ໂຄງການພັທນາຂອງໄທຍ ແລະ ຈີນ ກັງວົນ ຊາວບ້ານ ໃນຫຼາຍເມືອງ

ອຸ່ນແກ້ວ ສຸກສະຫວັນ
2021.06.03
ໂຄງການພັທນາຂອງໄທຍ ແລະ ຈີນ ກັງວົນ ຊາວບ້ານ ໃນຫຼາຍເມືອງ ພິທີເຊັນບົດບັນທຶກຄວາມຊົງຈຳ ວ່າດ້ວຍການບໍຣິການ ທະນາຄານໃໝ່ ທັນສໄມ ຣະຫວ່າງ ບໍຣິສັດ ອຳມະຕະ ຊິຕີ້ ແລະ ທະນາຄານ ຕ່າງປະເທດລາວ ໃນວັນທີ 27 ພຶສຈິກາ 2020 ຢູ່ນະຄອນຫຼວງວຽງຈັນ
ນັກຂ່າວພົລເມືອງ

ອີງຕາມຂໍ້ມູນເບື້ອງຕົ້ນ ຈາກປະຊາຊົນ ຢູ່ເມືອງນາໝໍ້ ແຂວງອຸດົມ ທີ່ຖືກໂຄງການພັທນາ ຂອງບໍຣິສັດ ອຳມະຕະຊິດຕີ້ ຂອງໄທຍ ແລະ ບໍຣິສັດ ບໍ່ເຕັນແດນງາມຂອງຈີນ ພົບວ່າ ໂຄງການດັ່ງກ່າວ ກວມເອົາຢ່າງໜ້ອຍ 18 ບ້ານ, ແລະ ມີປະຊາຊົນຈຳນວນຫຼາຍ ຮ້ອຍຄອບຄົວ ຈະໄດ້ຮັບຜົນກະທົບ ແລະ ຖືກເວນຄືນທີ່ດິນ.

ປະຊາຊົນເມືອງນາໝໍ້ ທ່ານນຶ່ງຜູ້ທີ່ບໍ່ປະສົງອອກຊື່ ແລະສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ບໍ່ຮູ້ວ່າ ຈະໄດ້ຄ່າຊົດເຊີຍເທົ່າໃດ ແລະ ປະຊາຊົນສ່ວນຫຼາຍກໍບໍ່ເຫັນດີ ກັບການເສັຽດິນໃຫ້ໂຄງການ ຍ້ອນວ່າ ບາງຄົນກໍຫາກໍ່ ບຸກເບີກເນື້ອທີ່ນາ ແລະ ບາງຄົນກໍອາສັຍການເຮັດນາ ມາແຕ່ສໄມ ພໍ່ແມ່ ຄັນຊິເວົ້າເລື່ອງລາຄາ ມັນກໍປະເມີນບໍ່ໄດ້ ເຂົາເຈົ້າກໍເສັຽ ດາຍທີ່ດິນເຂົາເຈົ້າ ແລ້ວເຂົາເຈົ້າຊິທຳມາຫາກິນແນວໃດ."

ປະຊາຊົນທ່ານນີ້ ກ່າວຕື່ມອີກວ່າ:

"ຄ່າຊົດເຊີຍຍັງບໍ່ຮູ້ ຍັງບໍ່ມີຄຳຕອບ ມີແຕ່ເຈົ້າໜ້າທີ່ລົງມາແທກວ່າ ຊິເອົາດິນ ແຕ່ຍັງບໍ່ໄດ້ເວົ້າວ່າ ຈະຕ້ອງຊົດເຊີຍເທົ່ານັ້ນ ດິນນາ ເທົ່າໃດດິນສວນເທົ່າໃດ ດິນປຸກສ້າງໃນເມືອງ ເທົ່າໃດ ໃນຊົນນະບົດເທົ່າໃດ ຍັງບໍ່ຮູ້ໂຕນີ້ນະ."

ເຈົ້າໜ້າທີ່ລົງມາລົມ ກັບປະຊາຊົນ ແຕ່ຍັງບໍ່ໄດ້ເວົ້າຣາຍລະອຽດ ເລື່ອງຄ່າຊົດເຊີຍ ວ່າຈະຕ້ອງຈ່າຍເທົ່າໃດ ແຕ່ລົງມາລະດົມໃຫ້ ປະຊາຊົນຮ່ວມໄມ້ຮ່ວມມືນຳໂຄງການ, ແຕ່ບ້ານໃດ ທີ່ບໍ່ຍອມໃຫ້ດິນ ໂຄງການກໍເອົາພະນັກງານລະດັບສູງລົງໄປໂອ້ລົມນຳ.

