ບຸນທາດຫຼວງຈະເນັ້ນພິທີ ສາສນາ

ສຸພັດຕາ
2020.10.23
F-Thatluang-festival ພິທີວຽນທຽນ ໃນງານບຸນນະມັສການ ພຣະທາດຫຼວງວຽງຈັນ ປະຈຳປີ 2019
ພາບຈາກ: ວີດີໂອ ວິທຍຸ ແຫ່ງຊາດ

ບຸນນະມັສການພຣະທາດຫຼວງວຽງຈັນ ປະຈໍາປີ 2020 ນີ້ເນັ້ນສະເພາະພິທີທາງສາສນາເຊັ່ນ: ຄາຣະວະບູຊາແຫ່ປຣາສາດເຜີ້ງ, ພິທີແຫ່ ລູກຄີ, ພິທີຕັກບາດໃນຕອນເຊົ້າ ແລະ ວຽນທຽນໃນຕອນຄໍ່າ, ບໍ່ມີ ການຈັດງານຕລາດນັດ ຫຼື ວາງສະແດງສິນຄ້າຕ່າງໆແຕ່ຢ່າງໃດ, ພ້ອມ ທັງຫຼຸດຈໍານວນວັນ ໃນການຈັດງານບຸນນັ້ນ ລົງເຫຼືອພຽງ 3 ວັນ ຈາກແຕ່ກ່ອນ 7 ວັນ ເພື່ອປ້ອງກັນການແຜ່ຣະບາດ ຂອງເຊື້ອໄວຣັສ ໂຄວິດ-19, ແຕ່ອະນຸຍາດໃຫ້ ຮ້ານຂາຍອາຫານ, ຮ້ານເຂົ້າຫຼາມ-ປີ້ງໄກ່, ຮ້ານຂາຍເຄື່ອງດື່ມ (ທີ່ບໍ່ມີທາດເຫຼົ້າ) ແລະ ຮ້ານຂາຍດອກໄມ້ -ທູບທຽນ ເພື່ອບູຊາ ສາມາດຂາຍໄດ້, ອີງຕາມຄວາມເວົ້າ ຂອງ ເຈົ້າໜ້າທີ່ຜແນກ ຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 22 ຕຸລາ ນີ້:

“ບໍ່ໃຫ້ມີງານວາງສະແດງສິນຄ້າ ບໍ່ມີງານການລະເຫຼັ້ນ ເວທີການບໍ່ໃຫ້ມີ ມີແຕ່ຮ້ານຂາຍດອກໄມ້ - ທູບທຽນ ນໍ້າທັມມະດາ ບໍ່ມີການວາງ ສະແດງສິນຄ້າ ເສື້ອຜອກເສື້ອຜ້າ ໂຊຣົດ ໂຊຫຍັງບໍ່ມີ ໂຈະຍ້ອນ ອັນພຍາດໂຄວິດ-19 ເຂົ້າມາແຊກ ປະມານ 3 ມື້ເດີ້ ວັນທີ່ 29-30-31 ປີກາຍ 7 ມື້ພຸ້ນແຫຼະ.”

ທ່ານກ່າວຕື່ມວ່າ ນອກຈາກນີ້ ພາຍໃນງານບຸນ ຈະມີການຖ່າຍທອດສົດ ຜ່ານທາງໂທຣະທັດ ເປັນເວລາ 3 ວັນ ນັບແຕ່ວັນທີ 29-31 ຕຸລາ, ເຊິ່ງມື້ວັນທີ 29 ຕຸລາ ຈະຖ່າຍທອດສົດ ພິທີແຫ່ລູກຄີ ແລະ ແຂ່ງຂັນ ປະເພນີຕີຄີ ຣະຫວ່າງທີມ ປະຊາຊົນ ແລະ ທີມຣັຖບານ ທີ່ເດີ່ນພຣະທາດຫຼວງ ເຣີ່ມຕັ້ງແຕ່ເວລາ 1 ໂມງເປັນຕົ້ນໄປ ແລະ ມື້ສຸດທ້າຍ ຄື ມື້ວັນທີ່ 31 ຕຸລາ ຈະຖ່າຍທອດສົດ ພິທີຕັກບາດ ແລະ ພິທີວຽນທຽນ ຕັ້ງແຕ່ເວລາ 7 ໂມງເຊົ້າ ເປັນຕົ້ນໄປ.

