ຄົນງານລາວຕັ້ງໜ້າ ຖ້າໄປ ໄທຍ

ພູວົງສ໌
2020.08.11
F-Lao-workers ຄົນງານລາວ ທີ່ ພາກັນກັບຄືນມາ ລາວ ຈາກ ປະເທດໄທຍ ເມື່ອ ເດືອນມິຖຸນາ 2020 ຍ້ອນເຊື້ອພຍາດ ໂຄວິດ-19 ແຜ່ຣະບາດ
ນັກຂ່າວພົລເມືອງ

ປັດຈຸບັນ, ຄົນງານລາວຈຳນວນຫຼາຍ 100,000 ຄົນ ທີ່ກັບມາຈາກ ການໄປເຮັດວຽກ ຢູ່ຝັ່ງປະເທດໄທຍຍ້ອນມາຕການປິດບ້ານປິດເມືອງ ເພື່ອຕ້ານການແຜ່ຣະບາດ ຂອງເຊື້ອໄວຣັສ ໂຄວິດ-19 ໃນປະເທດໄທຍ ເມື່ອທ້າຍເດືອນມີນາ ທີ່ຜ່ານມານັ້ນ, ພວມລໍຖ້າ ຢ່າງໃຈຈົດໃຈຈໍ່ ໃຫ້ດ່ານສາກົລ ແລະ ດ່ານປະເພນີຕ່າງໆ ຂອງທັງ 2 ປະເທດ ກັບມາເປີດບໍຣິການ ເປັນປົກກະຕິ ເພື່ອຈະໄດ້ຂ້າມ ໄປເຮັດວຽກ ຫຼືຊອກ ວຽກເຮັດງານທຳ ອີກຄັ້ງນຶ່ງ ເນື່ອງຈາກວ່າ ພາຍຫຼັງກັບມາເຮືອນ ໄດ້ເກືອບ 5 ເດືອນແລ້ວ, ຫຼາຍຄົນກໍຍັງຫວ່າງງານ ເພາະມີບໍ່ວຽກເຮັດ ງານທຳ ພາຍໃນປະເທດ. ດັ່ງຄົນງານລາວນາງນຶ່ງ ທີ່ກັບມາຈາກ ການໄປເຮັດວຽກ ທີ່ນະຄອນຫຼວງບາງກອກ ຕັ້ງແຕ່ທ້າຍ ເດືອນ ມີນາ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 10 ສິງຫາ ນີ້ວ່າ:

“1 ມາກະຄືນາຍຈ້າງຖ້າຢູ່. 2 ມາກະໄປ ກະເພື່ອຫາໃຫ້ຄອບຄົວນີ້ແຫຼະ ຖ້ານັ່ງໆນອນໆຢູ່ບ້ານ ມັນກະຊິບໍ່ມີຫຍັງເດ. ກະຢາກໄປຫັ້ນແຫຼະ ຜູ້ໃດກະຈົ່ມແຕ່ຢາກໄປລະ ເບື່ອຢູ່ບ້ານແລ້ວ. ຢູ່ລະມັນບໍ່ມີຫຍັງເຮັດເນາະ, ບ້ານເຮົາ, ຫັ້ນນ່າ. ເຮັດໄຮ່ເຮັດນາກະແລ້ວລະເດ ມັນກະນັ່ງໆ ນອນໆຢູ່ແຫຼະເນາະ ຍາມນີ້ແຫຼະເນາະ. ບໍ່ຄິດວ່າມັນຊິມາດົນຂນາດນີ້, ຫັ້ນນ່າ. ຄັນຊັ້ນກະ ບໍ່ມາແຫຼະ.”

ຍານາງກ່າວຕື່ມວ່າ ນອກເໜືອຈາກ ບໍ່ຄ່ອຍມີຕຳແໜ່ງວຽກງານ ໃຫ້ແກ່ຊາວໜຸ່ມລາວ ໃນວັຍແຮງງານແລ້ວ, ປັດຈັຍທີ່ສຳຄັນອີກຢ່າງນຶ່ງ ທີ່ເຮັດໃຫ້ຄົນງານລາວຫຼາຍຄົນ ຍັງບໍ່ຢາກ ຊອກຫາເຮັດວຽກ ກັບບໍຣິສັດພາຍໃນ ຫຼືທຸຣະກິຈຕ່າງໆ ກໍແມ່ນເຣື່ອງ ຄ່າແຮງງານຂັ້ນຕ່ຳ ທີ່ຄ່າແຮງງານຂັ້ນຕ່ຳໃນລາວ, ຕ່ຳເກີນໄປ ເມື່ອເຮັດວຽກເຕັມເວລາ 8 ຊົ່ວໂມງສ່ຳກັນ, ແຕ່ຖ້າໄປເຮັດວຽກ ຢູ່ຝັ່ງໄທຍ ແມ່ນສາມາດ ຫາເງິນໄດ້ສູງກວ່າ 3 ເທົ່າ ແລະ ຄ່າຄອງຊີບກໍຖືກກວ່າ.

