ການສໍ້ໂກງໃນໂຄງການພັທນາ ຂອງຣັຖ


2013.10.28
F-default ການສໍ້ໂກງໃນໂຄງການພັທນາ ຂອງຣັຖ
RFA

 

ຊາວລາວຈາກນະຄອນຫລວງວຽງຈັນ ທີ່ຂໍສງວນຊື່ທ່ານນຶ່ງ ຕິຕຽນ ຣັຖບາລລາວວ່າ ຣັຖບໍ່ມີງົບປະມານຈ່າຍເງິນເດືອນ ໃຫ້ພະນັກງານ ທະຫານ ຕໍາຣວດ ຍ້ອນວ່າ ຣັຖບາລຕິດໜີ້ ນັກລົງທຶນ ເອກກະຊົນ ຫລາຍໂພດ ແລະ ມີທັງ ການທຸຈຣິດ ແລະການສໍ້ຣາສບັງຫລວງ. ເມື່ອອາທິດແລ້ວນີ້ ມີຄົນພາກໃຕ້ທ່ານນຶ່ງ ກໍວ່າ ເງິນເດືອນນາຍຄຣູ, ເງິນເດືອນທະຫານ ບໍ່ໄດ້ຮັບມາ 2–3 ເດືອນແລ້ວ.

ຊາວນະຄອນຫລວງວຽງຈັນ ທ່ານນີ້ ວາງຄໍາຖາມ ແລະຕອບເອງວ່າ ເປັນຫຍັງ ຣັຖຈຶ່ງບໍ່ມີ ງົບປະມານ ຈ່າຍເງິນເດືອນ ໃຫ້ພະນັກງານ, ທະຫານ, ຕໍາຣວດ ການທີ່ເປັນຄືແນວນັ້ນ ກໍຍ້ອນວ່າ ຣັຖອະນຸມັດໂຄງການກໍ່ສ້າງ ຢ່າງຫຼວງຫຼາຍໂດຍທີ່ ໃຫ້ບໍຣິສັດເອກກະຊົນ ລົງທຶນ ກ່ອນ 100%, ເມື່ອກໍ່ສ້າງແລ້ວ ຣັຖຈຶ່ງຈະຊໍາລະໃຫ້ຄືນໃນຣະຍະ 5 ຫລື 10 ປີ ຫລືດ້ວຍວິທີອື່ນໆ ແລ້ວແຕ່ການຕົກລົງກັນ ຣະຫວ່າງ ບໍຣິສັດ ຜູ້ຮັບເໝົາກັບຣັຖບາລ.

ໃນຄວາມເປັນຈິງ, ພາຍຫລັງການກໍ່ສ້າງສໍາເຣັດແລ້ວ ຜູ້ຮັບເໝົາກໍ່ສ້າງ ກໍວິ້ງເຕັ້ນຫາຜູ້ໃຫຍ່ ໂດຍມີສິນຈ້າງຣາງວັນໃຫ້ນາຍໜ້າ ຊຶ່ງລ້ວນ ແລ້ວແຕ່ແມ່ນລູກຫລານຍາດພີ່ນ້ອງ ຂອງຜູ້ມີອໍານາດແລະໃນທີ່ສຸດ ກະຊວງການເງິນ ກໍຈ່າຍເງິນ ນັ້ນກ່ອນກໍານົດ ໃນຫລາຍໆໂຄງການ ທີ່ຄິດໄລ່ມູນຄ່າ ການກໍ່ສ້າງສູງກວ່າ ຄວາມເປັນຈິງເຖິງ 3-4 ເທົ່າ, ແຕ່ການກໍ່ສ້າງ ກໍກັບບໍ່ມີປະສິດທິພາບ ຍ້ອນມີການສໍ້ໂກງກັນ ຢ່າງ ຫລວງຫລາຍ.

ສ່ວນຣັຖວິສາຫະກິດ ຮວມທັງທະນາຄານ ທຸຣະກິດຂອງຣັຖ ກໍພາກັນສ້າງຣາຍຈ່າຍ ເປີດສາຂາທີ່ບໍ່ຈໍາເປັນ ຢ່າງຫລວງຫລາຍ ເພື່ອເພີ່ມ ຣາຍຈ່າຍເຮັດໃຫ້ກໍາໄຣໜ້ອຍລົງ ເພື່ອທີ່ຈະໄດ້ມອບພັນທະ ງົບປະມານໜ້ອຍລົງ ຮັບເອົາພະນັກງານໃໝ່ ເຂົ້ານໍາເລື້ອຍໆ ຊື້ລົດຫລູຫລາ ມາແຈກຢາຍກັນຂີ່ ແບບບໍ່ເບິ່ງສັງຄົມທົ່ວໄປ ຂະນະທີ່ພະນັກງານ ຣັຖກອນ ຢູ່ຂແນງການອື່ນ ທີ່ບໍ່ໄດ້ຢູ່ນໍາຕົນ ເປັນຈໍານວນຫລວງຫລາຍ ບໍ່ມີເງິນຮອດ ຈະຊື້ເຂົ້າກິນ.

ເງິນເດືອນບໍ່ໄດ້ມາ 3 ເດືອນແລ້ວ ຄ່ານໍ້າຄ່າໄຟ ກໍບໍ່ໄດ້ຈ່າຍ ບໍ່ຈັກວ່າ ເຂົາຈະມາຕັດເມື່ອໃດ ຄ່າໄຟຟ້າກໍແພງຫລາຍ ທຽບໃສ່ຣາຍໄດ້ແຕ່ ລະເດືອນ. ພະນັກງານທ້ອງຖິ່ນ ທ່ານນີ້ເວົ້າຕື່ມວ່າ ບໍຣິສັດໄຟຟ້າ ຕ້ອງຫລຸດຄ່າ ໄຟ້ຟາລົງໃຫ້ ພະນັກງານຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.