ກ່ຽວກັບເຣື່ອງນີ້ ແມ່ຄ້າ ທີ່ເຄີຍຂາຍປີ້ງໄກ່-ຕໍາໝາກຫຸ່ງ ຢູ່ງານບຸນທາດຫຼວງເມື່ອປີທີ່ແລ້ວ ເວົ້າວ່າ ປີນີ້ ຍັງບໍ່ມີແຜນຈະໄປຂາຍເຄື່ອງຢູ່ບຸນ ທາດຫຼວງເທື່ອ, ເນື່ອງຈາກຂັ້ນເທິງອອກແຈ້ງການມາວ່າ ບໍ່ຈັດງານ ຄົບງັນ ຈະຈັດແຕ່ຕາມປະເພນີ 3 ມື້ເທົ່ານັ້ນ ຫາກວ່າໄປຂາຍເຄື່ອງຢູ່ ບຸນທາດຫຼວງ ຈະບໍ່ຄຸ້ມເມື່ອຍ ແລະ ບໍ່ຄຸ້ມທຶນ, ດັ່ງ ນາງກ່າວວ່າ:

“ປີນີ້ ຍັງບໍ່ມີແຜນເຈົ້າ ເພາະຊາເຫັນ ເພິ່ນວ່າ ບໍ່ຈັດບຸນທາດຫຼວງເດ້ ຈັດແຕ່ຕາມປະເພນີ 3 ມື້ ເພາະວ່າ ທຸກຄົນເຫັນຢູ່ເຟສບຸຄ ເນາະ ວ່າບໍ່ມີງານ ປົກກະຕິ ຄັນແບບນີ້ ຄົນເຮົາຈະເຣີ້ມ ໄປສອບຖາມ ຄ່າເຊົ່າ ແລ້ວເນາະ ແລ້ວບາດນີ້ ເຫັນປະກາດຈັ່ງຊີ້ ຄົນເຮົາກໍຊິຢຸດແຫຼະ ໂອເຄ ມັນບໍ່ມີແຫຼະປີນີ້ ຊິບໍ່ໄປ ໄປບໍ່ຄຸ້ມເມື່ອຍຫັ້ນນ່ະ ເສັຍຣາຍໄດ້.”

ໃນຂນະທີ່ ແມ່ຄ້າ ທີ່ເຄີຍຂາຍໂຣຕີ ຢູ່ບຸນທາດຫຼວງເມື່ອປີທີ່ແລ້ວ ກໍເວົ້າວ່າ ແຕ່ລະປີ ທີ່ມີງານບຸນທາດຫຼວງ ຮ້ານໂຣຕີ ຈະຕັ້ງຮ້ານຂາຍ ທຸກປີແຕ່ປີນີ້ ຢ້ານຂາດທຶນ, ເສຖກິຈກະບໍ່ຄ່ອຍດີ ຄົນມາອອກມາງານ ບຸນກໍອາຈຫຼາຍແຕ່ມື້ດຽວ ຄືມື້ວຽນທຽນ ຈຶ່ງຂໍເປັນປີໜ້າ ທີ່ຈະໄປ ຂາຍໂຣຕີ:

“ແຕ່ລະປີເຮົາໄປເນາະ ປີນີ້ ເຮົາຍັງເປັນຫ່ວງຢູ່ ປີນີ້ ເຮົາກະຍັງບໍ່ທັນແນ່ໃຈ ຊິເອົາເປັນປີໜ້າຊະເນາະ ເພາະວ່າ 3 ມື້ນຶ່ງ ຢ້ານມັນບໍ່ອັນນັ້ນ ຫັ່ນນາ ນຶ່ງ ເສຖກິຈແດ່ເນາະ ຄືແບບວ່າ ມັນຍັງບໍ່ທັນໄດ້ຫຼາຍໆ ອັນຫັ້ນນາ ຄືວ່າຄົນນີ້ກໍອອກຢູ່ກະອອກ ອາຈມີມື້ນຶ່ງ ທີ່ວ່າຄົນຫຼາຍເນາະ ມື້ວຽນນີ້ນາ ແຕ່ວ່າມື້ທົ່ວໄປ ເຮົາບໍ່ແນ່ໃຈ ຊິມີຄົນຫຼາຍຫຼືບໍ່ເຈົ້າ.”

