ທຸຣະກິດການທ່ອງທ່ຽວ ຍັງ​ບໍ່​ຟື້ນ​ໂຕ

ຈໍາປາທອງ
2020.06.26
ເຂດຊຸມຊົນ ໃນເມືອງວັງວຽງ ແຂວງວຽງຈັນ
RFA/AS

ທຸຣະກິດທ່ອງທ່ຽວໃນປະເທດລາວ ຍັງບໍ່ທັນຟື້ນໂຕເຖິງແມ່ນວ່າຈະມີການຜ່ອນຜັນ ມາຕການຕ້ານການຣະບາດ ຂອງເຊື້ອພຍາດໂຄວິດ-19 ກໍຕາມ. ເຈົ້າໜ້າທີ່ ບໍຣິຫານ ສະຖານທີ່ທ່ອງທ່ຽວທັມຊາດ ນໍ້າຕົກຕາດຫິນຄັນນາ ບ້ານປາກແຮດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເວົ້າວ່າ, ປັດຈຸບັນ ຝົນຕົກມີນໍ້າແລ້ວ ແຕ່ບໍ່ເຫັນນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດມາກາງເຕັ້ນ ກິນເຂົ້າປ່າຫຼິ້ນນໍ້າຕົກຢູ່ນໍ້າຕົກຕາດ ນີ້ຫລາຍຄືຕັ້ງແຕ່ກ່ອນດ ຖືວ່ານັກທ່ອງທ່ຽວມາທ່ຽວຫລຸດລົງເຖິງ 90% ເນື່ອງຈາກທາງການ ລາວຍັງບໍ່ເປີດປະເທດ ຕ້ອນຮັບແຂກຕ່າງ ປະເທດເຂົ້າມາ, ດັ່ງ ທີ່ທ່ານກ່າວວ່າ:

“ເອີ້ນວ່າການທ່ອງທ່ຽວ ຂອງນັກທ່ອງທ່ຽວນີ້ ມັນຫລຸດຜ່ອນລົງຢາກກວ່າ 90 ປາຍເປີເຊັນ ພຸ້ນແຫຼະ ມັນຫລຸດຜ່ອນຫຼາຍ ບໍ່ມີນັກທ່ອງທ່ຽວ ເຂົ້າມາ ລະມັນກໍມາບໍ່ໄດ້ ເພາະວ່າດ່ານກໍຍັງບໍ່ໄດ້ເປີດ ວ່າຊັ້ນສາ ຖືວ່າກໍດາຍເນາະ ກໍຍັງອັດໝົດຢູ່”

ແລະເຈົ້າໜ້າທີ່ກ່ຽວຂ້ອງ ກັບການທ່ອງທ່ຽວ ແຂວງຫລວງພະບາງ ກໍກ່າວກ່ຽວກັບເຣຶ່ອງນີ້ວ່າ ຢາກໃຫ້ປະຊາຊົນທ່ອງທ່ຽວ ປະເທດລາວ ຕາມນະໂຍບາຍຂອງກະຊວງຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ທີ່ສົ່ງເສີມໃຫ້ລາວ ຊ່ອຍລາວກ່ອນ ເພື່ອກະຕຸ້ນໃຫ້ເສຖກິດລາວ ຄ່ອຍໆຟື້ນໂຕຂຶ້ນ. ພ້ອມກັນນັ້ນ ທ່ານກໍກ່າວວ່າ ໃຫ້ລໍຖ້າແຈ້ງການຂອງທາງຂັ້ນເທິງວ່່າ ຈະມີນະໂຍບາຍເປີດປະເທດ ໃຫ້ຄົນປະເທດອ້ອມ ຂ້າງເຂົ້າມາລາວ ໄດ້ ຫລືບໍ່, ຖ້າເປີດປະເທດ ກໍຈະມີແຂກຕ່າງປະເທດ ເຂົ້າມາ:

“ຕອນນີ້ ພວກເຮົາກໍາລັງສົ່ງເສີມໃຫ້ມີການທ່ອງທ່ຽວພາຍໃນ ສົ່ງເສີມການແລກປ່ຽນ ການໄປມາຫາສູ່ກັນ ຣະຫວ່າງແຂວງຕໍ່ແຂວງນັ້ນແຫຼະ ໃຫ້ລາວຊ່ວຍລາວກ່ອນ. ທີ່ນີ້ຣັຖບານ ຈະມີນະໂຍບາຍ ແນວໃດຕື່ມ ສໍາລັບລາວພວກເຮົາ ເພິ່ນຈະເປີດປະເທດ ສິໃຫ້ປະເທດໃດເຂົ້າມາ ຖ້າເບິ່ງໂຕນີ້ ຖ້າວ່າເພິ່ນເປີດ ໃຫ້ບັນດາປະເທດອ້ອມຂ້າງ ເຂົ້າມາກໍຈະມີແຂກ ເຂົ້າມາຕື່ມ.”

