ປ້າຍຣົດເລກງາມຊໍ້າກັນ

ມະນີຈັນ
2015.07.23
F-plate ປ້າຍຣົດ ທີ່ ຊໍ້າກັນ ໃນ ນະຄອນຫລວງວຽງຈັນ
RFA/NY

ໃນ ຫລາຍປີ ມານີ້ ມີການ ອອກປ້າຍ ທະບຽນ ຣົດ ຊ້ຳຊ້ອນ ຢູ່ ສປປ ລາວ, ຍ້ອນວ່າ ເລິ່ມແຕ່ ປີ 2009 ມາ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ, ໄດ້ອອກ ແຈ້ງການ ໃຫ້ ມີການ ປະມູນ ຣາຄາ ປ້າຍ ຣົດງາມ, ເລິ່ມຈາກ ນະຄອນ ຫຼວງວຽງຈັນ ໄປຮອດ ຕ່າງແຂວງ, ແຕ່ ເລກ 1111 ໄປເຖິງ 9999 ໃນ ຣາຄາ ແຕ່ 5 ລ້ານ ກີບ ໄປຮອດ 50 ລ້ານ ກີບ. ແຕ່ ທາງ ກະຊວງ ໂຍທາ ບໍ່ໄດ້ ຂາຍ ປ້າຍຣົດ ນີ້ ໃຫ້ ບຸກຄົນ ທົ່ວໄປ, ໄດ້ມອບ ໃຫ້ ບໍຣິສັດ ຂອງ ທ່ານ ຄຳສິງ ເປັນ ຜູ້ຮັບ ຜິດຊອບ.

ຫລັງຈາກ ບໍຣິສັດ ນີ້ ເອົາປ້າຍ ຣົດງາມ ໄປຂາຍ ໃຫ້ ເອກກະຊົນ ບ່ອນອື່ນ ແລ້ວ, ກໍ ເຮັດປ້າຍ ເລກ ດຽວກັນ ນັ້ນ ຂຶ້ນມາ ໃໝ່, ເຮັດໃຫ້ ເປັນປ້າຍ ຊໍ້າຊ້ອນ ແລ້ວ ເອົາໄປ ຂາຍໃຫ້ ຜູ້ອື່ນ ຕໍ່ໄປ.

ດັ່ງນັ້ນ ຈຶ່ງ ເກີດມີ ປ້າຍຣົດ ງາມ ຊ້ຳຊ້ອນ ກັນຂຶ້ນ ຫລາຍ ເຊັ່ນ, ເລກ ທະບຽນ ຣົດ ກະບະ ແລະ ລົດ SUV ເປັນເລກ ດຽວກັນ ກຈ 9596. ເມື່ອທາງ ເຈົ້າໜ້າທີ່ ກວດ ພົບ ວ່າ ມີປ້າຍຣົດ ຊ້ຳກັນ, ຈຶ່ງ ຍຶດຣົດ ໄວ້ ແລະ ແຈ້ງ ໄປຫາ ກົມ ຂົວ-ທາງ ເພື່ອ ກວດສອບ, ແຕ່ ຜູ້ເຊັນ ອະນຸຍາດ ນັ້ນ ກໍແກ້ ບໍ່ໄດ້ ມີການ ປັດປ່າຍ ໄປ ຂນະທີ່ ຜູ້ເສັຽຫາຍ ກໍຄື ເຈົ້າຂອງ ປ້າຍຣົດ.

ແຫລ່ງຂ່າວ ຈາກ ເຈົ້າໜ້າທີ່ ກອງ ຄຸ້ມຄອງ ພາຫະນະ ແລະ ການ ຂັບຂີ່ ເວົ້າວ່າ, ຣາຍໄດ້ ຈາກ ການຂາຍ ປ້າຍ ຣົດງາມ ຂອງ ກົມ ໂຍທາ ທິການ ແລະ ຂົນສົ່ງ ນັ້ນ, ກໍ ຕົກເຮັ່ຽ ເສັຽຫາຍ ຍ້ອນ ມີການ ສໍ້ໂກງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.