ຄົນວ່າງງານລໍຖ້າເງິນ ອຸດໜູນ ຍັງລໍາບາກ

ສຸພັດຕາ
2020.07.14
F-Lao-workers ຫ້ອງການກອງທຶນປະກັນສັງຄົມ ແຫ່ງຊາດ ລາວມອບເງິນອຸດໜູນວ່າງງານ ຈາກຜົລກະທົບ ພຍາດໂຄວິດ-19
ນັກຂ່າວພົລເມືອງ

ຄົນງານລາວ ທີ່ຍັງລໍຖ້າເງິນອຸດໜູນວ່າງງານ ຕາມສິດປະກັນສັງຄົມ ປັດຈຸບັນຫຼາຍຄົນຕ້ອງປະສົບບັນຫາ ສະພາບການເປັນຢູ່ ທີ່ຫຍຸ້ງຍາກ ຂຶ້ນກວ່າເກົ່າ, ເນື່ອງຈາກຣາຍໄດ້ ບໍ່ພຽງພໍ ກັບຄ່າໃຊ້ຈ່າຍໃນຄອບຄົວຍ້ອນສ່ວນໃຫຍ່ ຍັງຢູ່ໃນສະພາບຖືກພັກວຽກ, ສ່ວນຜູ້ວ່າງງານກໍຍັງ ຊອກວຽກໃໝ່ ບໍ່ທັນໄດ້ເທື່ອ ດັ່ງນັ້ນ, ຈຶ່ງຕ້ອງການເງິນອຸດໜູນ ມາຊ່ອຍແກ້ໄຂ ຄວາມຫຍຸ້ງຍາກ, ດັ່ງພະນັກງານ ຢູ່ນະຄອນຫຼວງວຽງຈັນ ຄົນນຶ່ງ ທີ່ປະສົບບັນຫາ ໃນເວລານີ້ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 14 ກໍຣະກະດາ ນີ້ວ່າ:

“ຍັງບໍ່ໄດ້ ປານນີ້ນະ ກະຍັງບໍ່ມີວີ່ແວວຂ່າວຄາວ ວ່າຊິໄດ້ປານນີ້ເດ້ ມັນຍັງບໍ່ໄດ້ເຫັນແຈ້ງການ ແມ່ນຫຍັງມານະ ມີແຕ່ປະກອບເອກກະສານ ໄປແລ້ວກະຍັງບໍ່ທັນເຫັນການແຈ້ງການມາ ວ່າ ເອີ່ ມື້ໃດຊິໄດ້ ໂອ້..ລໍາບາກຫຼາຍ ຂາຍເຄື່ອງຂາຍຂອງ ເຮັດວຽກເຮັດງານລໍາບາກຫຼາຍ ຊ່ວງນີ້.”

ໃນຂນະດຽວກັນ ພະນັກງານແຂວງອຸດົມໄຊ ຄົນນຶ່ງທີ່ຢູ່ໃນໄລຍະພັກວຽກເວົ້າວ່າ ມາຮອດເວລານີ້ ຕົນກໍຍັງບໍ່ທັນໄດ້ຮັບເງິນອຸດໜູນວ່າງງານ ຈາກອົງການປະກັນສັງຄົມ ເຊັ່ນດຽວກັນ ແລະຍັງບໍ່ຮູ້ວ່າມື້ໃດຈະໄດ້, ແຕ່ເມື່ອເວົ້າເຖິງສະພາບຄວາມເປັນຢູ່ ໃນຄອບຄົວແລ້ວ ຖືວ່າມີຄວາມ ຫຍຸ້ງຍາກຫຼາຍຂຶ້ນ ຍ້ອນຂາດຣາຍໄດ້ຫຼັກ ແລະບໍ່ມີວຽກອື່ນໃຫ້ເຮັດ ແບບຊົ່ວຄາວ, ດັ່ງນາງເວົ້າວ່າ:

“ມີແຕ່ຢູ່ເຮືອນໄດ້ແຫຼະ ເຮັດໄຮ່ເຮັດນາກະບໍ່ມີໄຮ່ມີນາ ໄປຫາເງິນບ່ອນອື່ນກະບໍ່ຮູ້ບ່ອນໄປ ຫົວໜ້າເພິ່ນວ່າຄັນມີແຂກກໍຊິໃຫ້ໄປຄືເກົ່າ ແຕ່ວ່າ ດຽວນີ້ຫັ້ນ ເພິ່ນຍັງບໍ່ເປີດ ບໍ່ມີແຂກເຂົ້າ ເປັນທາງການເທື່ອວ່າຊັ້ນ.”

