3 ຄອບຄົວ ຍັງບໍ່ຮູ້ຄວາມຄືບໜ້າ ຄ່າຊົດເຊີຍ ຈາກທາງຣົດໄຟ

ໄຊຍາ
2018.08.06
f-railway ການກໍ່ສ້າງ ເຈາະອຸມົງ ທາງຣົດໄຟ ແຂວງຫຼວງພຣະບາງ
RFA

ປະຊາຊົນ ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ທີ່ຖືກໂຍກຍ້າຍ ບ່ອນອາສັຍ ໄປເຮືອນພັກຊົ່ວຄາວ ຍ້ອນໂຄງການສ້າງລາງຣົດໄຟ ລາວ-ຈີນ ໄດ້ເອົາເຮືອນບ່ອນເກົ່າ ໄປແລ້ວນັ້ນ ຍັງບໍ່ຮູ້ຄວາມຄືບໜ້າ ກ່ຽວກັບ ຄ່າຊົດເຊີຍເທື່ອ ແລະ ບໍ່ຮູ້ວ່າ ຖ້າໝົດສັນຍາ ເຊົ່າເຮືອນ ບ່ອນປັດຈຸບັນແລ້ວ ຈະຖືກໂຍກຍ້າຍ ໄປຢູ່ບ້ານຈັດສັນ ຫລືບໍ່, ອີງຕາມຄຳເວົ້າ ຂອງປະຊາຊົນຜູ້ນຶ່ງ ທີ່ຖືກໂຍກຍ້າຍ ຍ້ອນໂຄງການນີ້ ຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 06 ສິງຫາ ວ່າ:

“ບໍ່ທັນໄດ້ເທື່ອໂອ້ ເພີ່ນໃຫ້ເທົ່າໃດ ຍັງບໍ່ຮູ້ເທື່ອເດ້ ກະມີ 3 ຄອບຄົວ ກາຢາກໄດ້ໝົດນີ້ແຫລະ ຍ້າຍປີນີ້ແຫລະ ການເຊົ່ານີ້ ກະມີແຕ່ ປັດຈຸບັນນີ້ ເພິ່ນເຊົ່າໃຫ້ 6 ເດືອນ ຄັນກາຍ 6 ເດືອນໄປແລ້ວ ທາງພັກ-ຣັຖ ເພີ່ນວ່າ ຫຍັງຈະໄປຢູ່ບ່ອນເກົ່າໂອຍ.”

ທ່ານເວົ້າຕື່ມວ່າ ກ່ອນໜ້ານັ້ນ ເຈົ້າໜ້າທີ່ ຄນະໄກ່ເກັ່ຽຜົລກະທົບ ເວົ້າວ່າ ຈະໃຫ້ຕົນ ແລະ ອີກ 2 ຄອບຄົວ ທີ່ຖືກຍ້າຍ ມາເຊົ່າເຮືອນຊົ່ວຄາວ ໃນເວລານີ້ ຍ້າຍໄປຢູ່ ບ້ານຈັດສັນ ກ່ອນທ້າຍປີນີ້ ເຊິ່ງຢູ່ຫ່າງຈາກ ບ້ານເກົ່າປະມານ 2 ກິໂລແມັດ ແຕ່ປັດຈຸບັນ ເວລາຜ່ານໄປເລື້ອຍໆ ກໍບໍ່ເຫັນ ຄນະໄກ່ເກັ່ຽ ມາແຈ້ງຄວາມຄືບໜ້າ ແຕ່ຢ່າງໃດ.

ຕາມທັດສະນະ ຂອງຕົນແລ້ວ, ການຍ້າຍໄປຢູ່ບ້ານຈັດສັນ ຕົນກໍບໍ່ມີ ຂໍ້ຂັດຂ້ອງ ເພາະມີປະຊາຊົນຫຼາຍຄົນ ຖືກຍ້າຍໄປຮວມຢູ່ບ້ານຈັດສັນ ແຕ່ຂໍໃຫ້ດຳເນີນ ການຊົດເຊີຍ ແບບໄວ ແລະ ເປັນທັມ. ທ່ານເວົ້າອີກວ່າ ສໍາລັບເຮືອນ ຫລັງເກົ່າ  ທີ່ຖືກໂຄງການຢຶດເອົາໄປແລ້ວນັ້ນ ກໍໄດ້ຖືກລ້ອມຮົ້ວໄວ້ ພ້ອມກັບຫ້າມ ບໍ່ໃຫ້ເຈົ້າຂອງເຮືອນ ເຂົ້າໄປອີກ ເຊິ່ງໃນອີກບໍ່ດົນ ເຮືອນກໍ່ຈະຖືກມ້າງຖິ້ມ ເພື່ອປັບເປັນໜ້າດິນ ຂອງ ໂຄງການເສັ້ນທາງຣົດໄຟ.

ເມື່ອວັນທີ 25 ກໍຣະກະດາ ຜ່ານມາ ທ່ານ ລັດຕະນະມະນີ ຄູນນີວົງ, ຮອງຣັຖມົນຕຣີ ກະຊວງໂຍທິການ ແລະ ຂົນສົ່ງ, ກ່າວວ່າ ໄດ້ມີການ ເບີກຈ່າຍເງິນຊົດເຊີຍ ສິ່ງກີດຂວາງ ຂອງໂຄງການສ້າງທາງຣົດໄຟ ງວດທີ 1 ຈຳນວນປະມານ 56.2 ຕື້ກີບ ໃຫ້ແກ່ຄນະໄກ່ເກັ່ຽຂັ້ນແຂວງ 3 ແຂວງ ປະກອບດ້ວຍ ແຂວງ ຫລວງນໍ້າທາ, ແຂວງອຸດົມໄຊ ແລະ ແຂວງວຽງຈັນ ເພື່ອໂອນເຂົ້າບັນຊີ ຫລື ຈ່າຍເປັນເງິນສົດ ແກ່ຜູ້ ຖືກຜົລກະທົບ, ສ່ວນຢູ່ແຂວງ ຫລວງພຣະບາງ ແລະ ນະຄອນຫລວງວຽງຈັນ ກຳລັງ ຢູ່ໃນຣະຫວ່າງ ການຈັດຕັ້ງປະຕິບັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.