ບໍຣິສັດອໍາມະຕະປະເທດໄທຍ ມີແຜນສັມປະທານ ຢູ່ ແຂວງອຸດົມໄຊ ແລະແຂວງຫຼວງນ້ຳທາ ເນື້ອທີ່ 7,000 ເຮັກຕາ ເພື່ອພັທນາ ກໍ່ສ້າງເມືອງທັນສໄມ ຫຼື Smart & Eco City. ໂຄງການສ່ວນນຶ່ງ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ແລະ ສ່ວນນຶ່ງຢູ່ ແຂວງ ຫຼວງນ້ຳທາ.

ບໍຣິສັດຈະສ້າງເມືອງທັນສໄມ ທີ່ມີສິ່ງອໍານວຍຄວາມສະດວກ ເປັນຕົ້ນ: ໂຮງຈັກໂຮງງານ, ໂຮງຮຽນ, ເຮືອນພັກ, ສູນການຄ້າ ຂນາດກາງ, ນໍ້າປະປາ, ໄຟຟ້າ ແລະ ໂຮງໝໍຂນາດ 100 ຕຽງ ສໍາລັບພະນັກງານ ໃນ ນິຄົມອຸດສາຫະກັມ ແລະ ຈະໄດ້ ສັມປະທານທີ່ດິນ ຈາກ ຣັຖບານລາວ ເປັນເວລາ 50 ປີ ແລະ ຕໍ່ສັນຍາຕື່ມ.

ຊາວບ້ານກໍຍັງລັງເລ ທີ່ຈະເຊັນທີ່ດິນໃຫ້ໂຄງການ ຍ້ອນວ່າເຂົາເຈົ້າບໍ່ມີທີ່ດິນທຳມາຫາລ້ຽງຊີບ. ຊາວບ້ານທ່ານນຶ່ງ ໄດ້ໃຫ້ສຳພາດວ່າ:

ນັກຂ່າວ: ມີຈັກຄອບຄົວທີ່ວ່າຖືກໂຄງການນີ້?

ຊາວບ້ານ: ໂອ; ກະຫຼາຍຄອບຄົວໂອ້, ຫຼາຍບ້ານກະຊິຮອດໂອ້.

ນັກຂ່າວ: ມັນ 18 ບ້ານ ຫລື ວ່າ 25 ບ້ານ?

ຊາວບ້ານ: 18 ບ້ານ.

ນັກຂ່າວ: ດິນເຮົາກະຖືກຫວະ?

ຊາວບ້ານ: ກະຖືກ 2 ຕອນ.

ນັກຂ່າວ: ຖືກຫຼາຍປານໃດ ດິນເຮົາ?

ຊາວບ້ານ: ຖືກໜ້ອຍ ເນືື້ອທີ່ໜ້ອຍ. ບ່ອນນຶ່ງກະ 0.9, ບ່ອນນຶ່ງ ກະ 0.10 ປາຍນີ້ແຫຼະ.

ນັກຂ່າວ: ເພິ່ນຊິຈ່າຍຄ່າຊົດເຊີຍຈັ່ງໃດນິ?

ຊາວບ້ານ: ເພິ່ນຍັງບໍ່ເວົ້າເທື່ອ. ບໍ່ໄດ້ຍິນຂ່າວເທື່ອ ບໍ່ໄດ້ຮູ້ຂ່າວເທື່ອ. ຍັງມິດໆຢູ່ ຍັງບໍ່ໄດ້ຍິນຂ່າວເທື່ອ. ເລື່ອງຊົດເຊີຍເຂົາບໍ່ໄດ້ ເວົ້າຫຍັງ. ມີແຕ່ເຂົາແທກລະກະ ເຂົາວ່າຊິປ່ຽນໃບ 01. ເອົາໂຕເຂົາມາແທກຕົວຈິງຫັ້ນ ໄປແຈ້ງ ໄປປ່ຽນໃບຫັ້ນເສັຽເງິນ 150,000 ກີບ ວ່າແນວນັ້ນ ອັນສະເພາະປ່ຽນໃບຕາດິນຫັ້ນ.

ນັກຂ່າວ: ສະເພາະຄ່າຊົດເຊີຍເດ້ ບາດນີ້?

