ຄົນງານຍັງຫວັງນໍາເງິນ ອຸດໜູນ ວ່າງງານ

ອຸ່ນແກ້ວ ສຸກສະຫວັນ
2020.06.13
f-Kolao ພະນັກງານສ່ວນນຶ່ງ ຂອງ ບໍຣິສັດໂຄລາວ ໄປທ້ອນໂຮມກັນຢູ່ຕໍ່ໜ້າ ກະຊວງແຮງງານ ແລະ ສວັດດີການສັງຄົມ ນະຄອນຫຼວງວຽງຈັນ ເພື່ອຮ້ອງທຸກ ຂໍຄວາມເປັນທັມ ຈາກ ພາກສ່ວນທີ່ກ່ຽວຂ້ອງ. ຮູບຖ່າຍ ວັນທີ 29 ພຶສພາ 2020
ນັກຂ່າວພົລເມືອງ

ຄົນງານລາວຄາດຫວັງວ່າ ຈະໄດ້ຮັບເງິນອຸດໜູນວ່າງງານ ຕາມສິດປະກັນສັງຄົມ ທີ່ກະຊວງແຮງານ ແລະ ສະຫວັດດີການສັງຄົມອະນຸມັດ ຊ່ອຍເຫລືອເງິນອຸດໜູນ ຜູ້ທີ່ມີປະກັນສັງຄົມ ທີ່ວ່າງງານ ໃນໄລຍະ ຣະບາດຂອງໂຄວິດ19.

ໃນເບື້ອງຕົ້ນ ຄົນງານລາວ ລໍຖ້າໃຫ້ບໍຣິສັດ ເຂົ້າໄປຍື່ນເອກກະສານເອງ ຊຶ່ງຂັ້ນຕອນໃນການຍື່ນ ບໍ່ຫຍຸ້ງຍາກ ແຕ່ຈະໄດ້ເງິນລ່່າຊ້າເທົ່ານັ້ນ ແລະ ບໍ່ຮູ້ວ່າຈະໄດ້ມື້ໃດ. ຄົນງານລາວ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 12 ມິຖຸນາ ວ່າ:

"ສໍາລັບໂຕນີ້ເນາະ ຂໍ້ມູນຂ່າວສານ ຍັງແຈ້ງການບໍ່ທົ່ວເຖິງເນາະ ຂ້າພະເຈົ້າກໍຍັງ ບໍ່ຮູ້ເທື່ອ ເລື່ອງຍື່ນເອກກະສານ ຫຍັງໂຕນີ້ນ່າ ຈະແມ່ນ ຜແນກບຸກຄົນ ຝ່າຍບຸກຄົນ ເພິ່ນໄປເຮັດໃຫ້ເນາະ ໜ້າຈະບໍ່ຫຍຸ້ງຍາກ ແຕ່ວ່າ ມັນຈະເປັນການລ່າຊ້າ ອັນນັ້ນ ອັນນີ້ ມິດໄປເລີຍ."

ຄົນງານລາວ ອີກທ່ານນຶ່ງ ກໍກ່າວວ່າ ໄດ້ຈ່າຍໃຫ້ບໍຣິສັດແລ້ວ ແລະໃຫ້ບໍຣິສັດດຳເນີນການໃຫ້:

"ເງິນອຸດໜູນນີ້ຮູ້ຢູ່ປົກກະຕິ ກໍແມ່ນບໍຣິສັດຕິດຕໍ່ ໃຫ້ເຂົາເຈົ້າກະບໍ່ໄດ້ລົມຫຍັງ ມີບັນຫາໃດນຶ່ງ ເຮົາເກີດອຸບັດຕິເຫດໃດນຶ່ງ ໂຮງໝໍໂຮງນັ້ນ ຂຶ້ນນຳເພິ່ນໝົດ."

