ບໍຣິສັດ ບົວລະພາ ຂໍເຊົ່າດິນ ມ.ໝື່ນ

ສຸພັດຕາ
2020.08.19
f-Meun-district ຫ້ອງການເທສບານ ເມືອງໜື່ນ ທີ່ມີການຫາລື ກັບ ບໍຣິສັດບົວລະພາ ກະສິກັມ-ປ່າໄມ້ ຈະຂໍສັມປະທານ ທີ່ດິນປູກໄມ້ ອຸດສາຫະກັມ ຢູ່ເມືອງໝື່ນ ແຂວງວຽງຈັນ (ຮູບຖ່າຍ ປີ 2015)
ນັກຂ່າວພົລເມືອງ

ບໍຣິສັດ ບົວລະພາ ກະສິກັມ-ປ່າໄມ້ ຈະສັມປະທານທີ່ດິນ ປູກໄມ້ອຸດສາຫະກັມ ຢູ່ເມືອງໝື່ນ ແຂວງວຽງຈັນ ຊຶ່ງຈະກວມເອົາທີ່ດິນຂອງ ຊາວບ້ານ ຢູ່ບ້ານໂພນແສນ, ບ້ານນໍ້າແພດ, ບ້ານເມືອງໝື່ນ, ບ້ານນໍ້າເລົ້າ ແລະບ້ານອື່ນໆ.

ຊາວບ້ານຜູ້ທີ່ມີດິນ ທີ່ຈະຖືກສັມປະທານນັ້ນ ບໍ່ເຫັນດີ ທີ່ບໍຣິສັດ ຈະມາສັມປະທານ ປູກໄມ້ ອຸດສາຫະກັມ ໃສ່ທີ່ດິນຂອງເຂົາເຈົ້າ, ດັ່ງ ຊາວບ້ານ ບ້ານໂພນແສນ ທ່ານນຶ່ງເວົ້າກັບ ວິທຍຸ ເອເຊັຽ ເສຣີ ໃນວັນທີ 14 ສິງຫາ ນີ້ວ່າ:

“ບໍ່ເຫັນດີປານໃດ ຫັ່ນແຫຼະ ເພາະວ່າ ບ່ອນປຸກສ້າງ ອ້າຍກະບໍ່ມີແລ້ວເດ່ ມີແຕ່ບ່ອນດຽວຫັ້ນແຫຼະ ຄັນເຂົາມາຍຶດແລ້ວ ກະບໍ່ມີບ່ອນເຮັດ ຄັນສົມມຸດ ບໍຣິສັດ ມາຍຶດເນາະ ລະກະບໍ່ມີບ່ອນ ເຮັດຢູ່ເຮັດກິນ ເອົາຫຍັງມາເຮັດຢູ່ເຮັດກິນ ແມ່ນຫຍັງຄອບຄົວ ຫັ້ນນາ ເສັຍບ່ອນນັ້ນໄປ ກໍບໍ່ມີບ່ອນທີ່ຈະເຮັດອີກ ຊື້ບ່ອນອື່ນ ກໍບໍ່ມີເງິນພໍຊື້ຕິ.”

ຊາວບ້ານຜູ້ນີ້ ກ່າວຕື່ມວ່າ ນອກຈາກຄອບຄົວຂອງຕົນແລ້ວ ຍັງມີເພື່ອນບ້ານອີກຫຼາຍຄອບຄົວ ກໍມີຄວາມກັງວົນ ວ່າຈະເສັຍທີ່ດິນໃຫ້ບໍຣິສັດ. ແລະປັດຈຸບັນ ພະນັກງານບໍຣິສັດ ກໍາລັງ ລົງມາສໍາຣວດ ແລະໂອ້ລົມກັບຊາວບ້ານ ແຕ່ຍັງບໍ່ທັນໄດ້ເວົ້າເຖິງການຊົດເຊີຍ ແຕ່ຢ່າງໃດ, ດັ່ງ ຊາວບ້ານ ບ້ານໂພນແສນ ອີກຄົນນຶ່ງ ເວົ້າວ່າ ລາວກໍບໍ່ຢາກເຫັນດີ ກັບບໍຣິສັດ ບົວລະພາ:

“ບໍ່ຢາກເຫັນດີປານໃດຫັ້ນແຫຼະເນາະ ດິນນ້ອງຢູ່ຫັ້ນແຫຼະ ແລ້ວເຂົາວ່າຢູ່ ບໍຣິສັດ ບົວລະພາ ຢາກເອົາດິນອັນນີ້ ໄປປູກອັນນັ້ນ ຍັງບໍ່ທັນ ຮູ້ນະ ເຮົາຢູ່ພີ້ນະ.”

