ຝ່າຍຄ້ານເຂື່ອນດອນສະໂຮງ ຮຽກຮ້ອງ


2013.11.24
F-Don-sahong ຮູປຈໍາລອງ ຂອງເຂື່ອນດອນສະໂຮງ
Peter Hawlkins/Mega First Corporation Berhad.

 

ພວກຄັດຄ້ານ ເຂື່ອນ ດອນສະໂຮງ ຮຽກຮ້ອງ ໃຫ້ ຣັຖບານ ລາວ ປຶກສາຫາລື ກັບ ຄະນະ ກັມມາທິການ ແມ່ນໍ້າຂອງ ກ່ອນຈະລົງມືສ້າງ. ຣັຖບານລາວສົ່ງຈົດໝາຍ ເມື່ອເດືອນກັນຍາ ແຈ້ງໃຫ້ຄະນະກັມມາທິການ ແມ່ນໍ້າຂອງຮູ້ວ່າ ສປປລາວ ຈະສ້າງເຂື່ອນດອນສະໂຮງ ຊຶ່ງເປັນ ວິທີການທີ່ ບໍ່ຕ້ອງການຄວາມຄິດຄວາມເຫັນ ຈາກປະເທດສະມາຊິກອື່ນໆ. ແຕ່ພວກຮັກສາສິ່ງແວດລ້ອມ ເວົ້າວ່າ, ອີງຕາມການ ສຶກສາສຳ ຣວດ ທີ່ສິ້ນສຸດລົງເມື່ອປີ 2007 ຄະນະກັມມາທິການ ແມ່ນໍ້າຂອງ ຖືວ່າເຂື່ອນດອນສະຫົງ ເປັນເຂື່ອນທີ່ຕັ້ງຢູ່ ແມ່ນໍ້າສາຍຫລັກ ຫລືແມ່ນໍ້າ ຂອງ; ສະນັ້ນຣັຖບານລາວ ຕ້ອງໄດ້ປຶກສາຫາລື ແລະ ໄດ້ຮັບຄວາມເຫັນດີ ເຫັນພ້ອມ ຈາກປະເທດສະມາຊິກ ເສັຍກ່ອນ.

ທ່ານ ສຸຣະສັກ ກ້າຫານ ໂຄສົກ ຄະນະກັມມາທິການ ແມ່ນໍ້າຂອງ ກ່າວກັບນັກຂ່າວ ບາງກອກໂພສ ວ່າຈົນເຖິງປັດຈຸບັນ ຍັງບໍ່ມີສະມາຊິກ ປະເທດໃດໃນສີ່ປະເທດ ໄດ້ສເນີໃຫ້ມີການ ປຶກສາຫາລືກັນ ກ່ຽວກັບ ໂຄງການ ສ້າງເຂື່ອນ ດອນສະໂຮງນັ້ນເທື່ອ. ຖ້າມີການຮຽກຮ້ອງມາ ກໍອາດຈະມີການ ປຶກສາຫາລືກັນ ຢູ່ ແລະກໍອາດຈະເລື່ອນ ການສ້າງ ອອກໄປເປັນເວລາ 6 ເດືອນ.

ເມື່ອວັນຈັນກ່ອນ ອົງການ ຮັກສາສິ່ງແວດລ້ອມ ເຖິງ 103 ອົງການ ໄດ້ຂຽນຈົດໝາຍເຖິງ ກະຊວງຊັພຍາກອນທັມມະຊາດ ແລະ ສິ່ງແວດ ລ້ອມ ຂອງລາວ ຮຽກຮ້ອງໃຫ້ຢຸດໂຄງການ ສ້າງເຂື່ອນດອນສະໂຮງນັ້ນ ທັນທີ.

ໃນຂະນະດຽວກັນ ທ່ານ ມົນຕຣີ ຈັນທະວົງ ນັກຊ່ຽວຊານກ່ຽວກັບ ສິ່ງແວດລ້ອມໃນໄທ ກໍກ່າວວ່າຣັຖບານໄທ ຄວນຂໍຮ້ອງໃຫ້ຣັຖບານລາວ ຍອມປຶກສາຫາລື ກັບປະເທດເພື່ອນບ້ານ ກ່ອນ ກ່ອນຈະສ້າງ ເຂື່ອນ ດອນສະຫົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.