ແມ່ຍິງ-ເດັກນ້ອຍ 09-23-2014

ມະນີຈັນ
2014.09.23
f-default ການກັກຂັງ ເດັກນ້ອຍ ຍ້າຍຖິ່ນ ຈໍານວນ ຫລາຍ ພັນ ຄົນ ຢູ່ ສູນ ກັກຂັງ ກວດຄົນ ເຂົ້າເມືອງ ຂອງໄທ ໃນ ແຕ່ລະ ປີ ເປັນການ ຣະເມີດ ສິດທິ ມະນຸດ ແນວໃດ?
RFA

 

ການກັກຂັງ ເດັກນ້ອຍ ຍ້າຍຖິ່ນ ຈໍານວນ ຫລາຍ ພັນ ຄົນ ຢູ່ ສູນ ກັກຂັງ ກວດຄົນ ເຂົ້າເມືອງ ຂອງໄທ ໃນ ແຕ່ລະ ປີ ເປັນການ ຣະເມີດ ສິດທິ ມະນຸດ ແນວໃດ? ຕາມຣາຍງານ ຂອງ ອົງການ ສິດທິ ມະນຸດ Human Rights Watch ທີ່ ເຜີຍແພ່ ໃນ ວັນທີ 2 ກັນຍາ 2014.

ຣາຍງານ ພາຍໃຕ້ ຫົວຂໍ້ “2 ປີ ບໍ່ເຫັນ ເດືອນ ດາວ: ການກັກຂັງ ເດັກນ້ອຍ ຍ້າຍຖິ່ນ ໃນໄທ” ມີທັງໝົດ 67 ໜ້າເຈັ້ຽ ໃຫ້ ຣາຍຣະອຽດ ວ່າ ການກັກຂັງ ນັ້ນ ເປັນການ ຣະເມີດ ສິດທິ ຂອງ ເດັກນ້ອຍ ເຮັດໃຫ້ ພວກ ເຂົາ ມີຄວາມສ່ຽງ ຕໍ່ ສຸຂພາບ ແລະ ສວັດດີພາບ ແລະ ພັທນາການ ຂອງ ພວກເຂົາ. ນາງ ແອລິສ ຟາມເມີ ນັກຄົ້ນຄວ້າ ເຣື່ອງ ສິດທິ ຂອງ ເດັກນ້ອຍ ປະຈໍາ Human Rights Watch ເວົ້າວ່າ ເດັກນ້ອຍ ຄົນງານ ຍ້າຍຖິ່ນ ທີ່ ຖືກກັກຂັງ ຢູ່ໄທ ໄດ້ຮັບຄວາມ ທໍຣະມານ ຈາກການ ກັກຂັງ ທີ່ ມີຄົນຢູ່ ຈົນ ລົ້ນຫ້ອງ ຈາກການ ຂາດ ອາຫານ ທາດບໍາຣຸງ ບໍ່ໄດ້ຮັບ ການສຶກສາ ບໍ່ມີບ່ອນ ຫລິ້ນ ບ່ອນ ອອກກໍາລັງ ກາຍ. ສະພາບ ຢູ່ສູນ ກັກຂັງ ຄົນ ເຂົ້າເມືອງ ຢູ່ໃຕ້ຂີດ ມາຕຖານ ຕໍ່າສຸດ ຂອງ ສາກົລ:

"ໂດຍສະເພາະ ທີ່ ກ່ຽວຂ້ອງ ກັບ ເດັກນ້ອຍ ສະພາບການ ກັກຂັງ ທີ່ ເປັນບັນຫາ ມີຮວມທັງ ການຖືກຂັງ ແຍກອອກ ຈາກ ຄອບຄົວ ຂັງໄວ້ ກັບພວກ ຜູ້ໃຫຍ່ ອັນເຮັດໃຫ້ ພວກເຂົາ ສ່ຽງຕໍ່ ເຫດຄວາມ ຮຸນແຮງ ມີບັນຫາ ຂາດ ສານອາຫານ ຂາດການ ບໍຣິຫານ ຮ່າງກາຍ ແລະ ຂາດຫລາຍ ໂອກາດ ທີ່ຈໍາເປັນ ໃນຊີວິດ ຂອງ ພວກເຂົາ. ແລະ ຍິ່ງໜ້າ ເປັນຫ່ວງ ເມື່ອ ມີເດັກນ້ອຍ ຫລາຍຄົນ ຢູ່ໃນສູນ ກັກຂັງ ນັ້ນ ຖືກກັກຂັງ ເປັນ ເວລາ ດົນນານ ຫລາຍເດືອນ ຫລື ຫລາຍປີ ຊຶ່ງ ອາຈນໍາໄປ ສູ່ການ ເສັຽຊີວິດ ຂອງ ພວກເຂົາ ໄດ້".

