ທາງການລາວຍັງຕ້ານກຸ່ມ ສໍ້ຣາສ ບໍ່ໄດ້

ອະວາຣີ
2019.02.11
F-corruption ການສໍ້ໂກງເປັນສິ່ງທີ່ຜິດ
public domain

ປະເທດລາວ ຍັງມີການສໍ້ຣາສບັງຫລວງຫລາຍຄືເກົ່າ. ອົງການຄວາມໂປ່ງໃສສາກົນ ທີ່ມີສຳນັກງານໃຫຍ່ຢູ່ປະເທດເຢັຽຣະມັນ, ຈັດລາວເປັນ ປະເທດນຶ່ງ ທີ່ຍັງມີການສໍ້ຣາສບັງຫລວງຫລາຍຄືເກົ່າ. ອີງຕາມສະພາບການສໍ້ຣາສບັງຫລວງ ໃນລາວ ເມື່ອປີ 2018 ທີ່ຜ່ານມາ, ອົງການ ຄວາມໂປ່ງໃສ ໄດ້ຈັດສປປລາວ, ເປັນປະເທດທີ່ມີການສໍ້ຣາສບັງຫລວງຫລາຍ ອັນດັບທີ່ 132 ໃນຈຳນວນ ທັງໝົດ 180 ປະເທດໃນໂລກ. ຖ້າປະເທດໃດ ໄດ້ອັນດັບນຶ່ງ, ປະເທດນັ້ນ ຈະເປັນປະເທດ ທີ່ມີການສໍ້ຣາສບັງຫລວງ ໜ້ອຍທີ່ສຸດ; ແຕ່ຖ້າປະເທດໃດຢູ່ໃນອັນດັບສຸດທ້າຍ, ປະເທດນັ້ນ ຈະມີການສໍ້ຣາສບັງຫລວງຫລາຍທີ່ສຸດ.

ເປັນທີ່ສັງເກດວ່າ, ອົງການຄວາມໂປ່ງໃສສາກົນ, ຍັງຈັດລາວເປັນປະເທດທີ່ມີການສໍ້ຣາສບັງຫລວງຫລາຍໃນຣະດັບເກົ່າ, ໝາຍຄວາມວ່າ ໃນປີ 2018 ປະເທດລາວ, ຍັງມີການສໍ້ຣາສບັງຫລວງຫລາຍຄືກັບໃນປີ 2017.

ເປັນຫຍັງປະເທດລາວ ຈຶ່ງຍັງມີການສໍ້ຣາສບັງຫລວງຫລາຍຄືເກົ່າ, ທັງໆທີ່ຣັຖບານລາວ, ກໍໄດ້ສະກັດກັ້ນແລະຕ້ານການສໍ້ຣາສບັງຫລວງ ນັ້ນຢູ່. ນາງ Ilham Mohammed ຜູ້ອຳນວຍອົງການຄວາມໂປ່ງໃສ ສາກົນ ປະຈຳເຂດເອເຊັຍໃຕ້ ຕອບຄຳຖາມນັ້ນ ຂອງນັກຂ່າວວິທຍຸ ເອເຊັຍເສຣີ ທາງອີແມລວ່າ:

“ຍັງມີຄວາມແຕກໂຕນກັນຫລາຍ, ຣະຫວ່າງການປະຕິບັດຕາມນະໂຍບາຍ, ແລະຜົນທີ່ໄດ້ຮັບໂຕຈິງ. ພວກເຮົາຍັງບໍ່ເຫັນ, ການປະຕິບັດ ນະໂຍບາຍ, ໄດ້ປ່ຽນແປງຄວາມເຂົ້າໃຈ, ແນວຄິດແລະພາກປະຕິບັດຂອງຄົນໃນລາວເທື່ອ.”

