ເສຖກິດລາວຟື້ນໂຕໄດ້ ຕ້ອງໃຊ້ ເວລາ

ໄຊຍາ
2020.06.10
F-Boten-Border ທ່າດ່ານ ສາກົນ ບໍ່ເຕັນ ແຂວງຫຼວງນໍ້າທາ ທີ່ມີຣົດບັນທຸກສິນຄ້າ ເຂົ້າອອກຢູ່ຕລອດບໍ່ຂາດສາຍ ກ່ອນໜ້າການແຜ່ຣະບາດ ຂອງພຍາດ ໂຄວິດ-19
RFA

ປະເທດລາວອາດຈະໃຊ້ເວລາ 1-2 ປີ ໃນການຟື້ນຟູ ສະພາບເສຖກິດ ພາຍໃນປະເທດ ໃຫ້ກັບມາເຄື່ອນໄຫວກິຈການໄດ້ເຕັມຮູບແບບ. ຫລັງຈາກການຣະບາດຂອງພຍາດໂຄ ວິດ-19 ໄດ້ສົ່ງຜົລກະທົບ ຕໍ່ ພາກທຸຣະກິດ ທຸກຂແນງການ. ດັ່ງ ທ່ານ ລີເບີ ລີບົວປາວ ຮັກສາ ການຫົວໜ້າ ສະຖາບັນຄົ້ນຄວ້າເສຖກິດ ແຫ່ງຊາດ ໄດ້ໃຫ້ສັມພາດຕໍ່ສື່ມວນຊົນພາຍໃນ ເມື່ອວັນທີ 09 ມິຖຸນາ 2020 ວ່າ, ການຣະບາດ ຂອງ ພຍາດ ໂຄວິດ-19 ໄດ້ສົ່ງຜົລກະທົບ ຕໍ່ເສຖກິດ ໂດຍສະເພາະ ແມ່ນການສົ່ງອອກ, ການທ່ອງທ່ຽວ ຕ້ອງໃຊ້ເວລາ ຟື້ນຟູ 1-2 ປີ:

"ຜົລກະທົບຕໍ່ກັບເສຖກິດ ຂອງປະເທດເຮົາ ແມ່ນຮ້າຍແຮງສົມຄວນ ຂແນງການທຸຣະກະບໍ່ທັນສາມາດ ກະບໍ່ມີວຽກເຮັດງານທໍາ ໃນເມື່ອ ທຸຣະກິດບໍ່ໄດ້ຮັບການຟື້ນຟູ ບໍ່ມີວຽກເຮັດງານທໍາ ບໍ່ສາມາດຟື້ນຟູໄດ້ ກະທົບໃຫຍ່ທີ່ສຸດຄື ກະທົບຕໍ່ຣາຍຮັບ ງົບປະມານ ໄລຍະປີນຶ່ງ ສອງປີ ນີ້ຄືບໍ່ທັນສາມາດຟື້ນຟູໄດ້ ການທ່ອງທ່ຽວ ຈາກຕ່າງປະເທດ ເພາະວ່າ ອັນນີ້ທ່າອ່ຽງ ບໍ່ທັນດີເລີຍ."

ທ່ານໄດ້ກ່າວຕື່ມວ່າ ໃນໄລຍະສັ້ນ ແລະ ໄລຍະຍາວ ຣັຖບານຕ້ອງໄດ້ເຂົ້າໄປຊ່ອຍເຫລືອ ພາກທຸຣະກິດ ໃຫ້ໄດ້ຫລາຍທີ່ສຸດ ເຊິ່ງຈະຊ່ອຍ ໃຫ້ທຸຣະກິດກັບມາດຳເນີນການ ອັນຈະສົ່ງຜົລຕໍ່ການສ້າງວຽກເຮັດ ງານທໍາ, ຈາກນັ້ນກະຕຸ້ນການທ່ອງທ່ຽວພາຍໃນ ຈັດກິຈກັມງານບຸນ ຕ່າງໆ ເພື່ອໃຫ້ປະຊາຊົນ ອອກມາໃຊ້ຈ່າຍໃຫ້ເງິນໄດ້ມີການໝູນວຽນ ແລະ ສົ່ງເສີມໃຫ້ປະຊາຊົນ ເຮັດການກະເສດ ຜລິດສິນຄ້າ ສະບຽງ ອາຫານ ເພື່ອໃຫ້ເກີດການຊື້ຂາຍ ຫລື ແລກປ່ຽນສິນຄ້າ ຣະຫວ່າງ ບ້ານ ເມືອງ ແລະ ແຂວງ.

