ວັດພູຈໍາປາສັກ ເມືອງ ມໍຣະດົກ ໂລກ

ຈໍາປາທອງ
2019.04.02
F-Wat-Phou ວັດພູ ຈໍາປາສັກ ເມືອງມໍຣະດົກ ໂລກ
RFA

ວັດພູ ເປັນບູຮານສະຖານສໍາຄັນຂອງລາວ ແລະຂອງໂລກ ຈົນວ່າ ອົງການ ຢູເນັສໂກ (UNESCO) ຖືເອົາເປັນມໍຣະດົກໂລກເມື່ອປີ 2001 ຊຶ່ງຮວມເອົາທັງວັດເມືອງກາງ ໃນເຂດເມືອງຈຳປາສັກເຂົ້າເປັນມໍຣະດົກໂລກນຳດ້ວຍ.ເຂດຄຸ້ມຄອງວັດພູມໍຣະດົກໂລກ ມີເນື້ອທີ່ປະມານ 390 ກິໂລແມັດມົນທົນ ຊຶ່ງກວມເອົາ 3 ເມືອງຂອງແຂວງຈຳປາສັກ ຄືເມືອງຈຳປາສັກ, ເມືອງປະທຸມພອນ ແລະເມືອງໂພນທອງ. ກ່ຽວກັບວ່າ ມໍຣະດົກໂລກ ຂອງລາວແຫ່ງນີ້ ໄດ້ຮັບການປົກປັກຮັກສາ ແລະມີ ການບູຣະນະ ຫລືປະຕິສັງຂອນຕໍ່ໄປຢູ່ບໍຫລືບໍ່ ໃນຂນະທີ່ ມີການສເລີມ ສລອງທຸກໆປີຕາມປະເພນີມາໂດຍຕລອດນັ້ນ ວິທຍຸເອເຊັຍເສຣີ ໄດ້ສຳພາດຊາວລາວພາກໃຕ້ຜູ້ຂໍສງວນຊື່ຫຼາຍທ່ານ ຊຶ່ງເບື້ອງຕົ້ນ ທ່ານນຶ່ງ ໄດ້ກ່າວເຖິງການບູຣະນະວັດພູຈຳປາສັກວ່າ:

"ໝາກຂີ້ຫິນນັ້ນນີ້ເຂົາກະເອົາຂຶ້ນບ່ອນໂຮງຊາວ ບ່ອນອັນນັ້ນ ເຂົາຈັດຂຶ້ນຫລາຍແລ້ວເດ ເຂົາຍັງເຮັດຕໍ່ຢູ່ ເສົາເສຫັ້ນກະເອົາຂຶ້ນບໍ່ທັນແລ້ວ ແລະຂຶ້ນຈາກສາລາຂາວ ຢູ່ໜອງຫັ້ນຂຶ້ນໄປຫາວັດພູ ເສົາເສນເຫັນບໍເສົາໝາກຂີ້ຫິນຫັ້ນເດເອົາຂຶ້ນແລ້ວ ບໍ່ທັນເບິດ ແນວໂຕນອນ ໂຕສັງ ຢູ່ກະມີ ມັນຫັກ ກະລິ້ນກະລ້ອນຫັ້ນເພິ່ນກະຕັ້ງຂຶ້ນ”

ອີກທ່ານນຶ່ງ ທີ່ສັງເກດເບິ່ງຮູບພາບ ແລະສີມືຂອງການແກາະສລັກຫິນເປັນຮູບ ແລະລວດລາຍຕ່າງໆ ເວົ້າວ່າ:

"ບູຣະນະຫລາຍເຕີບແຫລະ ຖືວ່າໂຕມັນຂີ້ຫິນມັນຕົກມັນແຕກແລ້ວ ເຂົາກໍຈັດໆເຂົ້າເປັນລະບຽບເທົ່າທີ່ເຮັດໄດ້ ເຂົາກໍຄ່ອຍເຮັດໄປນໍາ ໂຕທາງຍ່າງຫັ້ນ ທາງຍ່າງເຮົາສິຂຶ້ນເມືອວັດພູຫັ້ນ ມັນລົ້ມມັນຫຍັງເຂົາກໍຈັດໆຕັ້ງຂຶ້ນເປັນແຖວຄັນແລ້ວອັນນັ້ນນະ.”

ທາງຄັນໃດຂຶ້ນເຂົາກະໄດ້ຈັດຢູ່ຫວະ?