ຄວາມເວົ້ານັ້ນ ມີຄວາມໝາຍວ່າ ການສໍ້ຣາສບັງຫລວງໃນລາວ ຍັງມີຫລາຍ, ເພາະການປະຕິບັດຕາມກົດໝາຍ, ຕ້ານການສໍ້ຣາສບັງຫຼວງ, ຍັງບໍ່ທັນໄດ້ຮັບຜົນເທົ່າທີ່ຄວນ. ທາງອົງການຄວາມໂປ່ງໃສສາກົນ, ຍັງບໍ່ເຫັນຜົນທີ່ແທ້ຈິງເທື່ອ, ແລະ ຄວາມພຍາຍາມ ຕ້ານການສໍ້ຣາສ ບັງຫລວງ ຂອງຣັຖບານລາວ, ຍັງບໍ່ໄດ້ຜົນພໍທີ່ຈະປ່ຽນຄວາມເຂົ້າໃຈ, ແລະແນວຄິດຂອງປະຊາຊົນລາວ, ທີ່ມີຢູ່ໃນຣະຍະຫລາຍປີທີ່ຜ່ານມາ, ກ່ຽວກັບການສໍ້ຣາສບັງຫລວງ ໃນປະເທດຂອງເຂົາເຈົ້າ, ຫລືເວົ້າອີກແນວນຶ່ງ ປະຊາຊົນລາວ ຍັງເຊື່ອວ່າ ຍັງມີການສໍ້ຣາສບັງຫຼວງຫຼາຍຢູ່ ຄືເກົ່າໃນລາວ, ແລະເຈົ້າໜ້າທີ່ພັກຣັດ, ກໍຍັງບໍ່ປ່ຽນພຶດຕິກັມ, ຍັງສໍ້ໂກງແລະຮັບເງິນສິນບົນຫລາຍຢູ່ຄືເກົ່າ, ເຖິງວ່າພັກຣັດ ໄດ້ພຍາຍາມ ສຳຣວດກວດກາ ແດ່ແລ້ວກໍຕາມ.

ນາງ Delia Ferreiro Rubio ປະທານອົງການຄວາມໂປ່ງໃສສາກົນ, ຂຽນໄວ້ໃນບົດຣາຍງານ ສະພາບການສໍ້ຣາສບັງຫລວງ ທົ່ວໂລກ ໃນປີນີ້ວ່າ, ສາເຫດນຶ່ງທີ່ເຮັດໃຫ້ມີການສໍ້ຣາສບັງຫລວງ ຫລາຍໃນປະເທດໃດນຶ່ງ, ແມ່ນຍ້ອນສະຖາບັນ ປະຊາທິປະໄຕ ແລະການນັບຖື ສິດທິ ທາງການເມືອງໃນປະເທດນັ້ນ ອ່ອນແອ.

ໃນທຳນອງດຽວກັນ ນາງ Patricia Moreira ຜູ້ອຳນວຍການອົງການຄວາມໂປ່ງໃສ ສາກົນ ກໍກ່າວວ່າ ການສໍ້ຣາສບັງຫລວງ ທຳລາຍ ປະຊາທິປະໄຕ; ປະເທດໃດ ມີປະຊາທິປະໄຕ ຫລາຍ ປະເທດນັ້ນ, ກໍຈະມີການສໍ້ຣາສບັງຫລວງໜ້ອຍ, ຫລືຖ້າປະເທດໃດ, ມີການ ສໍ້ຣາສບັງຫລວງຫລາຍ, ປະເທດນັ້ນກໍຈະມີປະຊາທິປະໄຕໜ້ອຍ. ໃນຣະຍະສອງປີທີ່ຜ່ານມາພັກແລະຣັຖບານລາວ, ໄດ້ເຮັດຫຍັງແດ່ ເພື່ອປາບປາມການສໍ້ຣາສ ບັງຫລວງ? ເຈົ້າໜ້າທີ່ຄນະກວດກາພັກປະຈຳ ແຂວງສວັນນະເຂດ, ຕອບຄຳຖາມນັ້ນວ່າ:

“ໂຕນີ້ ພວກເຮົາກໍໄດ້ກວດກາຕາມຄຳຮ້ອງຄຳສເນີ ພວກເຮົາກໍສືບຕໍ່ຢູ່ເນາະ ໄດ້ລົງຕິດຕາມກວດກາຜູ້ມີພຶດຕິກັມ ຫລື ອີຫຍັງຕ່າງໆ, ຕົວຢ່າງມີຄຳຮ້ອງຄຳສເນີ ຂອງປະຊາຊົນ ພວກເຮົາກໍຕິດຕາມຂໍ້ມູນ ຫລັງຈາກສຳເຣັດ ກໍຣາຍງານຄນະພັກຂັ້ນເທິງເພິ່ນ, ເພິ່ນຊິ ເຮັດແນວໃດ, ເຮັດຕາມພະລະບົດບາດເວົ້າງ່າຍໆ.”

