ກັມມະກອນໂຮງງານຊິເມັນ ຮຽກຮ້ອງ ຄວາມເປັນທັມ

ສຸພັດຕາ
2020.01.17
F-Cement-Lao-worker ເຈົ້າໜ້າທີ່ຕໍາຣວດກຸ່ມເຂດ ບ້ານກອກຫວານ ເມືອງຫຼວງພຣະບາງ ອອກໄປກວດກາເບິ່ງ ກອງຂີ້ເຫຍື້ອ ບ່ອນທີ່ຄົນງານ ໄປເກັບເອົາເສດເຫຼັກ
Citizen Journalist

ເມື່ອວັນທີ 6 ມົກກະຣາ ປີ 2020 ນີ້ ທ່ານ ສີຈັນ ພົງສະຫວັນ ອາຍຸ 37 ປີ ເປັນຄົນງານ ຂັບຣົດ ຮັບ-ສົ່ງ ກັມມະກອນ ໃຫ້ໂຮງງານ ຊິເມັນ ຄອນຈ໌ ຫຼວງພຣະບາງ ຈໍາກັດ ຂອງນັກລົງທຶນຈີນ ຕັ້ງຢູ່ເຂດບ້ານຜາແດງ ເມືອງຫຼວງພຣະບາງ ນະຄອນຫຼວງພຣະບາງ ໄດ້ເກັບ ເອົາເຫຼັກເສດ ຈາກກອງຂີ້ເຫຍື້ອຂອງໂຮງງານ ມາສະສົມໄວ້ ມື້ລະເລັກລະນ້ອຍ ແລະໃນມື້ເກີດເຫດ ກ່ອນຈະກັບບ້ານ ທ່ານ ສີຈັນ ເລີຍ ເກັບເອົາເຫຼັກເສດ ທີ່ໄດ້ສະສົມໄວ້ນັ້ນ ໃສ່ຣົດເພື່ອກັບບ້ານ, ເມື່ອຂັບຣົດມາຮອດ ປະຕູທາງອອກ ກໍເລີຍຖືກຄົນຈີນລັດ ແລ້ວໃສ່ກັບມືໄວ້ ຫາວ່າລາວ ລັກເຄື່ອງອອກຈາກໂຮງງານ ພ້ອມທັງໃຊ້ເຫຼັກແປບທຸບຣົດ, ເອົາມີດເຈາະຕີນຣົດ ແລະເຈາະໝໍ້ໄຟຣົດຂອງລາວ, ດັ່ງຄົນງານ ຜູ້ນີ້ ໄດ້ເລົ່າສູ່ວິທຍຸເອເຊັຍເສຣີຟັງ ໃນວັນທີ 14 ມົກກະຣາ ນີ້ວ່າ:

“ລັດເຮົາແລ້ວ ໄລ່ເຮົາລົງຣົດ ແລ້ວກະຖອດເອົາກະແຈຣົດອອກ ແລ້ວກະໂທຫາໝູ່ລາວປະມານ 3 ຄົນ ຜູ້ນຶ່ງຍ່າງໄປຫາ ລປພ ເອົາກັບມື ຢູ່ຖົງໂສ້ງ ລປພ ຫັ້ນໃສ່ແຂນໃຫ້ອ້າຍ ລະມີຣົດຈັກຄັນນຶ່ງ ຕາມຫຼັງມາມີເຫຼັກ ສອງເປົ໋າ ເປົ໋າໃດກະປະມານ 3 ໂລ ນິ່ແຫຼະ ມາລະຄົນຈີນ ລັດ, ລະລາກຜູ້ນັ້ນມາ ໃສ່ກັບມືຕິດກັບອ້າຍ ແລ້ວຜູ້ນຶ່ງຖອດເອົາ ເຫຼັກແປບຫັ່ນ ທັບໆຣົດເຮົາຫັ່ນອ້ອມໄປ ຫຼັງຈາກນັ້ນ ຄົນຈີນ 3 ຄົນ ເອົາອ້າຍກັບໝູ່ຫັ່ນ ມາຢືນຕາກແດດ ຕັ້ງແຕ່ 12 ໂມງ ຈໍາ 4 ໂມງແລງ ເຮົາຈິ່ນັ່ງລົງ ກະເອົາມີດຈີ້ ຈິ່ນັ່ງລົງກໍເອົາເຫຼັກສະແລງຈີ້ ເສັຍ 4 ລ້ານ 2 ຄົນແບ່ງກັນ ຜູ້ລະ 2 ລ້ານ.”

ໃນກໍຣະນີ ຂອງທ່ານ ແກ້ວ (ນາມສົມມຸດ) ຄົນງານລາວຜູ້ທີສອງ ຊຶ່ງເປັນພະນັກງານ ຮັກສາຄວາມປອດພັຍ ໃນໂຮງງານນີ້ ຖືກຈັບແລ້ວ ຕັ້ງຂໍ້ຫາວ່າ ລັກສາຍໄຟ ແລະຖືກທຸບຕີ ທໍາຮ້າຍຮ່າງກາຍ, ດັ່ງຜູ້ກ່ຽວ ໄດ້ເລົ່າສູ່ ເອເຊັງຟັງໃນວັນທີ 10 ມົກກະຣາ ນີ້ວ່າ:

