ເຂື່ອນນໍ້າເທີນ 1 ສົ່ງຜົລກະທົບ ຕໍ່ການເປັນຢູ່

ສິດນີ
2018.05.14
F-Namtheun ນໍ້າເທີນ ແຂວງບໍຣິຄໍາໄຊ
Public Domain

ສຳນັກຂ່າວສານປະເທດລາວ ຣາຍງານໃນມື້ວັນທີ 7 ພຶສພາ ປີ 2018 ວ່າ ກອງເລຂາເຂື່ອນໄຟຟ້ານ້ຳເທີນນື່ງ ໄດ້ຈັດກອງປະຊຸມ ສລູບ ວຽກງານ ການຈັດສັນ ໂຍກຍ້າຍປະຊາຊົນ ແລະໃຫ້ຄ່າຊົດເຊີຍແກ່ປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນໄຟຟ້ານ້ຳເທີນນື່ງ ໂດຍການ ເປັນປະທານ ຂອງທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ແຂວງ ບໍຣິຄຳໄຊ ມີບັນດາ ຂແນງການກ່ຽວຂ້ອງ ຫຼາຍຂແນງການເຂົ້າຮ່ວມ ຮ່ວມທັງ ເຈົ້າຫນ້າທີ່ ຈາກໂຄງການໄຟຟ້ານ້ຳເທີນນື່ງ ແລະຜແນກພລັງງານແລະບໍ່ແຮ່ ປະຈຳແຂວງ.

ທ່ານ ແກ້ວວົງເດືອນ ຫົວຫນ້າກອງເລຂາຣາຍງານວ່າ ມີ 7 ບ້ານໃນເມືອງວຽງທອງ ໄດ້ຮັບຜົລກະທົບ ໃນນັ້ນປະກອບດ້ວຍ 624 ຄອບຄົວ ບ້ານທ່າເດື່ອມີ 139 ຄອບຄົວ, ບ້ານພຽງຕົ້ນ 68 ຄອບຄົວ, ບ້ານສົມບັດ 65 ຄອບຄົວ, ບ້ານກົກຕົ້ນ 68 ຄອບຄົວ, ບ້ານວັງມາກ 118 ຄອບຄົວ, ບ້ານນາມືດ 78 ຄອບຄົວ ແລະ ບ້ານໂພນໂຮມ 126 ຄອບຄົວ, ຕາມການຕົກກັນ ຊາວບ້ານ ຜູ້ທີ່ໄດ້ຮັບຜົລກະທົບດັ່ງກ່າວ ຈະຖືກຍ້າຍໄປຢູ່ບ້ານຈັດສັນໃຫມ່ ຢູ່ເຂດບ້ານໂພນດູ່ ແລະ ບ້ານຫ້ວຍຫອຍ ເມືອງວຽງທອງ ຊື່ງໃນປັດຈຸບັນ ກຳລັງລໍຖ້າການໂຍກຍ້າຍຢູ່. ດັ່ງເຈົ້າໜ້າທີ່ ພະລັງງານ ແລະ ບໍ່ແຮ່ ແຂວງບໍລິຄຳໄຊ ກ່າວຕໍ່ວິທະຍຸ ເອເຊັຍເສຣີ ວ່າ:

"ຍົກຍ້າຍນີ້ມີ 7 ບ້ານ ມີບ້ານວັງມາກ ບ້ານໂພນໂຮມ ບ້ານ ນໍ້າມືດ ບ້ານ ສົມບັດ ບ້ານກົກໂຕນ ບ້ານພ ພຽງໂຕນ ບ້ານ ທ່າເດື່ອ ຕາມ ຄອບຄົວນີ້ກໍ່ໃນເບື້ອງຕົ້ນ ກໍ່ປະມານ 600 ກ່ວາຄອບຄົວນີ້ແຫລະ ຍົກຍ້າຍນີ້ຈາກບ້ານເດີມມາກໍ່ບໍ່ໄກປານໃດ ແຕ່ການຍົກຍ້າຍນີ້ ມີແຕ່ວ່າ ກະກຽມສະຖານທີ່ ແລ້ວກໍ່ກຽມສະຖານທີ່ດີນທົດແທນກະສິກັມ."

