ຊາວບ້ານເຂື່ອນເຊປ່ຽນ ບາງກຸ່ມ ບໍ່ຍ້າຍ

ມະນີຈັນ
2017.04.20
f-xepian ປະຊາຊົນ ຢູ່ບ້ານຫ້ວຍຊອຍ ທີ່ຖືກຜົນກະທົບ ຈາກໂຄງການເຂື່ອນ ເຊປ່ຽນ-ເຊນໍ້ານ້ອຍ
Citizen Journalist

ໂຄງການເຂື່ອນ ເຊປຽນ-ເຊນ້ຳນ້ອຍ ໄດ້ເຣີ້ມຕັນນ້ຳແລ້ວ ໃນວັນທີ 30 ມິນາ ຜ່ານມາ, ແຕ່ປະຊາຊົນທີ່ຕ້ອງໂຍກຍ້າຍ ອອກຈາກເຂດ ກໍ່ສ້າງເຂື່ອນ ພັດບໍ່ຍອມຍ້າຍ ໄປຢູ່ເຂດ ທີ່ໂຄງການແລະອຳນາດ ການປົກຄອງເມືອງ ແລະ ແຂວງໄດ້ຈັດສັນໃຫ້.

ຊາວບ້ານປະມານ 80 ປາຍຄອບຄົວໄດ້ບຸກເບີກເນື້ອທີ່ ປ່າ ແລະປຸກເຮືອນໃສ່ຂ້າງເຂື່ອນ ເຖິງແມ່ນວ່າບໍ່ໄດ້ຮັບ ອານຸຍາດກໍຕາມ, ຕາມ ການເປີດເຜີຽ ຂອງເຈົ້າໜ້າທີ່ທ່ານນຶ່ງ ທີ່ຂໍສງວນຊື່ແລະສຽງ ທີ່ເຮັດວຽກກ່ຽວກັບ ໜ່ວຍງານໂຍກຍ້າຍ ຈັດສັນປະຊາຊົນ ຕໍ່ເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ: ທ່ານວ່າ...

“ຕັນແລ້ວໆ, ເພິ່ນຕັນວັນທີ 30 ເດືອນ 3. ໂຕເລຂສົ່ງຫາຂັ້ນເທິງ 107 ຄອບຄົວ ປະຊາຊົນຊິຕັ້ງຈຸດສຸມ ຢູ່ຂ້າງເຂື່ອນຫັ້ນ, ຊິປົກ ຮັກສາຢູ່ສວນເກົ່າພີ້, ປະຊາຊົນກະສເນີ ຫາກທາງຂັ້ນເທິງ ບໍ່ທັນໄດ້ແກ້ໄຂໃຫ້. ແຕ່ປະຊາຊົນຫາກຂຶ້ນໄປນ່າ ກັບນາຍບ້ານ ໄປຫາ ຂັ້ນເທິງ ຫຼືວ່າໄປຫາສະພານີ້ແຫຼະ ລະຊີ້ແຈງເພິ່ນວ່າໃຫ້ ຢູ່ຂ້າງເຂື່ອນໄດ້ບໍ່? ເອີເພິ່ນວ່າ ໄດ້, ເພິ່ນວ່າຫັ້ນນ່າ”.

ທ່ານກ່າວຕື່ມວ່າເຖິງແມ່ນວ່າ ພາກສ່ວນກ່ຽວຂ້ອງ ໄດ້ພຍາຍາມປຸກຣະດົມ ໃຫ້ຊາວບ້ານໂຍກຍ້າຍ ໄປຢູ່ອາໃສໃນເຂດຈັດສັນ ຈົນສຸດ ຄວາມສາມາດ ແລ້ວກໍ່ຕາມ, ແຕ່ມີຊາວບ້ານ ສ່ວນໜ້ອຍເທົ່ານັ້ນ ທີ່ໄດ້ຍ້າຍໄປຕາມແຜນ, ຊຶ່ງທ່ານກໍ່ບໍ່ສາມາດບອກໄດ້ວ່າ ເປັນດ້ວຍ ເຫດຜົລອັນໃດ ຊາວບ້ານຈັ່ງບໍ່ຢາກຍ້າຍໄປ.

ໃນຂນະດຽວກັນ ຊາວບ້ານຜູ້ໄດ້ຮັບ ຜົລກະທົບ ທ່ານນຶ່ງໄດ້ກ່າວຕໍ່ ຜູ້ສື່ຂ່າວ ເອເຊັຽເສຣີ ໃນມື້ວັນທີ 15 ເມສາ 2017 ນີ້ວ່າ ປະຈຸບັນ ຊາວບ້ານໄດ້ພາກັນ ໄປບຸກເບີກເນື້ອທີ່ ຢູ່ຂ້າງເຂື່ອນ ເປັນສ່ວນໃຫຍ່ແລ້ວ ແລະ ພວມພາກັນຫາອຸປກອນ ມາປຸກເຮືອນໃໝ່:

“ແຕ່ວ່າເຮົານີ້ ກະບໍ່ຈັກຊິວ່າແຫຼະທ່ານ ຈຳນວນທີ່ຫຍັບຍ້າຍມາຢູ່ຂ້າງເຂື່ອນນີ້ ກະຍັງຫຼາຍຄອບຄົວຢູ່ ປະຊາຊົນນີ້ກຳລັງຫາເຄື່ອງເຮືອນ ເຄື່ອງອີ່ຫຍັງ ຫັ້ນນ່າປຸກ ພໍຊິໄດ້ ຫຍັບຍ້າຍຢູ່. ປະຊາຊົນນີ້ດຽວນີ້ ກຳລັງຫາເຄື່ອງເຮືອນ ພໍຊິໄດ້ປຸກຢູ່ຫັ້ນນ່າ”.

ກ່ອນໜ້ານີ້, ຊາວບ້ານຈຳນວນຫຼາຍຄອບຄົວ ໃນເຂດບ້ານຫ້ວຍຊອຍ, ບ້ານນ້ຳເລງ, ບ້ານເຊນ້ຳນ້ອຍ ທີ່ຖືກຜົລກະທົບ ຖືກເຈົ້າໜ້າທີ່ ທ້ອງຖິ່ນ ຈຳນວນນຶ່ງ ເຂົ້າມາຂົ່ມຂູ່ ເພື່ອໃຫ້ໂຍກຍ້າຍ ໄປຕາມແຜນຂອງທາງການ, ແຕ່ມາຮອດປະຈຸບັນ ເຈົ້າໜ້າທີ່ກ່ຽວຂ້ອງ ຍັງຕ້ອງ ໄດ້ລໍຖ້າຂັ້ນເທິງ ມາແກ້ໄຂບັນຫາ ຫລັງຈາກຊາວບ້ານໄດ້ ສະເໜີໄປກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.