ໃນເບື້ອງຕົ້ນ ບໍຣິສັດຕ່າງໆ ທີ່ໄດ້ຮັບຜົນກະທົບ ຈາກ ໂຄວິດ19 ຕ້ອງເຂົ້າມາຍືນເອກສານ ຄົນງານທີ່ມີປະກັນສັງຄົມ ໂດຍຈະຈ່າຍ 60 ເປີເຊັນ ຂອງ ເງິນເດືອນຄົນງານ. ຂັ້ນຕອນເອກສານ ຈະໃຊ້ເວລາ 2 ອາທິດ ແລະ ຄົນງານຈະໄດ້ຮັບເງິນ. ເຈົ້າໜ້າທີ່ປະກັນສັງຄົມ ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ກ່າວວ່າ:

"ໃຫ້ບໍຣິສັດເປັນຜູ້ມາດຳເນີນ ເອກກະສານໃຫ້ ເຮັດເອກກະສານ ຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ ມາວ່າຢຸດວຽກແຕ່ເ ດືອນ 5 ມາແທ້ບໍ່ ເພາະວ່າ ເດືອນ 4 ເຮົາຈະບໍ່ຮັບຢູ່ແລ້ວ ເພາະວ່າຣັຖບານໃຫ້ ນາຍຈ້າງ ຈ່າຍເງິນໃຫ້ລູກຈ້າງຢູ່ເນາະ ບໍຣິສັດຕ້ອງເປັນເຈົ້າການເດີ ບໍ່ໄດ້ ໃຫ້ແຕ່ລະຄົນມາເອງ ຕາມລະບຽບເຮົາ 2 ອາທິດ ໄດ້ເງິນເນາະ."

ຍານາງ ກ່າວຕື່ມອີກວ່າ ທີ່ໃຫ້ບໍຣິສັດຫົວໜ່ວຍຕ່າງໆ ມາຍື່ນເອກກະສານ ເອງ ຍ້ອນປ້ອງກັນການຊຸມນຸມຄົນ ແອອັດ ເພາະຍັງຄວບຄຸມ ໂຄວິດ19 ຢູ່ ສ່ວນເດືອນ 6 ປະກັນສັງຄົມ ກໍຈ່າຍຄືກັນ ແຕ່ຂຶ້ນຢູ່ກັບ ຄົນງານວ່າເຂົາເຈົ້າ ໄດ້ເຮັດວຽກມື້ໃດ ກໍຈະຈ່າຍເງິນ ເປັນລາຍວັນ.

ຜູ້ຕາງໜ້າໃຫ້ໂຮງຮຽນຕັດຫຍິບ ແຫ່ງນຶ່ງ ໃນນະຄອນຫລວງ ວຽງຈັນ ກ່າວວ່າ ກຳລັງສຶກຂໍ້ມູນກ່ຽວກັບ ຂັ້ນຕອນ ການດຳເນີນງານ:

"ຊ້ວງນີ້ຍັງພິຈາຣະນາກັນ ເບິ່ງກ່ອນ ຕ້ອງໄດ້ເຂົ້າແບບໃດ ມັນມີຂໍ້ຕົກລົງຂອງປະກັນ ສັງຄົມ ແລະ ທາງຄຳແນະນຳ ເຂົາເຈົ້າ ແຕ່ວ່າ ເຮົາໄດ້ອ່ານຢູ່ ກຳລັງສຶກສາຢູ່."

ໜ່ວຍງານຮັບຜິດຊອບ ຈະສົ່ງແຈ້ງການໄປຫາຫົວໜ່ວຍ ທຸຣະກິດຕ່າງໆ ທີ່ໄດ້ຮັບຜົນກະທົບ ໃຫ້ມາຍື່ນເອກະສານ ຕໍ່ປະກັນສັງຄົມແຂວງ, ເຈົ້າໜ້າທີ່ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງສວັນນະເຂດ ໄດ້ກ່າວວ່າ:

"ແຈ້ງການໂຕນີ້ ຄືວ່າ ມັນກໍຫາອອກມາໃໝ່ໆ ເນາະ ແລ້ວທາງແຂວງ ຈະໄດ້ເຮັດແຈ້ງການຫາຫົວໜ່ວຍແຮງງານ ເພື່ອໃຫ້ເຂົາມາລົງ ທະບຽນແລ້ວມອບໃຫ້ແຂວງ ເປັນຜູ້ຈັດຕັ້ງປະຕິບັດ."