ທ່ານວ່າ ການຍົກຍ້າຍ ທາງການ ມີແຜນຈະໃຫ້ສຳເຣັດໃນທ້າຍປີ 2018 ນີ້ ສ່ວນໃນໄລຍະນີ້ ກຳລັງເລັ່ງກໍ່ສ້າງເຮືອນ ໃນເຂດບ້ານຈັດສັນ ແລະ ກຳລັງເກັບກັມຂໍ້ມູນຊັບສິນ ຂອງປະຊາຊົນ ເພື່ອໃຫ້ຄ່າຊົດເຊີຍໃນອານາຄົດ. ການຍົກຍ້າຍໃນເທື່ອນີ້ ຍັງມີປະຊາຊົນ ຈຳນວນນື່ງ ບໍ່ເຫັນດີ ຍ້ອນ ຖືກຈັດສັນໄປຢູ່ກັບ ປະຊາຊົນຕ່າງບ້ານ ທ່ານກ່າວຕື່ມວ່າ:

"ການຊົດເຊີຍນີ້ຍັງ ເພາະວ່າ ກໍ່ລົງສອບຖາມແບບວ່າຄັດຈ້ອນເຂົ້າຕື່ມແຕ່ວ່າເຂົາກໍ່ໄປແຈ້ງຊັບສິນແລ້ວ ແຕ່ວ່າເຮົາໂຕນີ້ ເຮົາກໍ່ເວົ້າລວມຫັ້ນ ກໍ່ຈຳນວນນຶ່ງກໍ່ສິເຫັນດີ ໄປກັບໂຄງການ ຈຳນວນນຶ່ງຫັ້ນນາ ແຕ່ຈຳນວນນຶ່ງເຂົາກໍ່ມີພີ່ນ້ອງເຂົາກໍ່ຈິດໃຈເຂົາກໍ່ຢາກໄປຢູ່ນຳພີ່ນ້ອງຫັ້ນນ່າ ກໍ່ມີຈຳນວນນຶ່ງຫັ້ນນ່າ ມີສອງພາກສ່ວນຢູ່."

ສຳລັບ ຄ່າຊົດເຊີຍນັ້ນ ໃນປັດຈຸບັນ ທ່ານວ່າ ຍັງສຳຣວດຊັບສິນໄຮ່ນາ ສິ່ງປຸກສ້າງຂອງປະຊາຊົນກ່ອນ ຈື່ງຈະສລູບຜົລວ່າ ຈະໃຫ້ ຄ່າຊົດເຊີຍ ຫລາຍນ້ອຍ ປານໃດ ເມື່ອໃດ ຄາດວ່າ ຫນ່ວຍງານກ່ຽວຂ້ອງ ແລະເຈົ້າຂອງລົງທຶນເຂື່ອນນ້ຳເທີນນື່ງ ຮ່ວມກັບທາງການ ຈະສລູບ ຜົລ ໃນໄວໆນີ້.

ແຕ່ເຖີງຢ່າງໃດກໍຕາມ ນັກວິຊາການເວົ້າວ່າ ເປັນການຍາກທີ່ຈະໄດ້ຄ່າຊົດເຊີຍ ຈາກທາງການ ແລະ ນັກລົງທຶນ ຕາມທີ່ຊາວບ້ານຕ້ອງການ ເປັນແບບດຽວກັນ ກັບໂຄງການຂອງຣັຖບານ ຜ່ານມາຫຼາຍໂຄງການ ເມື່ອປະຊາຊົນຖືກໂຍກຍ້າຍແລ້ວ ກໍຈະມິດງຽບໄປ ທາງການ ແລະ ນັກລົງທຶນ ຈະບໍ່ເອົາໃຈໃສ່ຫຼາຍປານໃດ ຍ້ອນວ່າ ມີການປຸກສ້າງ ບ່ອນຢູ່ອາສັຍໃຫມ່ໃຫ້ແລ້ວ ສ່ວນທີ່ດິນທຳມາຫາກິນນັ້ນ ຫຼາຍແຫ່ງກໍບໍ່ມີ ເຮັດໃຫ້ປະຊາຊົນ ມີຄວາມລຳບາກ ຫລາຍຄົນກໍຫນີຈາກບ່ອນຈັດສັນ ໄປຢູ່ນຳພີ່ນ້ອງຫລືໄປຢູ່ເມືອງຫລືແຂວງອື່ນ ບ່ອນທີ່ພວກຂະເຈົ້າ ສາມາດທຳມາຫາກິນລ້ຽງຄອບຄົວໄດ້.