ສ່ວນພໍ່ຄ້າ ທີ່ເຄີຍຂາຍເສື້ອຜ້າ ຢູ່ງານບຸນທາດຫຼວງເມື່ອປີກາຍ ພັດເວົ້າວ່າ ຈະຂາຍເຂົ້າໜົມ ແລະເສື້ອຜ້າຢູ່ເຮືອນ ເພາະເຮືອນຂອງຕົນຢູ່ ແຄມທາງ ເຖິງແມ່ນວ່າ ແຈ້ງການຂອງຂັ້ນເທິງກໍຕາມ:

“ຢາກຂາຍແນ່ນອນ ເພາະວ່າ ພໍ່ຄ້າ-ແມ່ຄ້າເນາະ ແຕ່ວ່າ ທາງຣັຖບານ ອອກມາວ່າ ບໍ່ໃຫ້ຂາຍ ກໍຊິໄດ້ປະຕິບັດຕາມນັ້ນ ຕ່າງແຕ່ວ່າ ເຮືອນແຄມທາງຫັ້ນເນາະ ຊິໄປຫ້າມບໍ່ໃຫ້ຂາຍ ກໍບໍ່ໄດ້ຕິ ເປີດຮ້ານຢູ່ ເຮືອນຫັ້ນ ບໍ່ໄດ້ແມ່ນແບບເປັນຊຸ້ມ ເປັນອິຫຍັງ ຄືປີທີ່ຜ່ານມາຫັ້ນ ບໍ່ແມ່ນແບບນັ້ນ ຫັ້ນນາ.”

ຊາວບ້ານ ຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຜູ້ນຶ່ງເວົ້າວ່າ ໂຕເອງວາງແຜນ ຈະພາຄອບຄົວ ໄປບຸນທາດຫຼວງໃນປີນີ້ຢູ່ ເນື່ອງ ຈາກງານບຸນທາດຫຼວງ ເປັນຮີດຄອງປະເພນີ ຂອງຊາວລາວ ສາສນາ ພຸດ ທີ່ມີສືບຕໍ່ກັນມາ ເປັນເວລາດົນນານ ແລະກໍຈະປ້ອງກັນໂຕເອງ ຈາກພຍາດໂຄວິດນໍາ:

“ໄປຢູ່ ໂຕນີ້ ມັນຮີດຄອງເດ້ ຮີດຄອງບຸນປະເພນີ ບຸນປະເພນີ ຂອງຊາວລາວ ສາສນາພຸດ ໂຕນີ້ ກໍມີແຫຼະເນາະ ປ້ອງກັນ ກວມໃສ່ຜ້າ ອານາມັຍ ຜ້າອັດປາກ ອັດດັງ.”

ໃນຂນະທີ່ຊາວບ້ານ ຢູ່ເມືອງໂພນໂຮງ ແຂວງວຽງຈັນຜູ້ນຶ່ງ ເວົ້າວ່າຈະບໍໍ່ໄປງານບຸນທາດຫຼວງ ຍ້ອນວ່າທາງການ ຈັດແຕ່ສະເພາະພິທີ ທາງສາສນາ ຕາມຮີດຄອງປະເພນີ ແລະບໍ່ມີການຄົບງັນໃດໆ ເຮັດໃຫ້ວາງແຜນວ່າ ຈະຕັກບາດ ແລະ ວຽນທຽນ ໃນມື້ວັນທີ່ 31 ຕຸລາ ຊຶ່ງກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 12 ຢູ່ວັດແຖວບ້ານກັບຄອບຄົວແທນ:

“ຄືຊິບໍ່ໄປດອກເນາະ ບ້ານເຮົາກະຢູ່ໄກແດ່ ໄກ ມັນທາງຢາກເດ້ ຕັ້ງແຕ່ໂພນໂຮງ ໄປຮອດນະຄອນຫຼວງ ເປັນ 4 ຊົ່ວໂມງ ຢູ່ບ້ານເຮົາ ເຮົາກໍເຮັດ ຕາມປະເພນີ ທາງບ້ານເຮົາ ຮອດມື້ແລ້ວ ເພິ່ນກໍເຮັດອັນໜາ ຕັກບາດຢາດນໍ້າ ຢູ່ວັດຢູ່ວາ.”

