ເສຖກິດລາວຈະຕົກຕໍ່າ ໃນຮອບ 30 ປີ

ອຸ່ນແກ້ວ ສຸກສະຫວັນ
2020.06.29
F-Thongloun ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຼີ ໄດ້ຣາຍງານ ຕໍ່ກອງປະຊຸມສມັຍສາມັນ ເທື່ອ 9 ຂອງ ສະພາແຫ່ງຊາດ ຊຸດທີ 8 ວັນທີ 24 ມິຖຸນາ 2020
LNTV

ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຼີ ໄດ້ຣາຍງານ ການຈັດຕັ້ງປະຕິບັດ ແຜນພັທນາເສຖກິດ-ສັງຄົມ ຕໍ່ກອງປະຊຸມ ສະໄໝສາມັນເທື່ອ 9 ຂອງສະພາແຫ່ງຊາດຊຸດທີ 8 ໃນວັນທີ 24 ມິຖຸນາ ວ່າເສຖກິດຂອງລາວຈະຂຍາຍໂຕແຕ່ 3.3 ຫາ 3.6 ເປີເຊັນ ເທົ່ານັ້ນ. ດັ່ງທ່ານ ກ່າວວ່າ:

"ການຂຍາຍໂຕຂອງເສຖກິດ ຍ້ອນມີຜົນກະທົບຫຼາຍປັດໃຈດັ່ງທີ່ມານັ້ນ ອີງໃສ່ຄາດຄະເນຂອງສະຖາບັນຄົ້ນຄວ້າເສຖກິດແຫ່ງຊາດ ແລະ ສູນສະຖິຕິແຫ່ງຊາດ ແລະ ຄາດຄະເນທັງໝົດປີ ເສຖກິດຂອງປະເທດເຮົາ GDP ອາດຈະຂຍາຍໂຕຢູ່ໃນລະດັບ 3.3 ເຖິງ 3.6 ເປີເຊັນ."

ແຕ່ນັກເສຖສາດ ທະນາຄານພັທນາເອເຊັຽ ຫລື ADB ປະຈຳປະເທດລາວ ຜູ້ບໍ່ປະສົງອອກຊື່ ແລະສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 25 ມິຖຸນາ ວ່າ:

“ADB ນີ້ການຄາດຄະການ -0.5 ເປີເຊັນ ສຳລັບປີ 2020 ຖ້າເບິ່ງສະພາບການຮ້າຍແຮງ ອາດຈະຕິດລົບຫຼາຍກວ່ານັ້ນ ເພາະວ່າຂແນງ ການທ່ອງທ່ຽວ ຫຼືວ່າ Service Sector ນີ້ມັນຊິບໍ່ມີ ການຂຍາຍໂຕເລີຍ ມັນຄ້າງໄປຮອດເດືອນກັນຍາ ຊຶ່ງວ່າເດືອນກັນຍາ ມັນຊິມີເປີດ ໃຫ້ການເຂົ້າມາ ບາງສ່ວນ ບາງກຸ່ມ ບາງປະເທດ ແຕ່ວ່າ ມັນກະຊິບໍ່}າຍ.”

ນັກເສຖສາດ ທ່ານນີ້ ກ່າວວ່າ ປັດໃຈມາຈາກພາກບໍຣິການ ໃນຂະແໜງການທ່ອງທ່ຽວ ຈະກະທົບຍືດຍາວນານ ໄປເຖິງເດືອນກັນຍາ ຊື່ງເປັນແຫຼ່ງຣາຍຮັບສຳຄັນ ຂອງປະເທດລາວ ໃນໄລຍະ 4-5 ປີມານີ້ ແຕ່ຕອນນີ້ ຣາຍຮັບສ່ວນນີ້ຂາດຫາຍໄປ ແລະຖ້າສະຖານະການ ຣະບາດຂອງເຊື້ອໄວຣັສ ໂຄວິດ-19 ໃນລາວ ເກີດຮ້າຍແຮງໜັກຂຶ້ນຕື່ມ ຫລື ຖ້າປະເທດອ້ອມຂ້າງ ຍັງເກີດການຣະບາດ ຕໍ່ເນື່ອງ ໂດຍສະເພາະໄທຍ ຍິ່ງຈະສົ່ງຜົນກະທົບ ໜັກຕໍ່ປະເທດລາວ ຕື່ມຂຶ້ນອີກ.

ນັກເສຖສາດທ່ານນີ້ ຍັງສະເໜີ:

“ເຮັດຈັ່ງໃດ ຣັຖບານຈະສົ່ງເສີມ ເຮັດໃຫ້ມີການທ່ອງທ່ຽວພາຍໃນເນາະ ມີການຈັບຈ່າຍພາຍໃນ ມີການລົງທຶນພາຍໃນ ໃຫ້ຄົນລາວນີ້ລົງທຶນ ລົງທຶນກະຄືເວົ້າຫັ້ນແຫຼະ ເວົ້າເລື່ອງການຜລິດສະບຽງ ອາຫານເບາະ ຫຼຸດຜ່ອນການນຳເຂົ້າເປັນປັດໃຈແລ້ວ ກະຊິຊ່ວຍໃຫ້ກິຈກັມ ພາຍໃນ ໃຫ້ເພີ່ມຂຶ້ນ.”

ທ່ານກ່າວຕື່ມອີກວ່າ ໃນໄລຍະທີ່ເກີດການລະບາດ ຂອງໂຄວິດ-19 ເທື່ອນີ້ ມີຄົນງານລາວ ທີ່ກັບຈາກປະເທດໄທ ປະມານ 2 ແສນຄົນ ແລະ ມີຄົນງານຢູ່ໃນປະເທດອີກ ທີ່ວ່າງງານ, ຣັຖບານ ແລະ ພາກສ່ວນກ່ຽວຂ້ອງ ຄວນເລັ່ງໃຫ້ ການຊ່ອຍເຫລືອ ແກ່ຄົນງານເຫລົ່ານັ້ນ ເພື່ອໃຫ້ມີວຽກເຮັດງານທຳ.