ເຂືື່ອນນ້ຳເທີນນື່ງ ຈະສົ່ງຜົລກະທົບຕໍ່ຊີວີດການເປັນຢູ່ຂອງຊາວບ້ານ ຢ່າງຫລວງຫລາຍ ໂດຍສະເພາະການຫາປາ ໃນການສ້າງຣາຍໄດ້ ແລະ ລ້ຽງຄອບຄົວ ຂອງພວກຂະເຈົ້າ ໃນແມ່ນ້ຳເຊບັງໄຟ ຊື່ງເປັນສາຍນ້ຳ ທີ່ໄຫລຈອດກັບແມ່ນ້ຳເທີນ ໂດຍສະເພາະ ໃນຣະດູຝົນ ຣະດັບນໍ້າ ໄດ້ປ່ຽນແປງໄປ ຫລັງຈາກການສ້າງເຂື່ອນ ນໍ້າເທີນ 1 ຫາກສ້າງສຳເຣັດ, ດັ່ງນັກວິຊາການທ່ານນື່ງເວົ້າວ່າ:

"ຫລັງຈາກມີເຂື່ອນ ມີຫຍັງ ຂຶ້ນມາແລ້ວ ຂະເຈົ້າກໍເປັນ ແບບວ່າ ມັນກໍສົ່ງຜົນ ກະທົບຕໍ່ ຂະເຈົ້າຫລາຍ ຄືຊີ່ເຫັນ ແຫລະເນ໋າະ ເວົ້າເຣື່ອງ ນໍ້າ ເຣື່ອງການ ຫາຢູ່ຫາກິນ ຕ່າງໆແຫລ໋ະ ມັນຈະຍາກຂຶ້ນ ກວ່າເກົ່າເນ໋າະ ຍົກຕົວຢ່າງວ່າ ຍາມນີ້ ການໃສ່ເບັດ ໃສ່ມອງ ການຫາປາ ມັນກໍຊີ່ຍາກ ລໍາບາກ ນໍ້າຫລາຍ".

ທ່ານເວົ້າວ່າ ການຫາຢູ່ຫາກິນ ຂອງຊາວບ້ານ ຈະໄດ້ຮັບຜົນກະທົບ ທັງທາງກົງ ແລະ ທາງອ້ອມ ພາຍຫລັງ ສ້າງເຂື່ອນໃສ່ ນໍ້າເທີນ ທີ່ ເຊື່ອມຕໍ່ ນໍ້າເຊບັ້ງໄຟ ຄື: ຣະດັບນໍ້າຈະປ່ຽນແປງໄປ ຂຶ້ນລົງຜິດ ປົກກະຕິຈົນຊາວປະມົງ ຈະຫາປາບໍ່ໄດ້ ຄືເກົ່າ ສ່ວນທາງອ້ອມ ຊາວບ້ານ ທີ່ເຄີຍອາສັຍ ຢູ່ໃກ້ແຄມນໍ້າກໍຈະບໍ່ສາມາດຢູ່ໄດ້ອີກ ຍ້ອນນໍ້າຈະຂຶ້ນ ຫລາຍກວ່າແຕ່ກ່ອນ ໂດຍສະເພາະໃນຍາມຝົນ ແລະ ອີກບັນຫານຶ່ງ ກໍຄືຜົນກະທົບ ຈາກນໍ້າທີ່ໄຫລ ເຂົ້າຖ້ວມນາ ຈະເຮັດນາຕາມ ປົກກະຕິ ບໍ່ໄດ້.

ນັກວິຊາການທ່ານນີ້ເວົ້າຕື່ມວ່າ  ຊາວບ້ານໃນຂົງເຂດນັ້ນ ຈະໄດ້ຮັບຜົນ ກະທົບ ຕໍ່ຊີວິດການ ເປັນຢູ່ຂອງພວກຂະເຈົ້າ ຢ່າງແນ່ນອນ ແຕ່ກໍບໍ່ສາມາດ ຕໍ່ວ່າປະທ້ວງ ທາງພາກຣັຖ ແລະ ບໍລິສັດ ກໍ່ສ້າງໄດ້. ຊາວບ້ານຕ້ອງໄດ້ ປ່ຽນແປງ ສະພາບຊີວິດ ການເປັນຢູ່ ຂອງ ຂະເຈົ້າ ໃຫ້ເຂົ້າກັບ ສະພາບແວດລ້ອມໃໝ່.

