ຜູ້ປະສົບພັຍເຂື່ອນແຕກ ຈະໄດ້ຄ່າ ຊົດເຊີຍ ມື້ຄົບ 1 ປີ

ຈໍາປາທອງ
2019.07.22
F-Sanamxay ພາບທີ່ຕິດຕາ ແລະ ຍັງຈະຕິດຕາ ໄປອີກດົນ ບໍ່ຮູ້ວ່າເມື່ອໃດ ຊາວບ້ານຈະໄດ້ ກັບຄືນມາ ຮື້ຟື້ນສ້າງສາຄືນໃໝ່
ຮູບພາບຈາກ : ນັກຂ່າວພົລເມືອງ

ເຈົ້າໜ້າທີ່ແຂວງອັດຕະປື ແລະ ພາກສ່ວນທີ່ກ່ຽວຂ້ອງ ກຽມໄປພົບພໍ້ກັບ ປະຊາຊົນ ຜູ້ປະສົພພັຍເຂືຶ່ອນ ເຊປຽນ-ເຊນ້ຳນ້ອຍ ແຕກ ຢູ່ ເມືອງສະຫນາມໄຊ ໃນວັນຄົບຮອບ 1 ປີ ວັນທີ 23 ກໍຣະກະດາ ນີ້ ເພື່ອຈະມອບເງິນ ຊົດເຊີຍໃຫ້ແຕ່ລະ ຄອບຄົວ 50% ຫລື ເຄິ່ງນຶ່ງ ຂອງມູນຄ່າຜົນເສັຽຫາຍ ຂອງຊັບສິນທັງໝົດ, ມອບເຄຶ່ອງຊ່ວຍເຫລືອ ຈະມີພິທີທາງສາສນາ, ຕາມຄຳເວົ້າຂອງ ທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງເມືອງສະໜາມໄຊ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 22 ກໍຣະກະດາ ນີ້:

"ມື້ອື່ນມີຫລາຍກິຈກັມ ໂດຍສະເພາະພາກິຈກັມທີນຶ່ງ ມີພິທີມອບຮັບເງິນ 50% ຕໍ່ຜົນເສັຽຫາຍຈາກເຂື່ອນ ເຊປຽນ-ເຊນ້ຳນ້ອຍ ແຕກຫັ້ນ ໄດ້ເປີດພິທີເປັນທາງການ ຢູ່ສູນດົງບາກ ມີທ່ານເຈົ້າແຂວງ ການນຳຂອງແຂວງ ການນຳຂອງເມືອງ ແລ້ວກະມີທັງ ຕາງຫນ້າຣັຖບານ."

ທ່ານ ກ່າວຕື່ມອີກວ່າ ສຳລັບຈຳນວນເງິນທີ່ຈະມອບໃຫ້ຜູ້ປະສົພພັຍ ແຕ່ລະຄອບຄົວ ໃນມື້ອື່ນວັນທີ 23 ນັ້ນ ບໍ່ຈື່ມູນຄ່າລະອຽດ. ແຕ່ໃນ ໄລຍະສອງອາທິດ ຜ່ານມາ ວິທຍຸເອເຊັຽເສຣີ ໄດ້ສຳພາດຜູ້ປະສົພພັຍສີ່ຄົນ ກ່ຽວກັບມູນຄ່າຜົນເສັຽຫາຍ ຂອງຊັບສິນ ພວກເຂົາເຈົ້າ ໃນນັ້ນສອງຄົນເວົ້າວ່າ ຈາກການປະເມີນດ້ວຍຕົນເອງ ພວກເຂົາໄດ້ຮັບຜົນເສັຽຫາຍ ຈາກເຂື່ອນແຕກ ທັງໝົດຜູ້ລະ 300 ລ້ານກີບ, ແຕ່ທາງການຕີຣາຄາ ຜົນເສັຽຫາຍໃຫ້ພຽງແຕ່ຜູ້ລະ 100 ລ້ານກີບ ແລະອີກສອງຄົນ ກໍເຊັ່ນດຽວກັນ ປະເມີນຜົນເສັຽຫາຍ ຜູ້ລະ 100 ລ້ານກີບ, ແຕ່ທາງການໃຫ້ແຕ່ຜູ້ລະ 50 ລ້ານກີບ.

