຊາວ ນະຄອນ ຫລວງ ທ່ານນີ້ ເວົ້າຕື່ມ ອີກ ເຖິງເຣື່ອງ ນັກຮຽນ ຕີກັນ ໂດຍສັງເກດ ວ່າ ມັນເລີ່ມ ຮຸນແຮງ ຂຶ້ນ ຊຶ່ງ ກໍບໍ່ແນ່ວ່າ ອາຈມີການ ໃຊ້ ອາວຸດ ຕີກັນ ແທນທີ່ ຈະເປັນ ມືເປົ່າ ຄື ດຽວນີ້ ຊຶ່ງ ຈຳເປັນ ຕ້ອງຫາ ວິທີ ແກ້ໄຂ ແຕ່ຫົວທີ ຄື ເພິ່ນວ່າ ກັນດີ ກວ່າແກ້ ເພື່ອ ຫລີກລ່ຽງ ພຶຕິກັມ ຮຸນແຮງ ໂດຍອາສັຍ ນາຍຄຣູ ອາສັຍ ການຮຽນ ການສອນ ຢູ່ໃນ ໂຮງຮຽນ:

"ຊິໃຫ້ຄຣູ ເບິ່ງໝົດ ທຸກອັນ ມັນກໍ ບໍ່ແມ່ນ ມັນຕ້ອງ ດຸ່ນດ່ຽງ ກັນ ພໍ່ແມ່ ກໍຕ້ອງ ເບິ່ງແດ່ ແຕ່ໂດຍ ສ່ວນໃຫຍ່ ແລ້ວ ພໍ່ແມ່ ຊິມີ ເວລາ ໜ້ອຍຄູ່ ມື້ນີ້ ຍ້ອນວ່າ ສະພາບ ເສຖກິດ ມັນ ຕ້ອງ ຜ່ານ ນາຍຄຣູ ກໍ ຈະຕ້ອງ ມີ ຫລັກສູດ ສອນນັກຮຽນ ເດັກນ້ອຍ ຫັ້ນນະ ມັນຕ້ອງ ມີ ຫລັກສູດ ຄັກແນ່ ເຮັດໃຫ້ ນັກຮຽນ ໄດ້ຮ່ຳຮຽນ ເຣື່ອງນີ້ ເຮັດແນວໃດ ຊິ ຫລີກລ່ຽງ ພຶຕິກັມ ຮຸນແຮງ ໄດ້ ເພາະວ່າ ເຮົາຢາກ ສ້າງ ຊັພຍາກອນ ມະນຸດ ດີເດ້".

ຢ່າງໃດ ກໍຕາມ ເຣື່ອງ ເດັກນ້ອຍ ນັກຮຽນ ຕີກັນນັ້ນ ຕ່າງ ກໍເຫັນວ່າ ຄວນ ສືບສວນ ສອບສວນ ໃຫ້ຮູ້ຕົ້ນ ປາຍ ສາເຫດ ຢ່າງ ຮີບດ່ວນ ເພື່ອ ຫາທາງ ແກ້ໄຂ ແລະ ສະກັດກັ້ນ ບໍ່ໃຫ້ ເກີດ ຂຶ້ນໄດ້ອີກ ຊຶ່ງ ທາງ ພໍ່ແມ່ ຜູ້ ປົກຄອງ ທາງ ໂຮງຮຽນ ແລະ ສັງຄົມ ຕລອດເຖິງ ສື່ມວນຊົນ ຕ່າງໆ ກໍຕ້ອງ ປະກອບສ່ວນ ແກ້ໄຂ. ເວົ້າ ສະເພາະ ທາງ ຄອບຄົວ ພໍ່ແມ່ ນັ້ນ ກໍເປັນ ສ່ວນ ປະກອບ ສຳຄັນ ໃນການ ໃຫ້ ຄວາມອົບອຸ່ນ ສັ່ງສອນ ລູກເຕົ້າ ໃຫ້ເປັນ ຄົນດີ.

ຕາມຂ່າວ ວຽງຈັນທາມ ສະບັບ ລົງວັນທີ 12 ກັນຍາ 2014 ນີ້ແລ້ວ ແມ່ນວ່າ ການຕີກັນ ຂອງ ນັກຮຽນ ເປັນບັນຫາ ໜຶ່ງ ທີ່ທາງ ຄນະ ຜູ້ ບໍຣິຫານ ໂຮງຮຽນ ພົບເຫັນມາ ຫຼາຍເທື່ອ ແລ້ວ. ປັຈຈຸບັນ ມີການ ປະຕິບັດ ນະໂຍບາຍ ສະກັດກັ້ນ ແລະ ບໍ່ສົ່ງເສີມ ໃຫ້ນັກຮຽນ ປະເຊີນໜ້າ ກັນ ໂດຍໃຊ້ ຄວາມຮຸນແຮງ ທໍາຮ້າຍ ຮ່າງກາຍ ເຖິງຂັ້ນ ບາດເຈັບ ແລະ ຫວັງວ່າ ນັກຮຽນ ຈະຄິດກ່ອນ ການກະທຳ ຂອງ ພວກຕົນ.

ຫາກນັກຮຽນ ຄົນໃດ ຍັງລະເວັ້ນ ການກະທໍາ ທີ່ຮຸນແຮງ ທາງ ຕຳຣວດ ກໍ ຈະຖືວ່າ ປະພຶດຕົນ ບໍ່ດີ ແລະ ກໍສາມາດ ຖືກຈັບ ຂັງຄຸກໄດ້. ພ້ອມດຽວກັນ ກໍຈະຖືກ ຫ້າມບໍ່ໃຫ້ ກ່ຽວຂ້ອງ ນຳກິຈກັມ ໃດໆ ຂອງ ທຸກ ໂຮງຮຽນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.