ຊາວບ້ານ ບ້ານນໍ້າແພດຄົນນຶ່ງ ເວົ້າວ່າ ອໍານາດການປົກຄອງບ້ານ ຍັງບໍ່ອະນຸຍາດໃຫ້ບໍຣິສັດເຂົ້າມາເຮັດຫຍັງຢູ່ບ້ານນີ້ເທື່ອ:

“ໄດ້ຍິນເພິ່ນວ່າ ຄັນຖາງລະຊິປູກໄມ້ວິກ ລະຫາກວ່າ ທາງບ້ານ ລະວ່າບໍ່ໃຫ້ເຮັດວ່າຊັ້ນ ໄດ້ຍິນແຕ່ເທົ່ານັ້ນ ເຮົາບໍ່ຮູ້ຈຸດເນາະ ວ່າມັນຢູ່ໄກ ຈາກບ້ານໄປ ບໍ່ເຄີຍໄດ້ໄປຈັກເທື່ອ ມັນໄກໆແດ່ ອອກຈາກບ້ານໄປປະມານ 3-4 ກິໂລພຸ້ນນະ.”

ນອກຈາກນີ້ແລ້ວ ຊາວບ້ານ ຜູ້ບໍ່ປະສົງອອກຊື່ ແລະສຽງ ທ່ານນຶ່ງ ກໍໃຫ້ຂໍ້ມູນຕໍ່ ວິທຍຸ ເອເຊັຽ ເສຣີ ຕື່ມວ່າ: ໃນເວລາທີ່ພະນັກງານ ຂອງ ບໍຣິສັດມາສໍາຣວດທີ່ດິນ ນັ້ນ ກໍໄດ້ນາບຂູ່ ບໍ່ໃຫ້ ຊາວບ້ານຖ່າຍຮູບພາບ ບໍ່ເຊັ່ນນັ້ນ ຈະເອີ້ນເຈົ້າໜ້າທີ່ ມາຈັບທັນທີ.

ຂນະທີ່ ເຈົ້າໜ້າທີ່ ເມືອງໝື່ນ ທ່ານນຶ່ງ ກ່າວວ່າ ບໍຣິສັດ ກໍາລັງເກັບກໍາຂໍ້ມູນ ແລະເລືອກສັມປະທານ ປູກຕົ້ນໄມ້ ຢູ່ເຂດປ່າປອກໂຫຼ້ນ ແລະ ປ່າຊຸດໂຊມ:

“ຂະເຈົ້າຍັງເກັບກໍາຂໍ້ມູນ ຍັງສໍາຣວດຢູ່ ບໍ່ທັນໄດ້ປູກ ແລ້ວຊິເອົາເນື້ອທີ່ນັ້ນ ຣາຍງານ ຂໍອະນຸຍາດນໍາຣັຖບານ ບໍ່ເອົາດິນນະ ເປັນດິນປ່າ ຊຸດໂຊມ ເປັນດິນປ່າປອກໂຫຼ້ນ ທີ່ບໍ່ສາມາດຟື້ນຟູ ດ້ວຍໂຕມັນເອງໄດ້.”

ເຖິງຢ່າງໃດກໍຕາມ, ທ່ານ Cliff Massey ຜູ້ຈັດການທີ່ຮັບຊອບ ເຣື່ອງສິ່ງແວດລ້ອມ ແລະສັງຄົມ ຂອງບໍຣິສັດບົວລະພາ ກະສິກັມ-ປ່າໄມ້ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນທີ 14 ສິງຫາ ວ່າ; ບໍຣິສັດບົວລະພາ ຈະບໍ່ເອົາດິນມາປູກໄມ້ [ອຸດສາຫະກັມ] ໂດຍທີ່ ຜູ້ຖືຄອງທີ່ດິນ ແລະ ເຈົ້າຂອງທີ່ດິນບໍ່ຍິນຍອມ. ຂບວນການສັມປະທານທີ່ດິນ ຂອງບໍຣິສັດປະກອບມີ ການວັດແທກທີ່ດິນ ຢ່າງເປີດເຜີຍ ເພື່ອໃຫ້ຊາວບ້ານໄດ້ ຮັບຮູ້ຂໍ້ສເນີຂອງບໍຣິສັດ ໃນການປູກໄມ້ອຸດສາຫະກັມ ແລະ ຜົນປໂຍດທີ່ຊາວບ້ານຈະໄດ້ຮັບ. ຖ້າວ່າມີຂໍ້ຂັດແຍ່ງເກີດຂຶ້ນ ຢູ່ດິນຕອນໃດ ບໍຣິສັດ ຈະບໍ່ເອົາຕອນດິນນັ້ນ. ສຳລັບຢູ່ ເມືອງໝື່ນ ບໍຣິສັດ ຍັງຢູ່ໃນຂັ້ນຕອນ ການປຶກສາຫາລື.