“ຄ່າແຮງງານມັນກະສູງຢູ່ເນາະ ຄືແບບເຮົາເຮັດງານບາງທີ ຄືນ້ອງເຮັດງານມື້ 1 ກະ 8 ຊົ່ວໂມງນີ້ ກະໄດ້ຄ່າແຮງວັນນຶ່ງ 400 ບາທ. ກະຫຼາຍໆ ຢ່າງ ກະຍ້ອນພີ່ນ້ອງກະຢູ່ພຸ້ນແນ່. ຊື້ກິນກະບໍ່ຫຼາຍດອກ, ຊື້ເສື້ອຜອກເສື້ອຜ້າ ເຫຼືອຝາກມາບ້ານກະ 5,000-6,000 ບາທ. ຄືຢູ່ໄທຍກະ ມັນກະພໍໄດ້ເຫຼືອໃຊ້ເຫຼືອຈ່າຍ ພໍໄດ້ຝາກມາໃຫ້ທາງບ້ານ.”

ຄົນງານລາວ ອີກນາງນຶ່ງ ກໍກ່າວໃນທຳນອງດຽວກັນວ່າ ການເຮັດວຽກໃນປະເທດໄທຍ ສາມາດຫາເງິນໄດ້ ຢ່າງໜ້ອຍ 3 ລ້ານກີບ ແລະ ຄ່າຄອງຊີບ ກໍບໍ່ແພງ ໃນຂະນະທີ່ເຮັດວຽກ ຢູ່ແຖວບ້ານ ຫາໄດ້ພຽງແຕ່ 1 ລ້ານ ຫາ 1 ລ້ານປາຍກີບ, ແຕ່ຄ່າຄອງຊີບພັດສູງ ແລະ ບໍ່ເຫຼືອທ້ອນ.

“ກະເງິນມັນໄດ້ດີກວ່າຝັ່ງນັ້ນເດ ເພາະວ່າເຮົາເຮັດວຽກທາງບ້ານ ຖ້າສົມມຸດເຂົາຈ້າງ ລ້ານນຶ່ງ ຈັ່ງຊີ້ສາ, ມັນກະສ່ຳກັບ 4,000 ບາທ ທາງພີ້. ແຕ່ທາງພີ້ ມັນເດືອນລະ 10,000 ບາທ ຈັ່ງຊີ້. ກະດີຢູ່ ເຮົາໄດ້ເກີນທົບ 1 ຂອງທາງນັ້ນ.”

ຫຼ້າສຸດນີ້, ດຣ. ທວີສິນ ວິສນຸໂຍທິນ, ໂຄສົກສູນບໍຣິຫານສະຖານະການ ການແຜ່ຣະບາດ ຂອງເຊື້ອໄວຣັສໂຄໂຣນ້າ 2019 ໄດ້ກ່າວເຖິງ ຄວາມຄືບໜ້າຫຼ້າສຸດ ຂອງການຮັບຄົນງານ ຕ່າງດ້າວ 3 ສັນຊາຕ ອັນໄດ້ແກ່ ລາວ, ພະມ້າ ແລະ ກຳພູຊາ ວ່າ ພາກສ່ວນທີ່ກ່ຽວຂ້ອງ ຂອງທາງການໄທຍ ພວມເປິກສາຫາລືກັນ ກ່ຽວກັບການອະນຸຍາດ ໃຫ້ຄົນງານຕ່າງດ້າວ ສາມາດເຂົ້າມາເຮັດວຽກ ຢູ່ປະເທດໄທຍ ໄດ້ອີກ ຄັ້ງ ໃນທ້າຍເດືອນ ສິງຫາ ທີ່ຈະມາເຖິງນີ້.

“ຈະມີການໂອ້ລົມກັນ ເຣື່ອງຂອງການບໍຣິຫານຈັດການ ແຮງງານຕ່າງດ້າວ ນຳສເນີໃນທີ່ປະຊຸມ ຄນະກັມມະການ ຄນະສະເພາະກິຈ ເພື່ອການຜ່ອນຄາຍ. ຕອນນີ້ມີກຸ່ມແຮງງານຢູ່ 2 ປະເພດ. ປະເພດທີ 1 ກະຄືມີ ໃບອະນຸຍາດໃນການເຮັດວຽກ ມາແລ້ວ ມີວີຊ້າແລ້ວ ທີ່ພວມຖ້າເຂົ້າມາ. ອີກກຸ່ມ 1 ຄື ຍັງບໍ່ມີໃບອະນຸຍາດ ຍັງບໍ່ໄດ້ມີການຂໍອະນຸຍາດເຂົ້າມາ, ເຊິ່ງມີ ຄວາມຈຳເປັນ ທີ່ຈະຕ້ອງເຂົ້າມາ.

