ເຂື່ອນໄຊຍະເພີ້ມມູລຄ່າ ກໍສ້າງ

ສິດນີ
2016.05.23
F-XD ເຂດນໍ້າຂອງ ທີ່ ເຂື່ອນ ໄຊຍະບູຣີ ກໍາລັງສ້າງໃສ່
Citizen journalist

ບໍຣິສັດ ກໍ່ສ້າງ ຊໍ ການຊ່າງ ຂອງໄທ ໄດ້ຕົກລົງ ອະນຸມັດ ເງິນກູ້ ຈຳນວນ 531.7 ລ້ານ ໂດລາ ສະຫະຣັດ ໃຫ້ ບໍຣິສັດ ໄຊຍະບູຣີ ປາວເວີ ຜູ້ ບໍຣິຫານ ແລະ ດຳເນີນງານ ຂອງ ໂຄງການ ເຂື່ອນ ໄຊຍະບູຣີ ຊື່ງ ເປັນ ບໍຣິສັດ ລູກຂອງ ຊໍ ການຊ່າງ.

ເງິນກູ້ ຈຳນວນ ດັ່ງກ່າວ ຖືກຕົກລົງ ເຫັນພ້ອມ ແລະ ອະນຸມັດ ໃຫ້ ໃນກອງປະຊຸມ ຂອງ ຄນະຜູ້ ບໍຣິຫານ ບໍຣິສັດ ຊ ການຊ່າງ ໃນ ຕົ້ນອາທິດ ນີ້ ແລະ ເງິນຈຳນວນ ນີ້ ແມ່ນເພື່ອໃຊ້ ໃນການສ້າງ ວຽກເພີ້ມ ໃນໂຄງການ ເຂື່ອນ ໄຊຍະບູຣີ ທີ່ ຣັຖບານ ລາວ ຮ້ອງຂໍມາ ເປັນຕົ້ນ ການປົກປ້ອງ ສີ່ງແວດລ້ອມ ດັ່ງ, ທາງຂຶ້ນລົງ ຂອງປາ ແລະ ເຮືອສິນຄ້າ ຮ່ວມດ້ວຍ ໂຄງການ ປ້ອງກັນ ແຜ່ນດິນໄຫວ ແລະ ການໄຫລ ຂອງ ດິນຕະກອນ ຫລື ຝຸ່ນຕົມ ຂອງເຂື່ອນ ໄຊຍະບູຣີ.

ເຄືອຂ່າຍ ອິນເຕີແນດ HYDROWORLD.COM ຣາຍງານ ໃນ ເດືອນ ພຶສຈິກາ ຜ່ານມາວ່າ ໂຄງການ ໄຊຍະບູຣີ ມູນຄ່າ 3.5 ຕື້ ໂດລາ ຂນາດ 1285 ເມກາວັດ ສ້າງ ສຳເຣັດ ແລ້ວ 60 ສ່ວນຮ້ອຍ ຊຶ່ງ ການລົງທຶນ ດັ່ງກ່າວ ແມ່ນໄດ້ ເງິນກູ້ຈາກ ທະນາຄານ ໄທ ຫຼາຍ ທະນາຄານ. ໄຟຟ້າ ທີ່ຜລິດ ຈາກ ເຂື່ອນ ໄຊຍະບູຣີ ສ່ວນໃຫຍ່ ຈະຂາຍໃຫ້ ບໍຣິສັດ EGAT ຂອງໄທ ໃນ ສັນຍາ ຊີື້ ຂາຍໄຟຟ້າ ໃນ ຣະຍະ ເວລາ 31 ປີ.

ເຂຶ່ອນ ໄຊຍະບູຣີ ເປັນ ເຂື່ອນ ສ້າງໃສ່ ແມ່ນ້ຳຂອງ ເຂື່ອນ ທຳອິດ ໃນລາວ ທີ່ ຣັຖບານລາວ ຕ້ອງການ ຢາກໃຫ້ ເປັນ ເຂື່ອນໄຟຟ້າ ຕົວຢ່າງ ໃນຂົງເຂດ ແລະ ໃນໂລກ ໃນການປົກປ້ອງ ສີ່ງແວດລ້ອມ ຈາກ ການສ້າງເຂື່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.