ທົ່ງໄຫຫິນ ຖືກ​ຮັບ​ຮອງ ເປັນມໍຣະດົກໂລກ

ໄມຊູລີ
2019.07.08
f-jars ທັມມະຊາດ ຄວາມງາມ ທົ່ງໄຫຫີນ ແຂວງຊຽງຂວາງ
RFA

ຄນະກັມມະການ ການສຶກສາ ວິທຍາສາດ ແລະ ວັທນະທັມ ອົງການ ສະຫະປະຊາຊາດ (USESCO) ປະກາດຮັບຮອງເອົາ ທົ່ງໄຫຫິນ ທີ່ມີອາຍຸ ເກືອບ 3,000 ປີ ຢູ່ແຂວງຊຽງຂວາງ ເປັນມໍຣະດົກໂລກ ຢ່າງເປັນທາງການແລ້ວ ເມື່ອວັນເສົາ ວັນທີ 6 ກໍຣະກະດາ 2019 ນີ້ ໃນຣະຫວ່າງ ກອງປະຊຸມໃຫຍ່ ຄນະກັມມະການມໍຣະດົກໂລກ ຂອງ UNESCO ທີ່ ກຸງບາກູ ປະທດອາເຊີຣ໌ໄບຊານ (Azerbaijan), ອິງຕາມ ຄໍາເວົ້າຂອງເຈົ້າໜ້າທີ່ ກົມມໍຣະດົກ ກະຊວງຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 8 ກໍຣະກະດາ ນີ້:

“ດຽວນີ້ ເຮົາໄດ້ຖືກຮັບຮອງແລ້ວ ເຂົ້າເປັນມໍຣະດົກໂລກ ແຫລ່ງທີ 3 ຂອງ ສປປ ລາວ ນີ້, ມື້ອື່ນ ເພິ່ນຈະກັບມາ ມາແຕ່ ອາເຊີຣ໌ໄບຊານ ທັ້ງຣັຖມົນຕຣີ ທັງຫົວໜ້າກົມ.”

ທ່ານກ່າວວ່າ ຣັຖບານລາວ ໄດ້ໃຊ້ໄລຍະເວລາ ໃນການດໍາເນີນ ຂັ້ນຕອນ ຍື່ນສເນີໃຫ້ ທົ່ງໄຫຫິນ ເຂົ້າເປັນ ມໍຣະດົກໂລກ ຕໍ່ອົງການ UNESCO ຮວມທັງໝົດ 18 ເດືອນ ໂດຍກໍານົດຂອບເຂດ ທົ່ງໄຫຫິນ ເພື່ອປ້ອງກັນ ການບຸກລຸກພື້ນທີ່ ພື້ນທີ່ເຂດ ມໍຣະດົກ, ວິທີ ການຟື້ນຟູ ຮັກສາສະພາບ ທົ່ງໄຫຫິນ ໃຫ້ຄົງສະພາບເດິມໄວ້ ໃຫ້ສົມບູນທີ່ສຸດ.

ຈໍານວນໄຫຫິນ 1,000 ປາຍໜ່ວຍ ເນື້ອທີ່ 200 ເຮັກຕາຣ໌ ກວມເອົາ 4 ເມືອງ ຄື: ເມືອງຄໍາ, ເມືອງຜາໄຊ, ເມືອງແປກ, ແລະ ເມືອງພູກູດ ມີທັງໝົດ 11 ແຫ່ງ ໂດຍແຍກເປັນພື້ນທີ່ ຕັດຫິນ 3 ແຫ່ງ ແລະ ພື້ນທີ່ຕັ້ງຫິນ 8 ແຫ່ງ.

ເຈົ້າໜ້າທີ່ ກົມມໍຣະດົກ ເວົ້າວ່າ ຣັຖບານລາວ ຄາດຄະເນວ່າ ຈະມີການຈັດງານສເລີມສລອງ ທົ່ງໄຫຫິນ ເປັນເມືອງມໍຣະດົກໂລກ ແຫ່ງທີ 3 ຂອງລາວ ໃນເດືອນມິນາ ປີໜ້ານີ້ ພ້ອມກັບ ງານກິລາແຫ່ງຊາດ:

“ຄາດວ່າ ປີໜ້າເດືອນ 3 ແຜນທໍາອິດ ລະວ່າ ສິເປີດເດືອນ 11 ປີນີ້ ແຕ່ວ່າ ມັນເວົ້າເຣື້ອງ ງົບປະມານ ມັນກໍຄິດວ່າ ເພິ່ນຈະເອົາພ້ອມ ດຽວກັນກັບ ງານກິລາເຂດເນາະ ອິງຕາມປະຢັດງົບປະມານ.”

ທ່ານວ່າ ການສເລີມສລອງ ມໍຣະດົກໂລກ ແຫ່ງໃໝ່ ຈະມີຄນະກັມມະການ ຈາກ UNESCO ສໍານັກງານໃຫຍ່ ແລະ ພາກພື້ນເອເຊັຽ ປາຊີຟິກເຂົ້າຮ່ວມ ເຈົ້າໜ້າທີ່ ຂັ້ນສູງຂອງລາວ ຮວມເຖິງ ເຈົ້າໜ້າທີ່ ຈາກສະຖານທູດ ແລະ ປະຊາຊົນລາວ ທົ່ວປະເທດ ຊຶ່ງຣັຖບານລາວ ຄາດວ່າ ຈະໃຊ້ງົບປະມານ ຢ່າງໜ້ອຍ 3 ຕຶ້ກີບ.

ປັຈຈຸບັນ ສປປລາວ ມີນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ຖືກຮັບຮອງເປັນມໍຣະດົກໂລກ ແຫ່ງທີ 1 ໃນປີ 1995, ແລະ ວັດພູ ແຂວງຈໍາປາສັກ ຖືກຮັບຮອງເອົາ ໃນປີ 2001 ແລະ ທົ່ງໄຫຫິນ ແຂວງຊຽງຂວາງ ທີ່ຖືກຮັບຮອງ ໃນປີ 2019 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.