ຣັຖວິສາຫະກິຈ ໄຟຟ້າລາວ ຮ່ວມຫຸ້ນກັບ ຣັຖວິສາຫະກິຈ ຂອງຈີນ

ໄຊຍາ
2023.07.13
ຣັຖວິສາຫະກິຈ ໄຟຟ້າລາວ ຮ່ວມຫຸ້ນກັບ ຣັຖວິສາຫະກິຈ ຂອງຈີນ ສຳນັກງານ (ຫ້ອງການ) ຣັຖວິສາຫະກິຈ ໄຟຟ້າລາວ, ນະຄອນຫຼວງວຽງຈັນ, ວັນທີ 14 ກໍຣະກະດາ 2022.
ນັກຂ່າວ ພົລເມືອງ

ໃນປີ 2020 ບໍຣິສັດ China Southern Power Grid ເຊິ່ງເປັນຣັຖວິສາຫະກິຈ ຂອງຈີນ ໄດ້ເຊັນສັນຍາຮ່ວມຫຸ້ນ ກັບຣັຖວິສາຫະກິຈໄຟຟ້າລາວ ເພື່ອຕັ້ງບໍຣິສັດສາຍສົ່ງໄຟຟ້າ ແຫ່ງຊາຕລາວ ທີ່ຈະເຊື່ອມຈອດສາຍສົ່ງໄຟຟ້າ ໃນປະເທດ ໃຫ້ເປັນລະບົບດຽວກັນ ແລະ ເປັນບ່ອນຮອງຮັບ ໃນການຊື້ໄຟຟ້າ ແລະ ຂາຍອອກ.

ຫຼ້າສຸດ ທ່ານ ລີຊີນຫ່າວ ຜູ້ອໍານວນການບໍຣິສັດ China Southern Power Grid ຂອງຈີນກໍໄດ້ກ່າວໃນວັນທີ 27 ມິຖຸນາ 2023 ໃນກອງປະຊຸມສຸດຍອດ ໂຄງການຮ່ວມມື ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງປະຈຳປີ 2023 ວ່າໃນອະນາຄົດ ມີແຜນຈະຂຍາຍສາຍສົ່ງໄຟຟ້າ ແຮງສູງໃນລາວ ໃຫ້ກ້ວາງອອກໄປອີກເພື່ອສົ່ງໄຟຟ້າ ໄປປະເທດ ໃນເຂດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງເຊັ່ນ ໄທຍ, ວຽດນາມ, ພະມ້າ, ກັມພູຊາ ແລະ ຈີນ ໃຫ້ຫຼາຍຂຶ້ນ.

ດັ່ງເຈົ້າໜ້າທີ່ ຣັຖວິສາຫະກິຈໄຟຟ້າລາວ ທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແໜ່ງ ກ່າວໃນວັນທີ 13 ກໍຣະກະດາ ວ່າ:

ແມ່ນແຫຼະ. ລາວກໍໄດ້ໃຊ້ທົ່ວປະເທດນີ້ແຫຼະ ເຫຼືອໃຊ້ພາຍໃນປະເທດ ກໍສົ່ງຂາຍອອກຕ່າງປະເທດ ຕົ້ນຕໍ ແມ່ນສົ່ງໃຫ້ປະເທດໄທຍຫັ້ນແຫຼະ ໃຫ້ກັມພູຊາຫັ້ນແຫຼະ ມີວຽດນາມ ນຳ. ແລ້ວກາມີຈີນແດ່ເນາະ.

ທ່ານ ຊີນຫ່າວ ຍັງກ່າວໃນກອງປະຊຸມ ສຸດຍອດໂຄງການຮ່ວມມື ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ປະຈຳປີ 2023 ອີກວ່າ ທີ່ຜ່ານມາລະບົບໄຟຟ້າ ແບບສອງທາງ ລະຫວ່າງຈີນກັບລາວ ຍັງມີກະແສໄຟຟ້າ ບໍ່ຫຼາຍ, ມີພຽງສາຍສົ່ງທີ່ເຊື່ອມຕໍ່ ລະຫວ່າງກັນຂນາດ 115 ກິໂລໂວນ ເທົ່ານັ້ນ ທີ່ໄດ້ຮັບການຕິດຕັ້ງ ເຊິ່ງໃນອະນາຄົດ ບໍຣິສັດ China Southern Power Grid ຂອງຈີນ ຈະເປີດໂຕໂຄງການ 500 ກິໂລໂວນ ເພື່ອໃຫ້ມີການ ຊື້-ຂາຍ ໄຟຟ້າລະຫວ່າງຈີນ ແລະລາວ ຫຼາຍຂຶ້ນ ແລະປະເທດລາວ ຕ້ອງການໄຟຟ້າເພີ່ມຂຶ້ນ ໃນໄລຍະຣະດູແລ້ງນຳດ້ວຍ.

