ໂຄງການເຂື່ອນປາກແບງບໍ່ຕ້ອງ ຍ້າຍຊາວບ້ານ


2013.08.22
F-Pakbeng-Harbour ທ່າເຮືອທີ່ ເມືອງປາກແບ່ງ
Stormclub

 

ເຈົ້າໜ້າທີ່ ລາວ ຢືນຢັນວ່າ ຈະບໍ່ມີ ການໂຍກຍ້າຍ ຊາວບ້ານ ຈາກໂຄງການເຂື່ອນປາກແບງ ໃນແຂວງ ອຸດົມໄຊ. ຫລັງຈາກກອງປະຊຸມ ປຶກສາຫາຣື ເຣື້ອງໂຄງການກໍ່ສ້າງ ເຂື່ອນໄຟຟ້າ ໃສ່ແມ່ນໍ້າຂອງ ຢູ່ເຂດເມືອງ ປາກແບງ ແຂວງອຸດົມໄຊ ໃນວັນທີ່ 21 ສິງຫາ 2013 ຜ່ານມານີ້ ເຈົ້າໜ້າທີ່ ກະຊວງພລັງງານແລະບໍ່ແຮ່ ຂອງລາວ ເປິດເຜີຍວ່າການກໍ່ສ້າງ ເຂື່ອນໄຟຟ້າແຫ່ງນີ້ ຈະມີຜົນກະທົບ ຕໍ່ເນື້ອທີ່ ກະສິກັມ ເປັນບາງສ່ວນ ເທົ່ານັ້ນ ບໍ່ຈໍາເປັນຕ້ອງມີການ ໂຍກຍ້າຍ ປະຊາຊົນ ອອກຈາກພື້ນທີ່. ດັ່ງເຈົ້າໜ້າທີ່ ທ່ານນີ້ ເວົ້າວ່າ:

“ປາກແບງ ເຂື່ອນນໍ້າຂອງ ນີ້ ບໍ່ມີໂຍກຍ້າຍ ຕົວນີ້ ຄາດວ່າ ເນື້ອທີ່ ສ່ວນໄຮ່ແທ້ ກໍມີ ແຕ່ຫາກບໍ່ ຫລາຍປານໃດ ເປັນບ້ານ ປາກເງິຍຫັ້ນແຫລະ ສ່ວນບ້ານອື່ນ ກໍບໍ່ມີ”.

ເຈົ້າໜ້າທີ່ ທ່ານນີ້ ເວົ້າອີກວ່າ ບ່ອນທີ່ຄາດວ່າ ຈະຖືກຜົນກະທົບ ແມ່ນບ້ານປາກເງີຍ ເມືອງປາກແບງ ຊື່ງເປັນບ້ານທີ່ ເຂື່ອນຈະສ້າງ  ໂດຍຄາດວ່າ ຈະເຮັດໃຫ້ເກິດນໍ້າຖ້ວມ ດິນປະຊາຊົນ ທີ່ຢູ່ຕາມແຄມຂອງ ເປັນບາງສ່ວນ ຂນະທີ່ ຜົນສລຸບ ການສຶກສາ ເຂື່ອນປາກແບງ ໂດຍ  ບໍຣິສັດ Datang International Power  ຂອງຈີນ ກ່ອນໜ້ານັ້ນ ຄາດວ່າ ມີ 16 ບ້ານ ຈະໄດ້ຮັບ ຜົນກະທົບ.

ຕາມຣາຍງານ ວ່າ ເຂື່ອນ ປາກແບງນີ້  ກໍຈະແມ່ນ ເຂື່ອນນໍ້າໄຫລ ໃນລັກສນະດຽວກັນ ກັບເຂື່ອນໄຟຟ້າ ໄຊຍະບຸຣີ ເຂື່ອນນໍ້າຂອງ ແຫ່ງທໍາອິດ ຂອງລາວ ໂດຍເຂື່ອນປາກແບງ ຈະຕິດຕັ້ງຈັກ ມີພລັງຜລິດໄຟຟ້າ ທັງໝົດ 912 megawatt, ຜລິດໄຟຟ້າ ສເລັ່ຍ 4,846 gigawattໂມງ ຕໍ່ປີ ແລະຈະໃຊ້ ການລົງທຶນ ກໍ່ສ້າງ 2 ພັນ 7 ຮ້ອຍລ້ານດອນລ່າ ສະຫະຣັຖ. ສໍາຫລັບວຽກງານ ການຊົດເຊີຍ ດິນປະຊາຊົນ ນັ້ນເຈົ້າໜ້າທີ່ລາວ ເວົ້າວ່າ ເຂື່ອນຈະໄດ້ ມອບໝາຍ ໃຫ້ແຂວງອຸດົມໄຊ ເປັນຜູ້ຮັບຜິດຊອບ ໂດຍໃຊ້ ຕົວຢ່າງ ແບບດຽວ ການຊົດເຊີຍດິນ ແບບເຂື່ອນໄຟຟ້າ ຂອງຈີນແຫ່ງອື່ນ ທີ່ເຄີຍ ດໍາເນີນກັນມາ.

ຢ່າງໃດກໍຕາມ ເຂື່ອນປາກແບງ ນີ້ ເປັນທີ່ຈັບຕາ ອົງການ ສິ່ງແວດລ້ອມ ສາກົນ ຍ້ອນເຫັນວ່າ ເຂື່ອນນໍ້າຂອງ ແຫ່ງນີ້ ອາດຈະສ້າງ ຜົນກະທົບ ຕໍ່ສີ່ງແວດລ້ອມ ທັງໃນປະເດັນ ການຕັນທາງ ຂື້ນໄປ ອອກໄຂ່ ຂອງພັນປາ ແລະ ຈະເຮັດໃຫ້ ເກີດການກັກເອົາ ຝຸ່ນດິນ ເອົາໄວ້ບ່ອນອ່າງ ຕົ່ງເຂື່ອນ ຊື່ງ ໃນກອງປະຊຸມ ກໍໄດ້ ເປິດເຜີຍຕື່ມວ່າ ເຂື່ອນແຫ່ງນີ້ ຈະອອກແບບ ໃຫ້ມີປະຕູເຂື່ອນ ໃຫຍ່ ໃຫ້ເຮືອບັນທຸກສິນຄ້າ ຂນາດ 500 ຕັນ ຜ່ານໄດ້ ຊື່ງຈະຊ່ວຍ ແກ້ບັນຫາ ເຣື້ອງດິນຕົມ ແລະການຂຶ້ນລ່ອງ ຂອງໝູ່ປາ ໄປພ້ອມໆກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.