“ຈັດສອງຂ້າງທາງຈັດ ແລະກະຫາປະສາດຫັ້ນ ບ່ອນໃດມັນຂາດມັນຫຍັງ ມັນຕົກມັນຫຍັງກໍເອົາຂຶ້ນຄືນ ທີ່ວ່າມັນບໍ່ມີມັນຫຍັງແລະເຂົາກໍເຮັດ ຫລໍ່ຫິນໃສ່ໃໝ່ຄືອັນດຽວກັນເລີຍໄດ໋.”

ບ່ອນພຣະຍາກໍາມະທາເດ ເພິ່ນປົວແປງແນວໃດ?  “ປົວແປງເອົາຕັ້ງຂຶ້ນແລ້ວ ຕັ້ງຂຶ້ນເປັນຮູບບໍ່ຄືແຕ່ກີ້ໃດ໋ ເປັນຮູບຢືນຢູ່ໃດ໋ດຽວນີ້ໃດ໋.”  ອັນແມ່ຍິງນອນຫງາຍ ຜູ້ຊາຍນອນຂ້ວມຫັ້ນເດ ຍັງຄືເກົ່າ: “ຍັງຄືເກົ່າອັນນັ້ນ ຢູ່ທາງຂ້າງກັນພຸ້ນ.”

ດຽວນີ້ໄດ້ຍິນວ່າ ພວກຝຣັ່ງເຂົາໃຫ້ການຊ່ອຍເຫລືອບູຣະນະຕໍ່ໄປອີກວ່າຊັ້ນ “ຝຣັ່ງແຫລະ.”

ແລະອີກທ່ານນຶ່ງ ທີ່ເວົ້າເຖິງການບູຣະນະວັດພູໂດຍທົ່ວໄປ ຮວມທັງການຂຸດຄົ້ນເຫັນກໍາແພງວັດເກົ່າ ທີ່ຖືກດິນຖົມມາແຕ່ດົນນານນັ້ນວ່າ:

“ແປງທາງລຸ່ມຫັ້ນ ອັນນັ້ນເບິດແລ້ວ ເພິ່ນເອົາຫິນໃໝ່ມາຊ້ອນໃສ່ໂຕນອນມັນແຕກມັນເຮັ່ຍເສັຍໄປຫັ້ນ ເພິ່ນກະແກະລາຍໃໝ່ໃສ່ ກະພວກ ຢູແນສໂກຫັ້ນແຫລະເຮັດ.” ເປັນຈັ່ງໃດໂຮງຊາວດຽວນີ້ ເພິ່ນບູຣະນະຂຶ້ນງາມດີຫວະດຽວນີ້ ເບື້ອງຊ້າຍເບື້ອງຂວາເພິ່ນເຮັດຈັ່ງໃດຫັ້ນ? ເສີມເຂົ້າແລະກະໂຕມັນຊິໂຢດເພິ່ນກະເອົາໄມ້ຄໍ້າໃສ່ ແລະກະແກະລາຍຄືເກົ່າເປັນລາຍດຽວກັນເບິດ.”

ທາງຂຶ້ນໄປວັດພູຫັ້ນ ເພິ່ນກະເອົາຫິນ ລຽງເປັນແຖວ ກວ່າແຕ່ກ່ອນບໍ ຫລືວ່າ ປະທັມຊາດ ແນວນັ້ນເລີຍ ປະມັນຄືເກົ່າແຕ່ກ່ອນບໍ ຫລືວ່າ ປະທັມຊາດແນວນັ້ນເລີຍ:

“ປະມັນຄືເກົ່າເລີຍ ປະ ປະມັນທັມຊາດເລີຍ ເພາະວ່າມັນຍັງດີຢູ່ ໂຕທາງຂຶ້ນມັນຍັງດີຢູ່ ໂຕພັກທີສອງຫັ້ນເພິ່ນບໍ່ໃຫ້ຂຶ້ນ ເພິ່ນເຮັດໃໝ່ ໃສ່ທາງຂ້າງ ເຮັດທາງຂ້າງ ໃຫ້ຂຶ້ນທາງຂ້າງແທນ ເພາະວ່າມັນໂຢດແຮງໂຕພັກທີສອງ ເຫລືອນັ້ນກະໂຕເກົ່າເບິດ.”