2 ກຸ່ມນີ້ ຈະເປັນກຸ່ມທີ່ສຳຄັນ ແລ້ວມັນກ່ຽວອີ່ຫຍັງແດ່? ມັນມີຄວາມເປັນ ກໍຄືກ່ຽວຂ້ອງກັບກິຈການ ໂຄງສ້າງພື້ນຖານ ຈະກ່ຽວຂ້ອງກັບ ແຮງງານທັງຫຼາຍ ທີ່ເຮົາເຮັດກໍ່ສ້າງນີ້ເນາະ. ອັນນີ້ເປັນພຽງໂຕຢ່າງ 1. ກັບອີກຊຸດ 1 ກໍຄືກ່ຽວຂ້ອງກັບ ອຸດສາຫະກັມອາຫານ, ເຊິ່ງ ອັນນີ້ຈຳເປັນ ຕ້ອງໃຊ້ແຮງງານ.”

ທ່ານຊີ້ແຈງຕື່ມວ່າ ຄົນງານຕ່າງດ້າວ ຫຼືຄົນງານລາວ ທີ່ຈະເດີນທາງເຂົ້າມາ ຣາຊອານາຈັກໄທຍ ກໍຕ້ອງປະຕິບັດຕາມຣະບຽບ ຂອງທາງ ການໄທຍ ຢ່າງເຂັ້ມງວດ, ເປັນຕົ້ນວ່າຕ້ອງໄດ້ ຮັບການຢັ້ງຢືນ ແລະ ຮັບປະກັນ ຈາກນາຍຈ້າງ, ມີໃບຢັ້ງຢືນການແພດ ແລະ ຕ້ອງໄດ້ ກັກໂຕ 14 ມື້ ກ່ອນຈະສາມາດ ອອກໄປເຮັດວຽກໄດ້.

ເຖິງຢ່າງໃດກໍຕາມ, ບໍ່ວ່າດ່ານສາກົລ ລາວ-ໄທຍ ແຫ່ງຕ່າງໆຈະເປີດ ຫຼືບໍ່ເປີດໃນມໍ່ໆນີ້ ຫຼືບໍ່ນັ້ນ, ສິ່ງທີ່ຣັຖບານລາວສາມາດເຮັດໄດ້ທັນທີ ແມ່ນຊອກຫາ ວິທີຊ່ອຍເຫຼືອຄົນງານລາວ ຈຳນວນຫຼາຍ 100,000 ຄົນນີ້ ເພື່ອຫຼຸດຜ່ອນພັຍຫວ່າງງານ ແລະບັນຫາອື່ນໆທີ່ອາຈຕາມມາ ຈາກພັຍຫວ່າງງານ.

ຍານາງ ເຂັມພອນ ເພົາຄຳແກ້ວ, ເຈົ້າໜ້າທີ່ອົງການແຮງງານສາກົລ ປະຈຳລາວ ຫຼື ILO ກໍໄດ້ໃຫ້ສັມພາດ ແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ເມື່ອວັນທີ 10 ສິງຫາ ນີ້ວ່າອົງການສາກົລ ຕ່າງໆ, ຄູ່ຮ່ວມພັທນາ ແລະ ຣັຖບານລາວ ກໍບໍ່ໄດ້ນິ້ງນອນໃຈ ແລະ ພວມປະສານງານ ເພື່ອ ແກ້ໄຂບັນຫາດັ່ງກ່າວ. ອົງການແຮງງານສາກົລເອງ ກໍໄດ້ແນະນຳ ໃຫ້ຣັຖບານລາວ ສ້າງແຜນຮັບມື ທັງໃນປັດຈຸບັນ ແລະ ອະນາຄົດ. ດັ່ງຍານາງ ກ່າວວ່າ:

“ເພາະສະນັ້ນ ດຽວນີ້, ທາງອົງການແຮງງານສາກົລ ແລະ ອົງການສະຫະປະຊາຊາຕ ກຳລັງເຮັດໂຕນະໂຍບາຍ ກະທັດຮັດ ໃຫ້ແນະນຳ ຣັຖບານວ່າ ໃນກໍຣະນີ ຊ່ອຍແກ້ໄຂໂຕນີ້ ໃນປັດຈຸບັນ ລະກະເພື່ອຮັບມື ໃນອະນາຄົດ ກະຄືຣັຖບານ ຈະຕ້ອງໄດ້ເບິ່ງ ນະໂຍບາຍ ການລົງທຶນພາຍໃນ ລະກະນະໂຍບາຍ ລົງທຶນຕ່າງປະເທດ ໃຫ້ມາອຳນວຍ ຄວາມສະດວກ ໃນການສ້າງ ທຸຣະກິຈຂນາດກາງ ແລະ ຂນາດນ້ອຍ ພາຍໃນ ໃຫ້ເພີ່ມຂຶ້ນ. ລະກະສົມທົບກັບ ນະໂຍບາຍຄ່າແຮງງານ, ໂດຍສະເພາະແມ່ນຄ່າແຮງງານຕ່ຳສຸດ. ລະກະສົມທົບກັບ ການພັທນາ ສີມືແຮງງານ ເພື່ອໃຫ້ອະນາຄົດ ແຮງງານໄດ້ມີວຽກ, ຈັ່ງຊີ້ນ່າ.”

ຍານາງກ່າວຕື່ມວ່າ ໃນວິກິຈນີ້, ກໍຍັງຖືເປັນໂອກາດດີ ທີ່ຣັຖບານລາວຈະສົ່ງເສີມ ແລະ ຫັນຄົນງານລາວເຄື່ອນຍ້າຍ ຈຳນວນຫຼາຍເຫຼົ່ານີ້ ເຂົ້າສູ່ຣະບົບແຮງງານ ທີ່ຖືກກົດໝາຍ ເພື່ອຮັບປະກັນວ່າ ສິດທິຂັ້ນພື້ນຖານ ທາງດ້ານແຮງງານ ຂອງເຂົາເຈົ້າ ຈະຖືກປົກປ້ອງຕາມ ກົດໝາຍ ແລະ ບໍ່ຖືກເອົາລັດເອົາປຽບ.

“ແມ່ນແຫຼະ ເພາະວ່າ ຖ້າສົມມຸດຂະເຈົ້າໄປຖືກກົດໝາຍ ຂະເຈົ້າກະຈະມີປະກັນສັງຄົມ ຢູ່ປະເທດນັ້ນເດເນາະ. ຖ້າເຂົາເຈົ້າໄປຖືກກົດໝາຍ ເຂົາເຈົ້າກໍຈະບໍ່ຖືກເອົາປຽບ. ແລ້ວເວລາ ຂະເຈົ້າກັບມາ ດ້ວຍວິກິຈແບບນີ້, ຫັ້ນນ່າ. ຖ້າສົມມຸດວ່າ ເວລາເສຖກິຈຢູ່ພຸ້ນເປີດ ເຂົາກະຮັບ ເອົາຄືນ, ຖ້າສົມມຸດວ່າໄປຖືກກົດໝາຍເນາະ, ຖ້າວ່າເສຖກິຈເຂົາເຈົ້າບໍ່ຖືກກະທົບ ຫຼືວ່າຜູ້ຖືກກະທົບໜ້ອຍ, ຫັ້ນນ່າ. ໂຕທີ່ພວກເຮົາແນະນຳ ກະຄືວ່າອີງໃສ່ ບົດຮຽນໂຕນີ້, ຫັ້ນນ່າ. ຣັຖບານຈະຕ້ອງເບິ່ງ ຕ້ອງໄດ້ປັບນະໂຍບາຍ ເພື່ອອຳນວຍຄວາມສະດວກລະກະເພື່ອ ຊຸກຍູ້ໃຫ້ມີ ແຮງງານ ເຄື່ອນຍ້າຍ ແບບຖືກກົດໝາຍ, ຫັ້ນນ່າ ຫຼາຍກວ່າຜິດກົດໝາຍ. ເພາະວ່າ ຈັ່ງໃດແຮງງານເຄື່ອນຍ້າຍ ກະຊິສືບຕໍ່ເຄື່ອນຍ້າຍ ຢູ່ແລ້ວເນາະ.”