ເຈົ້າໜ້າທີ່ຄນະກວດກາພັກທ່ານນີ້ ກໍເວົ້າວ່າ, ຄນະກວດກາ ໄດ້ກວດເຫັນເຈົ້າໜ້າທີ່ ສໍ້ຣາສບັງຫລວງຫລາຍຄົນ, ໃນແຂວງສວັນນະເຂດ:

“ໂອ ປີກາຍນີ້, ພວກເຮົາໄດ້ສເນີພາກ ສ່ວນນຶ່ງພະນັກງານ ຣັຖກອນ, ສິບກວ່າຄົນໃຫ້ສານ, ສົ່ງທາງເບື້ອງຂະບວນຍຸຕິທັມ, ແຕ່ວ່າມັນຍັງ ບໍ່ທັນສຳເຣັດ ຂັ້ນຕອນນັ້ນ ພວກເຮົາໄດ້ສົ່ງສຳນວນ ໃຫ້ທາງເບື້ອງອັຍການເພິ່ນ.”

ໃນສ່ວນຂອງຣັຖບານ ອົງການກວດສອບແຫ່ງຣັດ, ແລະອົງການກວດກາຣັຖບານ, ກໍໄດ້ປະຊຸມສລຸບຜົນງານຂອງຕົນເມື່ອທ້າຍເດືອນນ່ຶງ, ທີ່ຜ່ານມາ ແລະທັງສອງອົງການກໍຣາຍງານຜົນງານໃນທຳນອງດຽວກັນວ່າ, ເມື່ອປີກາຍ ທາງອົງການໄດ້ ກວດສອບແລະກວດກາ ຫລາຍກະຊວງ, ກົມກອງ, ແລະຣັດວິສາຫະກິດຫລາຍແຫ່ງ.

ທາງອົງການກວດສອບແຫ່ງຣັດ ໄດ້ເນັ້ນເອົາໃຈໃສ່ກວດສອບການໃຊ້ງົບປະມານ, ບັນດາຣາຍຮັບ-ຣາຍຈ່າຍ ແລະໂຄງການລົງທຶນ ຂອງຣັຖບານ. ສ່ວນອົງການ ກວດກາຣັຖບານ ກໍເນັ້ນສືບຕໍ່ເພິ້ມທະວີສະກັດກັ້ນ ແລະຕ້ານການສໍ້ຣາສບັງຫລວງ ທີ່ເປັນພັຍຂົ່ມຂູ່ ຕໍ່ສະຖຽນຣະພາບ ຂອງການຈັດຕັ້ງພັກຣັດ.

ເຖິງພັກ ຣັຖບານແລະອົງການກວດສອບກວດກາ ໄດ້ສຳຣວດກວດກາແນວໃດກໍຕາມ, ແຕ່ການສໍ້ຣາສບັງຫລວງ ຢູ່ໃນລາວ, ກໍຍັງມີ ຫລາຍຄືເກົ່າ ຕາມຣາຍງານລ້າສຸດຂອງ ອົງການຄວາມໂປ່ງໃສສາກົນ, ຫລືຫລາຍກວ່າເກົ່າຫລາຍເທົ່າ, ຕາມຣາຍງານຂອງອົງການ ກວດຂອງພັກແລະຣັຖບານລາວ.

ອົງການກວດກາຣັຖບານຣາຍງານວ່າ, ເມື່ອປີກ່ອນ ເງິນງົບປະມານຂອງຣັດຮົ່ວໄຫລເຖິງ 120 ລ້ານດອນລ່າ ສະຫະຣັດ, ແຕ່ອົງການ ຕ້ານການສໍ້ຣາສບັງຫລວງ ແຫ່ງຊາດລາວ ຣາຍງານເມື່ອກາງເດືອນມົກກະຣາ ທີ່ຫາກໍຜ່ານມາວ່າ, ເມື່ອປີກາຍການສໍ້ຣາສບັງຫລວງ ໄດ້ເຮັດໃຫ້ຣັຖບານສູນເສັຍເງິນກວ່າ 5 ພັນຕື້ກີບ, 90 ລ້ານດອນລ່າ, 40 ລ້ານບາດ ແລະສູນເສັຍເງິນກວ່າ 2,400 ຕື້ກີບ, ທີ່ເກີດຈາກ ການລັກລອບ ສົ່ງໄມ້ອອກຕ່າງປະເທດ ຊຶ່ງລວມທັງໝົດ ຣັຖບານລາວໄດ້ສູນເສັຍ ເງິນເຖິງ 970 ລ້ານດອນລ່າສະຫະຣັດ, ເມື່ອປີກາຍ, ຍ້ອນການສໍ້ຣາສບັງຫລວງ ຫລາຍກວ່າແປດເທົ່າ ເມື່ອທຽບໃສ່ປີກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.