Human Rights Watch ໄດ້ ສັມພາດ ເດັກນ້ອຍ ຍ້າຍຖິ່ນ 41 ຄົນ ແລະ ຜູ້ໃຫຍ່ ອີກ 64 ຄົນ ທີ່ ຖືກຈັບ ກັກຂັງ ຫລື ໄດ້ຮັບ ຜົລກະທົບ ຈາກ ເຈົ້າໜ້າທີ່ ກວດຄົນ ເຂົ້າເມືອງ. ແລະ ກໍ ໄດ້ສັມພາດ ຜູ້ຕາງໜ້າ ອົງການ ຈັດຕັ້ງ ສາກົລ ນໍາດ້ວຍ.

ການກັກຂັງ ຂອງ ຕໍາຣວດ ກວດຄົນ ເຂົ້າເມືອງ ຂອງໄທ ເປັນການ ລ່ວງຣະເມີດ ສິດທິ ຂອງ ທັງເດັກນ້ອຍ ແລະ ຜູ້ໃຫຍ່. ຄົນງານ ຍ້າຍຖິ່ນ ມັກຖືກ ກັກຂັງ ແບບບໍ່ ມີກໍານົດ ຊຶ່ງ Human Rights Watch ເວົ້າວ່າ ການກັກຂັງ ດົນນານ ເປັນການ ກີດກັນ ຄວາມສາມາດ ຂອງ ເດັກນ້ອຍ ໃນ ການເຕີບໂຕ ທັງ ທາງດ້ານ ຮ່າງກາຍ ແລະ ມັນສມອງ. ນາງ ຍານານ ຜູ້ ເປັນຄົນງານ ຍ້າຍຖິ່ນ ທີ່ຖືກ ກັກຂັງ ຢູ່ກັບ ຄອບຄົວ ຂອງ ນາງ ທີ່ສູນ ກວດຄົນ ເຂົ້າເມືອງ ເປັນເວລາ 6 ເດືອນ ເວົ້າວ່າ ເວລາທີ່ ຫລານຊາຍ ອາຍຸ 6 ປີ ຂອງນາງ ຖາມວ່າ ເຂົາຈະໄດ້ ຢູ່ທີ່ນີ້ ຕລອດ ຊີວິດ ຂອງ ເຂົາບໍ່? ນັ້ນ ນາງ ບໍ່ຮູ້ວ່າ ຈະຕອບ ແນວໃດ.

ອົງການ ຈັດຕັ້ງ ສາກົລ ເພື່ອ ຄົນຍ້າຍຖິ່ນ ຣາຍງານວ່າ ມີເດັກນ້ອຍ ຄົນງານ ຍ້າຍຖິ່ນ 375 ພັນ ຄົນ ຖືກກັກຂັງ ໃນໄທ ອັນມີ ຮວມທັງ ເດັກນ້ອຍ ແລະ ຄົນງານ ຍ້າຍຖິ່ນ ຈາກ ປະເທດ ເພື່ອນບ້ານ ແລະ ພວກ ເດັກນ້ອຍ ທີ່ ເປັນ ອົພຍົບ ແລະ ຫາທາງ ລີ້ພັຍ ການເມືອງ. ກຸ່ມໃຫຍ່ ທີ່ສຸດ ຄື ເດັກນ້ອຍ ອົພຍົບ ທີ່ ເຂົ້າ ມາອາສັຍ ຢູ່ໄທ ຈາກ ປະເທດ ພະມ້າ ຊຶ່ງ ໃນນັ້ນ ຫລາຍຄົນ ໄດ້ຫລົບໜີ ອອກຈາກ ການໂຈມຕີ ຂອງ ທະຫານ ພະມ້າ ຢູ່ເຂດ ຊົນເຜົ່າ ສ່ວນນ້ອຍ ແລະ ຈາກ ເຫດການ ຮຸນແຮງ ທາງ ສາສນາ ຕ້ານຊາວ ມຸສລິມໂຣຫິງຢາ ຢູ່ຣັຖ ອາຣັກການ. ແລະ ມີຊາວ ອົພຍົບ ອື່ນອີກ ທີ່ ມາຈາກ ປາກິສຖານ ສະຣີລັງກາ ໂຊມາເລັຽ ຊີເຣັຽ ແລະ ແຫ່ງອື່ນໆ.