ກ່ອນໜ້ານີ້ ເຈົ້າໜ້າທີ່ຣັຖວິສາຫະກິຈ ໄຟຟ້າລາວ ທ່ານນຶ່ ເຄີຍກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວັນທີ 07 ກັນຍາ 2020 ວ່າ ຈີນເຂົ້າມາມີບົດບາດ ຫຼາຍຂຶ້ນໃນຣັຖວິສາຫະກິຈ ໄຟຟ້າ ໃນລາວ ເຊິ່ງຖືວ່າເກືອບຜູກຂາດ ໃນທຸກດ້ານ, ທັງດ້ານການລົງທຶນສ້າງເຂື່ອນໄຟຟ້າ​​, ລະບົບສາຍສົ່ງໄຟ້ຟ້າ, ລະບົບການຄິດໄລ່ໄຟຟ້າ ແລະ ກົງເຕີ້ໄຟຟ້າ ແບບດີຈີຕອລ.

ສ່ວນຊາວລາວທ່ານນຶ່ງ ກ່າວວ່າຈີນເຂົ້າມາລົງທຶນ ໃນດ້ານຕ່າງໆ ໃນລາວຫຼາຍຂຶ້ນ ເຊັ່ນກັນ ບໍ່ວ່າຈະເປັນການຂຸດຄົ້ນແຮ່ທາດຕ່າງໆ, ການຄ້າຂາຍ, ການສ້າງທຸຣະກິຈອື່ນໆ. ສ່ວນສາເຫດທີ່ຣັຖບານລາວ ໃຫ້ຈີນເຂົ້າມາມີບົດບາດຫຼາຍຂຶ້ນ ໃນລາວ ຍ້ອນວ່າຣັຖບານລາວ ກູ້ຢືມເງິນຈາກຈີນຫຼາຍ ຈົນບໍ່ສາມາດສຳລະໜີ້ສິນ ແລະສ່ວນໃຫຍ່ຈີນ ເຂົ້າມາຄອບຄອງ ຈະເປັນທຸຣະກິຈ ທີ່ຈະສ້າງເມັດເງິນ ມະຫາສານ ໃຫ້ຈີນໄດ້ທັງນັ້ນ ເຊິ່ງຊາວລາວຫຼາຍຄົນ ຄິດວ່າ ໃນອະນາຄົດ ປະເທດລາວ ຈະເປັນອີກມົນທົນນຶ່ງ ຂອງປະເທດຈີນ ແນ່ນອນ.

ໃນອະນາຄົດ ລາວນີ້ຈະເປັນຫົວເມືອງຂຶ້ນ ຂອງຈີນ. ຈະເປັນຜູ້ຄຸ້ມຄອງຫັ້ນນ່າ ຂອງຈີນໝົດ ແຖວໃດ ກາມີໝົດ. ອິດທິພົນ ເຂົາເຈົ້າຫຼາຍ ລະກາເງິນຄຳ ເຂົາເຈົ້າສູງ. ສົ່ງເພິ່ນກໍມີແຕ່ວ່າ ຕິດໜີ້ຈີນ ເພິ່ນຊ່ອຍເຫຼືອເຮົາຫຼາຍ ເປັນຊັພຍາກອນ, ເປັນດິນດອນສິງໃດທີ່ວ່າ ບິແບ່ງໃຫ້ຈີນເຮັດໄດ້ ກະແບ່ງຫັ້ນນ່າ.

ຊາວລາວອີກທ່ານນຶ່ງກ່າວວ່າ ທຸກມື້ໂຄງການລົງທຶນໃຫຍ່ໆ ເປັນຂອງຄົນຈີນໝົດ ເຊັ່ນ ການຂຸດຄົ້ນແຮ່ທາດຕ່າງໆ, ຣັຖວິສາຫະກິຈໄຟຟ້າລາວ ເພາະວ່າ ຣັຖບານລາວໄປຢືມເງິນ ເຂົາເຈົ້າມາຫຼາຍ ເມື່ອບໍ່ມີເງິນໃຊ້ໜີ້ ຊັພຍາກອນໃນລາວ ຖືກຄໍ້າປະກັນໄວ້ ຕ້ອງຕົກເປັນຂອງຄົນຈີນ.

