ຊາວເມືອງໂຂງບໍ່ຢາກເສັຽ ທີ່ດິນ

ຈໍາປາທອງ
2019.05.03
F-Mouangkhong ຊີວິດການເປັນຢູ່ ຂອງຊາວເມືອງໂຂງ ແຂວງຈໍາປາສັກ
RFA/TP

ປະຊາຊົນ ເມືອງໂຂງ ແຂວງຈໍາປາສັກ 8 ບ້ານ ທີ່ມີ 140 ຄອບຄົວ ບໍ່ຍອມຍົກທີ່ດິນ ຂອງພວກເຂົາເຈົ້າ ໃຫ້ຈີນສັມປະທານ ເພື່ອສ້າງ ເຂດເສຖກິຈພິເສດສີພັນດອນ ຍ້ອນວ່າ ເປັນດິນທີ່ພວກເຂົາເຈົ້າ ຢູ່ມາຕັ້ງແຕ່ດົນນານແລ້ວ ແລະເປັນບ່ອນ ທໍາການຄ້າຂາຍ ໄດ້ງ່າຍ, ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຫ້ອງວ່າການ ເມືອງໂຂງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ພຶສພາ ນີ້:

"ເບື້ອງຕົ້ນມັນຢາກໄດ້ ບ່ອນຂອງປະຊາຊົນ ແຕ່ວ່າປະຊາຊົນເຂົາບໍ່ໃຫ້ ເຂົາຢາກຕໍ່ວ່າບໍ່ ຢາກໃຫ້ແຫລະ ເພາະວ່າເຄີຍຢູ່ ແລ້ວທາງຈີນ ພໍເຂົາບໍ່ໃຫ້ມັນກໍເລີຍໄປເອົາ ບ່ອນທີ່ທາງພັກທາງຣັຖ ເພິ່ນມີດິນເປົ່າວ່າງ ດິນທີ່ເຂົາໃຫ້ສໍາປະທານ.”

ເມື່ອປີກາຍ ບໍຣິສັດຈີນ ທີ່ເປັນເຈົ້າຂອງໂຄງການເຂດເສຖກິຈພິເສດສີພັນດອນ ໄດ້ສໍາຣວດ ອອກແບບໂຄງການຢູ່ເມືອງໂຂງ ແລະໄດ້ເວົ້າ ກັບອໍານາດການປົກຄອງເມືອງ ວ່າທາງໂຄງການ ຢາກໄດ້ດິນແຄມນໍ້າຂອງ ຂອງປະຊາຊົນ 8 ບ້ານ ຮວມທັງບ້ານຫິນສິ່ວ, ບ້ານໂພນ ແລະ ບ້ານດອນໂຂງ ຊຶ່ງເປັນບ່ອນຢູ່ອາສັຍ, ມີຮ້ານຄ້າ ແລະເຮືອນພັກ ຂອງປະຊາຊົນ. ແຕ່ປະຊາຊົນບໍ່ຍອມ ແລະ ໄດ້ຮ້ອງຮຽນໄປຍັງ ສະພາປະຊາຊົນແຂວງ ແລະ ສະພາແຫ່ງຊາດ ຂໍໃຫ້ຊ່ອຍແກ້ໄຂ.

ດັ່ງນັ້ນ ບໍຣິສັດຈີນ ຈຶ່ງໄປເອົາດິນເປົ່າວ່າງຂອງຣັຖ. ທ່ານກ່າວຕື່ມອີກວ່າ ດິນເປົ່າວ່າງ ຂອງຣັຖທີ່ວ່ານັ້ນ ສ່ວນຫຼາຍແມ່ນຢູ່ເຂດບ້ານຫິນສິ່ວ, ບ້ານຫົວໂຄກ, ບ້ານໂພນຂາວ ແລະ ໃນເຂດໃກ້ຕາດຄອນພະເພັງ ເປັນຕົ້ນ ໃນບໍຣິເວນ ສນາມຕີກ໊ອຟເກົ່າ ຢູ່ບ້ານຄອນພະເພັງ.