ຄົນງານ ຍ້າຍຖິ່ນ ຈາກ ປະເທດ ເພື່ອນບ້ານ ຄື ພະມ້າ ກັມພູຊາ ແລະ ລາວ ປາກົດວ່າ ຖືກ ກັກຂັງ 2 ຫາ 3 ມື້ ຫລື 2 ຫາ 3 ອາທິດ ພາຍຫລັງ ຖືກຈັບ ແລະ ຖືກນໍາຕົວ ໄປ ຊາຍແດນ ເພື່ອສົ່ງກັບ ຄືນ ປະເທດ ຢ່າງເປັນ ທາງການ ຫຼື ບໍ່ ກໍຖືກ ປ່ອຍຕົວ.

ເດັກນ້ອຍ ຢູ່ ສູນກັກຂັງ ຄົນ ເຂົ້າເມືອງ ໃນໄທ ປົກຕິແລ້ວ ຖືກຂັງ ຮ່ວມກັບ ຜູ້ໃຫຍ່ ທີ່ ບໍ່ກ່ຽວຂ້ອງ ກັບພວກເຂົາ ອັນເປັນການ ລ່ວງຣະເມີດ ກົດໝາຍ ຣະຫວ່າງ ປະເທດ ແລະ ກໍປະເຊີນ ກັບ ການໃຊ້ ຄວາມ ຮຸນແຮງ ຮວມທັງ ການຕີກັນ ໃນໝູ່ ຜູ້ຖືກ ກັກຂັງ ແລະ ການໃຊ້ ກໍາລັງ ຮຸນແຮງ ຂອງ ເຈົ້າໜ້າທີ່ ເຝົ້າຍາມ ຊຶ່ງ ບາງຄັ້ງ ກໍເຖິງຂັ້ນ ເຮັດໃຫ້ ເດັກນ້ອຍ ໄດ້ ຮັບບາດເຈັບ. ນາງ ຟາມເມີ ກ່າວ ຕື່ມວ່າ:

"ເດັກນ້ອຍ ຫລາຍ ຄົນ ທີ່ໄດ້ ປະເຊີນ ກັບ ເຫດຮຸນແຮງ ຣະຫວ່າງ ຜູ້ຖືກ ກັກຂັງ ດ້ວຍກັນ ຢູ່ ສູນກັກຂັງ ເວົ້າວ່າ ບາງເທື່ອ ພວກເຂົາ ກໍຖືກ ຕົບ ຖືກຕີ ຍ້ອນວ່າ ພວກຕົນ ໄປຂ້ອງແຂ່ງ ຂ້ອງຂາ ພວກເຂົາ ເຫລົ່ານັ້ນ".

ການຢູ່ ຢ່າງແອອັດ ເປັນບັນຫາ ຊໍາເຮື້ອ ຢູ່ຫລາຍ ສູນກັກຂັງ ຄົນເຂົ້າເມືອງ ຂອງໄທ. ເດັກນ້ອຍ ແຫຍ້ກັນ ຢູ່ ຫ້ອງຂັງ ໂດຍບໍ່ມີ ເຄື່ອງ ຣະບາຍ ອາກາດ ທີ່ດີ ແລະ ກໍຖືກ ຈໍາກັດ ຫລື ບໍ່ມີບ່ອນ ຫລິ້ນ ມ່ວນຊື່ນ. ເດັກນ້ອຍ ຫລາຍຄົນ ທີ່ ຖືກ ສັມພາດ ເວົ້າວ່າ ຖືກຂັງຢູ່ ຫ້ອງແອອັດ ກັນຫລາຍ ຈົນຕ້ອງໄດ້ ນອນ ທາງນັ່ງ. ແມ່ນ ແຕ່ຫ້ອງ ທີ່ມີບ່ອນ ພໍນອນໄດ້ ພວກເຂົາ ນອນຢູ່ ກັບພື້ນ ທີ່ ເປັນ ແຜ່ນຫີນ ຫລື ເປັນແປ້ນ ຍໍ່ມີ ເສື່ອ ຫລື ຜ້າຫົ່ມ ແລະ ເຕັມໄປດ້ວຍ ຜູ້ໃຫຍ່ ທີ່ ເປັນຄົນອື່ນ ອ້ອມໜ້າ ອ້ອມຫລັງ.

ນາງນ້ອຍ ຊິນດີ ທີ່ຖືກກັກຂັງ ຕັ້ງແຕ່ ມີ ອາຍຸ 9 ປີ ເຖິງ ອາຍຸ 12 ປີ ເວົ້າວ່າ ສິ່ງ ທີ່ຮ້າຍແຮງ ທີ່ສຸດ ຄືວ່າ ເຈົ້າຖືກແຮ້ວ ຫລຽວ ໄປທາງນອກ ຈະ ເຫັນຜູ້ຄົນ ຍ່າງອ້ອມ ເຂດຄຸ້ມນັ້ນ ແລະ ນາງກໍຫວັງ ວ່າ ຈະເປັນ ນາງ.