ໃນຂນະທີ່ຜູ້ປະກອບທາງດ້ານ ເຟີນີເຈີ ທີ່ໄດ້ຮັບຜົລກະທົບ ຈາກພຍາດໂຄວິດ-19 ປີນີ້ ຈຳເປັນຕ້ອງງົດງານວາງສະແດງສິນຄ້າ ເຟີນິເຈີ້ ໄປຈົນເຖີງປີ 2020, ດັ່ງ ຜູ້ຕາງໜ້າສະມາຄົມ ລາວເຟີນິເຈີ ໃນ ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 10 ມິຖຸນາ ວ່າ:

"ປີນີ້ໜັກຄືງານເຮົາເອງ ເຮົາກະໄດ້ໂຈະ ເຮົາຊິເຣີ້ມອີກກະຊິປະມານ ເດືອນ 1 ຂອງປີໜ້າ ຕອນນີ້ເຮົາຍັງເຄື່ອນໄຫວບໍ່ໄດ້ ບໍ່ທັນກ້າສ່ຽງ ຫັ້ນນ່າ."

ດັ່ງຜູ້ປະກອບການ ຣົດໂດຍສານ ຢູ່ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າໄລຍະນີ້ໄດ້ຮັບ ຜົລກະທົບຫຼາຍ ຈາກຈຳນວນຄີວຣົດ ທີ່ໃຫ້ບໍຣິການ 66 ຄິວຫຼຸດເຫຼືອ 33 ຄີວ ມີຜົລກະທົບເຖີງ 50%.

"ສະເພາະສະມາຄົມເຮົາ ມັນມີ 66 ບ່ອນຈອດ ມັນມີຜົລກະທົບ 50% ເຈົ້າ, ສະເພາະຜູ້ທີ່ແລ່ນຕາມໂຮງແຮມ ເຮືອນພັກ ກັບ ສະຖານທີ່ ທ່ອງທ່ຽວຖືວ່າໄດ້ຢຸດໄປ 33 ຄີວ ຍັງເຫຼືອແລ່ນຢູ່ ຍ່ານຕລາດກັບ ສະຖານີຣົດຂົນສົ່ງ ແຕ່ສ່ວນທີ່ຍັງໄດ້ແລ່ນ ຢູ່ນີ້ຜູ້ໂດຍສານ ຫລຸດລົງ 40%."

ໃນຂນະທີ່ ສະມາຄົມກາເຟລາວ ໄດ້ກ່າວວ່າການຜລິດ ແລະ ການສົ່ງອອກກາເຟ ໃນລາວ ບໍ່ໄດ້ຮັບຜົລກະທົບປານໃດ ເນື່ອງຈາກຍັງ ສາມາດສົ່ງກາເຟອອກໄປປະເທດອ້ອມຂ້າງໄດ້ ເປັນປົກກະຕິ ເຊິ່ງເປັນກຸ່ມ ລູກຄ້າໃຫຍ່ຢູ່ແລ້ວ.

"ດຽວນີ້ເຂົາກະມີແຕ່ ສົ່ງອອກປົກກະຕິຢູ່ໃດ໋ ເຈົ້າ, ເຣື່ອງການສົ່ງອອກ ເພີ່ນກະດຳເນີນຢູ່ຟັງເບິ່ງແຈ້ງການ ຫຼັງເດືອນມິຖຸນາ ໄປນີ້ເຈົ້າ, ວ່າເພິ່ນຊິເຮັດແນວໃດ."