ຂຶ້ນໄປຮອດວັດພູແລ້ວຫັ້ນໄດ້ໄປເຫັນຮູບຊ້າງບໍທາງເທິງພຸ້ນ ບ່ອນຄຣູບາຢູ່ຫັ້ນ:

“ຍັງເປັນກ້ອນຢູ່ຄືເກົ່າ ເຫັນແຕ່ຫົວ ເຫັນແຕ່ໜ້າ ແບບເກົ່າເລີຍ ເກດທາງຂ້າງ ໂຕບ່ອນດິນມັນຖົມອີ່ຫຍັງ ເພິ່ນກະຂຸດໃໝ່ເລີຍ ໂຕມັນເປັນ ກໍາແພງ ເພິ່ນຄວັດ ຄວັດດິງລົງໄປເຫັນກໍາແພງ ເປັນຖານກໍາແພງຄືເກົ່າ ໂຕດິນມັນຖົມທາງຂ້າງ ກະພໍດີອ້ອມວັດພູເລີຍ ເພາະວ່າ ມັນເປັນ ກໍາແພງເກົ່າ ກະດິນມັນຖົມ ແລ້ວກະພຣະ ພຣະທີ່ວ່າຢາຍຢູ່ ພວກ ພຣະສິວະລີ ພຣະອີ່ສັງເພິ່ນຫັ້ນ ເພິ່ນກະໂຮມເອົາໄປໃສ່ ມັນມີຫໍພິ ພິທພັນໄວ້ ເຂົາກະເອົາໄປໂຮມ ໄວ້ບ່ອນດຽວ ມັນສິມາແທ້ງ ສີລາແທ້ງພຣະຊີວະອີ່ຫຍັງເພິ່ນ.”

ເວົ້າເຖິງ ການການສເລີມສລອງບຸນວັດພູ ທີ່ເປັນຜາສາດຫິນເກົ່າແກ່ ທີ່ເອີ້ນກັນຕິດປາກວ່າ ວັດພູຈຳປາສັກ ທີ່ກໍດ້ວຍກ້ອນຫິນ ຊຶ່ງຄວັດ ເປັນຮູບພາບ ແລະລິງລາຍ ຕາມເຣື່ອງຂອງສາສນາພາມເຊັ່ນ ພຣະສີວະ, ພຣະນາຣາຍ, ພຣະວິສນຸ, ນາງຟ້າ ຫລືນາງ ອັບປະສອນ ເປັນຕົ້ນນັ້ນ ທ່ານນຶ່ງເວົ້າວ່າ:

"ຕອນໄປຫັ້ນ ຄົນບໍ່ຫລາຍປານໃດ ຫາກມື້ຄົນຫລາຍຫັ້ນບໍ່ໄດ້ໄປຊໍ້າ ຄົນຫລາຍປີນີ້ ເຂົາມາແຕ່ນອກ ແຕ່ຫຍັງ ເຂົາກະໄປວັດພູ."

ໄດ້ເສັຍຄ່າເຂົ້າຢູ່ຫວະ? "ເຂົາເສັຍແຕ່ຄ່າຝາກ ຣົດ 60 ພັນ ຣົດເກັງຣົດໃຫຍ່ເຮົານີ້ແຫລະແມ່ນ 60 ແລ້ວກະເຟສບຸກໂຈມຕີຢູ່ວ່າມັນແພງ. ເຄື່ອງຢູ່ຂອງກິນ ເຂົາຂາຍຫລາຍບໍ? ເຄື່ອງຢູ່ຂອງກິນຫັ້ນແມ່ນຫລາຍຢູ່ ມີຕົ້ມໄກ່ມີເກືອບທຸກຮ້ານຫັ້ນແຫລະຕົ້ມໄກ່ ມັນເປັນເອກກະລັກ ຕົ້ມໄກ່ປີ້ງໄກ່ ຮ້ານອາຫານຕ້ອງໄດ້ມີ ໄກ່ໃນບ້ານເຂົາວ່າຈົນດັບໝົດ ເຂົາເອົາໄປເຮັດຕົ້ມໄກ່ໝົດ.”

ແລະເມື່ອເວົ້າເຖິງການປົກປັກຮັກສາ ແລະການອະນາມັຍ ທຳຄວາມສະອາດໃນຣະຫວ່າງງານບຸນ ແລະຫລັງບຸນນັ້ນ ທ່ານນຶ່ງເວົ້າວ່າ:

“ເພິ່ນກະຮັກສາດີ ມີຮົ້ວເຫລັກຄັກແນ່ ບໍ່ເປື້ອນ ບໍ່ສົກກະປົກດອກ ມີນັກທ່ອງທ່ຽວໄປຕລອດ ມີຈຸດຂາຍໝາກເບັງ ມີຈຸດຂາຍດອກໄມ້ ດອກຕອກຢູ່ ບໍ່ເປິເປື້ອນ.”