ເຖິງຢ່າງໃດກໍຕາມ ຫົວໜ້າຜແນກຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ຖແລງຂ່າວ ຕໍ່ສື່ມວນຊົນທ້ອງຖິ່ນ ໃນມື້ວັນທີ່ 21 ຕຸລາ ນີ້ວ່າ ຢາກຮຽກຮ້ອງໃຫ້ປະຊາຊົນ ເປັນເຈົ້າການ ໃນການ ປ້ອງກັນໂຕເອງ ຈາກພຍາດໂຄວິດ-19, ຂນະທີ່ ພາຍໃນງານບຸນ ນະມັສການພຣະທາດຫຼວງ ປີນີ້ ໄດ້ມີການຈັດເຈົ້າໜ້າທີ່ ຕາມຈຸດຕ່າງໆພາຍ ໃນງານ ເພື່ອກວດກາ ແລະໃຫ້ຄໍາ ແນະນໍາກັບຜູ້ທີ່ມາ ງານບຸນ ຫາກຜູ້ໃດ ບໍ່ໃສ່ ຜ້າອັດປາກ-ອັດດັງ ກໍຈະບໍ່ອະນຸຍາດໃຫ້ເຂົ້າໃນງານ:

“ກະຂໍໃຫ້ພໍ່ແມ່ປະຊາຊົນຫັ້ນແຫຼະ ໄປເປັນເຈົ້າການມິສະຕິ ປ້ອງກັນໂຕເອງຊ່ວຍເນາະສຸຂພາຍ ໃນໂຕເອງເດ້ ນຶ່ງຊິອອກບ້ານກໍຕ້ອງໄດ້ ມີຜ້າອັດປາກ ສອງມາກະເຈວລ້າງມື ຕິດຖົງໂຕເອງ ສາມມາ ຄັນເຈັບເປັນຮູ້ສຶກເປັນໄຂ້ ກໍບໍ່ໃຫ້ມາບາດນີ້ ສໍາລັບຢູ່ສະຖານທີ່ ພວກເຮົາ ພວກເຮົາກະມີເຈົ້າໜ້າທີ່ເນາະ ຊິໄດ້ເບິ່ງແນະນໍາ ກໍຣະນີວ່າ ຖ້າຢູ່ໃນເຂດທີ່ມີ ຊຸມຊົນແອອັດ ຖ້າບໍ່ໃສ່ຜ້າອັດປາກ ບາງທີພວກເຮົາຊິບໍ່ ອະນຸຍາດ.”

ນອກຈາກນີ້ພາຍໃນງານບຸນ ນະມັສການພຣະທາດຫຼວງ ປີນີ້ຫົວໜ້າ ປກສ ນະຄອນຫຼວງວຽງຈັນ ກໍໄດ້ຖແລງຂ່າວ ຕໍ່ສື່ມວນຊົນທ້ອງຖິ່ນ ໃນວັນທີ່ 21 ຕຸລາ ມາຜ່ານນີ້ວ່າ ໄດ້ຈັດເຈົ້າໜ້າທີ່ຕໍາຣວດ, ທະຫານ ເບິ່ງແຍງຄວາມສງົບ, ຄວາມເປັນຣະບຽບຮຽບຮ້ອຍພາຍໃນງານ ທັງໝົດ 1,170 ຄົນ ເພື່ອຮັບປະກັນຄວາມປອດພັຍ ໃຫ້ແກ່ປະຊາຊົນ ແລະນັກທ່ອງທ່ຽວ ທີ່ເຂົ້າມາໃນງານບຸນດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.