“ຕອນເວລາ 3 ໂມງການຄືນເນາະ ຂ້າພະເຈົ້າ ໄດ້ຢູ່ຄົນດຽວ ຂ້າພະເຈົ້າກໍຢ້ານ ຢ້ານພວກໂຈນ ຂ້າພະເຈົ້າກະໄດ້ເອົາຄ້ອນ ໄປທັບເຫຼັກ ຮັດແກັດ ປະມານວ່າ 50 ເຊັນ ໄປມັດປະຕູຮົ້ວ ມັດປະຕູຮົ້ວແລ້ວກໍມານັ່ງ ຢູ່ບໍກິ່ນແລ້ວເຫັນຈີນ ຫັ່ນແລ່ນເຂົ້າມາ ຂ້າພະເຈົ້າຄຶດວ່າເຂົາ ເຫັນໂຈນ ຢູ່ໃນຮົ້ວຫັ່ນ ຂະເຈົ້າມາ ລະກະຈັບຄໍເສື້ອຕີ ຂະເຈົ້າເຕະ ເຂົາຕີອ້າຍນ່າ ເຈັບພໍສົມຄວນນິ່ແຫຼະ ເຈັບຂາແດ່ ເຈັບແຂນແດ່ ລະຄົນຈີນຂະເຈົ້າຫັ່ນ ຫາເຣື່ອງວ່າຂ້ອຍນິ່ ໄປຕັດສາຍໄຟ ແຕ່ຂ້າພະເຈົ້ານິ່ບໍ່ຮູ້.”

ກ່ຽວກັບສອງກໍຣະນີທີ່ເກີດຂຶ້ນນີ້ ທາງເອເຊັຽເສຣີ ໄດ້ຕິດຕໍ່ຫາເຈົ້າໜ້າທີ່ຕໍາຣວດກຸ່ມເຂດບ້ານກອກຫວານ ເມືອງຫຼວງພຣະບາງ ໃນວັນທີ 16 ມົກກະຣາ ນີ້ ຊຶ່ງທ່ານກ່າວວ່າ:

“ເລື້ອງມີດເລື້ອງນັ້ນ ທາງເຈົ້າໜ້າທີ່ເຮົາກະເອົາໄປໄວ້ເໝິດ ແຕ່ວ່າເຂົາເຮັດແນວນັ້ນກະບໍ່ຖືກ ຕາມຣະບຽບກົດໝາຍລາວ ເຮົານິ່ເນາະ ມີຫຍັງເຮົາຕ້ອງແຈ້ງ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນແມ່ນຕໍາຣວດກຸ່ມບໍ ຫຼືວ່າອໍານາດການປົກຄອງບ້ານບໍເນາະ ເປັນແນວນີ້ລະຈິ ທໍາລາຍຊັບເຂົາ ກະບໍ່ຖືກ ຂະເຈົ້າມາດໍາເນີນ ທໍາທຸຣະກິຈຢູ່ໃນລາວ ຕ້ອງນໍາໃຊ້ກົດໝາຍລາວ ເຮົາພີ້ໃດ໋ ບັນຫາສອງ ເຂົາກະມາຕີ ລປພ ອີກ ລປພ ຫັ່ນເປັນຜູ້ຍາມຢູ່ຫັ່ນແທ້ໆເນາະ ຈີນຫັ່ນເຂົາລະເບິ່ງກ້ອງພຸ້ນ ບາດນັ້ນຈີນຫ່ັນມາສອງສາມຄົນ ມາຕີລາວຫັ່ນເນ່ ທາງເຈົ້າໜ້າທີ່ ເຮົາຂຶ້ນເມືອ ຂຶ້ນເມືອ ເມືອເບ່ິງ ໂອ່ ເຮັດແນວນີ້ ເຮັດແນວນີ້ບໍ່ໄດ້ ດຽວນີ້ໃຫ້ຂະເຈົ້າຂຽນໃບຮ້ອງຟ້ອງຫັ່ນ.”

ຕໍ່ມາ ໃນມື້ດຽວກັນ ເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາ ບໍຣິສັດ ຊິເມັນ ຄ່ອນຈ໌ ແຕ່ຜູ້ຕາງໜ້າບໍຣິສັດເວົ້າວ່າ ສອງຄົນນີ້ ບໍ່ແມ່ນພະນັກງານຂອງ ບໍຣິສັດ:

“ອັນນີ້ແມ່ນອັນນັ້ນ ຄົນທີ່ວ່າ ໃກ້ບ້ານເຮືອນຄຽງໂຕນີ້ນະ ມັນຈະບໍ່ແມ່ນຄົນ ຂອງບໍຣິສັດ ບໍຣິສັດຂອງເຮົາ ເຮົາຫ້າມໃຫ້ຄົນນອກເຂົ້າມາ ຫ້າມໃຫ້ ຄົນນອກມາເອົາເຄື່ອງຂອງ ຂອງບໍຣິສັດເຮົາ ອອກໄປ ເພາະວ່າເຮົາມີກົດຣະບຽບຂອງບໍຣິສັດ ເພາະວ່າມັນ ມີຫາຍຄັ້ງແລ້ວ ເຄື່ອງເສັຍ ເພາະເຈົ້າແມ່ນຄົນນອກ ຖືວ່າເຈົ້າເປັນໂຈນ ມາລັກເຄື່ອງຂອງບໍຣິສັດກໍແມ່ນໂຕນີ້ນະ ລາວບໍ່ແມ່ນພະນັກງານຂອງບໍຣິສັດ.”

ເຖິງຢ່າງໃດກໍຕາມ ເອເຊັຽເສຣີ ຍັງຈະຕິດຕາມ ຄົ້ນຫາຄວາມຈິງ ຈາກບໍຣິສັດນີ້ໃຫ້ໄດ້ ໃນຂັ້ນຕໍ່ໄປ ເພາະເອເຊັຽເສຣີ ຖືເອົາຄໍາຢືນຢັນ ຂອງເຈົ້າໜ້າທີ່ຕໍາຣວດເປັນຫຼັກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.