ແລະເມື່ອເວົ້າເຖິງວັດເມືອງກາງ ທີ່ຕັ້ງຢູ່ໃນເຂດເມືອງຈຳປາສັກ ຊຶ່ງຖືກອົງການ UNESCO ຂຶ້ນເປັນມໍຣະດົກໂລກ ພ້ອມດຽວກັນກັບວັດພູ ທີ່ກຳລັງມີການບຸຣະນະຢູ່ນັ້ນ ທ່ານນຶ່ງເວົ້າວ່າ:

“ຄຣູບາສິບຕົວເມືອງຢູ່ໃນແຂວງຈໍາປາສັກໄດ້ບູຣະນະ ກັບພວກຢູ່ວຽງຈັນ ພວກປະທານສົງເພິ່ນ ມີແຕ່ພວກຄຣູບາໄປເຮັດ ເພິ່ນມ້າງອອກ ໝົດແລ້ວເດ ມ້າງສິມມ້າງຫຍັງມ້າງຫລັງຄາອອກໝົດແລ້ວ ແລະກະພື້ນສິມຫັ້ນກະຍຸບ ກະສິໄດ້ເຮັດພື້ນໃໝ່ກັບເຮັດຫລັງຄາໃໝ່ ມັນຮົ່ວຫຼາຍ ດິນຂໍໂຕເພິ່ນສິມຸງຫັ້ນກະໃຫ້ເຂົາເຮັດຢູ່ຫລວງພຣະບາງພຸ້ນ ຍັງເຫລືອແຕ່ບ່ອນດຽວເຂົາເຮັດ ຄືໄດ້ຍິນວ່າຈະເຮັດທາງເຂົ້າໄປຮອດວັດ ປູຢາງເລີຍ ໂຕນີ້ແຜນເພິ່ນ ອອກມາຕັ້ງແຕ່ທໍ່ໃດປີແລ້ວແຕ່ອັນນັ້ນພຸ້ນ ຍັງບໍ່ມີວິແວວ ຢ້ານຍັງດົນເຕີບຢູ່ດອກ ມີແຕ່ເພິ່ນບູຣະນະວັດກ່ອນ ເອົາກະເບື້ອງອີ່ຫຍັງລົງເບິດແລ້ວເດ ມີແຕ່ສິປ່ຽນໄມ້ຂາງ ໄມ້ຂື່ຫັ້ນໃໝ່ເບີດ ເພິ່ນມ້າງໂຕເກົ່າອອກ ໄມ້ມັນໂດກໂຕໃດປ່ຽນເຕ່ໂຕນັ້ນ ມັນເພໂຕໃດປ່ຽນແຕ່ໂຕນັ້ນ.”

ວັດພູ ເປັນສະຖານທີ່ສຳຄັນ, ຖືກສ້າງຂຶ້ນໃນຣະຫວ່າງສັຕວັດທີ 6 ແລະຫຼັງ ຈາກນັ້ນ ກໍໄດ້ມີການເຕີມຕໍ່ຕາມຍຸກສມັຍ ຈົນມາເຖິງສັຕວັດທີ 15. ວັດພູ ເປັນບູຮານສະຖານທີ່ຖືກສ້າງຂຶ້ນດ້ວຍການໄດ້ຮັບອິດທິພົນທາງດ້ານວັທນະທັມຈາກ ຫລາຍແຫ່ງ ອັນມີຮວມທັງສິລປະຂອມ, ຮິນດູ ແລະພຸດ ທີ່ສະແດງອອກເຖິງ ຮີດຄອງ ແລະການເຊື່ອຖືຂອງແຕ່ລະວັທນະທັມນັ້ນ. ວັດພູ ເປັນສະຖາປັຕຍະກໍາ ພິເສດແຫ່ງນຶ່ງ ທີ່ເກົ່າແກ່ ຖືກປ່ອຍປະລະເລີຍໃຫ້ຊຸດ ໂຊມ ຢູ່ໃນປ່າຮົກເຮື້ອ ມາໄດ້ຫຼາຍຮ້ອຍປີ ຈົນມາເຖິງປີ 1914 ທ່ານ ອອງຣີ ປາກມອງຈີເອ ຈຶ່ງໄດ້ມາຄົ້ນພົບຄືນອີກ. ແຕ່ຫລັງຈາກ ໄດ້ຖ່າຍຮູບເອົາສະຖານທີ່ຕ່າງໆ ຂອງວັດພູໄປແລ້ວ ກໍມິດງຽບໄປ.

