ສູນອະນຸຮັກຊ້າງ ຂອງຈີນ ມີບັນຫາ

ໄຊຍາ
2019.06.17
f-Elephant ພາບຈໍາລອງຂອງໂຄງການ ສູນອະນຸຮັກຊ້າງ ຂອງນັກລົງທຶນຈີນ ຢູ່ແຂວງໄຊຍະບູຣີ
RFA

ສູນອະນຸຮັກຊ້າງ ແຂວງໄຊຍະບູລີ ທີ່ບໍຣິສັດ ພັທນາການທ່ອງທ່ຽວ ເຊໂນ-ລາວ ຂອງຈີນ ໄດ້ສັມປະທານບໍຣິເວນ ເດິ່ນສນາມຫຼວງແຂວງ 100 ປາຍເຮັກຕ້າ ນັ້ນຍັງບໍ່ທັນມີຄວາມຄືບໜ້າ ຍ້ອນວ່າຍັງມີບັນຫານ ການຊົດເຊີຍທີ່ດິນ ກັບ ປະຊາຊົນ. ດັ່ງເຈົ້າໜ້າທີ່ຫ້ອງການປົກຄອງ ແຂວງໄຊຍະບູລີ ເວົ້າຕໍ່ຜູ້ສື່ຂ່າວ RFA ເມື່ອ 14 ມິຖຸນາ ວ່າ:

"ມັນມີຫຼາຍເຫດຜົລຫັ້ນເນາະ ເພາະວ່ານຶ່ງມາມັນເວົ້າເຣື່ອງການຊົດເຊີຍດິນ ພໍ່ແມ່ປະຊາຊົນບໍ່ທັນໄດ້ 100% ວ່າຈັ່ງຊັ້ນເນາະ ເນື້ອທີ່ພັດໄປ ຖືກສວນໝາກໄມ້ເນາະ ສວນໝາກເງາະ ຂອງປະຊາຊົນ ແລ້ວມັນຕ້ອງໃຊ້ງົບປະມານ ຫຼາຍແລ້ວບາດນີ້ ມັນບໍ່ແມ່ນນ້ອຍໆ ມັນຫຼາຍເຮັກຕ້າ ໃດເຂົາຊິເອົາ."

ເຈົ້າໜ້າທີ່ຫ້ອງການປົກຄອງເມືອງໄຊຍະບູລີ ເວົ້າຕື່ມວ່າ ເຊັ່ນປະຊາຊົນບ້ານນາໄຮປະມານ 3 ຄອບຄົວ ເຊິ່ງເປັນຜູ້ໄດ້ຮັບຜົລກະທົບ ໂດຍກົງເຂົາເຈົ້າມີສວນໝາກໄມ້ ຫຼາຍສິບເຮັກຕ້າ ເຊີ່ງຕິດກັບສນາມຫຼວງແຂວງ ບໍ່ຍອມໂຍກຍ້າຍອອກ ແລະບໍ່ຮັບເອົາ ຄ່າຊົດເຊີຍ ຈາກນັກລົງທຶນຈີນ ເຮັດໃຫ້ການພັທນາສູນອະນຸຮັກຊ້າງ ບໍ່ມີຄວາມຄືບໜ້າ.

ສ່ວນຜແນກແຜນການແລະການລົງທຶນ ແຂວງໄຊຍະບູລີ ເວົ້າວ່າ ປັດຈຸບັນເຈົ້າຂອງໂຄງການສ້າງສູນອະນຸຮັກຊ້າງ ໄດ້ສ້າງເສັ້ນທາງ ຕັດເຂົ້າໄປແລ້ວ ແຕ່ຍັງບໍ່ທັນໄດ້ສ້າງອາຄານ ບັນຫາທີ່ກຳລັງເລັ່ງດຳເນີນກໍຄື ການຊົດເຊີຍທີ່ິດິນ ໃຫ້ກັບປະຊາຊົນ ທີ່ຖືກຜົລກະທົບ:

"ເຈົ້າ, ກຳລັງເຮັດເອກກະສານ ແລະ ປະຊາຊົນຈຳນວນຶ່ງ ກໍຍັງບໍ່ອັນນັ້ນ ກໍຊິຊົດເຊີຍໃຫ້ຕີ້ ເພາະວ່າກໍສິຈັດສັນທີ່ດິນໃຫ້ໃໝ່ ແມ່ນແຫຼະ ເພາະວ່າດຽວນີ້ ສ້າງເສັ້ນທາງຢ່າງດຽວ ລໍຢ່າງດຽວໂຕອາຄານ."

ສື່ຂອງທາງການລາວຣາຍງານວ່າ ບໍຣິສັດພັທນາທ່ອງທ່ຽວ ເຊໂນ-ລາວ ຂອງຈີນ ເຂົ້າມາເພື່ອສ້າງສູນອະນຸຮັກຊ້າງ ແລະ ຂຍາຍພັນຊ້າງ ຢູ່ແຂວງໄຊຍະບູລີ ໃຊ້ງົບປະມານສ້າງເຖິງ 40 ລ້ານໂດລາ ສະຫະຣັຖ. ໂດຍເຣີ້ມໂຄງການ ມາແຕ່ປີ 2017 ມາເຖິງປັດຈຸບັນ ຍັງບໍ່ທັນ ມີຄວາມຄືບໜ້າ. ເນື່ອງຈາກຍັງມີບັນຫາຄ່າຊົດເຊີຍທີ່ດິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.