ຊາວບ້ານ: ຄ່າຊົດເຊີຍຍັງບໍ່ຮູ້ ເຂົາບໍ່ມາເທື່ອ.

ນັກຂ່າວ: ເຮົາບໍ່ໃຫ້ໄດ້ບໍ່ ຖືກດິນເຮົານີ້?

ຊາວບ້ານ: ໂອ້; ກະບໍ່ຢາກເຫັນດີໂອ້. ບໍ່ຢາກໃຫ້ແຫຼະ. ບໍ່ເຫັນດີ.

ນັກຂ່າວ: ເປັນຫຍັງຈັ່ງບໍ່ເຫັນດີ?

ຊາວບ້ານ: ບໍ່ເຫັນດີຍ້ອນວ່າ ເຮົາກະບໍ່ມີທຳການຜລິດນ່າ. ເຮົາກະອີງໃສ່ທີ່ດິນ ຕອນ ສອງຕອນ ເຮົາກະຢາກນຳໃຊ້ຊັ້ນນ່າ.

ນັກຂ່າວ: ແຕ່ວ່າ ເຮົາເວົ້າຈັ່ງຊີ້ກັບເຈົ້າໜ້າທີ່ໄດ້ບໍ່ ວ່າດຽວນີ້ ເຮົາບໍ່ໃຫ້ ເຮົາບໍ່ມີທີ່ດິນທຳກິນ?

ຊາວບ້ານ: ເຈົ້າໜ້າທີ່ຫາກບໍ່ມາຫານ່າ. ມີແຕ່ພວກໜ່ວຍງານເຂົາຫັ້ນ ມາຊື່ໆນີ້. ເຈົ້າໜ້າທີບໍ່ມາພົວພັນ ບໍ່ມາລະດົມ ບໍ່ມາອີ່ຫຍັງນຳ ເຮົານ່າ ເຈົ້າໜ້າທີ່ນ່າ.

ນັກຂ່າວ: ທາງເມືອງ ທາງແຂວງ ເພິ່ນລົງມາບ້ານບໍ່?

ຊາວບ້ານ: ລົງໂອ້.

ນັກຂ່າວ: ເພິ່ນລົງມາ ເພິ່ນວ່າ ຈັ່ງໃດລະ?

ຊາວບ້ານ: ເຂົາກະເວົ້າ ອັນນີ້ນິ ແມ່ນອີງໃສ່ຕາມທິດຊີ້ນຳຂອງຂັ້ນເທິງ ເຂົາກະວ່າແນວນັ້ນ. ເປັນແຜນພັທນາ ຂອງບ້ານຂອງເມືອງ ເຮົາແນວນັ້ນ ເຂົາກະເວົ້າແນວນັ້ນ. ອັນນີ້ ປະຊາຊົນ ເຫັນດີ ບໍ່ເຫັນດີ ກະຈຳເປັນ ເຂົາຫາກບັງຄັບໃຫ້ເຮົາຈ້ຳໂປ້ແລ້ວ. ແຕ່ເວົ້າກໍ ເວົ້າໄປລ້າໆແຫຼະ. ຫາກແຕ່ວ່າ ຈ້ຳໂປ້ໄວ້ກ່ອນແລ້ວ. ອັນນີ້ ເຂົາຫາກບໍ່ມາເຮັດຕົວຈິງຫັ້ນນ່າ.

ນັກຂ່າວ: ເບື້ອງຕົ້ນນີ້ ມີຈັກ 100 ຄອບຄົວ ທັງໝົດ 10 ປາຍບ້ານຫັ້ນນະ.

ຊາວບ້ານ: ອັນນີ້ ກະບໍ່ຮູ້ນ່າ. ຮູ້ແຕ່ 18 ບ້ານ ຖືກໂຄງການ ວ່າແນວນັ້ນ.

ນັກຂ່າວ: ມັນມີບໍຣິສັດໃດແດ່ ເປັນເຈົ້າຂອງໂຄງການ?

ຊາວບ້ານ: ມີແຕ່ໂຄງການອຳມະຕະ ກັບ ບໍ່ເຕັນແດນງາມ. ມີແຕ່ 2 ໂຄງການນັ້ນ. ໂຄງການອຳມະຕະ ກະແມ່ນຂອງອຳມະຕະ, ບໍ່ເຕັນ ແດນງາມ ກະແມ່ນບໍ່ເຕັນແດນງາມ.

