ການຊື້ຂາຍດິນບຶງທາຕຫລວງ ຫ້າມ ບໍ່ໄດ້


2013.11.04
F-Thatluang-Mars ເຂດພື້ນທີ່ບຶງທາດຫຼວງ ທີ່ຖືກສັມປະທານ ໃນຈີນແລ້ວແລະຈະ ສ້າງເປັນເມືອງໃໝ່
RFA

 

ເຈົ້າໜ້າທີ່ຂັ້ນສູງ ໃນສໍານັກງານນາຍົກຣັຖມົນຕຣີ ທີ່ບໍ່ປະສົງອອກຊື່ ກ່າວວ່າ ການທີ່ເຈົ້າຄອງນະຄອນຫລວງວຽງຈັນ ໄດ້ມີຄໍາສັ່ງຫ້າມບໍ່ ໃຫ້ ປະຊາຊົນ ມີການຊື້-ຂາຍ ແລະ ໂອນສິດທິຕ່າງໆກ່ຽວກັບທີ່ດິນ ໃນໂຄງການພັທນາ ເຂດເສຖກິດ ບຶງທາດຫລວງ ທີ່ທາງການອະນຸ ມັດໃຫ້ ບໍຣິສັດຈີນ ສັມປະທານນັ້ນ ປາກົດວ່າປະຊາຊົນຈໍານວນນຶ່ງ ບໍ່ມີຄວາມຢໍາເກງໃດໆເລີຍ ແລະ ເຂົາເຈົ້າບໍ່ເຫັນນໍາທີ່ທາງການໃຊ້ ອໍານາດ ກົດດັນ ໃຫ້ເຂົາເຈົ້າຍ້າຍອອກໄປ ແລະ ໂອນທີ່ດິນໃຫ້ແກ່ ບໍຣິສັດຂອງຈີນ ໂດຍທີ່ໄດ້ຮັບຄ່າຊົດເຊີຽ ທີ່ບໍ່ເໝາະສົມ ດັ່ງເຈົ້າໜ້າ ທີ່ໄດ້ກ່າວໃນ ຕອນນຶ່ງວ່າ:

"ຜ່ານມານີ້ ກໍຖືວ່າພວກເຮົາ ມັນບໍ່ໄປຕາມລະບົບ ເລີຽເກີດມີບັນຫາ ຄວາມຫຍຸ້ງຍາກເພາະວ່າບໍຣິສັດ ນີ້ໄປກວມເອົາດິນຂອງປະຊາຊົນ ໂຕນີ້ ຄັນມັນໄປກວມເອົາປະຊາຊົນຕ້ອງໄດ້ແກ້ ໃຫ້ບໍຣິສັດ ເປັນຜູ້ ແກ້ບາງເທື່ອນີ້ໃຫ້ທົດແທນ ຫລືວ່າຄັນປະຊາຊົນບໍ່ໃຫ້ ບາງເທື່ອ ກໍ ບໍ່ໄດ້ ເພາະ ວ່າມັນແມ່ນບ່ອນທໍາມາຫາກິນ ຂອງເຂົາເຈົ້າເດ້".

ໂຄງການດັ່ງກ່າວ ໄປກວມເອົາດິນຊາວບ້ານ ບ້ານຫົວຂົວ ບ້ານໂນນ ສະວ່າງ ບ້ານວັງໄຊ ບ້ານໂນນສງ່າ ບ້ານໜອງໜ່ຽງ ບ້ານຈອມມະນີ ບ້ານວຽງຈເຣີນ ແລະບ້ານໂພນພະເນົາ ທັງໝົດຢູ່ໃນເຂດເມືອງໄຊເສດຖາ ອັນປະກອບດ້ວຍ 435 ຄອບຄົວ. ປະຊາຊົນ ທີ່ບໍ່ທັນຍ້າຍອອກ ຈາກທີ່ດິນທີ່ຣັຖບານວຽນຄືນນັ້ນ ມີປະມານ 100 ກວ່າຄອບຄົວ.

ໂຄງການພັທນາເຂດເສຖກິດບຶງທາດຫລວງ ຈະໃຊ້ເງິນລົງທຶນປະມານ 1,600 ລ້ານ ໂດລາສະຫະຣັຖ ໂດຍຈະພັທນາພື້ນທີ່ 365 ເຮັກຕາ ໃຫ້ ເປັນເມືອງທ່ອງທ່ຽວ ສູນການຄ້າ ສວນສາທາຣະນະ ບ້ານພັກອາສັຍ ແລະການບໍຣິການ ອື່ນໆ ແບບຄົບວົງຈອນ. ເຂດພັທນາແຫ່ງນີ້ ຈະສາມາດຮອງຮັບນັກທຸຣະກິດຈາກຈີນ ແລະຈາກປະເທອື່ນໆບໍ່ຕໍ່າກວ່າ 55,000 ຄົນ ແລະຈະສ້າງໃຫ້ສໍາເຣັດພາຍໃນປີ 2030. ປັດຈຸບັນ ວຽກງານດຸດໜ້າດິນ ແລະ ສ້າງຖນົນບາງເສັ້ນ ໄດ້ເລີ້ມ ລົງມືແດ່ແລ້ວ ແຕ່ປາກົດວ່າເປັນໄປແບບຊ້າໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.