ທາງການຢືນຢັນບໍ່ໄດ້ ບຸກລຸກ ປ່າສງວນ

ໄຊຍາ
2019.06.05
ໃນຄຸ້ມບ້ານໃໝ່ ເມືອງສະໜາມໄຊ ພາຍຫຼັງທີ່ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກໄດ້ 90 ມື້ຕໍ່ມາ
RFA/PN

ທາງການແຂວງອັດຕະປື ຢືນຢັນບໍ່ໄດ້ບຸກເບີກເນື້ອທີ່ກະສິກັມ 2,400 ເຮັກຕາ ຢູ່ບ້ານຄັນໝາກນາວ ເມືອງສະໜາມໄຊ ກາຍເຂົ້າໄປໃນເຂດ ປ່າສງວນແຫ່ງຊາດດົງຫົວສາວ ແຕ່ພື້ນທີ່ດິນ ຕອນທີ່ບຸກເບີກໄປນ້ັນ ແມ່ນເຂດເຊື່ອມຕໍ່ກັນ ຣະຫວ່າງປ່າໂຄກ ກັບປ່າສງວນ, ດັ່ງເຈົ້າໜ້າທີ່ ແຂວງອັດຕະປື ເວົ້າຕໍ່ສຳນັກຂ່າວ RFA  ເມື່ອວັນທີ 05 ມິຖຸນາວ່າ:

“ສິແມ່ນຕີ້ ເພິ່ນສິປະມູນຂາຍຄືກັນ ເປັນໄມ້ມີແຕ່ໄມ້ເນື້ອອ່ອນ ບໍ່ມີໄມ້ອັນນັ້ນດອກ ມີແຕ່ໄມ້ບາກ ມີແຕ່ຢູ່ແຕ່ເຂດເຊື່ອມຕໍ່ນີ້ນ່າ ບໍ່ໄດ້ເຂົ້າໄປ ໃນປ່າສງວນດອກ ຢູ່ໃກ້ໆເມືອງເຮົານີ້ເດ້ ແຖວບ້ານຄັນໝາກນາວນີເດ້.”

ທ່ານເວົ້າຕື່ມວ່າ ການບຸກເບີກພື້ນທີ່ຄັ້ງນີ້ ໄດ້ຕັດໄມ້ແລະຂຶ້ນບັນຊີແລ້ວທັງໝົດ 7,800 ປາຍແມັດກ້ອນ ໄມ້ໄດ້ຕັດມາທັງໝົດ ທາງແຂວງ ຈະເປີດປະມູນຂາຍ ເພື່ອນຳເງິນມາໃຊ້ຈ່າຍ ໃນວຽກງານການຟື້ນຟູ ສະພາບພື້ນທີ່ ເມືອງສະໜາມໄຊຕໍ່ໄປ ແຕ່ຍັງບໍ່ຮູ້ເທື່ອວ່າ ຈະມີການ ເປີດປະມູນໄມ້ ມື້ໃດແທ້ ຂຶ້ນກັບການນຳຂອງແຂວງ.

ການບຸກເບີກທີ່ດິນ ໃນເນື້ອທີ 2,400 ເຮັກຕາ ທາງການແຂວງອັດຕະປື ເວົ້າວ່າ ເພື່ອທີ່ຈະມອບໃຫ້ປະຊາຊົນ ຜູ້ປະສົບພັຍເຂື່ອນ ເຊປຽນ- ເຊນໍ້ານ້ອຍແຕກ 6 ບ້ານ ທີ່ຖືກຜົລກະທົບໜັກ ໄດ້ປູກຝັງໃນລະດູຝົນນີ້ ຈະໃຫ້ປູກເຂົ້າ ແລະ ປູກມັນຕົ້ນ:

“ຈຳນວນນຶ່ງເພິ່ນກໍປູກເຂົ້າເປັນເຂດເນາະ ເຂດທ່າແສງຈັນເພິ່ນກໍປູກເຂົ້າ ແລ້ວກໍເຂດສູງລະເພິ່ນປູກມັນຕົ້ນ ຄືເຂດຕາມໍຢອດ ບ້ານຫິນລາດ ບ່ອນໃດມັນເຮັດນາບໍ່ໄດ້ ເພິ່ນກໍໃຫ້ປູກເຂົ້າ.”

ກ່ຽວກັບເຣື່ອງດັ່ງກ່າວ ປະຊາຊົນໃນພື້ນທີ່ ເປີດເຜີຍວ່າ ການບຸກເບີກເນື້ອທີ່ກະສີກັມ 2,400 ເຮັກຕາ ຢູ່ເມືອງສະໜາມໄຊ ເຊິ່ງແຂວງ ເປັນຜູ້ຮັບຜີດຊອບ ໄດ້ມີການບຸກເບີກພື້ນທີ່ປ່າໄມ້ ກາຍເຂົ້າໄປໃນເຂດ ປ່າສງວນແຫ່ງຊາດດົງຫົວສາວ ຫຼາຍກິໂລແມັດ ແລະບໍ່ໄດ້ຕັດ ແຕ່ໄມ້ເນື້ອອ່ອນເທົ່ານັ້ນ ຍັງຕັດເອົາໄມ້ເນື້ອແຂງ ຄຸນນະພາບດີ ຣາຄາແພງອອກໄປນຳ ໂດຍທີ່ບໍ່ມີການກວດກາ ຂອບເຂດການບຸກເບີກ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.