ໃນເຂດດັ່ງກ່າວ ປັດຈຸບັນ ບໍຣິສັດຈີນ ໄດ້ເຣີ້ມສ້າງ ຖນົນຊີມັງ ກວ້າງ 6 ແມັດແລ້ວ 4-5 ກິໂລແມັດ ໃນຈໍານວນ 43 ກິໂລແມັດ ອ້ອມດອນໂຂງ. ຖນົນທີ່ຈີນສ້າງມານັ້ນ ທັງພາກຣັຖ ແລະປະຊາຊົນ ຊາວເມືອງໂຂງພາກັນຈົ່ມ ແລະຮຽກຮ້ອງ ໃຫ້ເຈົ້າຂອງໂຄງການ ກໍ່ສ້າງຖນົນ ໃຫ້ໄດ້ມາຕຖານ ແລະຄໍານຶງ ເຖິງຄວາມປອດພັຍ ຍ້ອນເຫັນວ່າ ຖນົນຊີມັງທີ່ສ້າງມານັ້ນ ບໍ່ໄດ້ມາຕຖານ ດ້ານຄວາມປອດພັຍ, ດັ່ງ ຊາວເມືອງໂຂງທ່ານນຶ່ງກ່າວວ່າ:

"ຄືວ່າມັນສິເຮັດທາງ ເຮັດທາງວ່າ 43 ກິໂລແມັດ ປັດຈຸບັນນີ້ ເຮັດໄປໄດ້ພໍ 4-5 ຫລັກ ຄວາມກວ້າງ 6 ແມັດ ຖືວ່າມັນນ້ອຍຫລາຍ ທາງກໍຂອບບໍ່ໃສ່ ເອົາຂີ້ດິນມາຖົມເອົາ ເລິກຕັ້ງ 20 ເຊັນ. ຣົດແລ່ນໄປຕົກລົງຫັ້ນຕິ ປະຢັດນະ ປະຢັດຫຼາຍ ພາກວິຊາການເຮົາ ຈະໄປເບິ່ງນໍາ ມັນກໍບໍ່ຕ້ອງການ.”

ກ່ຽວກັບເຣື່ອງທີ່ວ່ານັ້ນ ເມື່ອບໍ່ດົນມານີ້ ທາງການເມືອງໂຂງ ໄດ້ແຈ້ງໄປຍັງ ເຈົ້າຂອງໂຄງການ ກໍ່ສ້າງຖນົນແລ້ວ ໂດຍໄດ້ສເນີໃຫ້ຂຍາຍ ທາງກວ້າງອອກຕື່ມ ຄືຈາກ 6 ແມັດເປັນ 6 ແມັດ 50 ເຊັນ. ແຕ່ຍັງບໍ່ທັນໄດ້ຮັບຄໍາຕອບ ຈາກທາງໂຄງການເທື່ອ.

ໂຄງການ ເຂດເສຖກິຈພິເສດ ສີພັນດອນ ກວມເອົາເນື້ອທີ່ ທັງໝົດ 9,846 ເຮັກຕາ, ຈະໃຊ້ທຶນສ້າງ ປະມານ 9 ຕື້ໂດລາ ສະຫະຣັຖ ໂດຍທີ່ ບໍຣິສັດຈີນ ຖືຫຸ້ນ 80% ແລະ ຣັຖບາລ ສປປລາວ -20%. ຕາມແຜນການ ຈະສ້າງໃຫ້ສໍາເຣັດ ໃນປີ 2050. ການສ້າງແບ່ງອອກ ເປັນ 6 ຣະຍະ. ປັດຈຸບັນ ຢູ່ໃນຣະຍະທີ 1 ຄື: ສ້າງຖນົນຊີມັງ ອ້ອມດອນໂຂງ ຍາວ 43 ກິໂລແມັດ ທີ່ໄດ້ເຣີ້ມຕົ້ນມາ ແຕ່ປີ 2018 ແລະ ຈະສໍາເຣັດ ພາຍໃນປີ 2025.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.