ເດັກນ້ອຍ ທີ່ຖືກ ສັມພາດ ບໍ່ມີຄົນ ໃດເລີຍ ທີ່ໄດ້ເຂົ້າ ໂຮງຮຽນ ແມ່ນແຕ່ ຜູ້ຖຶກ ກັກຂັງ ມາຫລາຍ ເດືອນແລ້ວ ກໍຕາມ. ການບໍ່ໃຫ້ ເດັກນ້ອຍ ຄົນງານ ຍ້າຍຖິ່ນ ຫລື ເດັກນ້ອຍ ຫາທາງ ລີ້ພັຍ ການເມືອງ ທີ່ຖືກຢູ່ ສູນກັກຂັງ ໄດ້ ຮັບການ ສຶກສາ ຮໍ່າຮຽນ ນັ້ນ ແມ່ນ ເປັນການ ກີດກັນ ເດັກນ້ອຍ ໃນເຣື່ອງ ການພັທນາ ທາງ ສັງຄົມ ແລະ ຄວາມຮູ້ ຄວາມ ສາມາດ ຂອງພວກເຂົາ ຊຶ່ງ ສົນທິ ສັນຍາ ວ່າດ້ວຍ ສິດທິ ຂອງ ເດັກ ນ້ອຍ ຣະບຸວ່າ ເດັກນ້ອຍ ທຸກຄົນ ມີສິດທິ ໄດ້ຮໍ່າ ໄດ້ຮຽນ ໂດຍ ບໍ່ຈໍາແນກ ສັນຊາດ ຫລື ຖານະ ຄົນຍ້າຍຖິ່ນ.

ເມື່ອປີ 2013 ຄນະ ກັມການ ສະຫະ ປະຊາຊາດ ດ້ານ ສິດທິ ເດັກນ້ອຍ ໄດ້ແນະນໍາ ຣັຖບານ ປະເທດ ຕ່າງໆ ໃຫ້ ຢຸດເຊົາ ກັກຂັງ ເດັກນ້ອຍ ທີ່ ເຂົ້າເມືອງ ຢ່າງ ຮີບດ່ວນ ໂດຍ ເນັ້ນວ່າ ການກັກຂັງ ຄື ແນວນັ້ນ ບໍ່ເຄີຍເປັນ ຜົລດີ ສໍາລັບ ເດັກນ້ອຍ ຈັກເທື່ອ. ນາງ ແອລິສ ຟາມເມີ ກ່າວ:

"ຖ້າມກາງ ວິກິດການ ສິດທິ ມະນຸດ ຢູ່ໄທ ໃນ ຂນະນີ້ ເປັນການງ່າຍ ທີ່ ຈະບໍ່ສົນໃຈ ນໍາເຣື່ອງ ຄວາມທຸກຍາກ ລໍາບາກ ຂອງ ເດັກນ້ອຍ ຄົນງານ ຍ້າຍຖິ່ນ. ແຕ່ ທາງການໄທ ຫາກ ຈໍາເປັນຕ້ອງ ແກ້ໄຂ ບັນຫາ ນີ້ ເພາະມັນ ຈະ ບໍ່ໝົດໄປ ດ້ວຍຕົວ ຂອງມັນ ເອງ".

ພ້ອມດຽວກັນ ນາງ ຟາມເມີ ກໍກ່າວເຖິງ ເຣື່ອງ ຜົລກະທົບ ຈາກ ການຂາດ ສານ ອາຫານ ຊຶ່ງ ການ ພັທນາ ທາງ ຮ່າງກາຍ ສຳລັບ ເດັກນ້ອຍ ເປັນສິ່ງ ທີ່ສຳຄັນ:

"ຫາກ ບໍ່ມີ ອາຫານ ການກິນ ຢ່າງ ສມ່ຳສເມີ ບໍ່ມີບ່ອນ ຫລິ້ນ ທີ່ ເໝາະສົມ ການເຕີບໂຕ ຂອງ ເດັກນ້ອຍ ຄົນນັ້ນໆ ກໍຈະມີ ບັນຫາ ຕົນໂຕ ຕ່ຳເຕັ້ຽ ບໍ່ ສົມອາຍຸ. ມີເດັກນ້ອຍ ແມ່ຍິງ ຜູ້ນຶ່ງ ພາຍຫລັງ ອອກຈາກ ສູນກັກຂັງ ມາແລ້ວ ນາງ ກໍເໜັງຕິງ ແລ່ນໄປມາ ຍາກ ເພາະ ກ້າມເນື້ອ ຂາ ບໍ່ ແຂງແຮງ ບໍ່ໄດ້ຮັບ ການ ພັທນາ ດີ ຍ້ອນ ຢູ່ສູນກັກຂັງ ນັ້ນ ຫລາຍ ປີ".

