ຈີນເຈຣະຈາປູກກ້ວຍ ຢູ່ ເມືອງພຽງ

ໄມຊູລີ
2019.05.07
f-banana ສວນປູກກ້ວຍຂອງຈີນ ຢູ່ພາກເໜືອ ຂອງ ສປປລ
RFA/VD

ປັຈຈຸບັນ ນັກລົງທຶນຈີນ ກຸ່ມນຶ່ງຈາກຈີນ ກໍາລັງເຈຣະຈາ ກັບອໍານາດການປົກຄອງ ເມືອງພຽງ ແຂວງໄຊຍະບູລີ ເພື່ອລົງທຶນ ປູກກ້ວຍ ຢູ່ບ້ານໂພນທອງ ໂດຍໂຄງການ ທີ່ວ່ານີ້ ຈະເຊົ່າດິນຊາວບ້ານ ຈໍານວນບໍ່ຕໍ່າກວ່າ 100 ເຮັກຕາ, ແຕ່ທາງການລາວ ຍັງບໍ່ອະນຸມັດເທື່ອ, ດັ່ງເຈົ້າໜ້າທີ່ ຫ້ອງການກະສິກັມ ແລະ ປ່າໄມ້ ເມືອງພຽງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ່ 7 ພຶສພາ ນີ້ ວ່າ:

“ຍັງຢູ່ໃນຂັ້ນຕອນສເນີຢູ່ເນາະ ແຕ່ວ່າເຣື້ອງການປູກ ຍັງເທື່ອເນາະ ເນື້ອທີ່ຍັງບໍ່ໄດ້ເທື່ອ ເພາະວ່າດຽວນີ້ ເຮົາກໍາລັງ ຢູ່ໃນຂັ້ນຕອນ ການສເນີ ອະນາມັຍ ຊື່ໆ ແຕ່ວ່າ ສິສໍາຣວດ ຍັງບໍ່ໄດ້ເທື່ອ.”

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ໃນຂນະທີ່ກໍາລັງ ລໍຖ້າຢູ່ນີ້ ນັກລົງທຶນຂອງກຸ່ມດັ່ງກ່າວ ກໍກໍາລັງໂອ້ລົມກັບ ປະຊາຊົນ ຢູ່ບ້ານໂພນທອງ ກ່ຽວກັບເຣື້ອງ ຂໍເຊົ່າດິນປູກກ້ວຍ ຖ້າເມືອໃດພວກເຂົາເຈົ້າ ໄດ້ຮັບອະນຸມັດ ຈາກທາງການແລ້ວ.

ແຕ່ເຖິງຢ່າງໃດກໍຕາມ ທາງຫ້ອງການເມືອງພຽງ ກໍກໍາລັງ ຢູ່ໃນຂັ້ນພິຈາຣະນາ ຢ່າງຖີ່ທ້ວນວ່າ ຈະໃຫ້ອະນຸມັດ ໃຫ້ນັກລົງທິນຈີນ ມາ ປູກກ້ວຍ ຫຼືບໍ ຍ້ອນຢ້ານວ່າ ຈະສົ່ງຜົນກະທົບຕໍ່ ປະຊາຊົນ ແລະ ສິ່ງແວດລ້ອມ.

ຢ່າງໃດກໍຕາມ ເຈົ້າໜ້າທີ່ ຫ້ອງການກະສິກັມ ແລະ ປ່າໄມ້ ເມືອງນາຊາຍທອງ ຊິ້ແຈງວ່າ ເຖິງແມ່ວ່າ ຣັຖບານໄດ້ປະກາດໄປແລ້ວວ່າ ໃຫ້ຍຸດຕິ ການປູກສວນກ້ວຍ ຂອງຈີນ ແລະຫ້າມ ຂຍາຍເນື້ອທີ່ປູກເພີ້ມຕື່ມ ແລ້ວກໍຕາມ ແຕ່ນັກລົງທຶນຈີນ ສາມາດເຂົ້າມາປູກຕື່ມໄດ້ ແຕ່ຕ້ອງດໍາເນີນ ການປູກຝັງ ພາຍໃຕ້ ຫລັກກະສິກັມ ສະອາດ ແລະ ຢູ່ໃນການເບິ່ງແຍງ ຂອງເຈົ້າໜ້າທີ່ ລາວ ຢ່າງເຂັ້ມງວດເພື່ອບໍ່ ໃຫ້ນໍາໃຊ້ສານເຄມີ ຫລາຍເກີນໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.