ນັກຂ່າວ: ເຂດເສຖກິດພິເສດ ເຂົາເຈົ້າຊິເຮັດໂຮງຈັກໂຮງງານອີ່ຫຍັງ?

ຊາວບ້ານ: ກະເວົ້າໄປແນວນັ້ນແຫຼະ ວ່າຊິເຮັດໂຮງຈັກໂຮງງານ ອີ່ຫຍັງທຸກປະເພດຫັ້ນນ່າ ເຂົາວ່າແນວນັ້ນ.

ສ່ວນວ່າ ເຈົ້າໜ້າທີ່ທ່ານນຶ່ງ ຜູ້ທີ່ລົງໄປວັດແທກທີ່ດິນ ໃຫ້ແກ່ໂຄງການອຳມະຕະ ໄດ້ໃຫ້ສຳພາດວ່າ ຍັງກຳລັງສຳຣວດຢູ່ ແຕ່ຍັງ ບໍ່ທັນລົງມືກໍ່ສ້າງ:

ເຈົ້າໜ້າທີ່: ໂອ້ ເຂົາຍັງບໍ່ໄດ້ສັມປະທານຊ້ຳນ່າ. ພວກເຮົາພຽງແຕ່ສຳຣວດເປັນຂອງຣັຖຊື່ໆ ຍັງບໍ່ແມ່ນການສັມປະຖອກ ສັມປະທານ ຫຍັງແຫຼະ. ວຽກຍັງບໍ່ທັນແລ້ວເທື່ອ.
ນັກຂ່າວ: ສຳຣວດຈັກບ້ານ?

ເຈົ້າໜ້າທີ່: ໃນເບື້ອງຕົ້ນກະແມ່ນ 13-14 ບ້ານ ນີ້ແຫຼະ ວ່າເພິ່ນສຳຫຼວດຕໍ່ ຫຼື ບໍ່ສຳຫຼວດຕໍ່ກະບໍ່ຮູ້ແຫຼະ. ອັນນີ້ ກະບໍ່ຮູ້ເດີ ພວກອ້າຍ ກະໄດ້ອອກຈາກໂຄງການນັ້ນດົນແລ້ວ. ອອກໄປວຽງຂອງຣັຖແລ້ວ. ເຂົາເຮັດແຕ່ປີ 2020 ພຸ້ນເດ້.

ນັກຂ່າວ: ດຽວນີ້ ເຂົາເຈົ້າກະລົງມາຢູ່ເບາະ ຫຼືວ່າແນວໃດ?

ເຈົ້າໜ້າທີ່: ຄືວ່າ ບໍ່ເຫັນນ່າ ຖືວ່າຍັງບໍ່ໄດ້ມີການລິເລີ່ມ ຫຍັງທັງສິ້ນແຫຼະ ວ່າມັນເປັນໂຄງການຂອງຣັຖ ເປັນສຳຣວດໄວ້ຊື່ໆ.

ຂັກຂ່າວ: ກ່ຽວກັບໂຕນີ້ ຂັ້ນຖ້າມາບ້ານເຮົາ ເພິ່ນຊິມີການຊົດເຊີຍແນວໃດນີ້?

ເຈົ້າໜ້າທີ່: ບໍ່ຮູ້ ເພາະວ່າ ເຮົາໄປຍັງບໍ່ໄດ້ເວົ້າເທື່ອການຊົດເຊີຍ. ມີແຕ່ເຮົາແຕ່ງຕັ້ງໄປສຳຣວດດິນ ເຈົ້າຂອງດິນແຕ່ລະເຈົ້າມີ ຈັກຕອນ ເປັນດິນໄຮ່ ດິນນ່າ ດິນໜອງປາ ອັນນັ້ນຊື່ໆ. ການຊົດເຊີຍອັນອື່ນນີ້ ຍັງບໍ່ເວົ້າ ບໍ່ວ່າຫຍັງແຫຼະ.

ນັກຂ່າວ: ຈຳນວນຄອບຄົວ ທີ່ໄດ້ຮັບຜົນກະທົບນີ້ຫຼາຍປານໃດ?

