ທາງຣົດໄຟ ໃຫ້ຊົດເຊີຍ ບໍ່ພໍ ປຸກເຮືອນ ຫຼັງໃໝ່

ຈໍາປາທອງ
2019.08.08
F-Kasi ຕົວຢ່າງ ຂອງເຮືອນ ທີ່ປະຊາຊົນ ໃນເຂດ ເມືອງກາສີ ແຂວງວຽງຈັນ ໄດ້ຊື້ທີ່ດິນ ແລ້ວປຸກເຮືອນໃສ່ ສ່ວນຫຼາຍບໍ່ແລ້ວ ຍ້ອນເງິນ ຄ່າຊົດເຊີຍບໍ່ພໍ
RFA

ເງິນຄ່າຊົດເຊີຍ ທີ່ໄດ້ຮັບຈາກໂຄງການທາງຣົດໄຟ ຄວາມໄວສູງ ລາວ-ຈີນ ບໍ່ພຽງພໍກັບການສ້າງເຮືອນໃໝ່ ຍ້ອນເງິນທີ່ໄດ້ຮັບ 150 ລ້ານ ກີບນັ້ນ ຖືກໃຊ້ໄປເກືອບໝົດແລ້ວ ແຕ່ເຮືອນຍັງປຸກ ບໍ່ທັນແລ້ວ, ຕ້ອງໄດ້ຊອກຫາເງິນ ດ້ວຍຕົເອງ ມາຕື່ມໃສ່. ຕາມຄຳເວົ້າຂອງ ປະຊາຊົນ ເມືອງກາສີ ແຂວງວຽງຈັນ ທີ່ຖືກໃຫ້ໂຍກຍ້າຍ ຍ້ອນໂຄງການທາງຣົດໄຟ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ສິງຫາ ນີ້:

"ຄັນໂຕນີ້ເຮັດ ເງິນກະບໍ່ພໍແຫຼະ ເງິນເຮົາເຮັດນະ ເຂົາຄິດໄລ່ແມັດນຶ່ງດິນປຸກສ້າງ ແມັດລະ 2 ແສນ ເປັນ 150 ລ້ານ ເຮັດນີ້ໝົດ 67 ລ້ານ ແຕ່ຍັງບໍ່ໄດ້ປຸກ ເພດານກະຍັງບໍ່ໄດ້ປູ ຊື້ດິນໂຕນີ້ 30 ລ້ານ ເກືອບຮອດ 100 ລ້ານແລ້ວ."

ທ່ານເວົ້າຕື່ມວ່າ ຕົນແລະຄອບຄົວ ທັງເມັຍແລະລູກອີກ 2 ຄົນ ໄດ້ໂຍກຍ້າຍອອກຈາກບ້ານເກົ່າ ໄປຊື້ດິນ ແລະ ປຸກເຮືອນຫລັງໃໝ່ ຕັ້ງແຕ່ ເດືອນກຸມພາ ປີນີ້ມາ, ປັດຈຸບັນນອກຈາກ ຈະປຸກເຮືອນຢູ່ບໍ່ທັນແລ້ວ ຕົນກໍຍັງພົບຫຼາຍບັນຫາຕື່ມອີກ ເປັນຕົ້ນ ບໍ່ມີເງິນພຽງພໍສຳລັບ ຊື້ດິນ ບ່ອນໃໝ່ເພື່ອປູກຝັງ ປູກພືດປູກຜັກຂາຍ ໃນອະນາຄົດ ແລະບໍ່ສາມາດຮຽກຮ້ອງ ຂໍຄ່າຊົດເຊີຍຕື່ມອີກໄດ້.

ເພື່ອຄວາມກະຈ່າງແຈ້ງກ່ຽວກັບເຣຶ່ອງທີ່ວ່ານີ້ ວິທຍຸເອເຊັຍເສຣີ ພຍາຍາມພົວພັນໄປຫາ ເຈົ້າໜ້າທີ່ຄນະກຳມະການ ທີ່ກ່ຽວຂ້ອງກັບເຣຶ່ອງ ການຊົດເຊີຍ ຂອງໂຄງການທາງ ຣົດໄຟ ໃນເຂດເມືອງກາສີ ແຕ່ຍັງບໍ່ສາມາດຕິດຕໍ່ໄດ້.

ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ເມືອງກາສີ ທ່ານນຶ່ງກໍກ່າວວ່າ ທີ່ຜ່ານມາ ທາງການເມືອງກາສີ ໄດ້ຈ່າຍຄ່າຊົດເຊີຍ ໃຫ້ປະຊາຊົນ ທີ່ໄດ້ຮັບ ຜົນກະທົບນັ້ນໄປແລ້ວ ຈຳນວນຫຼາຍຄອບຄົວ ແຕ່ບໍ່ຈື່ຕົວເລກລະອຽດ ແລະ ທັງເວົ້າວ່າມາເຖິງປັດຈຸບັນ ຍັງເຫຼືອແຕ່ ປະຊາຊົນ 3 ບ້ານ ເທົ່ານັ້ນທີ່ຍັງບໍ່ທັນໄດ້ຈ່າຍຄ່າຊົດເຊີຍ ໃຫ້; ດັ່ງທີ່ທ່ານໄດ້ກ່າວໃນມື້ດຽວກັນນີ້ວ່າ:

"ດິນທາງຣົດໄຟດຽວນີ້ຍັງ 3 ບ້ານ ມີບ້ານທົ່ງເມືອດ ໂພນສະຫວາດ ບ້ານນາສັງທອງ-ນາທົດ ເນື້ອທີ່ດິນຫັ້ນລະອຽດແທ້ວ່າ ຊົດເຊີຍແລ້ວ ເທົ່າໃດ ເຮົາບໍ່ຮູ້ບໍ່ແຈ້ງ."

ຣັຖບານລາວ ໄດ້ອະນຸມັດເງິນ ສຳລັບຄ່າຊົດເຊີຍ ໃຫ້ຜູ້ທີ່ໄດ້ຮັບຜົນກະທົບ ຈາກໂຄງການທາງ ຣົດໄຟ ຄວາມໄວສູງລາວ-ຈີນ ໄປແລ້ວ ທັງໝົດ 4,966,250,000 ພັນກີບ, ແຕ່ມາເຖິງ ປັດຈຸບັນ ຍັງມີຫລາຍຄອບຄົວ ຢູ່ຫລາຍເມືອງ ຍັງບໍ່ທັນໄດ້ຮັບ, ຍັງລໍຖ້າຄ່າຊົດເຊີຍນັ້ນຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.