ສລຸບແລ້ວ ຕາມການປະເມີນຂອງທາງການ ຜົນເສັຽຫາຍ ຂອງທັງສີ່ຄົນ ນັ້ນລວມທັງໝົດເປັນ 300 ລ້ານກີບ ໃນຂນະທີ່ ຕາມຄຳເວົ້າ ຂອງປະຊາຊົນ ແມ່ນ 800 ລ້ານກີບ ແລະໃນວັນ ຄົບຮອບນຶ່ງປີນີ້ ພວກເຂົາເຈົ້າກໍຈະໄດ້ຮັບຄ່າຊົດເຊີຍ ເຄິ່ງນຶ່ງກ່ອນ ຫລື 150 ລ້ານກີບ. ຜູ້ປະສົພພັຍເຂື່ອນແຕກ ທັງໝົດມີ 13 ພັນຄົນ.

ທ່ານເວົ້າວ່າ ນອກຈາກເງິນແລ້ວ ທາງຄນະປົກຄອງແຂວງ ກໍຈະນຳເອົາເຄຶ່ອງໃຊ້ ແລະອາຫານໄປມອບໃຫ້ ຕາມສູນພັກຊົ່ວຄາວ ແຕ່ລະ ແຫ່ງຕື່ມອີກ ເພື່ອຫລຸດຜ່ອນຄວາມທຸກຍາກ. ພ້ອມກັນນັ້ນກໍຈະມີພິທີ ທາງສາສນາ ອຸທິດບຸນກຸສົນໃຫ້ ຜູ້ທີ່ເສັຽຊີວິດຍ້ອນເຫດການ ເຂື່ອນ ແຕກນັ້ນນຳດ້ວຍ.

ແລະ ຊາວລາວທ່ານນຶ່ງ ທີ່ຕິດຕາມຂ່າວ ກ່ຽວກັບ ເຂື່ອນ ເຊປຽນ-ເຊນ້ຳນ້ອຍ ແຕກ ມາໂດຍຕລອດ ກໍໄດ້ເວົ້າວ່າ ໃນໂອກາດເຫດການ ເສົ້າສະຫລົດໃຈ ເຂື່ອນແຕກ ຄົບຮອບ 1 ປີນີ້ ຕົນຮູ້ສຶກເສັຽໃຈນຳ ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ, ດັ່ງທີ່ທ່ານ ກ່າວວ່າ:

"ຮູ້ສຶກເສັຍໃຈຫັ້ນແລ້ວ ເສົ້າສະຫລົດໃຈ ກະຕິດຕາມຢູ່ ກະຢາກໃຫ້ຊ່ວຍເຫລືອເຂົາ ໃຫ້ມີບ່ອນຢູ່ທີ່ກິນຫັ້ນແລ້ວ ໃຫ້ມີເຮືອນມີຊານ ໃຫ້ ສະຖານທີ່ ທຳການຜລິດ ມີບ່ອນຮ່ຳຮຽນ ກະແນວນັ້ນແຫລະ."

ເຖິງຢ່າງໃດກໍຕາມ ໃນມື້ວັນທີ 23 ກໍຣະກະດາ ນີ້ ພາກປະຊາສັງຄົມ ແລະອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບານ ປະເທດຕ່າງໆ ກໍຈະຈັດ ພິທີຖແລງຂ່າວ ຢູ່ບາງກອກ ປະເທດໄທ ພາຍໃຕ້ຫົວຂໍ້ “ຄົບຮອບ 1 ປີ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ” ໃນຂນະທີ່ ເຄືອຂ່າຍພາກ ປະຊາສັງຄົມ ໂດຍມີອົງການ ແມ່ນ້ຳສາກົນເປັນຫລັກ ໃນການຕິດຕາມ ການລົງທຶນ ສ້າງເຂື່ອນໄຟຟ້າ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.