ເຈົ້າໜ້າທີ່: ບາງບ້ານ ມັນກະຮອດ 20 ຄອບຄົວ, ບາງບ້ານ ມັນກະຮອດ 100 ຄອບຄົວ ນ່າ. ຫຼັງຈາກນັ້ນ ບາງຄອບຄົວ ມັນກະໄປ ເຕັງກັບບໍຣິສັດອຳມະຕະ. ເຂົາເຈົ້າກະໄປຕັດອອກ ມີການແກ້ຄືນ ອັນນັ້ນເຮົາກະບໍ່ຮູ້. ບໍ່ຮູ້ນຳຜູ້ແຕ້ມ ບໍ່ຮູ້ນຳບໍຣິສັດ ວ່າເຂົາເຈົ້າເຮັດແນວໃດ. ເຂົາເຈົ້າກະບໍ່ຣາຍງານຫຍັງນ່າ ຄືກັບຂອງອຳມະຕະນີ້ແຫຼະ. ເຂົາເຈົ້າລົງມາ ກະມີແຕ່ເຂົາເຈົ້າໄປສລຸບເອງ. ພວກເຮົາກະບໍ່ຮູ້ ຫຼັງຈາກນັ້ນເຂົ້າເຈົ້າມີແຜນລົງມາອີກຮອບ 2, ຮອບ 3, ຮອບ 4, ຮອບ 5 ພຸ້ນແຫຼະ.

ນັກຂ່າວ: ມັນເປັນຈັ່ງໃດ ມັນ 10 ປາຍບ້ານ ຫຼືວ່າ 25 ບ້ານ ຕາມຂໍ້ມູນໂຕນຶ່ງ ຄືວ່າ 10 ປາຍບ້ານ ຂໍ້ມູນໂຕນຶ່ງ ຄືວ່າ 25 ບ້ານ.

ເຈົ້າໜ້າທີ່: ບໍ່ຮອດ. 10 ປາຍບ້ານ.

ນັກຂ່າວ: ທັງສອງບໍຣິສັດຫວະ 10 ປາບບ້ານນະ ຫຼືວ່າ ມີແຕ່ບໍຣິສັດດຽວ?

ເຈົ້າໜ້າທີ່: ແມ່ນລະ 2 ບໍຣິສັດຫັ້ນແຫຼະ. ພວກຈີນ ພວກອຳມະຕະ ເຂົາກະອ້ອມໆ ກັນ. ພວກອຳມະຕະ ເຂົາຊິໄປທົ່ງພຽງ ແຖວດິນ ຮາບພຽງ ດິນນາ ເບາະ.

ນັກຂ່າວ: ມັນມີບໍຣິສັດທີ່ໄປສັມປະທານເຂດ ເມືອງນາໝໍ້ ນີ້ນ່າ ໂຕນີ້ ເປັນຈັ່ງໃດນໍ້?

ເຈົ້າໜ້າທີ່ແຂວງອຸດົມໄຊ: ໂອ້ຂ້ານ້ອຍບໍ່ຮູ້ເດີ ເມືອງນາໝໍ້ນີ້ເດີ.

ນອກຈາກບໍຣິສັດອຳມະຕະແລ້ວ, ຢູ່ເມືອງນາໝໍ້ ຍັງມີ ກໍຍັງມີ ບໍຣິສັດ ບໍ່ເຕັນແດນງາມ ເຂົ້າມາສຳປະທານເຮັດເຂດພັທນາ ໃນເນື້ອທີ່ ປະມານ 8,000 ເຮັກຕາ.
ເຈົ້າໜ້າທີ່ແຂວງອຸດົມ ໄຊ ທ່ານນຶ່ງ ກ່າວວ່າ ຍັງບໍ່ຮູ້ເລື່ອງນີ້:

ທ່ານ ວະລົງ ຕັ້ງປະພິດກຸນ ຜູ້ຮັບຜິດຊອບໂຄງການລົງທຶນ ໃນລາວ ຂອງ ບໍຣິສັດ ອຳມະຕະ ປະເທດໄທ ໄດ້ກ່າວຕໍ່ເອເຊັຍເສຣີ ວ່າ:

ສຶກສາຄວາມເປັນໄປໄດ້ ຂອງໂຄງການນັ້ນແລ້ວໆ ມັນເລັກໜ້ອຍ ສ່ວນໃຫຍ່ ກໍຈະບໍ່ໄດ້ໂຍກຍ້າຍ ກຳລັງກຽມເລື່ອງສັນຍາ ສຳປະທານ ຫາກໍໄດ້ຍື່ນຜົນ ຂອງການສຶກສານັ້ນໄປຫາ ຣັຖບານ. ທາງບໍຣິສັດໄດ້ເຮັດໝົດແລ້ວ ຂຶ້ນຢູ່ກັບທາງຣັຖບານ ເພີ່ນຈະເຫັນວ່າແນວໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.