ແຕ່ເຖິງຢ່າງໃດກໍຕາມ ຫລາຍສິບປີຜ່ານໄປ ວັດສໍາຄັນທາງປະວັດສາດແຫ່ງນີ້ ກໍຖືກເປີດເຜີຍຕໍ່ຊາວໂລກ ພາຍຫລັງທີ່ອົງການຢູເນັສໂກ ໃຫ້ຄວາມສົນໃຈໃນ ກາງປີ 1980 ໂດຍເລີ້ມສໍາຣວດດ້ານບູຮານສະຖານແຫ່ງນີ້. ຫລັງຈາກສໍາຣວດຮຽບຮ້ອຍຄັກແນ່ແລ້ວ ອົງການຢູເນັສໂກ ກໍຈົດບັນທຶກວັດພູ ເຂົ້າເປັນມໍຣະດົກໂລກໃນປີ 2001 ພ້ອມທັງວັດເມືອງກາງ ພາຍໃຕ້ການຄຸ້ມ ຄອງຂອງກົດໝາຍ ວ່າດ້ວຍ ມໍຣະດົກ ຊຶ່ງມີ ເນື້ອໃນໃຫ້ປົກປັກຮັກສາ ແລະບູຣະ ນະເອົາໄວ້. ຜາສາດຫິນວັດພູ ແບ່ງອອກເປັນສາມຊັ້ນຄື:

-ຊັ້ນລຸ່ມ ແມ່ນທາງຂຶ້ນວັດພູ ຊຶ່ງມີທາງເດີນ ທີ່ຂະໜາບດ້ວຍເສົານາງລຽງ ກ່ອນຈະໄປຮອດອັນທີ່ຊາວບ້ານເອີ້ນວ່າ ບາລາຍ 2 ຫລັງ ຫລືທີ່ເອີ້ນກັນວ່າ “ໂຮງທ້າວ” ແລະ “ໂຮງນາງ” ເປັນຄືຜາສາດ ໃນພະນະຄອນທຸກແຫ່ງ ທີ່ໃຊ້ສຳລັບທຳຄວາມສະອາດຮ່າງກາຍ ກ່ອນຈະ ຂຶ້ນໄປບູຊາເທວະສະຖານ.

-ຊັ້ນກາງ ມີຮູບແກະສລັກເທວະຮູບຖືກະບອງ ຊຶ່ງຊາວບ້ານ ນຳຜ້າເຫລືອງມາຫົ່ມໃຫ້. ຍ່າງຂຶ້ນຂັ້ນໃດຫິນໄປສັກກະລະ ສິ່ງສັກສິດ, ສອງ ຂ້າງທາງເຕັມໄປດ້ວຍຕົ້ນຈຳປາ ຊຶ່ງເປັນດອກໄມ້ປະຈຳຊາດຂອງລາວ.

-ຊັ້ນເທິງ ທາງຂຶ້ນມີເທວະຮູບຕັ້ງຢູ່, ຍ່າງຂຶ້ນຂັ້ນໃດຫິນ ທີ່ຄ້າຍຄືກຳແພງ 7 ຊັ້ນ ທີ່ມີຄວາມໝາຍເຖິງສະຫວັນທັງ 7 ຈົນເຖິງປາສາດ ປະທານສ່ວນເທິງສຸດ  ຊຶ່ງທາງໜ້າ ແລະສ່ວນຍອດເພພັງລົງ. ສ່ວນທີ່ຍັງດີ ຄືທັບຫລັງ ທີ່ເກາະສລັກເປັນຮູບພຣະອິນ ຊົງຊ້າງເອລາວັນ 3 ສຽນ, ດ້ານຂ້າງ ເປັນຮູບກິນນາລີ ແລະພຣະວິລຸນ ປະທັບພຣະຍາຄຸດ ແລະອື່ນໆ ທີ່ເກາະສລັກຢ່າງສວນສົດງົດງາມ.

ສິ່ງທີ່ພັນລະນາມານີ້ ເປັນເຣື່ອງລາວແບບສັງລວມ ທີ່ວາດພາບໃຫ້ເຫັນວັດພູຈຳປາສັກ ທີ່ອົງການ UNESCO ຖືເປັນມໍຣະດົກໂລກເມື່ອປີ 2001 ຊຶ່ງອົງການ UNESCO ເປັນຕົ້ນປະເທສຝຣັ່ງເສດຊ່ອຍທຶນບູຣະນະຢູ່ໃນຂນະນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.