ບັນຫາ 13 ຄອບຄົວບໍ່ໄດ້ ໃບຕາດິນ

ພູວົງສ໌
2019.08.21
F-Nakhaiekham ທີ່ດິນ ບ້ານນາແຄຄໍາ ເມືອງໄຊທານີ ທີ່ຜູ້ຊື້ບໍ່ໄດ້ຮັບໃບຕາດິນ ຈາກຜູ້ຂາຍ
ຮູບພາບຈາກ : ນັກຂ່າວພົລເມືອງ

ເຈົ້າໜ້າທີ່ກ່ຽວຂ້ອງກ່ຽວກັບທີ່ດິນ ພວມລົງໄປສຳຣວດ ເພື່ອຮິບໂຮມຂໍ້ມູນຕ່າງ ໃນການພິຈາຣະນາ ໃຫ້ຄວາມເປັນທັມ ແກ່ປະຊາຊົນຈຳນວນ 13 ຄອບຄົວ ຢູ່ບ້ານນາແຄຄຳ, ເມືອງໄຊທານີ ນະຄອນຫຼວງວຽງຈັນ ພາຍຫຼັງທີ່ ປະຊາຊົນກຸ່ມນີ້ ໄດ້ຊື້ທີ່ດິນ ຈາກ ພະນັກງານຂັ້ນກະຊວງ ທ່ານນຶ່ງ ເມື່ອປີ 2016 ເພື່ອປຸກເຮືອນຢູ່, ແຕ່ພະນັກງານຣັຖທີ່ຂາຍດິນ ພັດບໍ່ຍອມອອກໃບຕາດິນໃຫ້ ແລະຍັງຂໍເລື່ອນເວລາໄປເລື້ອຍໆ. ດັ່ງ ເຈົ້າໜ້າທີ່ກ່ຽວກັບທີ່ດິນ ທ່ານນຶ່ງ ໄດ້ກ່າວຕໍ່ ນັກຂ່າວວິທຍຸ ເອເຊັຽເສຣີ ໃນມື້ ວັນທີ 20 ສິງຫາ ນີ້ວ່າ:

“ໂອ ອັນນັ້ນແມ່ນດິນຕອນດັ່ງກ່າວຫັ້ນ ເປັນຈັ່ງໃດເຮົາກະລົງໄປຖາມຂໍ້ມູນ ໄປສຳຣວດລະກະເອົາຂໍ້ມູນ ລະກະອຳນາດການປົກຄອງບ້ານ ລາວກະ ເຮົາກະໄດ້ລົງໄປເຮັດບົດບັນທຶກ ກະແມ່ນຂໍທິດຊີ້ນຳຈາກຂັ້ນເທິງຢູ່.”

ທ່ານກ່າວຕື່ມວ່າ ພາກສ່ວນກ່ຽວຂ້ອງກັບທີ່ດິນ ກໍໄດ້ແຕ່ງຕັ້ງຄນະເຈົ້າໜ້າທີ່ ເພື່ອລົງໄປເອົາຂໍ້ມູນຈາກອຳນາດ ການປົກຄອງບ້ານນາແຄຄຳ ແລະ ຜູ້ກ່ຽວຂ້ອງທັງ 13 ຄອບຄົວ, ແລ້ວກໍສົ່ງໃຫ້ຂແນງການຄຸ້ມຄອງທີ່ດິນ ຂອງກະຊວງແລ້ວ. ປະຈຸບັນ, ພາກສ່ວນດັ່ງກ່າວ ກໍກຳລັງເອີ້ນ ເຈົ້າຂອງທີ່ດິນ ທີ່ປະຊາຊົນອ້າງວ່າ ເປັນພະນັກງານຣັຖ ແລະ ບໍ່ຍອມອອກໃບຕາດິນ ໃຫ້ນັ້ນມາສວບສວນຢູ່. ຫາກຂໍ້ມູນຈາກປະຊາຊົນ ແມ່ນຄວາມຈິງ ກໍຈະດຳເນີນການແກ້ໄຂບັນຫາ ໃຫ້ປະຊາຊົນ, ເຊິ່ງຄາດວ່າຈະໃຊ້ ເວລາປະມານ 2 ເດືອນ. ສ່ວນເຈົ້າຂອງທີ່ດິນເດີມ ກໍຈະຖືກປະເມີນ ແລະ ເຮັດບົດລົງໂທສ ຕາມຣະບຽບການຕໍ່ໄປ.