ນອກຈາກ ບັນຫາ ກ່ຽວກັບ ການ ຍຸຕິ ການກັກຂັງ ເດັກນ້ອຍ ຍ້າຍຖິ່ນ ແລ້ວ Human Rights Watch ກໍຍັງ ເວົ້າວ່າ ໄທ ຄວນຮັບເອົາ ທາງເລືອກ ຕ່າງໆ ທີ່ ຖືກນໍາໃຊ້ ຢ່າງມີ ປະສິດທິພາບ ໃນ ປະເທດ ອື່ນໆ ເຊັ່ນ ເປີດສູນ ຕ້ອນຮັບ ແລະ ມີໂຄງການ ປ່ອຍຕົວ ແບບ ມີເງື່ອນໄຂ ນັບຖື ສິດທິ ຂອງ ເດັກນ້ອຍ ແລະ ປົກປ້ອງ ອະນາຄົດ ຂອງ ພວກເຂົາ. ນາງ ຟາມເມີ ກ່າວ ຕື່ມວ່າ:

"ພວກເຮົາ ຢາກຂໍ ຮຽກຮ້ອງ ຫລາຍໆ ໃຫ້ ຣັຖບານ ໄທ ປະຕິບັດ ທາງເລືອກ ອື່ນໆ ແທນ ການກັກຂັງ ເຊັ່ນເປີດ ໂຄງການ ສູນ ແຊວເຕີ ສູນພັກ ຊົ່ວຄາວ ຮອງຮັບ ຫລື ປ່ອຍ ພວກເຂົາ ກັບຄືນສູ່ ຄອບຄົວ ຂອງ ພວກເຂົາ".

ໃນການ ຕອບ ຈົດໝາຍ ຂອງ Human Rights Watch ເມື່ອວັນທີ 14 ສິງຫາ 2014 ພ້ອມທັງ ສິ່ງ ທີ່ຄົ້ນພົບ ແລະ ຂໍ້ແນະນໍາ ນັ້ນ ກະຊວງ ການຕ່າງ ປະເທດໄທ ໄດ້ ປະຕິເສດ ວ່າ ບໍ່ໄດ້ ກັກຂັງຄົນ ຍ້າຍຖິ່ນ ແບບ ຊະຊາຍ ແລະວ່າ ການກັກຂັງ ເດັກນ້ອຍ ຄົນງານ ຍ້າຍຖິ່ນ ທີ່ ມີຈໍານວນ ໜ້ອຍ ໃນໄທ ບໍ່ແມ່ນ ນະໂຍບາຍ ຂອງ ຣັຖບານ ໄທ ແຕ່ຫາກເປັນ ຄວາມປະສົງ ຂອງ ພໍ່ແມ່ ພວກເຂົາເອງ ຫລາຍກວ່າ ເພື່ອ ຈະໄດ້ ຢູ່ຮ່ວມກັນ ກັບ ຄອບຄົວ.

Human Rights Watch ເວົ້າວ່າ ໄທ ປະເຊີນກັບ ບັນຫາ ທ້າທາຍ ຈໍານວນ ບໍ່ໜ້ອຍ ຍ້ອນທີ່ຕັ້ງ ແລະ ຄວາມຢູ່ດີ ກິນດີ ຂອງໄທ ແລະໄທ ກໍມີສິດ ຄຸ້ມຄອງ ຊາຍແດນ ຂອງຕົນ. ແຕ່ກໍຄວນ ຄໍານຶງ ເຖິງການ ສົ່ງເສີມ ສິດທິ ມະນຸດ ຂັ້ນພື້ນຖານ ຮວມທັງ ບໍ່ກັກຂັງ ພວກເຂົາ ແບບ ຊະຊາຍ, ຄໍານຶງ ເຖິງ ສິດທິ ກ່ຽວກັບ ການ ໄດ້ ຢູ່ຮ່ວມກັນ ກັບ ຄອບຄົວ ແລະ ປັບປຸງ ສະພາບ ການ ກັກຂັງ ໃຫ້ໄດ້ ມາຕຖານ ຕໍ່າສຸດ ຂອງ ສາກົລ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.