ລາວເຮົາຕິດໜີ້ເຂົາ ກໍວ່າແມ່ນໄຟຟ້າຄືກັນ. ເອີ້ນວ່າມັດຈຳແດ່ ຄັນເຈົ້າບໍ່ໃຊ້ຂ້ອຍ ກໍຫັກເອົາເງິນໂຕນີ້. ທາງຣົຖໄຟຄືກັນນີ້ແຫຼະ ເຮົາຢືມເງິນເຂົາ ເຮົາກໍຕ້ອງເອົາບໍ່ຄຳ ຄໍ້າປະກັນ ຫຼື ບໍ່ແຮ່ທາດຕ່າງໆ. ນີ້ເຂົາເຈົ້າມາຂຸດຄົ້ນ ເຂົາເຈົ້າກໍແກ່ໄປຜລິດຢູ່ບ້ານເຂົາເຈົ້າ. ຄົນລາວຈະເຫັນວ່າ ມັນມີມູນຄ່າແພງຫັ້ນນ່າ.

ຊາວລາວອີກທ່ານນຶ່ງ ກໍກ່າວວ່າ ສາເຫດນຶ່ງທີ່ຣັຖບານລາວ ມັກໃຫ້ນັກລົງທຶນຈີນ ເຂົ້າມາລົງທຶນໃນປະເທດລາວ ກໍຍ້ອນວ່າຣັຖບານລາວ ບໍ່ມີເງິນທຶນພຽງພໍ ທີ່ຈະສ້າງພັທນາ ບ້ານເມືອງຕົນເອງໃຫ້ຈະເຣີນ,ຈຶ່ງຍອມໃຫ້ຄົນຈີນ ເຂົ້າມາລົງທຶນ ແລະຣັຖບານລາວ ໄດ້ຜົລປໂຍດນຳດ້ວຍ.

ຄືຮູ້ຫັ້ນແຫຼະ ງົບປະມານຂອງຣັຖບານ ບໍ່ມີເລີຍ ມີແຕ່ວ່າໃຫ້ນາຍທຶນຫັ້ນມາຖືຮຸ້ນຫັ້ນສູງ. ພວກຈີນນີ້ສ່ວນຫຼາຍມັນອາໄສເງິນທຸ້ມ ເຮົາເດ້ ສະນັ້ນສິດ ແລະອຳນາດ ມັນກໍຕ້ອງເໜືອ ຢ່າງຂີ້ຮ້າຍ ຣັຖບານມັນກໍໄດ້ຜົລປໂຍດ. ຄັນເຮົາບໍ່ມີຫຼັກໝັ້ນໄປເສັຍຫຼັກ ໃຫ້ມັນຖືວ່າ ເຮົາຈະເສັຍຊັພຍາກອນທັມມະຊາຕຫຼາຍ.

ຣັຖວິສາຫະກິຈ ໄຟຟ້າລາວ ມີການສົ່ງອອກໄຟຟ້າ ໄປຂາຍໃຫ້ປະເທດຈີນ, ໄທຍ, ວຽດນາມ, ພະມ້າ ແລະ ກັມພູຊາ ມາຕລອດຕໍເນື່ອງ ເປັນຕົ້ນໃນປີ 2022 ທີ່ຜ່ານມາ ບໍຣິສັດ China Southern Power Grid ຂອງຈີນໄດ້ສົ່ງໄຟຟ້າ 40,212 Gwh, ໄປວຽດນາມ 1,228 Gwh ໄປລາວ 4,969 Gwh ໄປພະມ້າ 23,279 Gwh ແລ້ວຊື້ຄືນ.

ປັດຈຸບັນຣັຖບານລາວ ກໍມີການເຊັນສັນຍາ ກັບບໍຣິສັດ AMI Renewables Quang Binh Investment ຂອງວຽດນາມ ເພື່ອສ້າງຟາມກັງຫັນລົມ ຢູ່ຈຸດສຸມລະໂກ ເມືອງເຊໂປນ ແຂວງສວັນນະເຂດ ໂດຍໄຟຟ້າທີ່ຜລິດໄດ້ ຈະສົ່ງຂາຍໃຫ້ວຽດນາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.