ກະສິກອນລາວບໍ່ໄດ້ ໃຊ້ເງິນກູ້ ພໍຄວນ

2020-07-09
ອີແມວລ໌
ຄໍາເຫັນ
Share
ພິມ
ຟາມລ້ຽງໝູ ຂອງກຸ່ມຄົນລ້ຽງໝູ ຮ່ວມກັບ ບໍຣິສັດຈະເຣີນໂຄກປະພັນ ຫຼື ບໍຣິສັດ CP ປະເທສໄທ
ຟາມລ້ຽງໝູ ຂອງກຸ່ມຄົນລ້ຽງໝູ ຮ່ວມກັບ ບໍຣິສັດຈະເຣີນໂຄກປະພັນ ຫຼື ບໍຣິສັດ CP ປະເທສໄທ
ຮູບພາບອຸປຖັມໂດຍ: ນັກຂ່າວພົລເມືອງ

ຊາວກະສິກອນລາວ ຕົວຢ່າງຜູ້ລ້ຽງໄກ່ ຢູ່ເມືອງທຸຣະຄົມ ແຂວງວຽງຈັນ ຍັງບໍ່ສາມາດເຂົ້າເຖິງ ແຫຼ່ງເງິນກູ້ຈາກທະນາຄານແລະສະຖາບັນ ການເງິນຈຸລພາກໄດ້ຫຼາຍ ເທົ່າທີ່ຄວນ ຊຶ່ງ ທາງສະຖາບັນການເງິນ ອ້າງວ່າ ການລົງທຶນລ້ຽງໄກ່ ເປັນທຸຣະກິດທີ່ມີຄວາມສ່ຽງສູງ, ຕາມ ຄຳເວົ້າຂອງຊາວລ້ຽງໄກ່ຄົນນຶ່ງ ຢູ່ເມືອງທຸຣະຄົມ ທີ່ໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ເມື່ອວັນທີ່ 9 ກໍຣະກະດາ 2020 ນີ້ວ່າ:

“ເມື່ອເຂົາຖາມ ມັນຕາຍນະ ຢູ່ໆມັນຕາຍໝົດ ຈັກມັນຕາຍຫ່າບໍ່ ຈັງຊິນະ ຫລືວ່າພັຍພິບັດ ທັມມະຊາດນ້ຳຖ້ວມ ຈັ່ງຊິນະລ້ຽງໄກ່ເອົາບໍ່ທັນ ຄືຊາວກະສິກອນ ກໍມີຄວາມສ່ຽງຫຼາຍກວ່າ ເຮັດແນວອື່ນ ຄືສຸດທ້າຍ ປະຊາຊົນເຮົາກໍຄືເກົ່າ ເມືອງບໍ່ມີການຊ່ວຍເຫຼືອທາງດ້ານກະສິກັມ.”

ເຊັ່ນດຽວກັນ ຜູ້ປູກຜັກກະລ່ຳປີ ຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ກໍກ່າວວ່າ:

“ເຂົາຄິດວ່າ ຊາວກະເສດຕະກອນ ນີ້ມັນກໍຄວາມສ່ຽງຄືເວົ້າຫັ່ນແຫຼະ ພັຍແຫ້ງແລ້ງ ເຮົາກະບໍ່ໄດ້ເຕັມເມັດເຕັມຜົນ. ຊາເບິ່ງເຮົາຄູ່ປີເຮົາໄດ້ 30-40 ຕັນຕໍ່ນຶ່ງເຮັກຕາ ແຕ່ວ່າມາປັດຈຸບັນ ບໍ່ໄດ້ຮອດ 10 ຕັນ. ບາດນີ້ ຄັນຝົນ ກະຕັ້ງວ່າ ຝົນຈົນຖ້ວມບາດນີ່.”

ກະສິກອນປູກຜັກຢູ່ນະຄອນຫຼວງວຽງຈັນ ກໍບໍ່ສາມາດເຂົ້າເຖິງແຫ່ຼງເງິນກູ້ເຊັ່ນກັນ ເວລາໄປຢືມເງິນ ທະນາຄານບອກວ່າກະສິກອນຍັງຂາດ ເທັກນິກ ໃນການປູກຝັງປູກບໍ່ໄດ້ໝາກຜົນ ຢືມເງິນໄປແລ້ວ ອາດຈະບໍ່ສາມາດໃຊ້ຄືນໄດ້:

“ເນື່ອງຈາກ ວິຊາການເທັກນິກ ເຂົາກະຍັງບໍ່ເຖິງຂັ້ນຫັ່ນນ່າ ເກີດໃຫ້ການກູ້ໄປຫລົ້ມເຫລວ. ການລ້ຽງສັດ ລ້ຽງບໍ່ຖືກວິທີເນາະ ຈັ່ງຊິນາ ການຮັກສາ ບໍຖືກຣະບົບ ຣະບຽບຂອງກະຊວງ ກະສິກັມເນາະ ຜົນຜລິດບໍ່ໄດ້ ຄືມັນກະອາດເຮັດໃຫ້ຜົນ ເສັຍຫາຍເນາະ. ອັນນີ້ເຮົາ ບໍ່ສາມາດກູ້ໄດ້.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ສະຖາບັນການເງິນຈຸລພາກ ຢູ່ແຂວງວຽງຈັນທ່ານນຶ່ງ ອະທິບາຍວ່າ:

“ຄັນຊິປ່ອຍຫຼາຍ ມັນກໍມີຄວາມສ່ຽງຫຼາຍ ມັນກໍຄວາມສ່ຽງທາງດ້ານຜົລປູກຂອງເຮົານັ້ນເນາະ ເຮົາເຮັດວຽກກະສິກັມເນາະ ເຮັດຕາມຣະດູ ການ ປີນຶ່ງອາດເຮັດໄດ້ຢູ່ເຄິ່ງປີ 3 ເດືອນ 6 ເດືອນ ບໍ່ຖືກຣະດູຝົນບໍ່ ເຮົາກໍບໍ່ສາມາດເຮັດໄດ້.”

ເຈົ້າໜ້າທີ່ທ່ານນີ້ ອະທິບາຍຕື່ມວ່າ ປັດຈຸບັນ ບາງສະຖາບັນການເງິນຈຸລພາກ ກໍໄດ້ໃຫ້ ເງິນກູ້ຢືມແກ່ ຊາວກະສິກອນຢູ່ແຕ່ໃຫ້ຢືມໜ້ອຍ ຄືພຽງ 3-4 ລ້ານກີບ ແລະຈະໃຫ້ຢືມແຕ່ກຸ່ມ ກະສິກອນ ທີ່ມີສະມາຊິກ ແຕ່ 10 ຄົນຂຶ້ນໄປ.

ເຈົ້າໜ້າທີ່ສະຖາບັນການເງິນຈຸລພາກ ຢູ່ນະຄອນຫລງວຽງຈັນ ກໍໃຫ້ເຫດຜົນວ່າການກະເສດ ໃຊ້ເວລາດົນນານ ຂຶ້ນກັບທັມມະຊາດ ແລະ ກໍເປັນກິຈການທີ່ບໍ່ແນ່ນອນ:

“ຄວາມສ່ຽງຂຶ້ນກັບເຮົາໃຊ້ໄລຍະເວລາ ໃນການປູກຝັງ ມັນມີຄວາມ ເປັນໄປໄດ້ແບບວ່ານ້ຳຖ້ວມບໍ່ ແມ່ນຫຍັງນີ່ນ່າ. ຂຶ້ນກັບໄລຍະເວລາ ມັນດົນ ເພື່ອເກັບກ່ຽວ ອີ່ຫຍັງຫັ່ນນ່າ ເຣື່ອງຜົນຕອບແທນຫັ່ນນ່າ. ກັບຄວາມສ່ຽງ ພັຍທັມມະຊາດ ເຮົາກະບໍ່ ຄາດເດົາໄດ້.”

ເຈົ້າໜ້າທີ່ທ່ານນີ້ກ່າວອີກວ່າ ເຖິງວ່າຣັຖບານຈະມີນະໂຍບາຍ ໃຫ້ເງິນກູ້ຢືມແກ່ຊາວກະສິກອນ ແຕ່ເງິນທີ່ໃຫ້ຢືມ ແມ່ນເງິນຂອງນາຍທຶນ ແລະ ນາຍທຶນກໍຕ້ອງຮັກສາຜົນປໂຍດ ຂອງ ພວກເຂົາ.

ເມື່ອເວົ້າເຖິງເງິນທຶນ ທ່ານ ສາຍທອງ ແກ້ວດວງດີ ສະມາຊິກ ສະພາແຫ່ງຊາດ ປະຈຳເຂດ ນະຄອນຫລວງວຽງຈັນ ໄດ້ຂໍຮ້ອງໃນກອງ ປະຊຸມສະພາ ທີ່ຫາກໍຜ່ານມາວ່າ:

“ທ່ານປະທານ ຂໍໃຫ້ທ່ານມີນິຕິກັມຜັນເງິນ 100 ຕື້ລົງສູ່ກະສິກັມ 50 ເປີເຊັນ ໄດ້ບໍ່. ດຽວນີ້ບໍ່ກາຍ 8 ເປີເຊັນ ທີ່ເອົາເງິນຢືມມາແລ້ວ ໄປໃຫ້ທະນາຄານປ່ອຍ; ບໍ່ຮອດ 8 ເປີເຊັນ ໃຫ້ຊາວ ກະສິກອນ. ໄປຕົກຢູ່ຝ່າຍບໍຣິຫານນີ້ 30-40 ເປີເຊັນ. ອັນນີ້ ບໍ່ຖືກທິດຕາມ ທ່ານນາຍົກເວົ້າ.”

ເຖິງຢ່າງໃດກໍດີ ຊາວກະສິກອນລາວ ກໍຫວັງວ່າ ຣັຖບານຈະປະຕິບັດຕາມຄຳສເນີດັ່ງ ກ່າວໃນອະນາຄົດອັນໃກ້ໆນີ້.

ເຕັມຫນ້າ