ຊາວເມືອງຫົງສາອາຈ ຕ້ອງຍ້າຍອອກໝົດ


2013.03.25
f-lignite ໂຮງງານ ໄຟຟ້າຖ່ານຫີນ ຫົງສາ ລິກໄນ້ ຂ.ໄຊຍະບູຣີ
RFA/Mek/fb

ຊາວເມືອງຫົງສາ ແຂວງ ໄຊຍະບູຣີ ອາດຕ້ອງຖືກ ໂຍກຍ້າຍ ອອກ ທັງໝົດ ຫາກມາຕຖານ ສຸຂພາບ ບໍໍ່ຜ່ານ ຍ້ອນ ໂຮງໄຟຟ້າ ລິກໄນ.

ຂ່າວ ໂທຣະທັດ Thai PBS ເມື່ອວັນທີ 21 ມິນາ 2013 ວ່າ ຖ້າໂຮງ ໄຟຟ້າ ຫົງສາລິກໄນ ບໍ່ສາມາດ ຄວບຄຸມ ມົລພິດ ແລະ ປ້ອງກັນ ບັນຫາ ສຸຂພາບ ຂອງ ປະຊາຊົນ ໄດ້ຕາມ ມາຕຖານ ໂຄງການ ນີ້ອາດຈະຕ້ອງໄດ້ ຍ້າຍຊາວເມືອງ ເມືອງຫົງສາ ທັງໝົດ ອອກໄປຢູ່ ແຂວງ ຫລວງພຣະບາງ. ກ່ຽວກັບ ເຣື່ອງນີ້ ເຈົ້າໜ້າທີ່ ກະຊວງ ພະລັງງານ ແລະ ບໍ່ແຮ່ ຂອງລາວ ເວົ້າວ່າ ຍັງບໍ່ມີ ຣາຍລະອຽດ ກ່ຽວກັບ ແຜນການ ໂຍກຍ້າຍ ສໍາລອງ ນັ້ນເທື່ອ ຮູ້ແຕ່ວ່າ ຫາກໂຍກຍ້າຍ ອາດ ມີການຍ້າຍ ຊາວບ້ານ ໄປໄວ້ຫລາຍຈຸດ:

"ປະຊາຊົນ ຈະແບ່ງເປັນ ເຂດນີ້ເນາະ ຈະບໍ່ຢູ່ ໃນເຂດ ດຽວກັນ ຈະຢູ່ໃນ ບໍຣິເວນ ດຽວກັນ ຢູ່ ແຕ່ຢູ່ ແຕ່ລະຈຸດ ກໍສິແມ່ນ ຂອບເຂດບ້ານ ຈັດສັນ ໂຄງການ ຫົງສາລິກໄນ ການ ເອີ້ນຊື່ມັນນະ".

ປັດຈຸບັນ ໂຄງການ ໂຮງງານໄຟຟ້າ ຫົງສາ ລິກໄນ ສ້າງໄປແລ້ວ ປະມານ 20% ຄື ການກໍ່ສ້າງ ປ່ອງຄວັນ ແລະ ໂຄງສ້າງ ບາງສ່ວນ ຂະນະທີ່ ຄາດວ່າ ຊາວບ້ານ ຈະໄດ້ຮັບ ຜົນກະທົບ ແລະ ຍ້າຍໄປຢູ່ບ້ານ ຈັດສັນ 450 ຫລັງຄາເຮືອນ, ຍ້າຽໄປຢູ່ ແລ້ວ 407 ຄອບຄົວ, 2,349 ຄົນ ໂດຍຈັດໃຫ້ ຢູ່ 8 ຄົນ ຕໍ່ຫລັງ.

ເວົ້າເຖິງ ມາຕການ ປ້ອງກັນ ຜົນກະທົບ ເບື້ອງຕົ້ນ ໂຄງການໄດ້ ໂຄສະນາ ວ່າ ຈະສ້າງປ່ອງຄວັນ ສູງທີ່ສຸດ ໃນປະເທດລາວ ຄື 245 ແມັດ ຈົນບໍ່ໃຫ້ ມົລພິດ ກະທົບໃສ່ ເມືອງຫົງສາ. ແຕ່ນັກ ສິ່ງແວດລ້ອມ ຫລາຍຄົນ ຍັງສົງໄສ ວ່າ ມາຕການ ນີ້ ຈະແກ້ໄຂ ບັນຫາ ມົລພິດ ໄດ້ແທ້ ຫລືບໍ່.

ນັກ ສິ່ງແວດລ້ອມ ວ່າ ນອກຈາກ ມົລພິດ ທາງອາກາດ ແລ້ວ ຍັງກັງວົນ ນໍາທາງນໍ້າ ອີກ ຍ້ອນມີ ການສ້າງ ອ່າງເກັບນໍ້າ ທີ່ເຊື່ອມຕໍ່ໃສ່ ລໍານໍ້າສາຂາ ຂອງ ແມ່ນໍ້າຂອງ ແລະ ທັງຈະກໍ່ສ້າງ ຫລັກເສົາ ສາຍສົ່ງ ໄຟຟ້າ ແຮງສູງ 500 Kv ໄປ ປະເທດໄທ ນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.