ສລອງປີໃໝ່ລາວ ດ້ວຍຄວາມປອດພັຍ ໄກຈາກ ໂຄວິດ-19

ຈຳປາທອງ
2022.04.01
ສລອງປີໃໝ່ລາວ ດ້ວຍຄວາມປອດພັຍ ໄກຈາກ ໂຄວິດ-19 ການສລອງບຸນປີໃໝ່ລາວ ວັນທີ 14 ເມສາ ປີ 2016
RFA

ຫ້ອງວ່າການສໍານັກງານ ນາຍົກຣັຖມົນຕຣີ ໄດ້ອອກແຈ້ງການໃນມື້ວັນທີ 31 ມິນາ 2022 ກ່ຽວກັບມາຕການປ້ອງກັນ ແລະຄວບຄຸມການຣະບາດຂອງ ໂຄວິດ-19 ໃນໄລຍະບຸນປີໃໝ່ລາວ ແຕ່ມື້ວັນທີ 14 ຫາວັນທີ 16 ເມສານີ້  ໂດຍໃຫ້ແຂວງຕ່າງໆ ຈັດການສລອງຕາມປະເພນີ ເຊັ່ນສົງນໍ້າພຣະ, ບາສີ ສູ່ຂວັນໃນຄອບຄົວ.

ຢູ່ນະຄອນຫລວງວຽງຈັນ ທາງການສັ່ງໃຫ້ປິດຮ້ານບັນເທີງຕ່າງໆ ຮວມທັງຮ້ານຄາຣາໂອເກະ, ຮ້ານກິນດື່ມ. ສ່ວນຮ້ານອາຫານໃຫ້ເປີດຕາມປົກກະຕິ ແຕ່ຕ້ອງປະຕິບັດຕາມຕການປ້ອງກັນ ໂຄວິດ-19 ຢ່າງເຂັ້ມງວດ, ບໍ່ໃຫ້ຈັດຄອນເສີດ ແລະເປີດເຄື່ອງຂຍາຍສຽງ ຫລືເສບດົນຕຣີຕາມສະຖານທີ່ຕ່າງໆ ທີ່ມີການຊຸມ ນຸມກັນຫລາຍຄົນ, ຫ້າມຫົດນໍ້າສີ, ນໍ້າເປື້ອນຕາມຖນົນຫົນທາງ, ຫ້າມນຸ່ງເຄື່ອງໂປ້ຕາມວັດ, ເມົາແລ້ວ ຫ້າມຂັດຣົຖ ແລະຫ້າມຈູດໝາກກະໂພກ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 1 ເມສານີ້ວ່າ:

ຮ້ານບັນເທີງ ຮ້ານກິນດື່ມ ຮ້ານຄາຣາໂອເກະ ອິຫຍັງຕ່າງໆເດ້ ມັນມີຄໍາສັ່ງ ຂອງຫ້ອງວ່າການສໍານັກງານນາຍົກ ກະມີຄໍາສັ່ງຂອງເຈົ້າຄອງນະຄອນຫລວງ ເພາະວ່າໂຄວິດມັນຍັງຂຶ້ນສູງຢູ່ ຫົດສົງ ພຣະຢູ່ວັດໄດ້ຢູ່  ແຕ່ວ່າຕ້ອງຮັກສາໄລຍະຫ່າງຄືກັນ  ຖນົນຫົນທາງ ຈັດງານອື່ນໆ ແມ່ນຫ້າມເດັດຂາດ.

ທ່ານກ່າວຕື່ມວ່າ ຫາກຜູ້ໃດຝ່າຝືນຂໍ້ຫ້າມທີ່ວ່ານັ້ນ ຈະຖືກປັບໃໝຕາມລະບຽບການ ຍ້ອນເຊື້ອໂຄວິດ-19 ຍັງຣະບາດຫລາຍ ແລະມີແນວໂນ້ມເພີ່ມຂຶ້ນ, ໃຫ້ເຈົ້າໜ້າທີ່ບ້ານ ແລະຕໍາຣວດປ້ອງກັນຄວາມສງົບ ເພີ່ມທະວີການປ້ອງກັນຢ່າງເຂັ້ມງວດ.

ຢູ່ວັງວຽງ ແຂວງວຽງຈັນ ຊຶ່ງເປັນເມືອງທ່ອງທ່ຽວ ທາງການແຂວງ ກໍໄດ້ອອກແຈ້ງການໃຫ້ປິດຮ້ານບັນເທີງ, ຮ້ານຄາຣາໂອເກະ. ສໍາລັບຮ້ານອາຫານແມ່ນໃຫ້ເປີດ ແຕ່ໃຫ້ມີການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ.

ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ທ່ານນຶ່ງຢູ່ແຂວງວຽງຈັນ ເວົ້າໃນມື້ດຽວກັນນີ້ວ່າ:

ຊ່ວງນີ້ກໍໄດ້ເຂັ້ມງວດເຂົ້າຕື່ມຫັ້ນແຫລະ ບັນດາກິຈກັມທີ່ເປັນຮ້ານບັນເທິງ  ຮ້ານກິນດື່ມຫຍັງຕ່າງໆ ຖືວ່າແມ່ນໃຫ້ປິດຫັ້ນແຫລະ ເພາະວ່າມັນຈະເປັນການມົ້ວສຸມ ມັນຈະເປັນການແຜ່ຣະບາດ ເລີ່ມວັນທີ 1 ເມສານີ້ແຫລະ ຖືວ່າແມ່ນໃຫ້ງົດຫັ້ນແຫລະ ແຈ້ງເປັນແຕ່ລະໄລຍະໄປ ເວົ້າເຣື່ອງການຫລີ້ນບຸນປີໃໝ່ ກໍປະຕິບັດຕາມຮີດຄອງປະເພນີ ແຕ່ວ່າບໍ່ໃຫ້ຄົນຈໍານວນຫລາຍໄປເຕົ້າໄປໂຮມກັນ ແລະຫລີ້ນຫົດນໍ້າກັນນ່າ.

ຢູ່ແຂວງຫລວງພຣະບາງ ກໍມີແຈ້ງການບໍ່ໃຫ້ຈັດກິຈກັມແຫ່ນາງສັງຂານຕາມ  ຖນົນ, ໃຫ້ປິດຮ້ານບັນເທີງ ແລະຮ້ານຄາຣາໂອເກະ, ແຕ່ຍັງໃຫ້ເປີດຮ້ານອາຫານ ເຊັ່ນດຽວກັນກັບຢູ່ນະຄອນຫລວງວຽງຈັນ ແລະວັງວຽງ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ຢູ່ແຂວງຫລວງພຣະບາງທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ເມສານີ້.

ຫລາຍໆກິຈກັມກໍໄດ້ຍົກເລີກເນາະ ມີແຕ່ໄກ້ເຮັດເປັນຄອບຄົວຕາມຮີດຕາມຄອງເອົາ ສ່ວນຄາຣາໂອເກ໋ ບັນເທິງນີ້ຄືວ່າມີແຜນໃຫ້ປິດໄດ໋ ຊ່ວງໄຍະບຸນປີໃໝ່ນີ້ບໍ່ໃຫ້ເປີດ ກະມີແຈ້ງການແນະນໍາແລ້ວ ບໍ່ຢາກໃຫ້ຕັ້ງເປັນຈຸດເພື່ອຫົດນໍ້າກັນນ່າ ຫລືວ່າເອົາໃສ່ຫລັງຣົດ ຊີ່ຣົດເລາະຫົດຄົນແຄມທາງ ກະບໍ່ໃຫ້ເຮັດ.

ກ່ຽວກັບການສັກກະຣະບູຊາ, ສົງນໍ້າພຣະຕາມວັດຕ່າງໆ ໃນໄລຍະບຸນປີໃໝ່ນີ້ ພຣະອາຈານອົງນຶ່ງຢູ່ວັດອິນແປງ ນະຄອນຫລວງວຽງຈັນ ກ່າວວ່າ ຈະມີການຈັດສັກກະຣະບູຊາ, ສົງນໍ້າພຣະ ຕາມຮີດຄອງປະເພນີ, ແຕ່ຈະບໍ່ໄດ້ຈັດໃຫຍ່ໂຕ, ຈະມີການປ້ອງກັນເຊື້ອໂຄວິດ-19 ຢ່າງເຂັ້ມງວດ ແລະວ່າເຂດໃດມີຜູ້ຕິດເຊື້ອນີ້ຫລາຍ ກໍຈະບໍ່ມີການສົງນໍ້າພຣະ.

ດັ່ງທີ່ພຣະອາຈານກ່າວໃນມື້ດຽວກັນນີ້ວ່າ:

ກະຍັງບໍ່ແນ່ເທື່ອ ເພິ່ນກະຍັງຖ້າຟັງ ຫລາຍຂັ້ນຕອນຢູ່ຫັ້ນນ່າ ບາງທີກະສິໄດ້ຈັດນ້ອຍໆເປັນແບບພາຍໃນວັດ  ເປັນປະເພນີອັນນັ້ນຊື່ໆ ບໍ່ໄດ້ຈັດແບບໃຫ້ມາຫລາຍຄົນ ຕາມທີ່ເຂົາເຈົ້າປະຊຸມ ເຂົາກໍໃຫ້ຈັດນ້ອຍໆ  ແຕ່ບໍ່ໃຫ້ຈັດກວ້າງ ເພາະປ້ອງກັນເຣື່ອງພະຍາດໂຄວິດ. 