ເຂື່ອນນໍ້າເທີນ 1 ກໍ່ສ້າງແລ້ວປະມານ 20% ກຳລັງການຜລິດທັງໝົດ 640 ເມກາວັດ ເລີ້ມກໍ່ສ້າງມາຕັ້ງແຕ່ປີ 2016 ໂດຍບໍລິສັດ ໄຟຟ້າ ນໍ້າເທີນ 1 ຈຳກັດ ໃນນັ້ນ ບໍລິສັດ EGCO Group ຂອງໄທ ຮ່ວມຮຸ້ນ 25% , ບໍລິສັດ ພອນສັກ 60% ແລະ ບໍລິສັດໄຟຟ້າລາວ ມະຫາຊົນ 15% ເຂື່ອນນ້ຳເທີນນື່ງ ເປັນເຂື່ອນຂນາດກາງຫາໃຫຍ່ ນ້ຳຈະຖ້ວມ ໃນຫລາຍພື້ນທີ່ໄຮ່ນາ ປ່າໄມ້ ແລະ ດິນທີ່ອຸດົມສົມບູນ ຈະຖືກນ້ຳຖ້ວມ ໃນວົງກວ້າງ ນອກຈາກຊາວບ້ານ ຈະໄດ້ຮັບຜົລກະທົບ ແລະ ໂຍກຍ້າຍແລ້ວ ກໍຍັງຈະສົ່ງຜົລກະທົບຕໍ່ສັດປ່າ ຣະບົບນິເວດ ແລະ ຊຸມຊົນກຸ່ມອື່ນໆນຳອີກ.

ສປປລາວ ມີແຜນການຈະສ້າງ 60-70 ເຂື່ອນ ທົ່ວປະເທດ ໃນນັ້ນ ຮ່ວມດ້ວຍເຂື່ອນແມ່ນ້ຳຂອງ 9 ເຂື່ອນເຂື່ອນແມ່ນ້ຳສາຂາ 50 ປາຍເຂື່ອນ ຊື່ງໃນປັດຈຸບັນ ກໍສ້າງແລ້ວຫລາຍເຂື່ອນ ກຳລັງສ້າງ ຢູ່ຫລາຍເຂື່ອນ ແລະ ຍັງຢູ່ໃນແຜນການຈະສ້າງຫລາຍເຂື່ອນ.

ເຂື່ອນບາງແຫ່ງໃນລາວ ຂາດມາຕຖານໃນການສ້າງ ເປັນຕົ້ນ ເຂື່ອນທີ່ລົງທຶນຈາກຈີນ ແລະ ວຽດນາມ ຈື່ງເຮັດໃຫ້ເຂື່ອນນ້ຳເອົ້າແຕກ ວ່າງຫລັງໆມານີ້. ການເລັ່ງລັດໃນການສ້າງເຂື່ອນ ເພື່ອພັທນາເສຖກິຈ ແລະ ເປັນຫມໍ້ໄຟໃນອາຊຽນຂອງ ສປປລາວ ເປັນຄວາມສ່ຽງ ຕໍ່ຄວາມປອດພັຍ ຂອງປະຊາຊົນ ຖ້າເກີດເຫດແຜ່ນດິນໄຫວ ຂນາດໃຫຍ່ຂຶ້ນ ໃນລາວ ອາດຈະເຮັດໃຫ້ເຂື່ອນ ຫຼາຍເຂື່ອນແຕກໄດ້ ເປັນການພັທນາ ທີ່ບໍ່ຍືນຍົງ ແລະ ເສັຽຊັພຍາກອນຂອງຊາດ ແບບບໍ່ກຸ້ມຄ່າ. ຫລາຍປະເທດໃນໂລກ ແລະ ໃນຂົງເຂດ ເຊົາການສ້າງ ເຂື່ອນໄຟຟ້າແລ້ວ ຫັນມາໃຊ້ ພລັງງານທາງເລືອກຫລາຍຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.