ແຕ່ຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ໄດ້ກ່າວວ່າ ການເຕີບໂຕທາງດ້ານເສຖກິດ ບໍ່ໄດ້ຊ່ອຍໃຫ້ຊາວລາວ ຢູ່ດີກິນດີ:

"GDP ເພີ່ມຂຶ້ນ ສ່ວນຫລາຍຈະເປັນການລົງທຶນ ຂະໜາດໃຫຍ່ ແມ່ນຫຍັງຕ່າງໆ ແຕ່ມັນບໍ່ສົ່ງຜົນສະທ້ອນ ຕໍ່ຊີວິດ ການເປັນຢູ່ ຂອງປະຊາຊົນປານໃດ ຄັນຄອບຄົວ ມີການຜລິດມີການສ້າງຣາຍຮັບ ຕ້ອງພຍາຍາມສ້າງໃຫ້ມັນເປັນແບບ ລັກສນະນັ້ນຫັ້ນນ່າ."

ຜູ້ປະກອບການຮ້ານອາຫານ ຢູ່ນະຄອນຫລວງພະບາງ ກ່າວຕໍ່ເອເຊັຽເສຣີ ວ່າ ບໍ່ມີລູກຄ້າເຂົ້າມາໃຊ້ບໍຣິການ ຫລັງຈາກ ໂວວິດ19 ຣະບາດ:

"ຂາຍຢູ່ ບໍ່ມີລູກຄ້າເດ້ ບໍ່ມີເລີຍ ຕະກີ້ຫັ້ນ ຮ້ານກະພໍໄດ້ຂາຍຢູ່ ຕະກີ້ຫັ້ນກໍ້ ບໍ່ໄດ້ຂາຍ ບໍ່ມີແຂກນິ ແຂກບໍ່ມາທ່ຽວ ເກີດພຍາດແລ້ວກະເລີຍ ບໍ່ໄດ້ຂາຍປານໃດ."

ກ່ຽວກັບເລື່ອງນີ້ ນັກເສຖສາດ ໃນລາວທ່ານນຶ່ງ ໄດ້ໃຫ້ໃຫ້ສຳພາດຕໍ່ ເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ:

“ເຣື່ອງ Infrastructures ເນາະ, ເພາະວ່າມັນອາດຈະມີເວລາວ່າງຫຼາຍ ມີຄົນວ່າງງານຫຼາຍ. ມີທຶນໄປພັທນາຫົນທາງ ຢູ່ເຂດຊົນນະບົດ ໂຕທີ່ວ່າ ມັນຊິເຊື່ອມ ຈາກທີ່ພັກອາໄສ ຈາກການປູກຝັງ ເຂົາເຈົ້າ ຫາຫົນທາງຫາຕລາດ ເພື່ອສ້າງຄວາມສະດວກ ໃນການຜລິດການຄ້າ ການຂາຍ, ຫັ້ນນ່າ. ໃຊ້ແຮງງານ ພວກນີ້ ປັບປຸງ Irrigation ຂຸດຮ່ອງຣະບາຍນ້ຳເຂົ້ານາ ເພື່ອໃຫ້ການປູກຝັງ ມີປະສິດທິຜົນ ຫຼາຍຂຶ້ນ.”

ພຍາດໂຄວິດ19 ຣະບາດ ເຮັດວຽກວຽກງານ ຫຼາຍຢ່າງບໍ່ບັນລຸເປົ້າໝາຍ, ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ໄດ້ຣາຍງານ ຢູ່ໃນກອງປະຊຸມສະພາ ໃນວັນທີ 24 ມິຖຸນາ ຕອນນຶ່ງວ່າ:

"ຜ່ານການຕິດຕາມກວດກາ ຂອງ ຄະນະປະຈຳສະພາແຫ່ງຊາດ ເຫັນວ່າ ຍັງມີຫລາຍຄາດໝາຍ ທີ່ມີຄວາມສ່ຽງ ທີ່ຈະບໍ່ບັນລຸໄດ້ຕາມ ແຜນການ ເປັນຕົ້ນ ຂະແໜງການບໍຣິການ ທີ່ໄດ້ຮັບຜົນກະທົບ ໜັກກວ່າໝູ່ ລວມເຖີງ ພາສີ-ອາກອນ ຊຶ່ງທັງໝົດນັ້ນ ຈະສົ່ງຜົນກະທົບ ຕໍ່ອັດຕາການເຕີບໂຕຂອງລວມຍອດ ຜລິຕພັນ ພາຍໃນ GDP."

ອີງຕາມການຣາຍງານຂອງທະນາຄານໂລກ ປະຈຳປະເທດລາວ ໃນວັນທີ 11 ມິຖຸນາ, ການເຕີບໂຕເສຖກິດຂອງລາວ ໃນປີ 2020 ຈະຢູ່ ໃນລະຫວ່າງ 1 ເປີເຊັນ ໃນກໍຣະນີ ສະພາບການປົກກະຕິ ແລະ ອາດຈະຕົກລົງເຖິງ -1.8 ເປີເຊັນ ໃນກໍຣະນີ ສະພາບການຮ້າຍແຮງ ຍ້ອນຜົນກະທົບ ຂອງໂຄວິດ19 ຊຶ່ງເສຖກິດຂອງລາວ ມີການຂຍາຍໂຕຊ້າທີ່ສຸດ ໃນຮອບ 30 ປີ ນັບແຕ່ປີ 1990 ເປັນຕົ້ນມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.