ໄມ້ເຖື່ອນ ໃກ້ ເຂດຊາຍແດນ ລາວ-ວຽດນາມ

ສິດນີ
2017.12.18
f-logs ຄະນະກວດກາ ແລະ ແກ້ໄຂປະກົດການຫຍໍ້ທໍ້ ເຂດຊາຍແດນ ຂອງແຂວງອັດຕະປື ໄດ້ກວດເຫັນ ການລັກລອບຕັດໄມ້ ທີ່ຜິດກົດໝາຍ ແບບຊະຊາຍ ບໍລິເວນ ຫຼັກໝາຍ 770 ແລະ 766
screen captured raolaungmaunglao.com

ໃນມື້ວັນທີ 13 ທັນວາ ປີ 2017 ຄນະກວດກາ ແລະ ປາບປາມ ປະກົດການຫຍໍ້ທໍ້ທາງສັງຄົມ ແຂວງອັດຕະປື ໄດ້ກວດພົບເຫັນໄມ້ທ່ອນ ທີ່ຜິດກົດໝາຍ ຈຳນວນ 250 ຕັບ ຫຼື ປະມານ 180 ແມັດກ້ອນ ຊຸກເຊື່ອງໄວ້ ໃນບໍຣິເວນ ຊາຍແດນ ລາວ-ວຽດນາມ ຫລັກໝາຍທີ 770 ແລະ 776 ດ້ວຍການຝັງໄມ້ ດັ່ງກ່າວ ໄວ້ໃນດິນ, ຊຶ່ງໃນເວລານີ້ ເຈົ້າໜ້າທີ່ກ່ຽວຂ້ອງ ກຳລັງສືບສວນ ຫາເຈົ້າຂອງໄມ້ ນັ້ນຢູ່ ແລະ ຄາດວ່າ ເປັນໄມ້ ທີ່ຊຸກເຊື່ອງໄວ້ດົນແລ້ວ ເພື່ອລໍຖ້າ ການເຄື່ອນຍ້າຍ ອອກໄປ ວຽດນາມ. ເຈົ້າໜ້າທີ່ອາວຸໂສ ແຂວງອັດຕະປື ທ່ານນຶ່ງ ກ່າວໃນມື້ວັນທີ 18 ທັນວາ ນີ້ວ່າ:

"ເປັນການກວດກາ ຂອງຄນະກວດກາ ຂອງແຂວງ ທີ່ໄປພົບເຫັນ ການຊຸກເຊື່ອງໄມ້ ທີ່ນັ້ນຫັ້ນນະ ໂຕນີ້ ກະຍັງບໍ່ຮູ້ແມ່ນໃຜ ກະຊີ່ແມ່ ນັກທຸຣະກິດລາວ ກັບວຽດນາມ ຫັ້ນແຫລະ ຮ່ວມກັນ ກະເຂົາ ບໍ່ທັນໄດ້ເອົາເມືອ ພວກເຮົາ ໄດ້ໄປເຫັນກ່ອນ ຖືວ່າ ໄດ້ກວດໄດ້ກາ ໄດ້ເບິ່ງ ໝົດແລ້ວນະ."

ທ່ານກ່າວ ຕື່ມວ່າ ຄນະກວດກາ ເຊື່ອວ່າ ໄມ້ທີ່ຊຸກເຊື່ອງໄວ້ ໃນບໍຣິເວນນັ້ນ ອາດມີຫລາຍກວ່ານີ້ ຊຶ່ງໃນເວລານີ້ ເຈົ້າໜ້າທີ່ ກຳລັງຄົ້ນຫາ ແລະ ໃນຂນະດຽວກັນ ເຈົ້າໜ້າທີ່ ອີກຊຸດນຶ່ງ ກໍໄດ້ພົບເຫັນ ຈັກເລື່ອຍໄມ້ 2 ເຄື່ອງ ໂຕະຊອຍໄມ້ 1 ເຄື່ອງ ແລະ ໄມ້ທ່ອນ ອີກຈຳນວນນຶ່ງ ໃນເຂດບໍ່ຄຳວັງຕັດ ແລະ ເຂດໜອງໄກ່ໂອກ. ປັດຈຸບັນ ໄມ້ດັ່ງກ່າວ ກໍໄດ້ຍຶດໄວ້ ເປັນຫລັກຖານ.

ທ່ານກ່າວ​ຕື່ມວ່າ ຫລັງຈາກ ແຂວງອັດຕະປື ໄດ້ປ່ຽນເຈົ້າແຂວງ ຄົນໃໝ່ ທ່ານກໍໄດ້ເອົາໃຈໃສ່ ໃນການກວດກາ ໄມ້ທ່ອນ ທີ່ຜິດກົດໝາຍຫຼາຍຂຶ້ນ ດ້ວຍການຢືນຢັນວ່າ ຈະລົງໂທດ ພະນັກງານຣັດ ທຸກຄົນ ທີ່ສົມຮູ້ຮ່ວມຄິດ ໃນການຄ້າໄມ້ທ່ອນ ແລະ ໃນເວລານີ້ ໜ່ວຍງານ ທີ່ກ່ຽວຂ້ອງ ກໍຍັງສືບສວນ ພະນັກງານຣັດ ຜູ້ທີ່ມີສ່ວນພົວພັນ ກັບການຍຶດ ຣົດ ໄມ້ທ່ອນ ຈຳນວນ 27 ຄັນ ຢູ່ດ່ານພູເກືອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.