ທ່ານ Cliff Massey  ກ່າວຕື່ມອີກວ່າ: ບໍຣິສັດ ບົວລະພາ ຮັບຮູ້ສິດນຳໃຊ້ທີ່ດິນ ຕາມກົດໝາຍ ແລະ ສິດນຳໃຊ້ທີ່ດິນ ຕາມຮີດຄອງ ປະເພນີ ຂອງຊາວບ້ານ. ດິນຕອນໃດ ທີ່ຊາວບ້ານ ບໍ່ອະນຸຍາດໃຫ້, ບໍຣິສັດ ກໍຈະບໍ່ໄປລ່ວງຣະເມີດ. ສະເພາະຢູ່ເມືອງໝື່ນ ບໍຣິສັດ ກຳລັງພິຈາຣະນາ ເນື້ອທີ່ປະມານ 900 ເຮັກຕ່່າຣ ເພື່ອປູກໄມ້ ອຸດສາຫະກັມ, ແຕ່ ປັດຈຸບັນ ບໍຣິສັດ ຍັງບໍ່ທັນໄດ້ເອົາດິນ ຈັກຕອນ.

ກ່ອນໜ້ານີ້ ເມື່ອວັນທີ 31 ກໍຣະກະດາ 2020 ຣັຖບານລາວ ໄດ້ມີພິທີເຊັນສັນຍາ ກັບບໍຣິສັດ ດ່ັງກ່າວ ເພື່ອໃຫ້ສັມປະທານ ໂຄງການ ເນື້ອທີ່ດິນ ເຊື່ອມໂຊມ ຈໍານວນ 2,000 ເຮັກຕ່າຣ ເພື່ອປູກໄມ້ ອຸດສາຫະກັມ ຢູ່ເຂດປ່າຜລິດແຫ່ງຊາດ ແຂວງວຽງຈັນ ເປັນເວລາ 50 ປີ, ໂດຍໃນເບື້ອງຕົ້ນ ກວມເອົາພື້ນທີ່ ໃນເມືອງຫິນເຫີບ, ເມືອງເຟືອງ ແລະ ເມືອງຊະນະຄາມ ແຂວງວຽງຈັນ ແລະ ແຂວງໄຊຍະບູຣີ ແລະ ຕໍ່ໄປມີແຜນຂຍາຍເນື້ອທີ່ຕື່ມອີກ ເປັນ 60,000 ເຮັກຕ່າຣ ໃນ ອະນາຄົດ, ດັ່ງ ຍານາງ ສຸໄພວັນ ທ່ຽງຈັນໄຊ ຮອງອໍານວຍການ ບໍຣິສັດ ບົວລະພາ ກະສິກັມ-ປ່າໄມ້ ຈໍາກັດ ກ່າວຕໍ່ສື່ມວນຊົນທ້ອງຖິ່ນ ໃນມື້ດັ່ງກ່າວວ່າ:

“ຖືວ່າມາຮອດ ປັດຈຸບັນນີ້ ບໍຣິສັດພວກເຮົານິ່ ໄດ້ເຮັດບົດວິພາກເສຖກິຈເຕັກນິກ ໃຫ້ກະຊວງກະສິກັມເນາະ ລະກົມປ່າໄມ້ ເພິ່ນກະໄດ້ເຊັນ ເຮັດໃບຢັ້ງຢືນ ໃຫ້ພວກເຮົາແລ້ວ ໃນເນື້ອທີ່ 60,000 ເຮັກຕ່າຣ ໃນ 60,000 ເຮັກຕ່າຣ ຫັ້ນ ຖືວ່າ 2,000 ເຮັກຕ່າຣ ແມ່ນພວກເຮົາໄດ້ ເຊັນສັນຍາ ໄປໃນມື້ນີ້ເນາະ ສ່ວນ 58,000 ທີ່ຍັງເຫຼືອຫັ້ນ ກໍແມ່ນຈະສືບຕໍ່ເນາະ.”

ບໍຣິສັດ ບົວລະພາ ກະສິກັມ-ປ່າໄມ້ ຈໍາກັດ ເລີ່ມກໍຕັ້ງໃນລາວ ເມື່ອປີ 1989 ເປັນຕົ້ນມາ ເປັນບໍຣິສັດ ຮ່ວມມືຣະຫວ່າງ ນັກລົງທຶນລາວ ກັບນັກລົງທຶນ ປະເທດສະວີເດັນ ໂດຍນັກລົງທຶນ ລາວ ຖືຫຸ້ນ 5% ແລະ ນັກລົງທຶນສະວີເດັນ ຖືຫຸ້ນ 95%, ເປົ້າໝາຍລົງທຶນ ເພື່ອ ສນອງໄມ້ ໃຫ້ແກ່ໂຮງງານ ສະຫຼາຍເຫຍື່ອໄມ້ຕ່າງໆ, ປັດຈຸບັນ ບໍຣິສັດໄດ້ລົງທຶນປູກໄມ້ແລ້ວ ປະມານ 4,000 ເຮັກຕ່າຣ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.