ຕໍ່ບັນຫາດັ່ງກ່າວ, ປະຊາຊົນ 13 ຄອບຄົວ ທີ່ຍັງບໍ່ໄດ້ຮັບໃບຕາດິນນັ້ນ, ກໍໄດ້ກ່າວຕໍ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ຜູ້ທີ່ຂາຍດິນ ໃຫ້ເຂົາເຈົ້າ ກໍລົງມາສັນຍາຈະອອກໃບຕາດິນຢູ່ເລື້ອຍໆ ແຕ່ມາຮອດມື້ນີ້ກໍ 3 ປີປາຍແລ້ວທີ່ຊື້ທີ່ດິນມາ, ແຕ່ກໍຍັງບໍ່ໄດ້ ພວກຕົນຈຶ່ງພາກັນ ໄປຮ້ອງຂໍ ຄວາມເປັນທັມນຳພາກສ່ວນກ່ຽວຂ້ອງ ຂອງຣັຖໃນຂັ້ນຕ່າງໆ.

“ລາວກະໃຫ້ສັນຍາມາຕລອດຫັ້ນແຫຼະ, ແຕ່ວ່າວັນທີນັ້ນວັນທີນີ້ ມື້ນັ້ນມື້ນີ້ ຊິໄດ້ຊີ້ນ່າ. ແຕ່ວ່າຜ່ານມາກະບໍ່ເຄີຍໄດ້ດອກ ລາວກະຍັງມາໃຫ້ ສັນຍາວ່າ ລາວຊິເຮັດໄດ້ວັນທີນັ້ນວັນທີນີ້. ບໍ່ໄດ້ລະໄທເຮົາກະຂຶ້ນໄປ ຍື່ນໜ່ວຍງານຂອງຣັຖ ຍື່ນຮອດກຳແພງ.”

ກ່ຽວກັບເຣື້ອງນີ້, ແມ່ນປະຊາຊົນ 13 ຄອບຄົວ ໄດ້ຊື້ດິນຈາກເຈົ້າຂອງທີ່ດິນເດີມ, ເຊິ່ງເປັນພະນັກງານຣັຖຂັ້ນກະຊວງ, ເຊິ່ງເນື້ອທີ່ດິນ ທີ່ໄດ້ຊື້ຂາຍກັນ ມີປະມານ 1 ເຮັກຕ້າປາຍ ເພື່ອສ້າງເປັນເຮືອນຢູ່ອາໃສ. ປະຈຸບັນ, ໃນຈຳນວນ 13 ຄອບຄົວນັ້ນ ກໍມີບາງສ່ວນແລ້ວ ທີ່ໄດ້ປຸກເຮືອນໃສ່ດິນຕອນນີ້, ແຕ່ວ່າເຈົ້າຂອງທີ່ດິນເດີມ ກໍເລື່ອນເວລາອອກໃບຕາດິນມາເລື້ອຍໆ. ເມື່ອຕິດຕໍ່ຫາ ກໍພະຍາຍາມປິດກັ້ນ ບໍ່ຊີ້ແຈງຕໍ່ຜູ້ທີ່ຊື້ດິນ ພວກເຂົາຈຶ່ງຈຳເປັນຕ້ອງ ແຈ້ງໄປຫາພາກສ່ວນກ່ຽວຂ້ອງ ຂອງຣັຖໃນຂັ້ນ ຕ່າງໆ ເພື່ອຂໍຄວາມເປັນທັມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.