ໃນຂນະດຽວ ເຈົ້າໜ້າທີ່ກ່ຽວຂ້ອງກັບວຽກງານ ການທ່ອງທ່ຽວ ແຂວງຈໍາປາສັກ ກໍເວົ້າວ່າ ພາກສ່ວນທີ່ກ່ຽວຂ້ອງ ມີແຜນປັບປຸງໂຄງຮ່າງພື້ນ ຖານດ້ານການທ່ອງທ່ຽວ ແຕ່ລະບ່ອນ ໃນໄລຍະທີ່ ບໍ່ຄ່ອຍມີຄົນມາທ່ຽວນີ້ ເປັນຕົ້ນຖນົນຫົນທາງ ລວມໄປເຖິງການປັບປຸງ ຣະບຽບການ ຄຸ້ມຄອງ ຄວາມປອດພັຍ, ການອະນາມັຍ, ການປຸງແຕ່ງອາຫານ. ພ້ອມກັນນັ້ນທ່ານກໍກ່າວວ່າ ຢາກໃຫ້ປະຊາຊົນ ຊັກຊວນກັນໄປທ່ຽວຊົມ ແຫລ່ງທ່ອງທ່ຽວຕ່າງໆ ເພື່ອກະຕຸ້ນເສຖກິດລາວ ໃຫ້ຟື້ນໂຕໄວ:

“ກໍສໍາຄັນໃຫ້ເຮົາປັບປຸງ ໂຕເອງໃຫ້ໝູ່ມີຄວາມເຊື່ອໝັ້ນກ່ອນ ເບື້ອງຕົ້ນກໍມີແຕ່ວ່າ ປັບປຸງໂຄງລ່າງ ຂອງການທ່ອງທ່ຽວ ແຕ່ລະບ່ອນ ໄລຍະທີ່ ບໍ່ມີຄົນນີ໋ ອັນທີ 2 ກໍຊັກຊວນກັນນີ້ນະ ຫລືລົມກັນ ໄປທ່ຽວຊົມ ເບິ່ງນັ້ນເບິ່ງນີ້ ຈັດກິຈກັມອັນນັ້ນອັນນີ້ ຢູ່ຈຸດທ່ອງທ່ຽວ ກໍຄືວ່າ ຈະຟື້ນໂຕໄວຢູ່ດອກ ຕາມມາຕການການຜ່ອນຜັນ ການຄວບຄຸມ ມີລັກສນະໂຍະຍານ ຕາມນະໂຍບາຍ ຂອງຣັຖບານ ກໍຄິດວ່າຈະສາມາດ ມາໄດ້ໄວຢູ່.”

ເວົ້າເຖິງຮ້ານອາຫານ ແລະບ້ານພັກ, ເຈົ້າຂອງຮ້ານອາຫານແຫ່ງນຶ່ງ ຢູ່ບ້ານໂພນແພງ ທີ່ນະຄອນຫລວງພະບາງ ເວົ້າວ່າ ຍັງຈະບໍ່ເປີດ ຮ້ານເທື່ອ ຍ້ອນວ່າ ໄລຍະນີ້ ບໍ່ຄ່ອຍມີແຂກ, ຈະເປີດແຕ່ ເຮືອນພັກ ໂດຍຈະຫລຸດຄ່າເຊົ່າຫ້ອງລົງ 10 ພັນຫາ 20 ພັນກີບ ຕໍ່ຄືນ. ແຂກທີ່ມາພັກ ແມ່ນມາຈາກຕ່າງແຂວງ ຊຶ່ງສ່ວນຫລາຍມາປະຊຸມ ທາງການ ມື້ນຶ່ງ 4-5 ຫ້ອງ ຈາກທີ່ມີທັງໝົດ 20 ປາຍຫ້ອງ.

ແຕ່ບາງມື້ບໍ່ມີແຂກມາພັກເລີຍ. ສ່ວນແຂກຈີນ ແລະແຂກໄທ ທີ່ເຄີຍເຂົ້າມາພັກເຕັມ ທຸກຫ້ອງນັ້ນ ມາດຽວນີ້ບໍ່ມີແລ້ວ ຍ້ອນລາວຍັງບໍ່ເປີດ ປະເທດ ຕ້ອນຮັບແຂກ ຕ່າງປະເທດເຂົ້າມາ ເພື່ອປ້ອງກັນ ການຣະບາດຂອງເຊື້ອພຍາດ ໂຄວິດ-19, ອິງຕາມຄໍາເວົ້າ ຂອງຜູ້ຈັດການ ຮ້ານອາຫານ ແລະບ້ານພັກ ດັ່ງກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນມີ 24 ມິຖຸນາ ນີ້:

“ເປັນເຮືອນພັກເຮົານີ໋ ອັນແຂກຄົນລາວມາຊ່ວງນີ້ ຍັງໄຄໜ້ອຍນຶ່ງ ແຕ່ວ່າຮ້ານອາຫານຫັ້ນ ບໍ່ຄ່ອຍເປີດເທື່ອ ເພາະວ່າບໍ່ຄ່ອຍມີແຂກຫັ້ນນ່າ ກໍບໍ່ເຕັມທີ່ ເຈົ້າ, ເພາະວ່າແຂກມັນຈະມາເປັນອາທິດ ມັນບໍ່ໄດ້ມາທຸກມື້  ຄືວ່າແຂກທາງການ ເຂົາເຈົ້າມາອາທິດນີ້ ມາປະຊຸມອາທິດໜ້າ ກໍຈະບໍ່ມີຫລາຍຫັ້ນນະ ຈະມີແຕ່ແຂກທາງຜ່ານ.”