ແລະພຣະອາຈານອົງນຶ່ງຢູ່ວັດສີສະເກດ ນະຄອນຫລວງວຽງຈັນກໍກ່າວວ່າ ຕ້ອງ ໄດ້ເບິ່ງສະຖານະການຕົວຈິງ ຢູ່ບ້ານຕ່າງໆ, ຖ້າບ້ານໃດເຊື້ອໂຄວິດ-19 ຣະບາດຫລາຍ ກໍຈະບໍ່ມີການຈັດກິຈການສລອງໃນວັດນັ້ນ, ຕ້ອງໄດ້ລໍຖ້າໄປຮອດມື້ບຸນປີໃໝ່ນັ້ນກ່ອນ ວ່າສະພາບມັນຈະເປັນແນວໃດ.

ດັ່ງທີ່ພຣະອາຈານກ່າວວ່າ:

ຕ້ອງເບິ່ງກ່ອນ ຮອດມື້ກ່ອນ ວ່າມັນຈະເປັນຈັ່ງໃດ ບາງວັດເພິ່ນກະບໍ່ເຮັດກະມີ ບາງວັດເພິ່ນເຮັດກະມີ ເຮົາກະຟັງໆທາງບ້ານທາງເມືອງ ເພິ່ນຈະວ່າຈັ່ງໃດຫັ້ນນ່າ.

ເຈົ້າຂອງຮ້ານບັນເທີງແຫ່ງນຶ່ງ ຢູ່ນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 1 ເມສານີ້ວ່າ ໃນໄລຍະສລອງບຸນປີໃໝ່ລາວປີນີ້ ພວກຮ້ານບັນເທີງຮ້ານຄາຣາໂອເກະ ຮູ້ສຶກອຸກໃຈ ຍ້ອນຈະບໍ່ໄດ້ເປີດຮ້ານໃຫ້ບໍລິການ ເນື່ອງຈາກຫາກໍໄດ້ເຣີ່ມເປີດຫວ່າງເດືອນມິນາ ທີ່ຫາກໍຜ່ານມານີ້ ແລະວ່າ ບໍ່ຢາກໃຫ້ທາງການປິດຮ້ານຂອງຕົນ.

ຄວາມຮູ້ສຶກກະບໍ່ຢາກໃຫ້ປິດຫັ້ນແຫລະ ລາຍໄດ້ກໍຫົດຫັ້ນແຫລະ ເປີດມັນກະສິມ່ວນ ສິໄດ້ເງິນຢູ່ແຫລະປີໃໝ່ນີ້ ເຂົາເຈົ້າກໍເລີ່ມຈະກິນຢູ່ແລ້ວ.   

ແລະເຈົ້າຂອງຮ້ານຄາຣາໂອເກະ ຜູ້ນຶ່ງກໍເວົ້າວ່າ ໄດ້ປິດຮ້ານຂອງຕົນແລ້ວ ບໍ່ມີລາຍໄດ້ ເນື່ອງຈາກເຊື້ອໂຄວິດ-19 ຍັງຣະບາດໜັກຢູ່, ມີແຕ່ຮ້ານອາຫານຍັງເປີດເປັນປົກກະຕິ.

ໂອ້ດຽວນີ້ເພິ່ນບໍ່ໃຫ້ເປີດ ມັນກະບໍ່ໄດ້ແລ້ວ ມັນກະບໍ່ມີລາຍໄດ້ ສວນຫລາຍກໍຈະເປັນຮ້ານອາຫານເປັດ ແຕ່ປະເພດຄາຣາໂອເກ໋ນີ້ເພິ່ນບໍ່ໃຫ້ເປີດ.

ການສລອງບຸນປີໃໝ່ລາວປີນີ້ ຈະເຣີ່ມຕັ້ງແຕ່ມື້ວັນທີ 14 ຫາວັນທີ 16 ເມສາ 2022. ທຸກຄົນຕ້ອງໄດ້ປະຕິບັດຕາມມາຕການ ແລະກົດລະບຽບຕ່າງໆ ທີ່ທາງການວາງອອກຢ່າງເຄັ່ງຄັດ, ບໍ່ໃຫ້ຈັດກິຈກໍາໃຫຍ່ໂຕ, ໃຫ້ເຮັດຕາມປະເພນີ ເພື່ອປ້ອງກັນບໍ່ໃຫ້ເຊື້ອໂຄວິດ-19 ຣະບາດໜັກຂຶ້ນໄປຕື່ມອີກ.

ທາງການລາວ ປະກາດໃນມື້ວັນທີ 1 ເມສານີ້ວ່າ ທົ່ວປະເທດລາວມີຜູ້ຕິດເຊື້ອໂຄວິດ-19 ໃໝ່ຕື່ມອີກ 2,665 ຄົນ. ໃນຈໍານວນນັ້ນ ຢູ່ນະຄອນຫລວງວຽງຈັນມີຜູ້ຕິດເຊື້ອເຖິງ 1,346 ຄົນ. ຢູ່ລາວປັດຈຸບັນ ມີຜູ້ຕິດເຊື້ອສະສົມ 179,563 ຄົນ, ເສັຍຊີວິດທັງໝົດ 669 ຄົນ, ກໍາລັງປິ່ນປົວ 6,436 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.