ໃນສ່ວນຂແນງການ ບໍຣິການຮ້ານອາຫານ ແລະ ເຮືອນພັກ ຢູ່ເມືອງໂຂງ ແຂວງຈຳປາສັກ ໄດ້ກ່າວວ່າ ຕອນນີ້ກິຈການ ຕົກຕໍ່າຫຼາຍ, ຖ້າ ສະພາບການຍັງສືບຕໍ່ ເປັນແບບນີ້ຕໍ່ໄປອີກ ບໍ່ຮູ້ວ່າອະນາຄົດ ຈະເປັນແນວໃດ.

"ຢູ່ນີ້ກະຄືກັນ ແບບບໍຣິສັດ ຣົດ ອີຫຍັງ ກະຢຸດແລ່ນ ດຽວນີ້ກະໂຈະຄືກັນ ຍັງວ່າເພາະວ່າຮ້ານເອື້ອຍ ກະມີແຕ່ແຂກ ຝຣັ່ງ ບໍຣິການຫຼາຍຄື ແຂກລາວມາຫັ້ນເຮົາກະບໍ່ສູ້ໄດ້ດອກ ຈັກຊິເປັນຈັ່ງໃດຍັງບໍ່ຮູ້ເທື່ອ."

ນັກເສຖສາຕໃນລາວ ທ່ານນຶ່ງໃຫ້ທັສນະ ແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ ຕາມທິສດີແລ້ວ ໃນສະພາວະເສຖກິຈ ແບບນີ້ ເຣີ່ມມີຄົນວ່າງງານຫຼາຍ ແລະ ຜູ້ປະກອບການ ກໍປະສົພບັນຫາ. ດັ່ງນັ້ນ, ໃນການກະຕຸ້ນເສຖກິຈ ໃນໄລຍະສັ້ນນີ້, ຣັຖບານ ຄວນຊອກຫາ ວິທີຊ່ອຍຄົນວ່າງງານ ແລະ ຜູ້ປະກອບການ.

“ໃນໄລຍະສັ້ນໆນີ້ແມ່ນ ມັນມີຄົນວ່າງງານຫຼາຍ. ຫຼາຍໆທຸຣະກິຈ ທີ່ວ່າປິດ ໃນຊ່ວງປິດປະເທດ ບໍ່ໄດ້ເປີດຄືນ ຍັງປິດຢູ່. ແລ້ວສ່ວນນຶ່ງທີ່ ເປີດຄືນ ແລ້ວຫັ້ນ ອາຈໄດ້ປິດຄືນອີກ ໃນ 2-3 ເດືອນ ເມືອໜ້າ. ຣັຖບານຈະຕ້ອງມີເງິນ ເຂົ້າມາຊ່ວຍ, ຊ່ວຍຜູ້ວ່າງງານ ແລະ ຊ່ວຍ ທຸຣະກິຈ ຈຳນວນນຶ່ງ.”

ທ່ານກ່າວຕື່ມວ່າ ນອກຈາກຈະຊ່ອຍພາກ ທຸຣະກິຈ ແລະ ຄົນວ່າງງານແລ້ວ, ສິ່ງທີ່ຕ້ອງຄຳນຶງເຖິງ ກໍຄືມາຕການ ໃນການຊ່ອຍສະຖາບັນ ການເງິນ ແລະ ທະນາຄານ ເພື່ອບໍ່ໃຫ້ເກີດມີ ສະພາວະເງິນກູ້ຢືມ ທີ່ບໍ່ມີການເຄື່ອນໄຫວ ຫຼື None-performing loan ຫຼາຍເກີນໄປ ເພາະອາຈກະທົບຕໍ່ ເສຖກິຈ ມະຫາພາກ ແລະ ສະຖຽນຣະພາບ ຂອງ ຄ່າເງິນກີບໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.