ທາງຣົດໄຟ ຈະເຣີ່ມສ້າງ ຢູ່ໂພນໂຮງ

ມະ​ນີ​ຈັນ
2016.11.23
F-railway ໂຄງການ ເສັ້ນທາງຣົຖໄຟ ຈາກສິບສອງພັນນາ ເຂົ້າສູ່ແດນລາວ ແລະ ຈະຈອດຕໍ່ກັບ ສາຍວຽງຈັນ ທ່ານາແລ້ງ ໜອງຄາຍ ປະເທດໄທ
RFA

ປັດຈຸບັນ ບັນດາ ບໍຣິສັດ ຜູ້ຮັບເໝົາ ກໍ່ສ້າງ ໄດ້ຂົນ ເຄື່ອງຈັກ ແລະ ອຸປະກອນ ກໍ່ສ້າງ ເຂົ້າມາ ເມືອງໂພນໂຮງ ຫຼາຍສົມຄວນ, ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ເມືອງໂພນໂຮງ ໃນວັນທີ 22 ພຶສຈິກາ ນີ້.

“ຢູ່ໂພນໂຮງ ແຂວງວຽງຈັນ ປີນີ້ແຫລະ ຕາມແຜນເພິ່ນ, ເອີດຽວນີ້ ແບບຂະເຈົ້າເຄີຍ, ຂະເຈົ້າ ອັນນັ້ນ ແລ້ວນະ, ມັນມີ ບາງບ່ອນ ຂະເຈົ້າ ກະເອົາ ກົນຈັກ ເຂົ້າໄປ ແລ້ວນະ, ກົນຈັກ ບໍ່ແມ່ນ ມີແຕ່ ພວກ ບໍຣິສັດ ຄົນລາວ ເຮົານີ້.”

ທ່ານກ່າວຕື່ມວ່າ ສໍາລັບ ຄົນງານຈີນ ທີ່ຈະເຂົ້າມາ ກໍ່ສ້າງ ໃນໂຄງການນີ້ ບໍຣິສັດ ຜູ້ຮັບເໝົາ ກໍ່ສ້າງ ຍັງບໍ່ໄດ້ ນໍາເຂົ້າມາເທື່ອ ແຕ່ຂ້ອນຂ້າງ ຄັກແນ່ວ່າ ໃນການກໍ່ສ້າງ ທາງຣົດໄຟ ແຕ່ເມືອງໂພນໂຮງ ຫາ ນະຄອນຫຼວງ ວຽງຈັນ ຈະໃຊ້ ກັມກອນລາວ ຫຼາຍກວ່າ ກັມກອນຈີນ ເພາະວ່າ ວຽກງານ ກໍ່ສ້າງ ທາງຣົດໄຟ ໃນໄລ​ຍະນີ້ ບໍ່ຫຍູ້ງຍາກຫລາຍ ຄືກັບ ຢູ່ພາກເໜືອ ຊຶ່ງຕ້ອງຂຸດເຈາະ ພູຫຼາຍໜ່ວຍ ເພື່ອເຮັດ ເປັນທາງອຸມົງ.

ຕາມແຜນການ, ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ອະນຸມັດ ໂກຕ້າ ສໍາລັບ ຄົນງານຈີນ ຈໍານວນ 1950 ຄົນ ທີ່ຈະເຂົ້າມາ ສ້າງທາງ ຣົດໄຟ ໄລ​ຍະທາງ 20 ກິໂລແມັຕ ທໍາອິດ ຢູ່ເຂດ ເມືອງໂພນໂຮງ, ແຂວງວຽງຈັນ, ຕາມການສເນີ ຂອງບໍຣິສັດ ວິສະວະກັມ ທາງຣົດໄຟ ເລກ 2 ສປ ຈີນ ຜູ້ຮັບເໝົາ ກໍ່ສ້າງທາງ ໃນ​ໄລຍະນັ້ນ ຊຶ່ງເປັນ ໄລຍະ ສັນຍາ ທີ 6.

ເຣື່ອງຜົລກະທົບ ຂອງໂຄງການນີ້ ຕໍ່ ປະຊາຊົນ ເມືອງໂພນໂຮງ ແລະ ເຣື່ອງການຊົດເຊີຍ ຄວາມເສັຽຫາຍ, ເຈົ້າໜ້າທີ່ ທ່ານນີ້ ເວົ້າວ່າ ຄະນະກັມການ ທີ່ກ່ຽວຂ້ອງ ກໍາລັງໂອ້ລົມ ກັບ ປະຊາຊົນ ທີ່ຈະຖືກ ຜົລກະທົບ ນັ້ນຢູ່ ຍັງບໍ່ສາມາດ ເປີດເຜີຍໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.