ກະຊວງແຮງງານ ແລະ ສວັດດີການສັງຄົມ ຈະເຮັດແຈ້ງການໄປຫາ ຜແນກແຮງງານ ແລະ ສວັດດີການສັງຄົມແຂວງ ແລ້ວສົ່ງຕໍ່ໄປຫາ ຫົວໜ່ວຍ ບໍຣິສັດທີ່ໄດ້ຮັບຜົນກະທົບ ຈາກໂຄວິດ19 ເພື່ອໃຫ້ເຂົ້າມາ ຍື່ນເອກະສານວ່າ ເຂົ້າໃນເງື່ອນໄຂ ຫລືບໍ່ ເພື່ອຈະອອກໃບຢັ້ງຢືນ ວ່າງງານ ແລ້ວສົ່ງເລື່ອງໄປຫາສູນກາງ. ເຈົ້າໜ້າທີ່ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງໄຊຍະບູລີ ໄດ້ກ່າວວ່າ:

"ບໍຣິສັດສົມທົບກັບແຮງງານ ຕ້ອງແມ່ນຢູ່ໃນຊ້ວງໄລຍະຢຸດວຽກ ຊ້ວງໄລຍະໂຄວິດນີ້ ເດືອນ 5 ຈາກນັ້ນພວກເຮົາຈັ່ງຊິເຮັດໃບຢັ້ງຢືນ ວ່າງງານ ໃຫ້ຈຶ່ງໄດ້ຮັບເນາະ ຕາມກົດໝາຍຫັ້ນ."

ການຈ່າຍເງິນ ອຸດໜູນວ່າງງານ ສຳລັບຜູ້ວ່າງງານ ທີີ່ມີປະກັນສັງຄົມ ຕາມການແຈ້ງການ ຈາກອົງການປະກັນສັງຄົມ ແຫ່ງຊາດລາວ ກະຊວງ ແຮງງານ ແລະ ສວັດດີການສັງຄົມ ສະບັບເລກທີ 1302/ອປຊ ລົງວັນທີ 11 ມິຖຸນາ 2020 ນີ້ ຈະຈ່າຍສະເພາະເດືອນ 5 ເທົ່ານັ້ນ ໂດຍ ທາງການຈະໃຫ້ຜູ້ໄດ້ຮັບ ຜົນກະທົບ ແທ້ຈິງ ສ່ວນເດືອນເມສາ ຣັຖບານໄດ້ແຈ້ງການ ໃຫ້ຫົວໜ່ວຍ ທຸຣະກິດຕ່າງໆ ຈ່າຍທົດແທນ ໃຫ້ຄົນງານເອງ, ສ່ວນເດືອນມິຖຸນາ ນັ້ນ ປະກັນສັງຄົມຈ່າຍຄືກັນ ແຕ່ກໍຂຶ້ນກັບຄົນງານວ່າ ເຂົາເຈົ້າໄດ້ເຮັດວຽກມື້ໃດ ກໍຈະຈ່າຍເງິນເປັນລາຍວັນ ແຕ່ຕ້ອງເຂົ້າເງື່ອນໄຂ.

ສ່ວນວິທີຈ່າຍເງິນນັ້ນ ເຈົ້າໜ້າທີ່ກ່ຽວຂ້ອງຈະກວດການເອກສານ ຄົນງານຜູ້ທີ່ມີເງື່ອນໄຂເຂົ້າສູ່ລະບົບ ແລະເມື່ອສໍເຣັດແລ້ວພຽງແຕ່ 2 ອາທິດ ກໍຈະໄດ້ຮັບເງິນອຸດໜູນຕາມສິດເຂົ້າບັນຊີທັນທີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.