ສລອງປີ​ໃໝ່ເສັຽຊີວິດ 37 ຄົນ

ຈໍາປາທອງ
2019.04.19
f-accident ອຸບັດຕິເຫດ ຕາມຖນົນໃນນະຄອນຫຼວງວຽງຈັນ ໃນໄລຍະບຸນປີໃຫມ່ລາວ
ຮູບພາບຈາກ : ນັກຂ່າວພົລເມືອງ

ອຸບັດຕິເຫດໃນທົ່ວປະເທດ ໃນໄລຍະບຸນປີໃໝ່ລາວ ແຕ່ມື້ວັນທີ 13 ຫາ 17 ເມສາ 2019 ນີ້ ເຮັດໃຫ້ມີຜູ້ເສັຽຊີວິດ 37 ຄົນໃນຈໍານວນ ອຸບັດຕິເຫດທັງໝົດ 303 ຄັ້ງ, ຍ້ອນເມົາແລ້ວຂັບຣົດ, ຂັບຣົດໄວເກີນກໍານົດ, ຂັບແບບຫວາດສຽວ, ບໍ່ປະຕິບັດຕາມກົດ ຈະຣາຈອນ. ໃນຍາມບຸນປີໃໝ່ ຄົນມັກດື່ມເຫລົ້າ ດື່ມເບັຽຫຼາຍເພື່ອຄວາມມ່ວນຊື່ນ. ຕາມຄໍາເວົ້າຂອງເຈົ້າໜ້າທີ່ ກູ້ພັຍ ນະຄອນຫຼວງວຽງຈັນ ທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 19 ເມສາ ນີ້:

"ຍ້ອນເຫລົ້າ ຍ້ອນເບັຽ ເມົາແລ້ວຂັບ ຂະເຈົ້າສ່ວນຫລາຍຂາດສະຕິ ບໍ່ຮັບບໍ່ນັບຖືກົດຣະບຽບຈະຣາຈອນ ປະເພນີແຫລະນໍ ເຮົາກິນເຫລົ້າ ກິນເບັຽນີ້ເຮົາຫລີກລ້ຽງບໍ່ໄດ້."

ແຂວງທີ່ເກີດອຸບັດຕິເຫດ ຫຼາຍກວ່າໝູ່ແມ່ນ ແຂວງຈໍາປາສັກ 45 ຄັ້ງ, ຮອງມາກໍແມ່ນ ແຂວງສະຫວັນນະເຂດ 35 ຄັ້ງແລະນະຄອນຫຼວງ ວຽງຈັນ 31 ຄັ້ງ. ທ່່ານກ່າວວ່າ ຢູ່ຕາມຖນົນຕ່າງໆໄດ້ມີປ້າຍເຕືອນ ເມົາບໍ່ຂັບ. ແຕ່ປ້າຍເຕືອນນັ້ນມີໜ້ອຍ ແລະທັງເປັນ ປ້າຍທີ່ບໍ່ໂດດເດັ່ນ ສໍາລັບຄົນຂັບຂີ່ຍວດຍານພາຫະນະ ແລະການປະຕິບັດກົດໝາຍ ກໍຍັງບໍ່ເຂັ້ມງວດພໍ, ດັ່ງທ່ານກ່າວວ່າ:

"ບໍ່ມີກົດໝາຍດອກນະ ກຸ່ມບ້ານເຮົານະ ມີແຕ່ກົດຣະບຽບນັ້ນມີວ່າເດັກນ້ອຍອາຍຸຕໍ່າກວ່າ 18 ຫ້າມຊື້, ຣະບຽບດໍາຣັດຂອງ ທ່ານນາຍົກ ກະສິມີຢູ່ປ້າຍ ເມົາບໍ່ຂັບ ໂຕນັ້ນນະ ບໍ່ນັບຖືກົດຣະບຽບກັນ."

ໃນໄລຍະສລອງ ບຸນປີໃໝ່ລາວ 2019 ນີ້ ເຈົ້າໜ້າທີ່ຕໍາຣວດ ມີມາຕການປ້ອງກັນ ຢ່າງເຂັ້ມງວດ ໂດຍໄດ້ຕັ້ງຈຸດກວດກາ ສະກັດກັ້ນ ຍານພາຫານະ ບໍ່ໃຫ້ຄົນເມົາ ຂັບຂີ່ຣົດຕາມຖນົນຕ່າງໆ ເພື່ອປ້ອງກັນອຸບັດຕິເຫດ. ແຕ່ກໍຍັງມີ ຜູ້ຂັບຂີ່ຈໍານວນນຶ່ງ ຝ່າຝືນ ບໍ່ປະຕິບັດ ຕາມກົດຈະຣາຈອນ ໃນທົ່ວປະເທດ ເຮັດໃຫ້ປີ 2019 ນີ້ ເກີດອຸບັດຕິເຫດ ຫຼາຍກວ່າປີກາຍ ຊຶ່ງມີອຸບັດຕິເຫດ ຕາມທ້ອງຖນົນ ປະມານ 200 ຄັ້ງ ແລະມີຜູ້ເສັຽຊີວິດ 29 ຄົນ ແລະໃນປີ 2017 ມີຜູ້ເສັຽຊີວິດ 22 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.