ເຈົ້າໜ້າທີ່ຫໍພິພິຕພັນໄດໂນເສົາ ຢູ່ບ້ານທ່າເມືອງ ນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ ກໍກ່າວວ່າປັດຈຸບັນ ແຂກມາທ່ຽວຊົມ ຫໍພິພິຕພັນແຫ່ງນີ້ ຫລຸດລົງກາຍເຄິ່ງຈາກເດີມ ທີ່ມີແຂກຈີນ, ໄທ ຝຣັ່ງ ແລະ ແຂກອັງກິດ ມາເປັນຣົດທົ່ວ ອາທິດນຶ່ງ 2-3 ຄັນ ຫລື ປະມານ 135 ຄົນ. ແຕ່ມາໃນປັດຈຸບັນ ຍັງເຫລືອແຕ່ອາທິດນຶ່ງ 10-20 ຄົນ ຊຶ່ງສ່ວນໃຫຍ່ ເປັນແຂກຕ່າງປະເທດ ທີ່ຕົກຄ້າງຍ້ອນ ໂຄວິດ-19 ຣະບາດ ກັບຄືນປະເທດ ຍັງບໍ່ທັນໄດ້ ແລະ ຄົນລາວຈາກຕ່າງແຂວງ, ດັ່ງທີ່ທ່ານກ່າວວ່າ:

“ມັນກໍບໍ່ໄດ້ດັ່ງທີ່ເຮົາຄິດ ເນື່ອງຈາກມາຕິດວິກິດ ຂອງໂຄວິດ ນີ້ຫັ້ນນະ ແລະກໍປະເທດເຮົາ ບໍ່ທັນໄດ້ອະນຸຍາດໃຫ້ ເອົາຄົນຕ່າງປະເທດ ເຂົ້າມາ ເພາະເຮົາຍັງປິດຢູ່ ແລະ ກໍປັດຈຸບັນນີ້ ຫລັງຈາກ ໂຄວິດ ມານີ໋ ແຂກກໍມີເລັກໜ້ອຍ ແຕ່ກໍບໍ່ຫລາຍ ຄືກ່ອນໂຄວິດ.”

ແລະເຈົ້າຂອງເຮືອນພັກທ່ານນຶ່ງ ຢູ່ໃກ້ກັບວັດພູ ມໍຣະດົກໂລກ ທີ່ເມືອງ ແລະແຂວງຈໍາປາສັກ ກໍກ່າວວ່າ ເຖິງແມ່ນໂຕເອງ ຈະຕົບແຕ່ງ ເຮືອນພັກ ດຶງດູດ ນັກທ່ອງທ່ຽວ ແລະ ຫລຸດຄ່າເຊົ່າລົງເຄິ່ງນຶ່ງ ຈາກຄ່າເຊົ່າເຕັມຄືນ ນຶ່ງ 3-4 ແສນກີບ ແຕ່ມາເຖິງປັດຈຸບັນ ກໍຍັງບໍ່ມີ ແຂກມາເຊົ່າຫລາຍ, ມີເຂົ້າມາເຊົ່າ ອາທິດນຶ່ງພຽງ 2-3 ຫ້ອງ ໃນຈໍານວນທີ່ມີທັງໝົດ 14 ຫ້ອງ. ໃນເມື່ອແຂກບໍ່ມາເຊົ່າ ຮ້ານອາຫານ ກໍບໍ່ໄດ້ຂາຍອາຫານຄືກັນ, ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:

“ແຕ່ພົບບັນຫາເຣື່ອງໂຕໂຄວິດ ມານີ໋ ກໍບໍ່ຄ່ອຍມີແຂກເລີຍ ຫລຸດລົງຫລາຍເຕີບແຫລະ ກາຍເຄິ່ງ ສ່ວນຫຼາຍກໍແມ່ນແຂກຄົນລາວເຮົາ ເອງແຫລະ ຄືຮ້ານເຮົາ ເຮືອນພັກເຮົາເອງ ເຮົາກໍປັບປຸງ ເຮັດສິ່ງດຶງດູດ ໃຫ້ເຂົາເຈົ້າມາແວ່ຊົມ ຈັ່ງຊີ້ນະ ຄັນເຮົາບໍ່ຂາຍຫ້ອງ ບາງທີເຮົາ ກໍບໍ່ໄດ້ຂາຍອາຫານ.”

ບັນຫາດັ່ງກ່າວເກິດຂຶ້ນ ແມ່ນສືບເນື່ອງມາຈາກການແຜ່ຣະບາດ ຂອງເຊື້ອພຍາດໂຄວິດ-19 ທີ່ເຮັດໃຫ້ທຸຣະກິດການທ່ອງທ່ຽວທຸກແຫ່ງໃນທົ່ວ ປະເທດລາວ ໄດ້ຮັບຜົລກະທົບໜັກໜ່ວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.