ນອກຈາກນີ້, ອົງການແຮງງານສາກົລ ກໍໄດ້ປະສາງານ ເພື່ອແນະນຳ ໃຫ້ທາງການລາວ ມີການຈັດເຝິກອົບຮົມ ເພື່ອເພີ່ມທັກສະ ແລະສີມື ແຮງງານ, ໂດຍສະເພາະ ກຸ່ມທີ່ໄປເຮັດວຽກ ຢູ່ຕ່າງປະເທດມາ ເພາະເຂົາເຈົ້າມີສີມືແຮງງານ, ແຕ່ເຂົາເຈົ້າບໍ່ມີໃບຢັ້ງຢືນ. ດັ່ງນັ້ນ, ມັນເປັນ ໂອກາດທີ່ດີ ທີ່ຕ້ອງໄດ້ອຳນວຍ ຄວາມສະດວກ ໃຫ້ເຂົາເຈົ້າ ໄດ້ທົດສອບ ເພື່ອຢັ້ງຢືນສີມື ແຮງງານ ແລະ ອອກໃບປະກາດໃຫ້ເຂົາເຈົ້າ. ພ້ອມທັງມີຣະບົບຢັ້ງຢືນວ່າ ສີມືແຮງງານເຂົາເຈົ້າ ຢູ່ໃນຂແນງການໃດ ແລະ ຢູ່ໃນຣະດັບໃດ ເພື່ອໃຫ້ທັກສະ, ປະສົພການ ແລະ ສີມື ເຂົາເຈົ້າ ໄດ້ຮັບການຢັ້ງຢືນ ແລະ ຖືກຮັບຮູ້ຢ່າງເປັນຮູປທັມ ໃນຣະດັບທີ່ມີມາຕຖານ ເພື່ອໂອກາດ ໃນການຈ້າງງານທີ່ດີ ໃນອະນາຄົດ.

ມາເຖິງສູ່ມື້ນີ້, ຍັງມີຄົນງານລາວ ທະຍອຍເດີນທາງ ກັບຈາກປະເທດໄທຍ ເນື່ອງຈາກຈຳນວນນຶ່ງ ບໍ່ມີວຽກເຮັດງານທຳ ຍ້ອນທຸຣະກິຈ ຕ່າງໆ ໃນປະເທດໄທຍ ທີ່ພວກເຂົາເຮັດ ວຽກນຳ ໄດ້ຮັບຜົລກະທົບ ຈາກການແຜ່ຣະບາດ ຂອງເຊື້ອໄວຣັສໂຄວິດ-19 ແລະ ຕ້ອງໄດ້ ປິດໂຕລົງ ແລະ ຄົນງານລາວ ກໍຫວ່າງງານທັນທີ.

ຕໍ່ບັນຫາດັ່ງກ່າວ, ທນາຄານໂລກປະຈຳລາວ ກໍໄດ້ອອກຣາຍງານ ເມື່ອເດືອນມິຖຸນາ ທີ່ຜ່ານມາ, ເຊິ່ງໄດ້ຄາດຄະເນວ່າ ຄົນງານລາວທີ່ ກັບຄືນມາເຮືອນ ທີ່ປະເທດລາວຈຳນວນ 100,000 ປາຍຄົນ ເປັນຢ່າງໜ້ອຍນັ້ນ, ອາຈເຮັດໃຫ້ມີ ປະຊາຊົນລາວ ເຂົ້າສູ່ພາວະຄວາມ ທຸກຍາກ ປະມານ 96,000 ຫາ 214,000 ຄົນ, ຖ້າຫາກສະຖານະການ ຮ້າຍແຮງລົງ.

ປັດຈຸບັນ, ກະຊວງແຮງງານ ແລະ ສວັດດີການສັງຄົມ ຂອງລາວ ກໍພວມຮິບໂຮມສະຖິຕິ ຄົນງານລາວ ໃນທົ່ວປະເທດ ເພື່ອຫາວິທີ ໃນ ການຊ່ອຍເຫຼືອ ຄົນງານເຫຼົ່ານັ້ນ, ແຕ່ໂຕເລຂ ຕຳແໜ່ງງານ ທີ່ຍັງຫວ່າງ ພາຍໃນປະເທດ, ບໍ່ວ່າຈະຢູ່ເຂດເສຖກິຈພິເສດ ຫຼາຍແຫ່ງ ແລະ ທຸຣະກິຈຂແນງຕ່າງໆ ໃນທົ່ວປະເທດ ມີພຽງແຕ່ປະມານ 10 ພັນປາຍ ຕຳແໜ່ງງານ, ເຊິ່ງ ບໍ່ພຽງພໍ ຕໍ່ຈຳນວນຄົນງານລາວ ຈຳນວນຫຼາຍ 100,000 ຄົນ ຢ່າງແນ່ນອນ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ອົງການແຮງງານສາກົລ ປະຈຳລາວ, ໂດຍອ້າງອີງຂໍ້ມູນ ຈາກສະພາ ການຄ້າ ແລະ ອຸດສາຫະກັມ ແຫ່ງຊາຕລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.