ຄົນງານລາວ ຢູ່ແຂວງອຸດົມໄຊ ອີກຄົນນຶ່ງ ທີ່ຍັງລໍຖ້າຮັບເງິນອຸດໜູນວ່າງງານ ກໍຮູ້ສຶກເສັຍໃຈທີ່ມາຮອດປັດຈຸບັນ ກໍຍັງບໍ່ໄດ້ຮັບເງິນດັ່ງກ່າວ ນັ້ນເທື່ອ, ແຕ່ກໍພຍາຍາມຊອກຫາວຽກ ຮັບຈ້າງເລັກໆໜ້ອຍ ເຮັດໄປຊົ່ວຄາວ ເພື່ອແກ້ໄຂຄວາມທຸກຍາກ:

“ບໍ່! ບໍ່ໄດ້ ເພິ່ນໂທຫາແລ້ວ ກະຣາຍລະອຽດແດ່ ໃຫ້ລົມຫົວໜ້າຄຸມງານເນາະ ລະກະລົມຫົວໜ້າ ກະມິດໄປເລີຍ ຢາກລົມເພິ່ນແນວໃດ ຫາກໍເຮັດວຽກ ເລັກໆໜ້ອຍໆ ແຖວໃກ້ໆໃນເມືອງ ຫັ້ນແຫຼະ ບໍຣິສັດໃຫຍ່ນິ່ ສ່ວນຫຼາຍກະ ໄປສມັກງານ ມັນກະອັນນັ້ນ ບໍ່ໄດ້ເໝືອນເມື່ອ ກ່ອນເນາະ.”

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ອົງການປະກັນສັງຄົມແຫ່ງຊາດ ກະຊວງແຮງງານ ສວັດດີການສັງຄົມ ຊີ້ແຈງຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 14 ກໍຣະກະດາ ນີ້ວ່າ ປັດຈຸບັນ ທາງກົມ ປະກັນສັງຄົມ ໄດ້ເລີ້ມທະຍອຍຈ່າຍເງິນອຸດໜູນ ວ່າງງານ ແກ່ຄົນງານ ທີ່ວ່າງງານໃນໄລຍະທີ່ ມີການແຜ່ຣະບາດ ຂອງເຊື້ອພຍາດໂຄວິດ-19 ໂດຍເລີ້ມຈ່າຍໃນເດືອນກໍຣະກະດານີ້ ເປັນເດືອນທໍາອິດ ໄປຈົນຮອດເດືອນກັນຍາ ຮວມທັງ ໝົດເປັນເວລາ 3 ເດືອນ (ຈ່າຍເດືອນ ກໍໍຣະກະດາ ແທນເດືອນ ພຶສພາ, ເດືອນສິງຫາ ແທນ ເດືອນມິຖຸນາ, ເດືອນກັນຍາ ແທນ ເດືອນ ກໍຣະກະດາ) ເຊິ່ງຈະທະຍອຍຈ່າຍ ໃຫ້ແກ່ຄົນງານ ທີ່ມີສິດຕາມປະກັນສັງຄົມ ຈົນຄົບທຸກຄົນ, ດັ່ງທ່ານກ່າວວ່າ:

“ເຮົາກໍເລີ້ມຈ່າຍເດືອນທໍາອິດ ເດືອນ 7 ນິ່ ເຮົາເລີ້ມຈ່າຍ ແຕ່ບໍ່ໄດ້ຈ່າຍຂອງເດືອນ 7 ເຮົາໄລ່ຂອງເດືອນ 5 ແລ້ວກະເລີ້ມຈ່າຍຂອງເດືອນ 6 ເປັນງວດ ເປັນງວດໄປ ຜ່ານມາກະຮັບ ເອກກະສານ ໄວ້ພິຈາຣະນາ ຈົນກວ່າກວດເບິ່ງເງື່ອນໄຂ ຂອງແຕ່ລະຄົນຖືກຕ້ອງ ເອກກະສານ ຖືກຕ້ອງ ແລ້ວກະເລີ້ມຈ່າຍ.”

ອີງຕາມຂໍ້ມູນຫຼ້າສຸດ ຈາກອົງການປະກັນສັງຄົມແຫ່ງຊາດ ໃນວັນທີ 13 ກໍຣະກະດາ 2020 ຣະບຸວ່າ ປັດຈຸບັນໄດ້ຮັບເອກກະສານຂໍ້ມູນ ຄົນງານຈາກແຕ່ລະບໍຣິສັດແລ້ວຈໍານວນ 9,560 ຄົນ ຈາກ 127 ບໍຣິສັດ, ເຊິ່ງທາງປະກັນສັງຄົມ ໄດ້ອະນຸມັດຈ່າຍເງິນອຸດໜູນວ່າງງານ ໄປແລ້ວຈໍານວນ 2,102 ຄົນ ເປັນເງິນຈໍານວນ (3,254,939,714), ສ່ວນທີ່ເຫຼືອຈະ ທະຍອຍຈ່າຍໃຫ້, ສໍາລັບຄົນງານ ທີ່ບໍຣິສັດບໍ່ໄດ້ ສົ່ງຣາຍຊື່ ໃຫ້ອົງການປະກັນສົງຄົມ ກໍສາມາດໄປຍື່ນເອກກະສານ ດ້ວຍໂຕເອງໄດ້ ຢູ່ສູນຈັດຫາງານ.

ຢ່າງໃດກໍຕາມ ໜັງສືພິມ ວຽງຈັນທາມສ ຣາຍງານວ່າ ຄົນງານລາວ ຈໍານວນຫຼາຍ ທີ່ຍັງບໍ່ໄດ້ຮັບເງິນອຸດໜູນ ວ່າງງານ ໃນໄລຍະທີ່ມີ ການແຜ່ຣະບາດຂອງເຊື້ອພຍາດ ໂຄວິດ-19 ສາເຫດຍ້ອນ ອົງການປະກັນສັງຄົມແຫ່ງຊາດ ບໍ່ມີງົບປະມານ ພຽງພໍ ອັນເປັນຜົລກະທົບ ຈາກເສຖກິຈອ່ອນແອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.